ສາມຫຼ່ຽມຄໍາ ຂ.ບໍ່ແກ້ວ ຍັງເປັນແຫຼ່ງ ຄ້າຂອງເຖື່ອນ
2020.01.10
ເຂດເສຖກິດພິເສດສາມຫລ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງມີການຄ້າສິ່ງຜິດກົດໝາຍ ເປັນຕົ້ນຄ້າອາວຸດ, ສັດປ່າຫວງຫ້າມ ແລະ ຊິ້ນສ່ວນສັດປ່າ, ອີງຕາມຣາຍງານຂອງແວບໄຊ Litegate ວັນທີ 8 ມົກກະຣາ 2020 ນີ້.
ຕໍ່ຣາຍງານດັ່ງກ່າວ ເຈົ້າໜ້າທີ່ກອງກວດກາປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 10 ມົກກະຣາ ນີ້ວ່າ ທີ່ຜ່ານມາກໍໄດ້ຍິນແຕ່ຂ່າວ ຂອງຕ່າງປະເທດຣາຍງານ ກ່ຽວກັບສັດປ່າຫລາຍຊນິດຖືກຂ້າ ແລະເອົາຊິ້ນໄປຂາຍ ໃຫ້ກັບນັກທ່ອງທ່ຽວ ແຕ່ກໍ ບໍ່ມີຫລັກຖານ ແລະຂໍ້ມູນທີ່ຈະແຈ້ງ ພໍທີ່ຈະໃຫ້ເຈົ້າໜ້າທີ່ ເຂົ້າໄປກວດກາ ດັ່ງທີ່ທ່ານກ່າວວ່າ:
"ທີ່ຜ່ານມາ ເຮົາເຂົ້າກໍຍາກຢູ່ ຄືວ່າຫັ້ນແຫລະ ແລ້ວບາດນີ້ມັນຍັງບໍ່ເຫັນຊັດເຈນຫັ້ນໜ່າ ວ່າມັນມີແທ້ຫລືບໍ່ ຫລືວ່າແນວໃດຫັ້ນໜ່າ ແມ້ກະທັ້ງ ບາດນີ້ຂໍ້ມູນຕົວຈິງທີ່ຊັດເຈນ ເຮົາກໍຍັງບໍ່ທັນເຈິ ບໍ່ທັນພໍ້ເທື່ອນໍ."
ທ່ານກ່າວຕື່ມວ່າ ເຂດເສຖກິດພິເສດ ສາມຫລ່ຽມຄໍາ ເປັນພື້ນທີ່ພິເສດ ທີ່ບໍຣິສັດດອກງິ້ວຄໍາ ຂອງຈີນ ໄດ້ຮັບສໍາປະທານ ຈາກຣັຖບານລາວ 99 ປີ ແລະມີກົດໝາຍຄຸ້ມຄອງພິເສດ. ສະນັ້ນການເຂົ້າໄປກວດກາ ເຂດເສຖກິດພິເສດ ຕ້ອງໄດ້ຮັບອະນຸຍາດ ຈາກ ຣັຖບານລາວ ແລະ ບໍຣິສັດເຈົ້າຂອງໂຄງການກ່ອນ ດັ່ງທີ່ທ່ານກ່າວວ່າ:
"ເພາະວ່າມັນເປັນເຂດເສຖກິດພິເສດນໍ ຢູ່ຫັ້ນ ມັນຕ້ອງລະອຽດອ່ອນໜ້ອຍນຶ່ງ ອັນນັ້ນເຮົາຕ້ອງໄດ້ຂໍອະນຸຍາດ ຈາກທັງພາກຣັຖ ແລະ ເຂດ ດັ່ງກ່າວຕື່ມ ມັນກໍຄືວ່າຫັ້ນແຫລະ ມັນຍາກຢູ່ບ່ອນວ່າເຮົາເຂົ້າເຖິງພື້ນທີ່ຍາກ."
ຢູ່ໃນເຂດເສຖກິດພິເສດສາມຫລ່ຽມຄໍານີ້ ມີຮ້ານອາຫານຕ່າງໆ ທີ່ເຕັມໄປດ້ວຍເມນູ ຫລື ຣາຍການອາຫານ ທີ່ປຸງແຕ່ງດ້ວຍຊິ້ນສ່ວນສັດປ່າ ເປັນຕົ້ນ ຕົ້ມຕີນໝີ, ຜັດເຜັດງູເຫຼືອມ, ຜັດເຜັດເສືອ ແລະ ເຫລົ້າບອງກະດູກເສືອ ທີ່ເປັນເຄື່ອງດື່ມ ຊຶ່ງມີການ ໂຄສະນາກັນຢ່າງແພ່ຫລາຍ ໃນໝູ່ນັກທ່ອງທ່ຽວຈີນ.
ຕໍ່ຣາຍງານສະບັບດັ່ງກ່າວ ທ່ານ Edwin Wiek ເຈົ້າໜ້າທີ່ມູນນິທິສັດປ່າ ເພື່ອປ້ອງກັນ ຊ່ອຍເຫລືອ ແລະຟື້ນຟູສັດປ່າໃນພາກພື້ນເອເຊັຍ ຕາເວັນອອກສ່ຽງໃຕ້ ປະຈໍາປະເທດໄທ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ ຣັຖບານລາວຮັບປາກກັບອົງການ CITES ວ່າ ຈະປິດຟາມເສືອທັງໝົດ ໃນທົ່ວປະເທດ ມາແຕ່ປີ 2016 ແຕ່ຈົນມາເຖິງປັດຈຸບັນ ຟາມເສືອຫຼາຍແຫ່ງ ກໍຍັງເປີດຈົນຮອດດຽວນີ້, ບໍ່ໄດ້ປະຕິບັດຕາມ ທີ່ຮັບປາກໄວ້ ດັ່ງທີ່ທ່ານກ່າວວ່າ:
"ຣັຖບານລາວຮັບປາກວ່າ ຈະໄປເກັບ DNA ຈະເກັບພາບຂອງເສືອທຸກຕົວ ໃນສວນສັດຕ່າງໆໃນປະເທດລາວ ເຂົາຮັບປາກແນວນັ້ນມາແຕ່ ສາມປີທີ່ແລ້ວ ຈົນມາຮອດມື້ນີ້ກໍຍັງບໍ່ເຮັດຫຍັງຈັກຢ່າງ ສລຸບແລ້ວຄໍາພູດ ຂອງເຈົ້າໜ້າທີ່ ບໍ່ມີນໍ້າໜັກຫຍັງເລີຍ ບອກວ່າຈະປິດຟາມເສືອ ໃຫ້ໝົດ."
ອົງການ EIA ຊຶ່ງເປັນອົງການກວດສອບອາຊຍາກັມ ດ້ານສິ່ງແວດລ້ອມ ເວົ້າວ່າພາຍໃນເຂດເສຖກິດພິເສດ ສາມຫຼ່ຽມຄໍາມີເສືອຫຼາຍໂຕ ເພື່ອເອົາກະດູກປຸງເຫລົ້າ ແລະ ສົ່ງອອກໄປຂາຍປະເທດຈີນ.