ຜົນຂອງການລົງທຶນ ຂອງຈີນ

ກາຊີໂນ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ
ກາຊີໂນ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ (RFA)

0:00 / 0:00

ທະນາຄານພັທນາເອເຊັຽ ອອກບົດລາຍງານປະຈຳປີ ໃນປີນີ້ວ່າ ເສຖກິດຂອງສປປລາວ ຈະມີການເຕີບໂຕ ຫລາຍຂຶ້ນ ໃນປີນີ້ ແລະປີ 2018 ຍ້ອນແຮງກະຕຸ້ນ ຈາກການຜລິດ ກະແສໄຟຟ້າ ເພື່ອສົ່ງອອກ, ການຂຸດຄົ້ນແຮ່ທາດ ການທ່ອງທ່ຽວແລະໂຄງການສ້າງເສັ້ນທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ.

ທະນາຄານພັທນາເອເຊັຽ ຣາຍງານວ່າ ການເຕີບໂຕທາງດ້ານເສຖກິດຂອງ ສປປລາວໃນປີນີ້ ຈະຢູ່ໃນລະດັບ 6.9% ແລະໃນປີ 2018 ຈະຂຶ້ນເຖິງ 7% ເພີ້ມຂຶ້ນຈາກປີ 2016, 6.8%.

ທ່ານ ຢາຊູຊີະ ເນກີຊີ ຫົວຫນ້າຕົວແທນ ທະນາຄານພັທເອເຊັຽປະຈຳ ສປປລາວ ກ່າວວ່າຖ້າມກາງບັນຫາ ທາງດ້ານການເງີນແລະຄວາມ ຕ້ອງການ ຂອງ ຕລາດໂລກ ຕົກຕ່ຳ ແຕ່ເສຖກິດ ສປປລາວ ຍັງສືບຕໍ່ ເປັນປະເທດນຶ່ງ ທີ່ມີເສຖກິດເຕີບໂຕ ຢ່າງວ່ອງໄວ ໃນຂົງເຂດ ໂດຍສະເລັ່ຽຫລາຍກວ່າ 7% ໃນທົສວັດຜ່ານມາ.

ທ່ານວ່າ ການເຕີບໂຕໃນຂແນງການບໍຣິການ ແລະທ່ອງທ່ຽວປະມານ 9% ດ້ວຍການຂຍາຍໂຮງແຮມບ້ານພັກ ການຄ້າສົ່ງແລະຄ້າຍ່ອຍ ຮ້ານອາຫານ ການບໍຣິການ ທາງດ້ານການເງີນ ແລະ ໂທລະຄົມມະນາຄົມ, ໃນຂນະທີ່ອຸດສາຫະກັມ ທົ່ວໄປມີການເຕີບໂຕ ແບບໝັ້ນຄົງ ປະມານ 8% ເຖິງແມ່ນວ່າ ການຜລິດແຮ່ທາດ ຈະຫລຸດລົງແດ່ ເລັກນ້ອຍກໍຕາມ.

ການເຕີບຂນາດໃຫຍ່ແມ່ນມາຈາກຜແນກພລັງງານ ໂດຍສະເພາະການເປີດບໍຣິການ ໂຮງໄຟຟ້າຖ່ານຫີນຫົງສາລິກໄນ ທີ່ແຂວງໄຊຍະບູຣີ ແລະການພັທນາຕຶກອາຄານ ການຄ້າ ແລະບ່ອນຢູ່ອາສັຍ ຂອງປະຊາຊົນ.

ສຳລັບການເຕີບໂຕທາງດ້ານການກະເສດ ເຖິງແມ່ນວ່າ ຈະມີພັຍແຫ້ງແລ້ງ ໃນຕົ້ນປີຜ່ານມາ ແຕ່ການເຕີບໂຕ ທາງດ້ານການກະເສດ ໂດຍ ທົ່ວໄປໃນລາວ ຈາກ 2% ໃນປີ 2015 ມາເປັນ 2% ເຄິ່ງໃນປີ 2016 ເປັນຍ້ອນສະພາບອາກາດ ອຸດົມສົມບູນຂຶ້ນ ໃນຕອນທ້າຍປີ. ສະພາບເງິນເຟີ້ ກໍຫລຸດລົງຈາກ 16.8% ໃນປີ 2015 ມາເປັນ 14.1% ໃນປີ 2016 ແລະອັດຕຣາການສະສົມເງິນຕຣາ ຕ່າງປະເທດ ຂອງ ສປປລາວ ກໍເພີ້ມຂຶ້ນເລັກນ້ອຍ.

ທະນາຄານພັທນາເອເຊັຽ ຍັງບອກວ່າ ການລົງທຶນຂອງຈີນ ເປັນຕົ້ນການຂຍາຍ ການບໍຣິການ, ການກໍ່ສ້າງເສັ້ນທາງຣົດໄຟ ລາວ-ຈີນ, ການສ້າງ ເຂື່ອນໄຟຟ້າ, ການສ້າງຕຶກ ອາຄານ ຫ້າງສັພພະສິນຄ້າ ແລະການພັທນາ ອະສັງຫາຮິມະຊັບ ຖນົນຫົນທາງ ເປັນແຮງດັນໃນ ການເຕີບໂຕ ທາງດ້ານເສຖກິດໃນລາວ ໃນລະຍະທີ່ຜ່ານມາ ແລະຈະສົ່ງເສີມ ການເຕີບໂຕ ເສຖກິດລາວໃນປີ 2017 ແລະ 2018.

ກະຊວງແຜນການແລະການລົງທຶນ ສປປລາວໄດ້ອອກບົດຣາຍງານ ປະຈຳປີ ວ່າງຫລັງໆມານີ້ວ່າ ຈີນ ຍັງເປັນອັນດັບນຶ່ງ ໃນການລົງທຶນ ໃນລາວ ໃນປີ 2016 ນຳຫນ້າ ວຽດນາມແລະໄທ.

ຣາຍງານວ່າ ຈີນ ໄດ້ລົງທຶນໃນລາວໃນປີ 2016 ຫຼາຍກວ່າ 1 ຕື້ໂດລາເພີ້ມຈາກປີ 2015 ປະມານ 88.9 ລ້ານໂດລາ ໃນຂນະທີ່ການລົງ ທຶນ ຂອງວຽດນາມ ໄດ້ຫລຸດລົງ ໃນປີ 2016 ປະມານ 4.4 ລ້ານໂດລາ ຈາກ ການລົງທຶນທັງຫມົດ ໃນປີ 2015 ຈໍານວນ 466 ລ້ານ ໂດລາ ແລະການລົງທຶນຂອງໄທ ກໍໄດ້ຫລຸດລົງເຊັ່ນກັນ ປະມານ 303.4 ລ້ານໂດລາ ໃນປີ 2016.

ການລົງທຶນສ່ວນໃຫຍ່ຂອງຈີນ ແມ່ນການສ້າງເຂື່ອນໄຟຟ້າ ເປັນຕົ້ນເຂື່ອນນ້່ຳອູ ນ້ຳຄານແລະເຂຶື່ອນ ອື່ນໆຫລາຍເຂື່ອນ ໃນເຂດພາກເຫນືອ ຂອງລາວ ທີ່ຮ່ວມດ້ວຍເຂື່ອນ ນ້ຳຂອງ ປາກແບງ ແລະເຂື່ອນອື່ນໆ ຄາດວ່າ ເຂື່ອນແມ່ນ້ຳຂອງ ສາມເຂື່ອນ ກໍຈະສ້າງໂດຍຈີນ, ແລະການ ຂຸດຄົ້ນແຮ່ທາດ ເປັນຕົ້ນ ບໍ່ຄຳແລະທອງແດງ ທີ່ເຊໂປນ ບໍ່ຄຳ ທີ່ພູເບັ້ຽ ພູຄຳແລະບໍ່ອື່ນໆ ຫຼາຍບໍ່ໃນລາວ ບາງບໍ່ກໍຖືກຂຸດຄົ້ນແລ້ວ ບາງບໍ່ ຍັງສຳຣວດ ຢູ່ແລະບາງບໍ່ຍັງຢູ່ໃນແຜນການ ຮ່ວມດ້ວຍການກະເສດ ເປັນຕົ້ນຢາງພາລາ ແລະ ພືດເສຖກິດ ປະເພດຕ່າງໆ.

ວ່າງປີທີ່ຜ່ານມາ ມີ 6 ປະເທດລົງທຶນໃນລາວ ໃນມູນຄ່າກວ່າ 1 ຕື້ 55 ລ້ານໂດລາໃນນັ້ນ ຈີນເປັນຜູ້ລົງທຶນ ຫລາຍກວ່າຫມູ່ ທີ່ຮ່ວມດ້ວຍ ມາເລເຊັຽ ຮົງກົງ ວຽດນາມ ແລະໄທ ໃນ 25 ໂຄງການໃຫຍ່ໆ.

ຈາກປີ 1989 ຫາປີ 2015 ຈີນເປັນນ້ຳເບີ້ 1 ໃນການລົງທຶນໃນລາວ ລອງລົງມາແມ່ນ ໄທ ວຽດນາມ ທີ່ສາມແລະທີ່ສີ່ ແມ່ນເກົາຫລີໃຕ້. ການລົງທຶນຂອງຈີນ ໃນລະຍະເວລາ ນັ້ນຕົກຢູ່ປະມານ 5 ຕື້ 48 ລ້ານໂດລາ ໃນ 834 ໂຄງການ.

ນອກຈາກນັ້ນ ຈີນຍັງໄດ້ລົງທຶນໃນການສ້າງໂຄງຮ່າງພື້ນຖານ ປະເພດຕ່າງໆໃນລາວ ນຳອີກເປັນຕົ້ນ ຖນົນຫົນທາງ ຂົວ ຮ່ວມດ້ວຍຕຶກ ອາຄານ ຫ້າງສັພພະສິນຄ້າ ໂຮງແຮມ ບ້ານພັກ ແລະສາທາຣະນຸປະໂພກ ປະເພດຕ່າງໆ.

ແຕ່ເຖິງຢ່າງໃດກໍຕາມ ນັກວິເຄາະເວົ້າວ່າ ການລົງທຶນຂອງຈີນ ເຖີງແມ່ນວ່າ ຈະຍົກຣະດັບການເຕີມໂຕ ທາງດ້ານເສຖກິດ ແລະສ້າງວຽກ ເຮັດງານທຳ ໃຫ້ແກ່ປະຊາຊົນລາວ ຫລາຍປານໃດກໍຕາມ ແຕ່ ຜົລກະທົບທາງລົບ ນັ້ນກໍມີຫລາຍເຊັ່ນກັນ ເປັນຕົ້ນ ໂຄງການປູກກ້ວຍ ແລະຢາງພາລາ ໃນເຂດພາກເຫນືອຂອງລາວ ຫຼາຍພັນເຮັກຕາ ເຊັ່ນທີ່ ແຂວງບໍ່ແກ້ວ ຫຼວງນ້ຳທາ ອຸດົມໄຊ ໄຊຍະບູຣີ ຫຼວງພຣະບາງ ທີ່ຮ່ວມດ້ວຍ ແຂວງວຽງຈັນ ເຮັດໃຫ້ສີ່ງແວດລ້ອມ ແມ່ນ້ຳລຳທານ ວິຖີຊິວິດການເປັນຢູ່ ຂອງປະຊາຊົນ ທ້ອງຖິ່ນຫລາຍພັນຄົນ ໄດ້ຮັບ ຄວາມເດືອດຮ້ອນ ແລະໃນປັດຈຸບັນ ຫລາຍແຂວງ ທາງການລາວ ກໍໄດ້ສັ່ງໃຫ້ຢຸດ ການປູກກ້ວຍນັ້ນແລ້ວ. ແຕ່ຜົລກະທົບ ຕໍ່ດິນປູກຝັງນັ້ນ ຍັງຈະໃຊ້ເວລາ ຫລາຍສິບປີ ຈື່ງຈະສາມາດບຳບັດ ໃຫ້ເປັນດິນ ອຸດົມສົມບູນໄດ້. ດັ່ງປະຊາຊົນທ້ອງຖິ່ນທ່ານນຶ່ງ ເວົ້າວ່າ: ສຽງ--

ນອກຈາກໂຄງການປູກກ້ວຍແລ້ວ ທີ່ສົ່ງຜົລກະທົບຕໍ່ສີ່ງແວດລ້ອມ ແລະສຸຂພາບ ຂອງປະຊາຊົນທ້ອງຖິ່ນ ກໍຍັງມີການປູກຢາງພາລາ ໃນຫຼາຍແຂວງ ນຳອີກ ທີ່ສົ່ງມົລພິດ ຈາກການໃຊ້ສານເຄມີ ຂ້າຫຍ້າ ແລະຂ້າສັດຕຣູພືດ ລົງສູ່ແມ່ນ້ຳລຳທານ ຂອງປະຊາຊົນ.

ໂຮງງານອຸດສາຫະກັມຂອງຈີນ ຫລາຍແຫ່ງທີ່ນະຄອນຫລວງວຽງຈັນ ກໍສົ່ງມົລພິດລົງໃສ່ຊຸມຊົນ ເປັນຕົ້ນໂຮງງານ ຂີ້ເຫຍື່ອ ອິເລັກໂຕຣນິກ ແລະໂຮງງານມັນຕົ້ນ ແລະ ໂຮງງານຊິເມັນ, ໂຮງງານຜລີດຫມາກເດືອຍ ທາງພາກເຫນືອ ແລະອຸດສາຫະກັມ ປູກພືດຊນິດຕ່າງໆ ເຊັ່ນ ປູກຫມາກໂມ ຫມາກແຕງ ຜັກກະລ່ຳແລະພືດ ທີ່ໃຊ້ສານເຄມີ ແລະຝຸ່ນ ທັມມະຊາດ ທີ່ທາງການຈີນຫ້າມ ແຕ່ມາປູກໃນລາວກໍສົ່ງຜົລ ກະທົບ ລາຍໃຫຍ່ຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນທ້ອງຖິ່ນ ໃນຫລາຍແຂວງ ທາງພາກເຫນືອ.

ທ່ານວ່າ ການລົງທຶນຂອງຈີ.ນ ໃນຫລາຍປະເທດຖືກຫ້າມ ເປັນຕົ້ນປະເທດໄທ ຍ້ອນໃຊ້ສານເຄມີ ຫລາຍເກີນໄປ ແລະໃນບາງປະເທດ ແຕ່ ສປປລາວ ກັບອະນຸຍາດໃຫ້ເຮັດ.

ໂຄງການໃຫຍ່ໆຂອງຈີນເປັນຕົ້ນການສ້າງເຂື່ອນໄຟຟ້າ ແລະຂຸດຄົ້ນແຮ່ທາດ ຫລາຍໂຄງການ ປະຊາຊົນຫລາຍພັນ ຖືກໂຍກຍ້າຍ ປາສຈາກຄ່າຊົດເຊີຍ ຖ້າມີກໍບໍ່ ສົມເຫດ ສົມຜົລ ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການສ້າງເຂື່ອນຂອງຈີນ ໃນເຂດພາກເຫນືອ ຫລາຍຄອບຄົວ ຍັງລຳບາກຢູ່ ແລະທຸກຍາກກວ່າເກົ່າ ດັ່ງຊາວບ້ານ ທ່ານນຶ່ງເວົ້າວ່າ: ສຽງ---

ທາງການຈີນ ບໍ່ເອົາຫົວຊານຳຄຳຈົ່ມຂອງຊາວບ້ານ ເມື່ອຊາວບ້ານເຂົ້າໄປຖາມ ຂະເຈົ້າຈະບອກວ່າ ໃຫ້ໄປຖາມກັບເຈົ້າຫນ້າທີ່ລາວ ເພາະໄດ້ຕົກລົງກັນແລ້ວ ກ່ອນດຳເນີນ ໂຄງການ.

ໂຄງການສ້າງທາງຣົດໄຟ ກໍເຫມືອນກັນ ສ່ວນໃຫຍ່ຈະເປັນແຮງງານຈີນ ເກືອບ 90% ແຮງງານລາວ ຈະເປັນພຽງແຕ່ຄົນຂັບຣົດ ສົ່ງ ອຸປກອນແລະອາຫານການກິນ ເທົ່ານັ້ນ.

ເຂດເສຖກິດພິເສດ ບາງແຫ່ງທີ່ເປັນເຈົ້າຂອງໂດຍ ນັກລົງທຶນຈີນ ເປັນຕົ້ນ ບ່ອນຫລິ້ນ ຄາຊີໂນທີ່ ແຂວງບໍ່ແກ້ວ ຄີງໂຣມັນ ຄົນງານລາວ ຈະບໍ່ຖືກຈ້າງ ຫລາຍປານໃດ ສ່ວນໃຫຍ່ ຈະເປັນຄົນງານຈີນ ຄົນງານລາວ ເປັນພຽງແຕ່ຄົນເຝົ້າຍາມ ແລະປັດກວາດ ທຳຄວາມສະອາດ ເທົ່ານັ້ນ.

ເຈົ້າຫນ້າທີ່ລາວບໍ່ສາມາດເຂົ້າໄປກວດກາ ໃນສະຖານທີ່ດັ່ງກ່າວ ເປັນກັມມະສີດຂອງຈີນ ເປັນເວລາ 99 ປີ ຈີນ ມີສີດໃນການອອກກົດ ຣະບຽບຕ່າງໆ ໃນເຂດນີ້. ເປັນການລົງທຶນ ທີ່ບໍ່ຄຸ້ມຄ່າ.