ນໍ້າຕານຮວງອັງຢາຍລາຍ ຂາຍ ບໍ່ອອກ
2013.11.25
ບໍຣິສັດຮວງອັງຢາຍລາຍຂອງວຽດນາມ ໄດ້ຕັ້ງໂຮງງານຜລີິິດນໍ້າຕານໃນລາວ ທີ່ແຂວງ ອັດຕະປື ໂດຍຈຸດປະສົງຈະສົ່ງນໍ້າຕານດິບປະມານ 30 ພັນຕັນໃນແຕ່ລະປີ ໄປກັ່ນທີ່ໂຮງງານນໍ້າຕານບຽນຮົວ ຜູ້ຮ່ວມລົງທຶນ ກ່ອນຈະສົ່ງຂ້າມແດນໄປຂາຍທີ່ຈີນ.
ສະມາຄົມຜລິດນໍ້າຕານແຫ່ງປະເທດວຽດນາມ ຖແລງວ່າປະເທດວຽດນາມ ມີນໍ້າຕານ ຄ້າງຄາຢູ່ຢ່າງຫລວງຫລາຍ ໃນການສົ່ງອອກໄປຂາຍ ຕ່າງປະເທດແຕ່ລະປີທີ່ບໍ່ສາມາດແຂ່ງຂັນກັບຣາຄາຕໍ່າໃນການສົ່ງອອກ ຂອງບໍຣິສັດ ທີ່ສົ່ງນໍ້າຕານມາຈາກໄທແລະລາວ ໃນເຂດຊາຍ ແດນ ທາງພາກຕາເວັນຕົກສ່ຽງໃຕ້ຂອງວຽດນາມ. ກຸ່ມດ່ັງກ່າວໄດ້ສົ່ງນໍ້າຕານ ໄປຂາຍໃຫ້ຈີນ ໃນຣາຄາຖືກໂດຍ ອາສັຍໂກຕາຂອງວຽດນາມ.
ທ່ານ ຫງຽນທັນລອງ ປະທານສະມາຄົມຜລິດນໍ້າຕານໃນວຽດນາມກ່າວວ່າ ຣັຖບານວຽດນາມ ບໍ່ສາມາດຄວບຄຸມການສົ່ງເຂົ້ານໍ້າຕານ ຈາກ ປະເທດ ເພື່ອນບ້ານ ໃນຣາຄາຖືກໄດ້ ເຮັດໃຫ້ຜູ້ຜລິດນໍ້ຕານ ໃນວຽດນາມ ບໍ່ສາມາດ ຂາຍຜົລຜລິດຂອງຕົນໄດ້ແລະວ່າ ໂຮງງານຜລິດນໍ້າ ຕານທ້ອງຖິ່ນບໍ່ສາມາດ ແຂ່ງຂັນກັບບໍຣິສັດ ຮວງອັງຢາຍລາຍ ທາງດ້ານຣາຄາໃນການສົ່ງອອກ ຍ້ອນວ່າ ບໍຣິສັດຮວງອັງຢາຍລາຍ ຜລິດ ນໍ້າຕານ ໃນຣາຄາຖືກກວ່າ ຈາກປະເທດ ເພື່ອນບ້ານ.