ສາມຫຼ່ຽມຄໍາຫຍໍ້ທໍ້ສັງຄົມ

ສິດນີ
2015.09.09
F-Bokeo ເຫຼົ້າບອງຢາ ຊູກໍາລັງ ທີ່ ຊາວຈີນ ນິຍົມ
RFA

ນັກທ່ອງທ່ຽວ ທ່ານນຶ່ງ ຜູ້ ທີ່ເຂົ້າໄປ ທ່ຽວ ໃນເຂດ ເສຖກິດ ພິເສດ ສາມຫລ່ຽມຄຳ ທີ່ ແຂວງ ບໍແກ້ວ ເວົ້າວ່າ, ເຂດ ເສຖກິດ ພິເສດ ສາມ ຫລ່ຽມຄຳ ເປັນແຫລ່ງ ທີ່ມາ ຂອງ ຄວາມ ເປື່ອຍເຫຍື່ອ ທາງ ສັງຄົມ ປະເພດ ຕ່າງໆ. ທ່ານວ່າ ເມື່ອ ເຂົ້າໄປ ໃນເຂດນັ້ນ, ຈະມີແຕ່ ຄົນ ຫນ້າຕາ ຂຶມຂຳ ບູດບື້ງ ແລະ ມິດງຽບ, ຕັ້ງໃຈ ຫລິ້ນ ການພະນັນ ພາຍນອກ ຈະມີຣົດຍົນ ທີ່ ຫລຸຫລາ ຈອດ ລຽນກັນ ຢູ່.

ຜູ້ຂັບຣົດ ຮັບແຂກ ຄົນນຶ່ງ ຖາມ ລາວວ່າ ເຈົ້າມາຫລິ້ນ ການພະນັນ ບໍ, ທີ່ນີ້ ມີຫມົດ ທຸກຢ່າງ ທີ່ ເງິນຊື້ໄດ້, ດັ່ງ ສິນຄ້າ ທີ່ ຜິດ ກົດຫມາຍ ສຳລັບ ແມ່ຍິງ ໂສເພນີ ນັ້ນ, ນັກ ທ່ອງທ່ຽວ ກໍວ່າ ມີຍິງສາວ ຈາກ ຈີນ ພະມ້າ ລາວ ແລະ ໄທ, ເຂົ້າມາ ບໍຣິການ. ໃນ ທີ່ນີ້ ທ່ານ ສາມາດ ເຮັດໄດ້ ທຸກຢ່າງ ຫາກ ທ່ານ ມີເງິນ.

ທ່ານວ່າ ເຂດ ເສຖກິດ ສາມຫຼ່ຽມຄຳ ກາຍເປັນແຫຼ່ງ ທີ່ມາຂອງ ຄວາມຊົ່ວຮ້າຍ ທາງ ສັງຄົມ ປະເພດ ຕ່າງໆ, ດັ່ງ ການພະນັນ ການຄ້າ ປະເວນີ ການຄ້າ ຂອງເຖື່ອນ ແລະ ການກົດຂີ່ ແຮງງານ, ຊຶ່ງ ແຮງງານ ສ່ວນໃຫຍ່ ຈະ ເປັນຄົນຈີນ, ຈຶ່ງ ມີຄຳຖາມ ກ່ຽວກັບ ອະທິປະໄຕ ຂອງລາວ ໃນການເຊື່ອມ ອິດທິພົນ ທາງດ້ານ ເສຖກິດ ຂອງຈີນ ມາລາວ ປາສຈາກ ການຄວບຄຸມ ຂອງ ທາງການ ລາວ.

ໃນ ຣະດູ ໃບໄມ້ປົ່ງ ຜ່ານມາ ອົງການ ສືບສວນ ດ້ານ ສິ່ງແວດລ້ອມ ທີ່ ມີສູນກາງ ຢູ່ ປະເທດ ອັງກິດ ໄດ້ອອກ ບົດຣາຍງານ ກ່ຽວກັບ ເຂດ ດັ່ງກ່າວ ວ່າ ເປັນເຂດ ທີ່ ບໍ່ມີ ກົດໝາຍ ຄຸ້ມຄອງ, ຊຶ່ງ ນັກ ທ່ອງທ່ຽວ ສາມາດ ຊື້ ຊິ້ນສ່ວນ ສັດປ່າ ທີ່ຕ້ອງຫ້າມ ຫຼາຍ ປະເພດ, ດັ່ງ ກະດູກເສືອ, ເກັດຫລີ່ນ, ເລບຫມີ ແລະ ຊີ້ນ ງູເຫງືອມ ຮ້ານອາຫານ ບາງຮ້ານ ໃນ ທີ່ນັ້ນ ມີຣາຍການ ອາຫານ ສັດປ່າ ທີ່ຕ້ອງຫ້າມ ຫຼາຍຊນິດ ຂາຍ, ດັ່ງ ຊີ້ນ ເສືອໂຄ່ງ ແລະ ເອົາກະດູກ ເສືອໂຄ່ງ ເອ້ ໃນກະໂຖ ແກ້ວ ໃຫ້ ນັກ ທ່ອງທ່ຽວ ເບິ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.