ລາວຕຣຽມ ປັບຂຶ້ນ ເງິນເດືອນ ຣັຖກອນ ຄັ້ງໃໝ່

0:00 / 0:00

ກະຊວງການເງິນລາວ ໄດ້ອອກຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດງົບປະມານແຫ່ງ ຣັຖ ປະຈໍາປີ 2022 ເລກທີ 5880/ກງ ລົງວັນທີ 22 ພຶສພາ 2021 ຊຶ່ງມີເນື້ອໃນຕອນນຶ່ງວ່າ ຂໍໃຫ້ມີການປັບຂຶ້ນເງິນເດືອນຣັຖກອນ, ທະຫານ, ຕໍາຣວດ ແລະ ພະນັກງານບໍານານ 150 ກີບຕໍ່ດັດສະນີ ຄືເພິ່ມຂຶ້ນຈາກດັດສະນີເກົ່າ 7,200 ກີບເປັນ 7,350 ກີບ ເຊັ່ນຕົວຢ່າງ ພະນັກງານ-ຣັຖກອນຊັ້ນ 1 ມີຂັ້ນເງິນເດືອນລະດັບ 1, ມີດັດສະນີເງິນ ເດືອນຢູ່ທີ່ 156 ຈະໄດ້ຮັບເງິນ ເດືອນປະມານ 1,123,000 ກີບຕໍ່ເດືອນ; ພະນັກງານ-ຣັຖກອນຊັ້ນ 5, ມີຂັ້ນເງິນເດືອນລະດັບ 25, ມີດັດສະນີເງິນເດືອນຢູ່ທີ່ 859 ຈະໄດ້ຮັບເງິນເດືອນປະມານ 6,184,800 ກີບຕໍ່ເດືອນ.

ຄໍາແນະນໍາທີ່ວ່ານີ້ອອກມາ ພາຍຫລັງທີ່ມີການສໍາຣວດພົບວ່າ ຄ່າຄອງຊີບພາຍໃນປະເທດສູງຂຶ້ນ ເຮັດໃຫ້ເງິນເດືອນ ທີ່ພະນັກງານ-ຣັຖກອນໄດ້ຮັບບໍ່ພຽງພໍສໍາລັບເບິ່ງແຍງຄອບຄົວ. ຣັຖກອນຊັ້ນຜູ້ນ້ອຍ ທີ່ມີເງິນເດືອນປະມານ 1,570,000 ກີບ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 10 ມົກກະຣານີ້ວ່າ:

" ເນື້ອ ພືດພັນທັນຢາຫານ ນໍ້າມັນຣົຖກໍມີການປັບຣາຄາຂຶ້ນ ສະນັ້ນເງິນເດືອນກໍອາຈບໍ່ພຽງພໍ ສໍາລັບການໃຊ້ຈ່າຍໃນຊີວິດປະຈໍາວັນ ກໍສະເລັ່ຽແລ້ວນໍ໋ວ່າ ຄອບຄົວໃຫຍ່ ຄອບຄົວນ້ອຍເນາະ ເຊັ່ນວ່າຄອບຄົວຄືຂ້າພະເຈົ້າເອງນີ້ ກໍສະເລັ່ຽມື້ນຶ່ງນີ້ ກໍປະມານ 50 ພັນກີຍເນາະ ຊື້ເຂົ້າປາອາຫານ ຮວມທັງອິຫຍັງ ການເດີນືາງໄປເຮັດວຽກ ນໍ້າມັນສະເລັ່ຽໄດ້ປະມານສໍ່ານັ້ນ. "

ໃນຂະນະດຽວກັນ ຣັຖກອນຜູ້ນຶ່ງ ທີ່ບໍ່ປະສົງອອກຊື່ແລະສຽງກໍເວົ້າວ່າ "ສໍາລັບເງິນເດືອນທີ່ໄດ້ຮັບປະມານ 1,500,000 ກີບນັ້ນ ຂະເຈົ້ານໍາມາໃຊ້ຈ່າຍຄ່າກິນຢູ່ໃນຊີວິດປະຈໍາວັນສະ ເພາະໂຕເອງ ຄິດສເລັ່ຍຕົກມື້ລະປະມານ 60,000 ກີບ ແລະຄ່ານໍ້າມັນຣັຖຈັກສໍາລັບຂີ່ໄປສົ່ງລູກໄປໂຮງຮຽນ ແລະໄປເຮັດວຽກອີກປະມານ 120,000 ກີບຕໍ່ເດືອນ, ລວມແລ້ວ ຄ່າໃຊ້ຈ່າຍຂັ້ນພື້ນຖານຈະຕົກຢູ່ເກືອບ 2,000,000 ກີບຕໍ່ເດືອນ ໂດຍທີ່ບໍ່ລວມຄ່າໃຊ້ຈ່າຍສຸກເສີນຕ່າງໆແລະຄ່າເຄື່ອງໃຊ້ສ່ວນຕົວເຂົ້ານໍາ.ແຕ່ສໍາລັບພະນັກງານ-ຣັຖກອນທີ່ມີລູກຫລາຍ ຄົນ ກໍມີຄ່າໃຊ້ຈ່າຍເປັນທະວີຄູນ"

ດັ່ງນັ້ນ ພະນັກງານ-ຣັຖກອນຊັ້ນຜູ້ເນ້ອຍ ຈຶ່ງຢາກໃຫ້ທາງການລາວ ພິຈາລະນາປັບຂຶ້ນເງິນເດືອນໃຫ້ພວກເຂົາເຈົ້າ ຍ້ອນເງິນເດືອນໜ້ອຍ ບໍ່ຢູ່ກຸ້ມຢູ່ບໍ່ກຸ້ມກິນ, ຕ້ອງໄດ້ຫາອາຊີບຫລືເຮັດທຸຣະກິຈເສີມ.

ດັ່ງຣັຖກອນ ທີ່ມີເງິນເດືອນພື້ນຖານປະມານ 1,500,000 ກີບ ອີກຜູ້ນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ:

" ຕ້ອງໄດ້ມີອາຊີບເສີມ ສ່ວນຫລາຍກໍອີງໃສ່ບົນພື້ນຖານ ຄວາມສາມາດຂອງຄອບຄົວເນາະ ບາງຄອບຄົວຂະເຈົ້າກໍມີທຸຣະກິຈເສີມ ກໍເປັນເຣື່ອງການຂາຍເຄື່ອງຍ່ອຍທົ່ວໄປ ບາງຄອບຄົວກໍເຮັດທຸຣະກິຈເປັນຂອງຕົນເອງ ບາງຄັ້ງກໍເລີກເວນ ເລີກງານແລ້ວ ກໍເຈົ້າກໍມາ ໄປເຮັດເຂົ້າໜົມຂາຍບໍ່ ໄປລ້ຽງເປັດລ້ຽງໄກ່. "

ນັບຕັ້ງແຕ່ຄໍາແນະນໍາຂອງກະຊວງການເງິນລາວອອກມາ ພະນັກງານ-ຣັຖກອນຈໍານວນນຶ່ງກໍດີໃຈ ຍ້ອນເງິນເດືອນຂອງພວກຕົນບໍ່ໄດ້ຂຶ້ນມາດົນແລ້ວ ແຕ່ຄ່າຄອງຊີບ ທັງຄ່າອາຫານ ແລະຄ່າເຊົ່າຫ້ອງພັກ ກໍຖີບຕົວສູງຂຶ້ນນໍາເລື້ອຍໆ.

ດັ່ງຣັຖກອນທີ່ມີເງິນເດືອນປະມານ 1,620,000 ກີບ ຢູ່ເມືອງໄຊເສດຖາ ນະຄອນຫລວງວຽງຈັນກ່າວຕໍ່ວິທຍຸເອເຊັຍເສຣີໃນ ມື້ວັນທີ 10 ມົກກະຣານີ້ວ່າ:

" ກໍຄັນທີ່ວ່າຈະໃຫ້ພຽງພໍເນາະ ມັນກໍບໍ່ພຽງພໍ ກໍຂຶ້ນຢູ່ກັບຄອບຄົວສ່ວນບຸກຄົນເນາະ. ແຕ່ວ່າສໍາລັບຄົນທີ່ວ່າ ມີພື້ນຖານດີໜ້ອຍນຶ່ງ ກໍຖືວ່າບໍ່ມີບັນຫາເນາະ ເຣື່ອງເງິນເດືອນ. "

ພະນັກງານ-ຣັຖກອນແຕ່ລະຄົນ ຈະໄດ້ຮັບການປັບຂຶ້ນເງິນເດືອນແຕກຕ່າງກັນ, ຂຶ້ນຢູ່ກັບຊັ້ນ ແລະຂັ້ນເງິນເດືອນ ຊຶ່ງກະຊວງພາຍໃນເປັນຜູ້ກໍານົດອັດຕຣາເງິນເດືອນ.

ດັ່ງຣັຖກອນທີ່ຮູ້ຈັກເຣື່ອງນີ້ເວົ້າໃນມື້ດຽວກັນນີ້ວ່າ:

" ເອີ ເງິນເດືອນຂອງພະນັກງານຢູ່ລາວ ຈະຂຶ້ນຢູ່ກັບຊັ້ນຂັ້ນຂອງເງິນເດືອນເນາະ ຄືກໍານົດໂດຍກະຊວງພາຍໃນເນາະ ເພິ່ນເປັນຜູ້ກໍານົດອັດຕຣາເງິນເດືອນເນາະຫັ້ນນະ ມັນຈະມີຫລາຍຂັ້ນເນາະ ທຽບໃສ່ກັບຣະດັບການສຶກສາ ຊັ້ນປຣີນຍາຕຣີບໍ່ ປຣີນຍາໂທບໍ່. "

ການຂຶ້ນເງິນເດືອນພະນັກງານ-ຣັຖກອນ ປົກກະຕິແມ່ນຕິດໄລ່ຕາມດັດສະນີ ແລະຄາດວ່າຈະຂຶ້ນໃຫ້ໃນປີ 2022 ນີ້ ແຕ່ຍັງບໍ່ຮູ້ຈະເປັນເດືອນໃດ ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງກັບການອອກຄໍາແນະນໍາທີ່ວ່ານັ້ນ ຜູ້ຂໍສງວນຊື່ ແລະຕໍາແໜ່ງນາງນຶ່ງ ກ່າວໃນມື້ວັນທີ 10 ມົກກະຣານີ້ວ່າ:

" ປົກຕິ ເພິ່ນຄິດໄລ່ຕາມດັສນີ ແຕ່ເກົ່າແມ່ນ 7200 ຕໍ່ດັສນີ. ຖ້າຖານສູງ ເພິ່ນກໍໄດ້ດັສນີຫລາຍ ແມ່ນແຫລະ ເພິ່ນນວ່າສິໃຊ້ປີ 2022 ແຕ່ບໍ່ຮູ້ວ່າເພິ່ນເລີ່ມເດືອນໃດ. "

ທີ່ຜ່ານມາ ອັດຕຣາເງິນເດືອນພື້ນຖານຕາມຄ່າດັດສະນີຂອງພະນັກງານ-ຣັຖກອນ ສ່ວນຫລາຍຈະແບ່ງອອກເປັນ 5 ຊັ້ນ ແລະໃນແຕ່ລະຊັ້ນ ຈະແບ່ງອອກເປັນຊັ້ນຍ່ອຍໆ ດັ່ງນັ້ນຈຶ່ງເຮັດໃຫ້ພະນັກງານ-ຣັຖກອນ ມີເງິນເດືອນແຕກຕ່າງກັນ ເມື່ອອີງຕາມດັດສະນີເງິນເດືອນ 7,200 ກີບຕໍ່ດັດສະນີ.

ອີງຕາມຄໍາແນະນໍາສະບັບໃໝ່ ຊຶ່ງຄາດວ່າຈະໄດ້ຈັດຕັ້ງປະຕິບັດໃນປີນີ້ ແມ່ນເພິ່ມເງິນຈາກ 7,200 ກີບຕໍ່ດັດສະນີ ເປັນ 7,350 ກີບ. ພາຍຫລັງປະຕິບັດໄປໄດ້ 9 ເດືອນ ຫາກເຫັນວ່າ ແຜນລາຍຈ່າຍເງິນເດືອນບໍ່ພຽງພໍ ທາງຜແນກການເງິນຈະເປັນເຈົ້າການໃນການຄົ້ນຄວ້າລາຍລະອຽດ ແລະນໍາສເນີກົມງົບປະມານແຫ່ງຊາດ ກະຊວງການເງິນ ເພື່ອພິ ຈາລະນາດັດແກ້ດັດສະນີເງິນເດືອນ ໃຫ້ສອດຄ່ອງກັບສະພາບຕົວຈິງຕໍ່ໄປ.

ສໍາລັບພະນັກງານ-ຣັຖກອນ ທີ່ຮັບຜິດຊອບວຽກງານຫຍຸ້ງຍາກ ກໍຈະໄດ້ຮັບເງິນອຸດໜູນເພິ່ມຕື່ມຈາກເງິນເດືອນຂັ້ນພື້ນຖານ. ເງິນອຸດໜູນນັ້ນແບ່ງອອກເປັນ 3 ລະດັບຄື ລະດັບທີ 1 ຈະໄດ້ຮັບເງິນເດືອນເພິ່ມ 30% ຂອງເງິນເດືອນພື້ນຖານ, ລະດັບທີ 2 ເພິ່ມຂຶ້ນ 25% ແລະລະດັບທີ 3 ເພິ່ມຂຶ້ນ 20%. ສ່ວນພະນັກງານ-ຣັຖກອນ ຊຶ່ງປະຕິບັດໜ້າທີ່ວຽກງານຢູ່ເຂດຫ່າງໄກສອກຫລີກ ແລະທຸລະກັນດານ ຈະໄດ້ເງິນເດືອນເປັນ 2 ເທົ່າ, ອີງຕາມດໍາຣັຖວ່າດ້ວຍນະໂຍບາຍຕໍ່ພະນັກງານ ທີ່ປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫລີກ ແລະທຸລະກັນ ດານ ເລກທີ 292/ລບ ລົງວັນທີ 5 ເມສາ 2021.

ອີງຕາມຄໍາເວົ້າຂອງຣັຖກອນຜູ້ນຶ່ງ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 26 ຕຸລາ 2021, ສເນີປັບຂຶ້ນເງິນເດືອນພະນັກງານ-ຣັຖກອນ ທີ່ໄດ້ບໍ່ເຖິງ 2 ລ້ານກີບ ຍ້ອນວ່າ ໃນໄລຍະການແຜ່ຣະບາດຂອງໂຄວິດ-19 ມານີ້ ຄ່າຄອງຊີບໃນລາວແພງຂຶ້ນ ໂດຍສະເພາະລາຄານໍ້າມັນ ແລະສິນຄ້າທີ່ຈໍາເປັນອື່ນໆ.

ເວົ້າເຖິງເຣື່ອງການຢາກປັບຂຶ້ນຄ່າແຮງງານຂັ້ນຕໍ່າຢູ່ລາວ ຈາກ 1,100,000 ກີບເປັນ 1,500,000 ກີບ ຍ້ອນເງິນກີບເຟີ້, ຄ່າຄອງຊີບແພງ ສູນກາງສະຫະພັນກັມມະບານລາວ ກໍໄດ້ປຶກສາຫາລືຮ່ວມກັບກະຊວງແຮງງານ ແລະສວັດດີການສັງຄົມ ເມື່ອຕົ້ນເດືອນ ຕຸລາ 2021 ຊຶ່ງຄາດວ່າ ແຜນດັ່ງກ່າວ ຈະສໍາເຣັດໃນປີ 2022 ນີ້ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ສະພາການຄ້າລາວ.

ປະເທດລາວ ໄດ້ຂື້ນຄ່າແຮງງານຂັ້ນຕໍ່າ 8 ຄັ້ງ ຄື: ຄັ້ງທໍາອິດປີ 1991 - ຄ່າແຮງງານຂັ້ນຕໍ່າເປັນ 26,000 ກີບ, ປີ 1997 - 36,400 ກີບ, ປີ 2000 - 93,000 ກີບ, ປີ 2005 - 290,000 ກີບ, ປີ 2009 - 348,000 ກີບ, ປີ 2011 - 626,000 ກີບ, ປີ 2015 - 900,000 ກີບ ແລະການປັບຂຶ້ນຄັ້ງຫລ້າສຸດ ປີ 2018 - 1,100,000 ກີບຕໍ່ເດືອນ, ອີງຕາມການຣາຍງານຂອງກະຊວງແຮງງານ ແລະສວັດດີການສັງຄົມ.