ຊາວບ້ານຈາກເຂື່ອນນໍ້າອູ 5 ລຳບາກ

ໄຊຍາ
2018.06.05
F-Nam-ou ຊາວບ້ານ ທີ່ອາສັຍ ສາຍນໍ້າອູ ຫຼໍ່ລ້ຽງຊີວິດ ປະຈໍາວັນ
Screen captured : http://documents.worldbank.org/curated/en/943151502977494355/pdf/118746-WP-Nam-Ou-Basin-Profile-English-language-PUBLIC.pdf

ປະຊາຊົນ 194 ຄອບຄົວ ປະມານ 1,200 ຄົນ ທີ່ໄດ້ຮັບຜົນກະທົບ ຈາກເຂື່ອນນໍ້າອູ 5 ຊຶ່ງຖືກຍົກຍ້າຍ ມາຢູ່ບ້ານຈັດສັນແສງດາວເຮືອງ ເມືອງສຳພັນ ແຂວງຜົ້ງສາລີ ເດືອດຮ້ອນ ຍ້ອນດິນທຳການຜລິດ ທີ່ຣັຖຈັດສັນໃຫ້ ຢູ່ຫ່າງໄກຈາກບ້ານຈັດສັນ 5 ກິໂລແມັດ ການເດີນທາງ ໄປ-ມາ ກໍຫຍຸ້ງຍາກ. ໃນເຣື່ອງນີ້ ເຈົ້າໜ້າທີ່ ເມືອງສຳພັນ ທ່ານນຶ່ງໄດ້ກ່າວວ່າ:

"ອັນບ່ອນທີ່ພັກອາສັຍຂອງຊາວບ້ານເນາະ ກໍ່ຍ້າຍໃໝ່ ຍ້າຍໄປໝົດຫັ້ນແຫຼະ ບ້ານເກົ່າຫັ້ນຖືກນໍ້າຖ້ວມ ຂະເຈົ້າໄປໂຮມຢູ່ບ່ອນນຶ່ງເປັນ 100 ກວ່າ 194 ຫຼັງຄາເຮືອນ ນັບແຕ່ໂຮມບ້ານໃໝ່ກໍຍາກຢູ່ ໄປທຳມາຫາກິນກໍໄກ ຈັດສັນກໍຈັດສັນໄກ ແລ້ວບາດນີ້ ຕະກີ້ຫັ້ນເຂົາຢູ່ 4 ບ້ານ ແລ້ວໄປໂຮມເປັນບ້ານດຽວ ດິນມັນກໍໄກ ບາດນີ້ເຂົາກໍບໍ່ຢາກໄປຫັ້ນນ່າ."

ເຈົ້າໜ້າທີ່ອະທິບາຍຕື່ມວ່າ ສຳລັບເຂື່ອນນໍ້າອູ 5 ນີ້ຄນະຈັດສັນເຂື່ອນ ໄດ້ຈັດສັນໃຫ້ຊາວບ້ານ ຮຽບຮ້ອຍຕັ່ງແຕ່ ປີ 2016 ແລ້ວມີໂຮງຮຽນ, ສຸຂສາລາ, ສ້າງເຮືອນ ແລະສິ່ງອຳນວຍຄວາມສະດວກຕ່າງໆໃຫ້ ແຕ່ຊາວບ້ານຍັງບໍ່ພໍໃຈ ໂດຍສະເພາະຫົນທາງ ຈາກບ້ານຈັດສັນ ໄປຫາ ເທສບານເມືອງ ຍັງເປັນທາງດິນແດງ ຍາມຝົນການເດີນທາງກໍລຳບາກ.

ອີກບັນນຶ່ງກໍເນື້ອທີ່ທຳການຜລິດ ທີ່ໄປຈັດສັນໃຫ້ຢູ່ເຂດບ້ານຜາແຕ້ມ ທີ່ຢູ່ຫ່າງໄກຈາກ ບ້ານຈັດສັນ 5 ຫຼັກ ເຮັດໃຫ້ການທຽວໄປ ເຮັດໄຮ່ ເຮັດນາ ຫຍຸ້ງຍາກ ຍ້ອນສ່ວນຫຼາຍ ປະຊາຊົນເຂດນີ້ ບໍ່ມີຣົດໃຫຍ່. ທຸກມຶ້ໄດ້ແຕ່ປຸກເຂົ້າ ປູກຜັກອ້ອມແອ້ມເຂດບ້ານ ຫຼື ຢູ່ຕາມທີ່ດິນບໍ່ມີ ເຈົ້າຂອງ.

ການຍ້າຍມາຢູ່ບ້ານຈັດສັນເຮັດໃຫ້ປະຊາຊົນ ທີ່ເຮັດໄຮ່ເຮັດນາເຮັດສວນ ລຳບາກຂຶ້ນ ແຕ່ສຳລັບຜູ້ທີ່ຫາປາ ໃນເຂດບ້ານຈັດສັນມີຢູ່ 50 ຄອບຄົວ ກໍມີຣາຍຮັບເພີ່ມຂຶ້ນ ເນື່ອງຈາກປາຫລາຍຂຶ້ນ ຫລັງຈາກມີການປ່ອຍປາລົງ ນໍ້າອູ ເມື່ອສອງປີກ່ອນ. ດັ່ງ ເຈົ້າໜ້າທີ່ກະສິກັມ ເມືອງສຳພັນ ກ່າວວ່າ:

"ຈະຫາປາໄດ້ຫຼາຍ ການຫາປານີ້ຈະມີຊາວປະມົງເນາະ ຊາວປະມົງຂາຍປາ ກໍສະດວກຂຶ້ນກວ່າເກົ່ານ້ອຍນຶ່ງເນາະ ເພາະວ່າ ແລ້ວເຂື່ອນ ມັນກໍສະດວກ ສະດວກຢູ່ ປາມັນກໍໄດ້ປາສົດໆເນາະ ບ້ານແສງດາວເຮືອງ ນັ້ນຫລາຍເຕີບເລີຍ ປາສົດໆ."

ເຂື່ອນ ນໍ້າອູ 5 ກໍ່ສ້າງສ້າງ ເມື່ອປີ 2011 ສຳເຣັດໃນປີ 2017 ລົງທຶນໂດຍບໍຣິສັດ ຊີໂນໄຮໂດຣຂອງຈີນ ເຂື່ອນດັ່ງກ່າວ ສນອງໄຟຟ້າ ໃນເຂດຫ່າງໄກສອກຫຼີກ ຂອງເມືອງສຳພັນ ແລະເມືອງອ້ອມຂ້າງ ໃນແຂວງຜົ້ງສາລີ. ໃນຂນະດຽວກັນ ເຈົ້າໜ້າທີ່ ບອກວ່າ ເຂື່ອນນີ້ໄດ້ ສ້າງຜົນກະທົບ ຕໍ່ສິ່ງແວດລ້ອມຫລາຍ ທັງດິນເຈື່ອນ ແລະໄຄຫີນກໍ່ຫຼຸດລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.