ເຄື່ອນຍ້າຍໄມ້ຫຼົບຫຼີກ ທາງການ
2016.06.07

ຫລັງຈາກ ຣັຖບານ ອອກຄຳສັ່ງ ເລກທີ 15 ລົງວັນທີ 13 ພຶສພາ ຜ່ານມາ, ທີ່ຫ້າມການ ສົ່ງແລະຕັດໄມ້ ເດັດຂາດ, ບັນດາ ພວກພໍ່ຄ້າໄມ້ ຢູ່ແຂວງ ບໍຣິຄຳໄຊ ກໍພາກັນ ຂົນໄມ້ໄປ ເຊື່ອງໄວ້ ໃນປ່າ ແລະ ຢູ່ຕາມໂຮງເລື່ອຍ ຕ່າງໆ ເຂດຫລັກ 20 ແລະ ຕາມເມືອງອື່ນໆ ເພື່ອຫລົບຫລີກ ການກວດກາ ຂອງ ຣັຖບານ. ດັ່ງຊາວບ້ານ ທີ່ ແຂວງ ບໍຣິຄຳໄຊ ທ່ານນຶ່ງ ຜູ້ບໍ່ປະສົງ ອອກຊື່ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 5 ພຶສພາ ນີ້ວ່າ:
"ໂອຍບອກສາຍກວດ ລົງມາ ຮັກສາເອົາ ແດ່ແມ້ ເມືອງຄຳເກີດ ແຂວງ ບໍຣິຄຳໄຊ ເຕັມໝົດ ເລີຍນະ ໄມ້ເຂົາເຊື່ອງ ຍັງຫຼາຍ 10 ພັນ ແມັດກ້ອນ ນ່າ ເມືອງຄຳເກີດ ມັນ ໜ້ອຍດຽວນຶ່ງນ້າ ຂັ້ນຖ້າວ່າ ມີສາຍກວດກາ ລົງມາແທ້ໆ ກະຢູ່ ຈັກສອງມື້ ກະຮູ້ໂລດ ດຽວນີ້ ເຂົາເລີ້ມຕັດ ມາຮອດ ເຂດຊາຍແດນ ເລກ 8 ລະບາດນີ້ ໂອ້ ອັນຕະລາຍ".
ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ ພວກພໍ່ຄ້າ ຈະຂົນສົ່ງໄມ້ ໃສ່ຣົດ ແລ້ວເອົາ ຜ້າເຕັ້ນປົກ ເພື່ອບໍ່ໃຫ້ ຄົນຮູ້ວ່າ ເປັນໄມ້ທ່ອນ ໃນເວລາ ທີ່ສົ່ງອອກໄປ ປະເທດ ວຽດນາມ. ໃນວັນທີ 6 ເດືອນ ມິຖຸນາ ຜ່ານມາ ກໍມີປະຊາຊົນ ຢູ່ແຂວງ ບໍຣິຄຳໄຊ ຣາຍງານວ່າ ຣົດຂົນໄມ້ ຂອງວຽດນາມ ບໍ່ສາມາດແກ່ໄມ້ ໄປດ່ານນໍ້າພາວ ແຂວງ ບໍຣິຄຳໄຊ ໄດ້, ເລີຍຈຳຕ້ອງ ເອົາໄປຝາກ ໄວ້ກັບ ໂຮງເລື່ອຍໂຊກໄຊ ຢູ່ ບ້ານທົ່ງໃຫຍ່ ເມືອງປາກຊັນ ແຂວງ ບໍຣິຄຳໄຊ ໂດຍບອກວ່າ ເປັນຂອງ ນາງ ນົກ ຫລື ເຈນົກ ຜູ້ມີອິດທິພົນ ໃນ ເຂດນັ້ນ.
ໃນວັນດຽວກັນ ກໍມີຣາຍງານ ຈາກ ແຂວງ ສາຣະວັນ ວ່າ ມີການແກ່ໄມ້ ອອກໄປດ່ານ ຊາຍແດນ ລາວ-ວຽດນາມ ຢູ່ ເມືອງສະໝ້ວຍ ແຂວງ ສາຣະວັນ ໄປແຂວງ ກວາງຈິ ຂອງ ວຽດນາມ.
ກ່ຽວກັບ ບັນຫາ ການລັກລອບ ຕັດໄມ້ ອອກໄປ ປະເທດ ວຽດນາມ, ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີລາວ ກໍໄດ້ຮຽກຮ້ອງ ໃຫ້ ປະຊາຊົນ ລາວ ໃຫ້ຄວາມ ຮ່ວມມື ເປັນຫູ ເປັນຕາ ຊ່ອຍເຈົ້າຫນ້າທີ່ ໃນການ ປາບປາມ ກຸ່ມຄົນບໍ່ດີ ດັ່ງກ່າວ.