ຫວຍຫຼາຍປະເພດ ຈະຖືກຍົກເລີກ

ຣັຖບານລາວ ສັ່ງຍົກເລີກຫວຍ ຫຼາຍປະເພດ ແລະ ຄຸ້ມຄອງ ການອອກຫວຍພັທນາ

ນີ້ກໍແມ່ນ ຫວຍປະເພດນື່ງ ຫວຍທວາຍຜົນ ເຕະບານ RFA

ຫ້ອງວ່າການ ສຳນັກງານນາຍົກຣັຖມົນຕຼີ ໄດ້ອອກແຈ້ງການວັນທີ 17 ສິງຫາ ໃຫ້ຍົກເລີກ ການອອກຫວຍຫຼາຍປະເພດ ແລະ ຫຼຸດຜ່ອນ ການອອກຫວຍພັທນາ ເພື່ອບໍ່ໃຫ້ເກີດ ຄວາມວຸ້ນວາຍ ໃນສັງຄົມ. ແຈ້ງການດັ່ງກ່າວ ໄດ້ລະບຸວ່າ ໃຫ້ຫຼຸດ ການອອກຫວຍ ພັທນາ ຈາກ 2 ເທື່ອ ຕໍ່ອາທິດ ມາເປັນ 1 ເທື່ອ ຕໍ່ອາທິດ, ໃຫ້ຍົກເລີກຫວຍມີຖື, ຍົກເລີກຫວຍປິງໂກ້, ຍົກເລີກຫວຍໂລໂຕ້ ແລະ ຈຳກັດ ການອອກ ຫວຍຂູດ ໃຫ້ຢູ່ໃນປະລິມານຈຳກັດ. ສາເຫດ ກໍຍ້ອນວ່າ ການຫຼິ້ນຫວຍ ເປັນອັນຕະລາຍ ແລະ ສົ່ງຜົລກະທົບ ຕໍ່ສັງຄົມ, ດັ່ງເຈົ້າໜ້າທີ່ ຂັ້ນສູງ ກະຊວງປ້ອງກັນ ຄວາມສະຫງົບ ທ່ານນຶ່ງ ໄດ້ກ່າວ ໃນວັນທີ 21 ສິງຫາ ວ່າ:

"ເພິ່ນໃຫ້ເຊົາໝົດ ອັນໃດ ກະມະໂຍະມະຍະ ມັນຈະເປັນອັນຕະລາຍ ອັນໃດເພິ່ນກະຄົ້ນຄ້ວາ ເຫັນວ່າ ມັນຈະເປັນຜົລກະທົບ ຕໍ່ສັງຄົມ ເພິ່ນກະ ໃຫ້ເລີກໃຫ້ເຊົາ ໝົດຫັ້ນແລ້ວ ສັ່ງລົບລ້າງໃຫ້ໝົດຫັ້ນແຫລະ."

ແຕ່ຣາຍຣະອຽດ ໃນການຈັດຕັ້ງ ປະຕິບັດ ຍັງບໍ່ທັນໄດ້ກຳນົດ ຢ່າງຣະອຽດວ່າ ຈະປະຕິບັດເມືອງໃດ. ທ່ານ ສີລາ ວຽງແກ້ວ ຮອງຣັຖມົນຕຼີ ກະຊວງການເງິນ ໄດ້ກ່າວຕໍ່ ເອເຊັຽ ເສຣີ ເມື່ອວັນທີ 21 ສິງຫາ ວ່າ: ຣາຍຣະອຽດໃນການປະຕິບັດ ກໍຕາມແຈ້ງການນັ້ນ ແຕ່ວ່າ ຍັງບໍ່ທັນ ໄດ້ກຳນົດມື້ຶ້ ລົງມື້ປະຕິບັດເທື່ອ ເພາະວ່າ ມັນຕ້ອງມີປະຊຸມ ສະພາ ບໍຣິຫານ ຂອງເຂົາກ່ອນ [ໝາຍເຖິງສະພາບໍຣິຫານຫວຍພັດທະນາ].

ທ່ານ ກ່າວຕື່ມວ່າ: ໃນສ່ວນ ຂອງພວກເຮົາ ໝາຍເຖີງ [ກະຊວງການເງິນ] ກະມີແຕ່ ປະຕິບັດ ຕາມທິດນຳ ຂອງຣັຖບານ ກະຖືວ່າ ເໝາະສົມ ແລ້ວ ກະດີ ບໍ່ເປັນຫຍັງ ໃນການດຳເນີນ ນະໂຍບາຍ ຂອງຣັຖບານ ຖ້າວ່າ ອັນໃດເຫັນວ່າ ບໍ່ເໝາະສົມ ພວກເຮົາກໍປັບປຸງ. ທີ່ຜ່ານມາ ມີການ ອອກຫວຍ ອາທິດລະ 3 ເທື່ອ ແລະ ຫຼຸດລົງມາ ເປັນ ເຫຼືອພຽງ 2 ເທື່ອ ຕໍ່ອາທິດ ໃນທ້າຍປີ 2016 ຫຼັງຈາກ ທີ່ມີຫາງສຽງ ສັງຄົມວິຈານວ່າ ມີການລ໊ອກເລກ ຍ້ອນວ່າ ອອກເລກຊໍ້າກັນ ຫຼາຍງວດ.

ກ່ຽວກັບ ເລື້ອງນີ້ ທ່ານ ສີລາ ວຽງແກ້ວ ກໍຢືນຢັນວ່າ: ເລື້ອງໂປ່ງໄສ ມັນບໍ່ມີບັນຫາຫຍັງ ເພາະວ່າ ເຂົາມີຄະນະກຳມະການ ມາຈາກ 7 ພາກສ່ວນ ມີແຕ່ບາງຄົນຊື່ໆ ເວົ້າວ່າ ບໍ່ໂປ່ງໄສ ມັນບໍ່ມີຄວາມຈິງດອກ ອັນນັ້ນມັນກະໂປ່ງໄສ ຫັ້ນແຫລະ ມັນບໍ່ມີຫຍັງດອກ ໂປ່ງໄສໝົດ ຫັ້ນແຫລະ. ດຽວນີ້ມັນ ສາມາດກວດສອບໄດ້ ໃນຄະນະກຳມະການຈາກ 7 ພາກສ່ວນ ບໍ່ມີບັນຫາດອອກ ອັນນັ້ນ.

ພວກເຮົາ ມະຫາພາກ ປະຕິບັດຕາມ ຈິດໃຈນະໂຍບາຍ ຂອງຣັຖບານ ຫັ້ນແຫລະ ບໍ່ມີບັນຫາຫຍັງວ່າຊັ້ນ, ຄັນວ່າມື້ໃດຊິຈັດຕັ້ງປະຕິບັດ ກະຊິໃຫ້ໄວ ເທົ່າທີ່ຈະໄວ້ ໄດ້ຫັ້ນແຫລະ ເພາະວ່າ ໃຫ້ສະພາ ບໍຣິຫານ ຂອງຫວຍ ເຂົາຕົກລົງກັນກ່ອນ ເຂົາຍັງຄົງຈະປຶກສາຫາລືກັນກ່ອນ ເພາະວ່າ ເຂົາເຈົ້າ ຈະຕົກລົງກັນວ່າ ຈະກຳນົດເອົາມື້ໃດ: ທ່ານ ສີລາ ວຽງແກ້ວ ກ່າວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org