ຫຼາຍພາກສ່ວນ ສົ່ງເສີມໃຊ້ສິນຄ້າລາວ ຫຼຸດຜ່ອນນຳເຂົ້າ

0:00 / 0:00

ໃນໄລຍະ 2 ເດືອນຜ່ານມາ, ປະເທດລາວ ປະສົບບັນຫາສະພາບເງິນເຟີ້ ຢ່າງຮຸນແຮງ ເຮັດໃຫ້ຫຼາຍພາກສ່ວນ ພາກັນສົ່ງເສີມໃຫ້ຄົນລາວ ຊ່ອຍກັນໃຊ້ສິນຄ້າ ອຸປະໂພຄ-ບໍຣິໂພຄ ທີ່ຜລິຕພາຍໃນປະເທດລາວ ເພື່ອຫຼຸດການນຳເຂົ້າ ຈາກຕ່າງປະເທດ. ໃນຂະນະທີ່ ສິນຄ້າລາວສ່ວນຫຼາຍ ພັດມີລາຄາແພງ ແລະ ຄຸນນະພາບ ຍັງບໍ່ທັນດີ ສ່ຳສິນຄ້າຕ່າງປະເທດ. ດັ່ງຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 17 ມິຖຸນາ 2022 ນີ້ວ່າ:

“ລາຄາກະແພງ. ຄຸນນະພາບ, ເວົ້າເຣື່ອງການໃຊ້ ເຂົາເຈົ້າກໍບໍ່ນິຍົມ, ນິຍົມຂອງສິນຄ້າ ມາແຕ່ໄທຍຫຼາຍກວ່າ. ຜລິຕພັນຢູ່ລາວນີ້ ກໍມີໜ້ອຍ ລາຄາກໍຢູ່ລາວກໍແພງກວ່າ ຄົນຫາກບໍ່ນິຍົມໃຊ້, ຂອງລາວນີ້ນ່າ.”

ທາງດ້ານຄົນລາວ ອີກຈຳນວນຫຼາຍ ພັດນິຍົມໃຊ້ສິນຄ້າ ທີ່ນຳເຂົ້າມາຈາກຕ່າງປະເທດ ຍ້ອນມີຄວາມຫຼາກຫຼາຍ ແລະ ຫາຊື້ໄດ້ງ່າຍ ຈຶ່ງເຮັດໃຫ້ສິນຄ້າ ໃນທ້ອງຕລາດ ພາຍໃນປະເທດລາວ ເປັນສິນນຳເຂົ້າຈາກໄທຍ ເປັນສ່ວນຫຼາຍ ແລະ ມີສິນຄ້ານຳເຂົ້າ ຈາກຈີນຈຳນວນບໍ່ໜ້ອຍເຊັ່ນກັນ. ໃນຂະນະທີ່ ສິນຄ້າທີ່ຜລິຕ ພາຍໃນປະເທດລາວ ພັດມີຈຳນວນໜ້ອຍ ແລະ ມີພຽງສິນຄ້າ ບາງປະເພດເທົ່ານັ້ນ. ດັ່ງຊາວນະຄອນໄກສອນພົມວິຫານ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຂອງໄທຍນ່າ ເຂົານິຍົມຫຼາຍ. ມັນຫຼາຍຢ່າງນ່າ ປະເພດເຄື່ອງບໍຣິໂພຄນີ້ ປະເພດຫົວອາຫານ ເຂົາກໍນິຍົມ ຫົວອາຫານນີ້ນ່າ. ບາງຢ່າງກະຂອງລາວກະມີ, ບາງຢ່າງກະບໍ່ມີ, ຈັ່ງຊີ້ນ່າ. ຄືນົມຈັ່ງຊີ້ ນົມອັນເປັນນົມເດັກແຣກເກີດນີ້ນ່າ ຂອງລາວມັນບໍ່ມີ.”

ຜູ້ປະກອບການ ຮ້ານຂາຍເຄື່ອງຍ່ອຍ ແລະ ເຄື່ອງໃຊ້ທົ່ວໄປ ຫຼາຍຮ້ານ ໄດ້ເຣີ່ມສນັບສນູນ ໃຫ້ຄົນລາວ ຫັນປ່ຽນມານຳໃຊ້ສິນຄ້າ ອຸປະໂພຄ-ບໍຣິໂພຄ ໃນຊີວິຕປະຈຳວັນ ທີ່ຜລິຕຢູ່ພາຍໃນປະເທດລາວ ແລະ ຊື້-ຂາຍສິນຄ້າ ດ້ວຍເງິນກີບ ເພື່ອເປັນສ່ວນນຶ່ງ ໃນການຊ່ອຍຫຼຸດຜ່ອນ ບັນຫາສະພາບເງິນເຟີ້ ພາຍໃນປະເທດ. ແຕ່ຢ່າງໃດກໍຕາມ, ສິນຄ້າລາວ ພັດຍັງຊອກຫາຊື້ໄດ້ຍາກ ແລະ ຍັງບໍ່ທັນມີຄຸນນະພາບດີ ສ່ຳສິນຄ້າຕ່າງປະເທດເທື່ອ. ດັ່ງເຈົ້າຂອງຮ້ານຂາຍເຄື່ອງຍ່ອຍ ເຄື່ອງທົ່ວໄປ ຢູ່ເມືອງຊຳເໜືອ ແຂວງຫົວພັນ ນາງນຶ່ງ ກ່າວວ່າ:

“ສິນຄ້ານີ້ ກໍໃຊ້ໄປໃຊ້ມາຊີ້ແຫຼະ ຕົວລາວກໍໃຊ້, ຕົວໄທຍກໍໃຊ້. ບໍ່, ກໍບໍ່ຫຼາຍ ຫາກວ່າໄລຍະນີ້ ເງິນມັນຈະຕົກເນາະ ເງິນລາວເນາະ. ທຽບເຣື່ອງຄຸນນະພາບ ກໍຍັງບໍ່ທັນສູ້ຂອງໄທຍເນາະ. ຂອງໄທຍ ກໍຍັງຄຸນນະພາບດີກວ່າໜ້ອຍນຶ່ງ ສ່ວນຫຼາຍກໍໄລຍະນີ້ ກໍຍັງມີສິນຄ້າ ຂອງໄທຍ ກໍຫຼາຍ, ຂອງວຽດກໍມີ ຂອງວຽດກໍມີຫຼາຍ.”

ທີ່ຜ່ານມາ, ຜູ້ປະກອບການຣາຍຍ່ອຍ ຊາວລາວ ຈຳນວນນຶ່ງ ທີ່ຜລິຕສິນຄ້າ ບາງປະເພດ ເພື່ອຊາຍພາຍໃນປະເທດນັ້ນ ພວກເຂົາເຈົ້າ ພັດຕ້ອງໂຄສະນາ ຂາຍສິນຄ້າ ແລະ ຕິດຕໍ່ກັບລູກຄ້າ ດ້ວຍໂຕເອງ, ໂດຍບໍ່ທັນໄດ້ຮັບ ການຊ່ອຍເຫຼືອແນວໃດ ຈາກທາງການລາວເທື່ອ. ດັ່ງເຈົ້າຂອງ ຜລິຕພັນນ້ຳຢາຊັກຜ້າ ນາງນຶ່ງ ກ່າວວ່າ:

“ເຮົາຈຳໜ່າຍໝົດນ່າ ທົ່ວປະເທດນີ້ນ່າ. ລົງຫາລູກຄ້າໂຕຈິງເລີຍ ບໍ່ໄດ້ຂາຍອອນລາຍນ໌. ບໍ່, ບໍ່ໄດ້ຝາກ ມີແຕ່ໄປເລາະຂາຍເລີຍ ແລ້ວແຕ່ລູກຄ້າໂທມາສັ່ງ ແລ້ວຈຸເອື້ອຍກໍໄປສົ່ງ ມີແຕ່ໄປເລາະຂາຍຢ່າງດຽວ ຄັນລູກຄ້າໂທມາສັ່ງໃນຫ້ອງການ ກະຈຸເອື້ອຍເປີດບິນແລ້ວ ກໍໄປສົ່ງຕາມບິນເລີຍ. ເກີບເງິນພ້ອມເລີຍ. ບໍ່, ຍັງບໍ່ໄດ້ວາງ.”

ປັດຈຸບັນ, ສິນຄ້າທີ່ຜລິຕ ພາຍໃນປະເທດລາວ ຈຳນວນນຶ່ງ ດຳເນີນການໂດຍຄົນລາວ ທີ່ຮ່ວມຫຸ້ນກັບຄົນຕ່າງປະເທດ ເປັນຕົ້ນ ຄົນຈີນ, ຄົນວຽດນາມ ແລະ ຄົນໄທຍ ແລະ ເຖິງແມ່ນວ່າ ສິນຄ້າດັ່ງກ່າວນີ້ ຈະສາມາດຂາຍໄດ້ ຢູ່ຕາມທ້ອງຕລາດທົ່ວໄປ, ແຕ່ເຖິງຢ່າງໃດກໍຕາມ ລາຍໄດ້ຈາກການຂາຍສິນຄ້າ ຈຳນວນກາຍເຄິ່ງ ພັດເປັນຂອງນັກລົງທຶນ ຊາວຕ່າງປະເທດ. ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະ ການຄ້າ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ກ່າວວ່າ:

“ສິນຄ້າທີ່ຜລິຕນີ້ກະ ບໍ່ແມ່ນບໍຣິສັດ ຄົນລາວເຮັດໂດຍຕຣົງເນາະ, ອາຈເປັນນາຍທຶນຈາກໄທຍ, ຈາກຈີນ, ຈາກວຽດນາມ ແມ່ນຊິມາເປັນຜູ້ລົງທຶນ ມາເປັນຫຸ້ນສ່ວນເນາະ ຫຼືວ່າ 60/40 ຫຼືວ່າ 50/50, ຈັ່ງຊີ້ນ່າ. ດຽວນີ້, ຣັຖບານ ເພິ່ນກໍຫັນມາຊົມໃຊ້ແລ້ວ. ແມ່ນໆ ເພາະວ່າມັນເວົ້າເຣື່ອງ ອັດຕຣາແລກປ່ຽນເງິນ ມັນສູງເນາະ.”

ທ່ານກ່າວມ້ວນທ້າຍວ່າ ເຖິງແມ່ນວ່າ ຊາວກະສິກອນລາວ ຈະສາມາດຜລິຕສິນຄ້າ ດ້ານການກະເສຕ ໄດ້ຫຼາຍປະເພດ ແລະ ພຽງພໍ ກັບຄວາມຕ້ອງການ ຂອງຕລາດພາຍໃນ,​ ແຕ່ຢ່າງໃດກໍຕາມ ຄົນລາວຈຳນວນນຶ່ງ ພັດຍັງມີຄ່ານິຍົມ ໃນການບໍຣິໂພຄ ຫຼືຊື້ສິນຄ້າ ດ້ານການກະເສຕ ທີ່ນຳເຂົ້າຈາກຕ່າງປະເທດ ເປັນຕົ້ນ ການນຳເຂົ້າ ຈາກປະເທດໄທຍ,​ ວຽດນາມ ແລະ ຈີນ ຫຼາຍກວ່າການຊົມໃຊ້ສິນຄ້າ ດ້ານການກະເສຕ ພາຍໃນປະເທດ ຍ້ອນມີຄວາມເຊື່ອໝັ້ນວ່າ ສິນຄ້າຈາກຕ່າງປະເທດ ມີຄຸນນະພາບ ດີກ່ອນສິນຄ້າ ພາຍໃນປະເທດ.