ຄ່າຊົດເຊີຍທີ່ດິນຖະໜົນ 4໌50 ປີ ຍັງຄ້າງຄາ

ສິດນີ
2017.01.15
f-450 ຖນົນ 450 ປີ ນະຄອນຫລວງ ວຽງຈັນ ທີ່ ພັທນາສ້າງສາ ສໍາເຣັດຮຽບຮ້ອຍ ໄປແລ້ວ
RFA

ປະຊາຊົນ ປູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ສ້າງຖນົນ 450 ປີ ທີ່ເມືອງ ຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ບາງຄົນ ຍັງບໍ່ຍອມ ຮັບເອົາ ຄ່າຊົດເຊີຍ ເປັນທີ່ດິນ ຈາກທາງການ ເທື່ອ. ເຖິງວ່າ ປັດຈຸບັນ ຂະເຈົ້າໄດ້ ໂຍກຍ້າຍ ໄປຢູ່ບ່ອນອື່ນ ແລ້ວກໍຕາມ. ເຈົ້າຫນ້າທີ່ ທ້ອງຖິ່ນ ທ່ານນຶ່ງ ເວົ້າວ່າ:

"ຕາມເຂດເມືອງຫາດຊາຍຟອງ ນີ້ຍັງຢູ່ 10 ປາຍຕອນ ໂຍກຍ້າຍແລ້ວ ແຕ່ຊາວບ້ານ ບໍ່ຍອມເອົາ ຄ່າຊົດເຊີຍ".

ທ່ານກ່າວຕື່ມວ່າ ສາເຫດທີ່ຊາວບ້ານ ບໍ່ຍອມຮັບເອົາ ຄ່າຊົດເຊີຍ ນັ້ນອາດເປັນ ເພາະວ່າ ຣາຄາ ທີ່ທາງການ ສເນີໃຫ້ ຊາວບ້ານນັ້ນ ຕ່ຳກວ່າ ຣາຄາປະເມີນ ທີ່ດິນ ຕົວຈິງ ຂະເຈົ້າ ຈະບໍ່ຍອມ ຮັບເງິນ ຈົນກວ່າ ຈະໄດ້ຣາຄາ ດັ່ງກ່າວ.

ໃນຂນະດຽວກັນ ປະຊາຊົນ ທີ່ບ້ານດົງໂພສີ ທ່ານນຶ່ງ ກໍເວົ້າວ່າ ໃນປັດຈຸບັນ ມີປະຊາຊົນ ຈຳນວນນຶ່ງ ທີ່ບ້ານ ດົງໂພສີ ກໍມີບັນຫາ ແບບດຽວກັນ ຂະເຈົ້າ ບໍ່ຍອມຮັບເອົາ ຄ່າຊົດເຊີຍ ທີ່ດິນ ທີ່ທາງການ ຍຶດໄປໃຫ້ ສຳປະທານ ໃນໂຄງການ ຕ່າງໆ ແຕ່ຖ້າຢາກ ຊື້ຄືນ ຣາຄາ ກໍສູງກວ່າເກົ່າ ຫຼາຍເທົ່າ:

"ດຽວນີ້ຄັນວ່າ ຢາກໄດ້ຄືນ ມີແຕ່ມາຊື້ຄືນ ທີ່ດິນເຈົ້າຂອງ ເນາະ ແຕ່ວ່າມີ ຣາຄາຕ່າງເນາະ ເພາະວ່າລັດ ໄດ້ສຳປະທານ ໄປຫມົດແລ້ວ".

ໃນປັດຈຸບັນ ດິນຂ້າງທາງ ຖນົນ 450 ປີ ທີ່ເປັນຂອງ ຊາວບ້ານນັ້ນ ຍັງບໍ່ຖືກ ພັທນາ ແລະ ສ້າງຕຶກອາຄານ ຕາມທີ່ ຣັຖບານຕັ້ງໃຈ ໄວ້ເທື່ອ ຍ້ອນວ່າ ບໍ່ມີນັກລົງທຶນ ສົນໃຈ ແລະ ຣັຖບານລາວ ກໍບໍ່ມີ ງົປມານ ໃນການສ້າງສາ ຮ່ວມທັງ ບັນຫາ ການຈ່າຍຄ່າ ຊົດເຊີຍ ໃຫ້ແກ່ຊາວບ້ານ ກໍຍັງບໍ່ທັນ ແລ້ວເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.