ເຣື້ອງເງິນເດືອນຂອງຣັຖກອນ ຍັງສັບສົນ


2013.10.08
F-Teachers ພະນັກງານ ຣັຖກອນ ບັນດານາຍຄຣູໃໝ່ ທີ່ເຂົ້າຮ່ວມຝຶກອົບຮົມ ທີ່ເມືອງປາກເຊ ແຂວງຈໍາປາສັກ
Apheda

 

ປັດຈຸບັນຫຼາຍພາກສ່ວນຢູ່ ສປປລາວ ຍັງສັບສົນເຣື່ອງການໂຈະ ການຈ່າຍເງິນອຸດໜູນຄ່າຄອງຊີບ ໃຫ້ພະນັກງານຣັຖກອນ ຍ້ອນຣັຖບາລ ບໍ່ໄດ້ແຈ້ງການເປັນລາຍລັກອັກສອນຄັກແນ່. ດັ່ງເຈົ້າໜ້າທີ່ຫ້ອງການການເງິນ ໃນແຂວງນຶ່ງ ຂອງລາວເປີດເຜີຍວ່າ:

"ເພີ່ນບໍ່ທັນໄດ້ແຈ້ງເປັນທາງການເນາະ ມີຫລາຍຫ້ອງການເພີ່ນກໍໂທມາຖາມຢູ່ວ່າ ວິທີຊີ່ໄລ່ເງິນເດືອນ ລາວໄລ່ແນວໃດເນາະ ຊີ່ໄດ້ໂຈະແທ້ບໍ ເງິນຄ່າຄອງຊີບ ຕົວເງິນອຸດໜູນ ພະນັກງານ-ຣັຖກອນ ຊັ້ນນະ ອັນນີ້ມີແຕ່ຄົນເວົ້າຊື່ໆ ວ່າແນວນີ້ ແນວນັ້ນ ແຕ່ເພີ່ນວ່າບໍ່ທັນໄດ້ເຮັດ ແຈ້ງ ການມາເນາະ ແຕ່ວ່າກໍຕ້ອງ ໃຊ້ປະຕິບັດຄືເກົ່າກ່ອນ ຊີ່ເປັນແນວໃດ ເພີ່ນກໍຊີ່ແຈ້ງຕາມຫລັງຊັ້ນໜ່າ".

ນາງເວົ້າຕື່ມວ່າທາງຫ້ອງການການເງິນກໍຕ້ອງການຄວາມກະຈ່າງແຈ້ງ ໃນເຣື່ອງນີ້ ຢາກໃຫ້ທາງກະຊວງການເງິນ ມີແຈ້ງການເປັນທາງການ ມາ ເພື່ອວ່າຈະໄດ້ປະຕິບັດພາຍໃນແຂວງຂອງຕົນ. ຕາມຄໍາເວົ້າຂອງ ທ່ານ ທອງສິງ ທັມມະວົງ ນາຍົກຣັຖມົນຕຣີ ໃນໜັງສືພິມວຽງຈັນທນ໌ ໃໝ່ ວັນທີ 3 ຕຸລາ ນີ້ວ່າ ໃນປີນີ້ ການເກັບຣາຍຮັບຂອງຣັຖບາລປະມານ 3,000 ຕື້ກີບ ນັ້ນມີຄວາມຫຍຸ້ງຍາກຫລາຍ. ດັ່ງນັ່ນຣັຖບາລ ຈຶ່ງ ເຫັນວ່າຖ້າບໍ່ສາມາດແກ້ໄຂບັນຫາ ການເກັບຣາຍຮັບໄດ້ ກໍຄວນໂຈະການຈ່າຍເງິນອຸດໜຸນ ຄ່າຄອງຊີບ ໃຫ້ຣັຖກອນ 760,000 ກີບຕໍ່ຄົນຕໍ່ ເດືອນ ສົກປີ 2013-2014 ໄວ້ກ່ອນ. ບໍ່ເຊັ່ນນັ້ນອາຈເຮັດໃຫ້ເກີດ ສະພາບວິກິດການທາງເສຖກິດ ແລະຄວາມບໍ່ສງົບທາງສັງຄົມ. ກ່ຽວກັບ ບັນຫາທີ່ວ່ານີ້ ພະນັກງານ ແຂວງອູດົມໄຊ ທ່ານນຶ່ງ ເວົ້າໃນວັນທີ 8 ຕຸລາ ນີ້ວ່າຫາກຣັຖບາລຈະໂຈະການຈ່າຍເງິນອຸດໜູນທີ່ວ່ານັ້ນແທ້ ກໍ ຢາກໃຫ້ມີແຈ້ງການມາ:

"ຄັນມີນິຕິກັມລະອຽດຈາກຂັ້ນເທິງກໍຄືສິບໍ່ມີບັນຫາຢູ່ບໍ່ຢູ່ບໍ່ມີນິຕິກັມ ແລ້ວກໍຕັດເລີຍນີ້ກໍສ່ວນນຶ່ງມີຜົລສະທ້ອນກ່ຽວກັບຈິດໃຈຂອງພະນັກງານ ພະນັກງານ ທົ່ວໄປ'.

ທ່ານວ່າຢູ່ແຂວງອູດົມໄຊ ພະນັກງານ-ຣັຖກອນໄດ້ຮັບເງິນເດືອນຮອດເດືອນ 7 ເທົ່ານັ້ນແລະວ່າສໍາລັບພະນັກງານ-ຣັຖກອນ ໜຸ່ມນ້ອຍ ມີ ບັນຫາຫລາຍຍ້ອນວ່າພວກເຂົາເຈົ້າບໍ່ມີເງິນເກັບສະສົມໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.