ບຸນຊ່ວງເຮືອຄ່າເຊົ່າຂາຍຂອງ ແພງຂຶ້ນ
2015.10.22
ກຸ່ມ ແມ່ຄ້າ ຊາວຂາຍ ຈົ່ມວ່າ ຄ່າເຊົ່າ ບ່ອນ ຂາຍເຄື່ອງ ງານບຸນ ຊ່ວງເຮືອ ຢູ່ ນະຄອນຫຼວງ ວຽງຈັນ ປີນີ້ ແພງຂຶ້ນ ຫຼາຍ ແລະ ມີການເກງ ກຳໄລ ຄ່າເຊົ່າ ຈາກ ພໍ່ຄ້າ ຫົວໃສ, ເປັນຕົ້ນ ແມ່ນ ຄ່າເຊົ່າ ຮ້ານຄ້າ ທີ່ ກຸ່ມ ພໍ່ຄ້າ ໄດ້ ຊື້ ກັມມະສິດ ເຊົ່າ ຈາກ ບໍຣິສັດ ຕ່າງໆ ທີ່ ໄດ້ຮັບ ສັມປະທານ ຈາກ ອຳນາດ ການປົກຄອງ ນະຄອນຫຼວງ ແມ່ນມີ ຣາຄາ ສູງ ເກືອບ ເທົ່າຕົວ ກໍ່ມີ. ພໍ່ຄ້າ ຄົນນຶ່ງ ທີ່ ເຊົ່າຮ້ານ ຂາຍເຄື່ອງ ໃນ ງານບຸນ ຊ່ວງເຮືອ ຜູ້ ຂໍ ສງວນ ຊື່ ກ່າວຕໍ່ ເອເຊັຽ ເສຣີ ໃນ ວັນທີ 21 ຕຸລາ 2015 ນີ້ວ່າ:
"ກະຄິດວ່າ ແພງ ຫັ້ນແຫຼະ ແຕ່ ກະຈຳເປັນ ອາຊີບ ພໍ່ຄ້າ ເນາະ ຈຳເປັນ ຕ້ອງໄດ້ ສູ້. ລ໋ອກ ນຶ່ງ 4 ລ້ານ, ເຕັ້ນນຶ່ງ ມັນ ເປັນ 2 ລ໋ອກ ເນາະ, ເຕັ້ນນຶ່ງ 8 ລ້ານ ລະ ຄ່າໄຟ ຕ່າງຫາກ. ປີກາຍ ນີ້ 3 ລ້ານ 5 ບໍ່ ປີກາຍນີ້ ເຕັ້ນນຶ່ງ ເອີ ລ໋ອກນຶ່ງ. ໄດ້ຍິນຕາມ ອັນນັ້ນ ຕາມນັ້ນ ວ່າ ແຖວຫໍກາງ ຂຶ້ນໄປ ຫາ ວັດຈັນ ເນາະ ຂະເຈົ້າ ວ່າ 6 - 7 ລ້ານ ພຸ້ນໃດ໋ ຂະເຈົ້າ ຂາຍກັນ ແບບຂາຍ ຕໍ່ໆກັນ ຫຼາຍໆ ທອດ ຈັ່ງຊີ້ນ່າ ເກງກຳໄລ ຕໍ່ໆ ກັນມາ ບາງ ຮ້ານ 2-3 ຕໍ່ ພຸ້ນໃດ໋".
ທ່ານກ່າວ ເພີ້ມວ່າ ປົກກະຕິ ແລ້ວ ຄ່າເຊົ່າ ທີ່ ທາງການ ປະກາດ ໃຫ້ ເຊົ່າ ຂາຍເຄື່ອງ ຕາມ ງານບຸນ ກໍ່ບໍ່ແພງ ຈົນເກີນ ໄປ, ແຕ່ປີນີ້ ແພງຫຼາຍ ພໍ່ຄ້າ ແມ່ຄ້າ ບາງຄົນ ຖອດໃຈ ເພາະ ບໍ່ສາມາດ ສູ້ກັບຄ່າ ເຊົ່າຮ້ານ ແພງ ຄືແນວນັ້ນ.
ຕໍ່ ບັນຫາ ນີ້, ເອເຊັຽ ເສຣີ ໄດ້ຖາມ ໄປຫາ ຜແນກ ອຸດສາຫະກັມ ແລະ ການຄ້າ ນະຄອນຫຼວງ ວຽງຈັນ ທີ່ ຮັບຜິດຊອບ ເຣຶ່ອງນີ້ ໃນ ວັນທີ 21 ຕຸລາ 2015, ເຈົ້າໜ້າທີ່ ຕອບວ່າ:
"ພວກເຮົາ ໄດ້ມີ ຣະບຽບ ເນາະ ມີ ແຈ້ງການ ຄັກແນ່ ເນາະ, ຂໍ້ຫ້າມ ຣະບຽບ ຜູ້ ສັມປທານ ຄືແນວໃດ ພວກເອື້ອຍ ມີ ເໝິດເນາະ ຣະບຽບ ການ ຄຸ້ມຄອງ ຫັ້ນນ່າ. ສຳລັບ ການຈັດ ຮ້ານ ຣະອຽດ ລະແມ່ນ ບໍລິສັດ ສັມປະທານ ຂະເຈົ້າ ຈັດ ພວກເຮົາ ມີແຕ່ຮ່າງ ຣະບຽບການ ເພື່ອມາ ຄຸ້ມຄອງ ແຕ່ວ່າ ພວກເຮົາ ຍັງຊິໄດ້ ມີ ເຈົ້າໜ້າທີ່ ກວດກາ ເພິ່ນ ກວດຄືນວ່າ ບໍຣິສັດ ໃດ ຣະເມີດ ຣະບຽບ ທີ່ ພວກເຮົາ ໄດ້ ວາງອອກ ລະ ພວກເຮົາ ຍັງຊິ ໄດ້ ກວດກາ ກັນຄືນ ເນາະ".
ຍານາງ ກ່າວ ອີກວ່າ ປີນີ້ ມີ ບໍຣິສັດ ທີ່ ໄດ້ຮັບ ສັມປທານ ເພື່ອ ຈັດພື້ນທີ່ ຕັ້ງ ຮ້ານ ຄ້າຂາຍ ແລະ ໃຫ້ເຊົ່າ ຮ້ານຄ້າ ນັ້ນ ມີ 3 ບໍລິສັດ ຄື: ກຸ່ມ ບໍລິສັດ ດາວເຮືອງ, ບໍຣິສັດ ຟູຈິວາຣະ, ແລະ ບໍຣິສັດ ຄຳເສັງ ຖ້າຫາກ ມີການ ກວດ ພົບວ່າ ຜູ້ ສັມປະທານ ຣະເມີດ ຣະບຽບ ທີ່ ວາງອອກ ເຈົ້າໜ້າທີ່ ກໍຈະ ແຈ້ງ ໃຫ້ ຄນະ ກັມການ ຮັບຮູ້ ເພື່ອ ດຳເນີນການ ຕໍ່ໄປ.