ບັນຫາຄວາມໂປ່ງໃສ ໃນການຈຳໜ່າຍ ພັນທະບັດ ຢູ່ສວັນນະເຂດ

ຄວາມບໍ່ໂປ່ງໃສ ໃນການເປິດຈຳໝ່າຍ ພັນທະບັດ ຂອງທະນາຄານແຫ່ງນຶ່ງ ຢູ່ແຂວງສວັນນະເຂດ ເພາະຜູ້ຈອງຄີວຄົນທີ່ 1 ກັບບໍ່ສາມາດຊື້ໄດ້, ເຈົ້າໜ້າທີ່ທະນາຄານແຫ່ງນີ້ ອ້າງວ່າ ພັນທະບັດໝົດ ຂະນະທີ່ ຜູ້ເຂົ້າຄີວລໍຖ້າຊື້ ຄາໃຈວ່າ ມື້ທຳອິດ, ຜູ້ລໍຄີວຄົນທຳອິດ ພັນທະບັດ ຄືຂາຍໝົດກ່ອນ.

ທະນາຄານ ການຄ້າຕ່າງປະເທດ ສຳນັກງານໃຫຍ່ ສາຂານະຄອນຫຼວງວຽງຈັນ. ເດືອນພຶສພາ ປີ 2022. ຮູບພາບຈາກ: ນັກຂ່າວພົນລະເມືອງ

ຣັຖບານລາວ ເປິດຂາຍພັນທະບັດ ຈໍານວນ 1,000 ຕື້ ໃນຄັ້ງທີ່ 3 ໂດຍຄັ້ງນີ້ ເຣິ່ມຂາຍໃນວັນທີ 28 ກຸມພາ 2023 ເປັນຕົ້ນໄປ, ແຕ່ກັບເປັນເຣື່ອງ ທີ່ຊາວລາວຫລາຍຄົນ ຕັ້ງຂໍ້ສັງເກດວ່າ ການເປີດຂາຍພັນທະບັດ ຂອງຣັຖບານ ບໍ່ມີຄວາມໂປ່ງໃສ ໂດຍສະເພາະໃນເຂດ ແຂວງສວັນນະເຂດ ຜູ້ຕ້ອງການຊື້ພັນທະບັດ ທ່ານນຶງ ໄດ້ໄປຕໍ່ຄີວ ເພື່ອຊື້ພັນທະບັດ ກັບທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງ ສວັນນະເຂດ ຕັ້ງແຕ່ 7:30 ໂມງເຊົ້າ ແຕ່ທະນາຄານບອກວ່າ ເປິດຂາຍໃນເວລາ 8:30 ຕອນເຊົ້າ ໂດຍຜູ້ຕ້ອງການຊື້ ພັນທະບັດ ທ່ານດັ່ງກ່າວ ກໍລໍຖ້າ ແລະໄດ້ຄີວຄົນທີ່ 1 ແຕ່ເມື່ອເຖິງເວລາເປິດ 8:30 ໂມງເຊົ້າ ເຈົ້າໜ້າທີ່ ທະນາຄານກັບບອກວ່າ ພັນທະບັດໝົດແລ້ວ ບໍ່ມີຂາຍ ເຊິ່ງຜູ້ຕ້ອງການຊື້ພັນທະບັດ ຈຶ່ງສັບສົນວ່າ ໄປຂາຍໝົດຕັ້ງແຕ່ຕອນໃດ ເພາະວ່າ ໃນວັນທີ 27 ກຸມພາ 2023 ຜູ້ຕ້ອງການຊື້ພັນທະບັດດັ່ງກ່າວ ຈະໄປຈອງກ່ອນ ເຈົ້າໜ້າທີ່ບອກວ່າ ບໍ່ສາມາດຈອງໄດ້ ຕ້ອງມາຊື້ ໃນເມື່ອທີ່ເປີດຂາຍ ເຊິ່ງສ້າງຄວາມສັບສົນ ໃຫ້ຜູ້ຕ້ອງການຊື້ພັນທະບັດ ລະຫລາຍຄົນ ກໍຢາກໃຫ້ເຈົ້າໜ້າທີ່ ທະນາຄານ ດັ່ງກ່າວ ອອກມາຊີ້ແຈງ ເຖິງຄວາມໂປ່ງໃສ. 

ດັ່ງ ຊາວລາວ ໃນແຂວງ ສວັນນະເຂດ ຜູ້ທີ່ໄດ້ຄີວທີ 1 ໄດ້ກ່າວໃນວັນທີ 28 ກຸມພາ ວ່າ: 

“ຈາກນີ້ ຂ້າພະເຈົ້ານີ້ ກໍເຂົ້າມາເປັນຄີວທີ 1 ເນາະ ນັ່ງຖ້າ ທະນາຄານຕັ້ງແຕ່ 7:30 ເພິ່ນວ່າ, ເພິ່ນຈະຂາຍແມ່ນວ່າ 8:30 ເນາະ ການຄ້າຕ່າງປະເທດ ສາຂາໃຫຍ່ ແຂວງສວັນນະເຂດ. 8:30 ປັ້ບ, ທາງທະນາຄານນີ້ຕອບວ່າ ພັນທະບັດຂາຍໝົດແລ້ວ ວ່າຊັ້ນ ຂະນາດສາຂາໃຫຍ່ນີ້ ອັນເປິດ ມາຍັງວ່າຄີວທີ່ 1 ໝົດແລ້ວ ມັນຊິສົມຄວນບໍ່ ສົມສາເຫດບໍ່ ໃຫ້ເອົາໄປ ພິຈາຣະນາແດ່ເດີ້.”

ຂະນະທີ່ຊາວລາວ ໃນແຂວງສວັນນະເຂດ ທ່ານນຶ່ງ ກໍກ່າວວ່າ ພໍ່ຂອງທ່ານເອງ ບໍ່ສາມາດຊື້ໄດ້ເຊັ່ນກັນ. ທ່ານອຸດສາໄປຖອນເງິນ ຖອນຄໍາ ໄປແລກປ່ຽນເປັນເງິນ ເພື່ອຈະມາຊື້ພັນທະບັດ ແຕ່ເຈົ້າໜ້າທີ່ທະນາຄານບອກວ່າ ພັນທະບັດໝົດ ເຊິ່ງທ່ານເອງກໍໄປແຕ່ເຊົ້າເຊັ່ນກັນ ເຊິ່ງກໍຮູ້ສືກວ່າເສັຍເວລາ ແລະ ຫລຸດທຶນອີກນໍາດ້ວຍ ເພາະຕ້ອງຂາຍຄໍາ ເອົາເງິນໄປຊື້ພັນທະບັດ ແຕ່ບໍ່ສາມາດຊື້ໄດ້ ແລະທ່ານເອງ ກໍບໍ່ເຂົ້າໃຈວ່າ ເພິ່ງເປິດຂາຍວັນທໍາອິດ ແລະຄົນໄປລໍແຕ່ເຊົ້າ ຄີວທີ່ 1 ຍັງຊື້ບໍ່ໄດ້ ໝາຍຄວາມວ່າແນວໃດ ເຈົ້າໜ້າທີ່ທະນາຄານດັ່ງກ່າວ ຄວນອອກມາຊີ້ແຈງ. 

“ຖອນເງິນ ຖອນຄໍາ ໄປແລກເງິນ ຈົນຫລຸດທຶນຄ່າແລກປ່ຽນ ເພິ່ນແຈ້ງວ່າ ເພິ່ນເປີດມື້ນັ້ນເນາະ ແລ້ວເພິ່ນບອກວ່າ ມື້ອື່ນເດີ້ ພັດຮອດມາມື້ອື່ນ ກະໄປຖ້າເພິ່ນແຕ່ເຊົ້າໆ ຊື້ບໍ່ໄດ້ເລີຍ ປະກາດຂາຍ ແຕ່ວ່າບໍ່ມີຜູ້ໃດຊື້ທັນ ບໍ່ມີໃຜຊື້ໄດ້ ບໍ່ຮູ້ວ່າໝົດໄດ້ແນວໃດ ເສັຍເວລາເລີຍແຫລະ ໄປແລກປ່ຽນເງິນຫລຸດທຶນອີກແລ້ວ ແບກເງິນກັບບ້ານຕື່ມ ອອກມາຊີ້ແຈງແດ່ ເປັນແນວໃດເນາະ.   

ນອກຈາກນີ້ ບໍ່ແມ່ນແຕ່ແຂວງສວັນນະເຂດ ທີ່ຊາວລາວບໍ່ສາມາດຊື້ ພັນທະບັດໄດ້ ຍັງມີ ນະຄອນຫລວງວຽງຈັນ, ແຂວງຫລວງນ້ໍາທາ, ແຂວງຊຽງຂວາງ, ແຂວງເຊກອງ ແລະແຂວງຄໍາມ່ວນ ກໍບໍ່ສາມາດຊື້ພັນທະບັດໄດ້ເຊັ່ນກັນ ເຈົ້າໜ້າທີ່ກໍບອກວ່າ ພັນທະບັດໝົດ ດັ່ງ ຊາວລາວ ໃນແຂວງຄໍາມ່ວນ ທ່ານນຶ່ງ ກ່າວວ່າ ແຂວງຄໍາມ່ວນກໍເປັນເຊັ່ນກັນ ບໍ່ສາມາດຊື້ ພັນທະບັດໄດ້ ສ່ວນ ກໍຣະນີ ຜູ້ຕ້ອງການຊື້ພັນທະບັດ ໃນແຂວງສວັນນະເຂດ ໄດ້ ໂພສຕ໌ວິດີໂອ ລົງຊື່ ອອນລາຍນ໌ ເຖິງຄວາມບໍ່ໂປ່ງໃສ ຂອງເຈົ້າໜ້າທີ່ ທະນາຄານ ແຫ່ງນຶ່ງຢູ່ແຂວງສວັນນະເຂດ ລາວເອງ ກໍຮູ້ສືກສັບສົນ ວ່າເຈົ້າໜ້າທີ່ ໄປຂາຍຕອນໃດໝົດ ທັງທີ່ເປີດວັນທີ 28 ກຸມພາ ເປັນມື້ທໍາອິດ ແລະຄົນໄປຊື້ເປັນຄີວທີ 1 ຫລື ວ່າ ອາຈມີຄົນຮູ້ຈັກກັນ ຈອງກັບເຈົ້າໜ້າທີ່ ທະນາຄານໄວ້. 

“ແມ່ນຄໍາມ່ວນກໍໝົດແລ້ວ ມື້ວານນີ້ ຜູ້ທໍາອິດກໍຍັງໝົດ ເອອ ກໍຄິດແນວນຶ່ງຫັ້ນແລ້ວ ອາຈຈະມີຜູ້ຮູ້ຈັກຫັ້ນແຫລະ ກະເສັຍຄວາມຮູ້ສືກ ຄີວທໍາອິດນີ້ ກະງົງ ແລ້ວ ຫາກວ່າເປິດໄປ ຄີວທໍາອິດກໍວ່າໝົດ ກໍບໍ່ເໝາະສົມປານໃດ.”

ຕໍ່ເຫດການດັ່ງກ່າວນີ້ ຊາວລາວ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ກ່ຽວກັບເຣຶ່ອງດັ່ງກ່າວນີ້ ກໍຮູ້ສືກສັບສົນ ຄືກັນ ເພາະທາງຣັຖບານ ແຈ້ງແລ້ວ ວ່າເປີດຂາຍວັນທີ 28 ກຸມພາ 2023 ເປັນມື້ທໍາອິດ ແຕ່ຫລາຍຄົນ ກັບບໍ່ສາມາດຊື້ພັນທະບັດໄດ້ ໂດຍສະເພາະ ຄົນຢູ່ແຂວງສວັນນະເຂດ ທີ່ເຂົາເຈົ້າໄດ້ຄີວທີ 1 ຂອງມື້ທໍາອິດນໍາດ້ວຍ ກັບບໍ່ສາມາດຊື້ພັນທະບັດໄດ້ ນັ້ນກໍບໍ່ເຂົ້າໃຈ ຖ້າເປັນໂຕເອງ ທີ່ຕັ້ງໃຈໄປຊື້ພັນທະບັດ ກໍຮູ້ສືກເສັຍໃຈເຊັ່ນກັນ ຄິດເຖິງຄວາມບໍ່ໂປ່ງໃສ ຂອງເຈົ້າໜ້າທີ່ທັນທີ ວ່າ ໄປຂາຍຕອນໃດຈຶ່ງ ໝົດ. 

“ຖ້າເປັນຄວາມຄິດເຮົາ ເຮົາໄປຊື້ແລ້ວບໍ່ໄດ້ ກະເສັຍໃຈ ລະເນາະ ຄົນຕັ້ງໃຈໄປຊື້ເນາະ ເອົ້າມັນໂປ່ງໃສທັງທີ ໄປຊື້ແຕ່ເຊົ້າ ແລ້ວເອົ້າ ຄືວ່າບໍ່ມີແລ້ວປະກາດຂາຍ ຜູ້ໃດໄປຊື້ ພັນທະບັດກ່ອນ ມັນຄືບໍ່ມີຫັ້ນນ່າ.”     

ກ່ຽວກັບເຣຶ່ອງດັ່ງກ່າວນີ້ ທາງວິທຍຸເອເຊັຍເສຣີ ພະຍາຍາມໂທໄປຫາ ເຈົ້າໜ້າທີ່ ທະນາຄານການຕ່າງປະເທດລາວ ມະຫາຊົນ ໃນແຂວງສວັນນະເຂດ ກໍບໍ່ສາມາດຕິດຕໍ່ໄດ້ ຢ່າງໃດກໍຕາມ ເຈົ້າໜ້າທີ່ ທະນາຄານແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ກໍກ່າວວ່າ ຖ້າຢູ່ໃນນະຄອນຫລວງວຽງຈັນ ໃນວັນທີ 28 ກຸມພາ 2023 ທີ່ເປິດຂາຍມື້ທໍາອິດ. 

ທະນາຄານທີ່ຂາຍພັນທະບັດ ກໍໝົດໄວເຊັ່ນກັນ ແຕ່ຈະໝົດຕອນໄລຍະເວລາ ສວາຍແລ້ວ ສ່ວນກໍຣະນີ ທີ່ຊາວລາວທີ່ຕ້ອງການຊື້ ພັນທະບັດ ຢູ່ໃນແຂວງສວັນນະເຂດ ກັບທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ນັ້ນ ແລ້ວໄດ້ຄີວທີ່ 1 ແຕ່ ທະນາຄານແຈ້ງວ່າໝົດ ກໍບໍ່ເຂົ້າໃຈເຊັ່ນກັນ ແຕ່ຄິດວ່າ ທາງທະນາຄານເຂົາເຈົ້າໜ້າ ອາດຈະຂາຍໝົດໄວຢູ່ແລ້ວ ເພາະ ຖານລູກຄ້າ ທະນາຄານ ດັ່ງກ່າວມີຫລາຍ ເຊິ່ງກໍມີຫລາຍຄົນ ບໍ່ສາມາດຊື້ໄດ້ເຊັ່ນກັນ, ດັ່ງ ທ່ານກ່າວວ່າ: 

“ໂຕທີ່ເປັນມາເທື່ອແລກຫັ້ນ ຕາມທີ່ເອົາເຫັນຢູ່ໂຊຊ່ຽນ ທະນາຄານການຄ້າເດີ້ ເພິ່ນໜ້າຈະໝົດໄວກ່ວານະ ເພາະວ່າພື້ນຖານ ລູກຄ້າເພິ່ນກໍຫລາຍ ເພິ່ນກໍຊື້ບໍ່ໄດ້ຫລາຍຄົນ ໝົດແລ້ວ ເພາະວ່າລູກຄ້າຫລາຍ.”

ອີງຕາມການແຈ້ງການ ຂອງທະນາຄານແຫ່ງ ສປປ ລາວ ໄດ້ມີການສືບຕໍ່ຈໍາໜ່າຍພັນທະບັດ ທຫລ ສະກຸລເງິນກີບ ເທື່ອ ທີ 3 ຈໍານວນເງິນ 1,000 ຕື້ກີບ ອາຍຸພັນທະບັດໄດ້ 6 ເດືອນ ເຊິ່ງດອກເບັ້ຍກໍຈະໄດ້ 7.5% ໂດຍຈໍາໜ່າຍຜ່ານ ທະນາຄານທຸຣກິຈ 7 ແຫ່ງ ຄື ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ 2, ທະນາຄານພັທນາລາວ ຈໍາກັດ, ທະນາຄານຮ່ວມພັທນາ, ທະນາຄານ ອຸດສາຫະກັມ ແລະ ການຄ້າຈີນ ຈຳກັດ ສາຂາ ນະຄອນຫລວງວຽງຈັນ (ໄອຊີບີຊີ) ແລະ ທະນາຄານ ບີໄອຊີ ລາວ ຈໍາກັດ

ກ່ອນໜ້ານີ້ ວັນທີ 15 ມີຖຸນາ 2022 ທະນາຄານແຫ່ງ ສປປ ລາວ ໄດ້ເປິດຈໍາໜ່າຍ ພັນທະບັດ ສະກຸນເງິນກີບ ເທື່ອທີ 1 ເປັນຈໍານວນເງິນ 5,000 ຕື້ກີບ ເພື່ອປະກອບສ່ວນ ເຂົ້າໃນການຮັກສາ ສະຖຽນລະພາບ ທາງດ້ານການເງິນ ແລະ ແກ້ໄຂບັນຫາ ການຂາດແຄນເງິນຕຣາ ລະຫວ່າງປະເທດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org