ທາງຕານມີໄຊຫາສາມແຍກ ສີເກີດ
2016.03.02
ທ່ານ ທອງສິງ ທໍາມະວົງ ນາຍົກ ຣັຖມົນຕຣີ ໄດ້ ຕົກລົງໃຫ້ ນະຄອນຫຼວງ ວຽງຈັນ ເປັນເຈົ້າຂອງ ໂຄງການ ກໍ່ສ້າງເສັ້ນທາງ ແຕ່ ສີ່ແຍກ ໄຟແດງ ຕານມີໄຊ ໄປຫາ ສາມແຍກ ສີເກີດ. ອີງຕາມ ໃບມອບສິດ ໃນເດືອນ ກຸມພາ 2016.
ເສັ້ນທາງດັ່ງກ່າວ ມີຄວາມຍາວ ປະມານ 9 ກິໂລແມັດ, ກວ້າງ 28 ແມັດ ມີມູລຄ່າ ການກໍ່ສ້າງ ປະມານ 54 ລ້ານ ໂດລາ ສະຫະຣັຖ ໂດຍແມ່ນ ກຸ່ມບໍຣິສັດ ລາວເວີນ ແລະ ກຸ່ມ ບໍຣິສັດ ຕັງຈະເຣີນ ເປັນຜູ້ໄດ້ຮັບ ສໍາປະທານ ໃນ ການກໍ່ສ້າງ ຊຶ່ງ ເປັນທີ່ຮູ້ ກັນດີວ່າ ກຸ່ມບໍຣິສັດ ດັ່ງກ່າວ ແມ່ນມີຄວາມ ໃກ້ຊິດກັບ ທ່ານ ທອງສິງ ທໍາມະວົງ. ອີງຕາມການ ບອກເລົ່າ ຂອງ ແຫລ່ງຂ່າວ.
ຣັຖບານ ກໍາລັງ ພິຈາຣະນາ ມູລຄ່າ ການກໍ່ສ້າງ, ໂຄງການກໍ່ສ້າງ ເສັ້ນທາງ ດັ່ງກ່າວ ວ່າ ຈະຈ່າຍເປັນ ເງິນຜ່ອນ ຫລື ຈ່າຍ ເງິນສົດ ໃຫ້ ບໍຣິສັດ ຮັບເໝົາ ກໍ່ສ້າງ. ເຈົ້າໜ້າທີ່ ກະຊວງ ການເງິນ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ, ການກໍ່ສ້າງ ເສັ້ນທາງ ດັ່ງກ່າວນັ້ນ ຣັຖບານລາວ ມີສອງທາງ ເລືອກ ໃນ ການຈ່າຍເງິນ.
ທາງເລືອກທີ 1, ແມ່ນການ ຊໍາຣະ ໂຄງການ ລະຍະຍາວ ຕາມກົດໝາຍ ການລົງທຶນ ຂອງຣັຖ ແລະ ແຕ່ລະປີ ຈະຈ່າຍໄດ້ ເທົ່າໃດ, ແລະຖ້າຈ່າຍ ແບບນັ້ນ ມູລຄ່າ ການກໍ່ສ້າງ ແມ່ນຕົກເປັນ 54 ລ້ານ ໂດລາ.
ທາງເລືອກທີ 2, ແມ່ນຊໍາລະ ໄປເລີຍ ມູລຄ່າຕົກເປັນ 40 ລ້ານ ໂດລາ ຫລັງຈາກ ການກໍ່ສ້າງ ສໍາເຣັດລົງ 100 ເປີເຊັນ ແລ້ວ ຕ້ອງຈ່າຍ ພາຍໃນ 60 ວັນ. ແຕ່ຣັຖບານ ເລືອກວິທີ ຈ່າຍຜ່ອນ ຍ້ອນບໍ່ມີ ງົບປະມານ. ອີງຕາມ ການບອກເລົ່າ ຂອງ ເຈົ້າໜ້າທີ່ ກະຊວງ ການເງິນ.
ນອກຈາກນີ້ ຢູ່ໃນ ໃບມອບສິດ ຂອງ ນາຍົກ ຣັຖມົນຕຣີ ກໍໄດ້ຣະບຸ ວ່າ ມອບໃຫ້ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນຜູ້ ກວດກາ ເຣື້ອງເຕັກນິກ ຮ່ວມກັບ ນະຄອນຫຼວງ ວຽງຈັນ, ແລະ ມອບໃຫ້ ກະຊວງ ແຜນການ ແລະ ການລົງທຶນ ຈັດເອົາ ໂຄງການ ດັ່ງກ່າວ ເຂົ້າແຜນ ບູຣິມະສິດ ຂອງ ຣັຖບານ ປະຈໍາ ສົກປີ 2016-17 ພ້ອມກັບ ກະຊວງ ການເງິນ.
ແລະ ນອກຈາກນີ້ ແຫລ່ງຂ່າວ ທີ່ໃກ້ຊິດ ກັບຄອບຄົວ ຂອງການນໍາ ທ່ານນຶ່ງ ກໍເວົ້າວ່າ ການທີ່ ທ່ານ ທອງສິງ ທໍາມະວົງ ຕ້ອງຟ້າວເຊັນ ອະນຸມັດ ໂຄງການ ດັ່ງກ່າວ ກໍຍ້ອນວ່າ ທ່ານ ຈະບໍ່ໄດ້ ຢູ່ ໃນຕໍາແໜ່ງ ອີກຕໍ່ໄປ ແລະທ່ານ ເດດສົງຄາມ ທໍາມະວົງ ຜູ້ເປັນລູກຊາຍ ຊຶ່ງເປັນ ຫົວໜ້າຜແນກ ໂຍທາທິການ ແລະຂົນສົ່ງ ນະຄອນຫຼວງ ວຽງຈັນ ທີ່ ຮັບຜິດຊອບ ໂຄງການ ດັ່ງກ່າວ ຈະ ຖືກຍ້າຍໄປ ໜ້າທີ່ອື່ນ ແລະ ຈະບໍ່ໄດ້ ຮັບຜິດຊອບ ໂຄງການ ກໍ່ສ້າງ ເສັ້ນທາງ ນະຄອນຫຼວງ ວຽງຈັນ ອີກຕໍ່ໄປ.