ບໍ່ແກ້ວ ເລື່ອນບຸນ ດອກງິ້ວບານ

ຈໍາປາທອງ
2020.02.10
ເຂດເສຖກິດພິເສດ ສາມຫຼ່ຽມຄໍາ ຂ.ບໍ່ແກ້ວ.
RFA

ທາງການແຂວງບໍ່ແກ້ວ ໄດ້ປະກາດ ໃນມື້ວັນທີ 26 ມົກກະຣາ ທີ່ຜ່ານມາ ເລື່ອນງານບຸນ ດອກງິ້ວບານ, ເປັນງານບຸນ ປະຈໍາປີ ຂອງແຂວງ, ອອກໄປ ຢ່າງບໍ່ມີກໍານົດ ຊຶ່ງຜູ້ປະກອບການ ຂາຍເຄື່ອງຂອງ ແຂວງບໍ່ແກ້ວ ເວົ້າວ່າ ເປັນແຜນຮັບມື ກັບການຣະບາດ ຂອງເຊື້ອ ໄວຣັສ ໂຄໂຣນາ ສາຍພັນໃໝ່ ແລະ ການປິດ ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ເຮັດໃຫ້ມີຜົລກະທົບ ຕໍ່ການທໍາມາຄ້າຂາຍ ດັ່ງທີ່ທ່ານ ກ່າວວ່າ:

"ໂອກະທົບ ເຣື່ອງສິນຄ້ານີ້ແຫລະ ປະຊາຊົນ ມັນກະບໍ່ໄດ້ຂາຍຂອງເຂົານໍ ມັນບໍ່ມີຄົນຈະມາຊື້ ອາຫານການກິນ ຂອງເຮົາເດ ຄົນລາວເຮົາ ກະບໍ່ກ້າໄປຂາຍເຄຶ່ອງ ໃຫ້ເຂົາຫັ້ນນະ ຕ່າງຄົນຕ່າງຢ້ານເດ ຢູ່ຄາຊິໂນ ຖືວ່າ ທັງທະຫານ ຕໍາຣວດ ບໍ່ໃຫ້ເຂົ້າເລີຍ.”

ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ຂອງຈີນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ສັ່ງໂຈະເປັນເວລາ 17 ມື້ ຄື ເຣື່ມຕັ້ງແຕ່ ມື້ວັນທີ 9 ຫາ ວັນທີ 25 ກຸມພາ 2020 ນີ້ ຫ້າມບໍ່ໃຫ້ຄົນທຸກສັນຊາດ ເຂົ້າໄປ ໃນເຂດດັ່ງກ່າວ ຢ່າງເດັດຂາດ. ສ່ວນຜູ້ທີ່ຢູ່ ໃນເຂດນັ້ນແລ້ວ ຢາກອອກໄປນອກເຂດ ກໍອອກໄດ້ ແຕ່ບໍ່ອະນຸຍາດ ໃຫ້ກັບເຂົ້າມາຄືນ ໃນໄລຍະ 17 ມື້ນັ້ນ ເພື່ອປ້ອງກັນ ບໍ່ໃຫ້ເຊື້ອໄວຣັສ ໂຄໂຣນາ ສາຍພັນໃໝ່ ແຜ່ຣະບາດ ເຂົ້າໃນເຂດນັ້ນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 10 ກຸມ ພານີ້:

"ຕາມແຈ້ງການ ຫັ້ນເດ ແມ່ນຄົນນອກ ບໍ່ໃຫ້ເຂົ້າ ອອກມາ ອອກມາໄດ້ ແຕ່ບໍ່ໃຫ້ກັບເຂົ້າໄປ ເຂົາປ້ອງກັນໄວ້ ເຂົາເຊັບ (ປ້ອງ​ກັນ) ໄວ້ ບໍ່ໃຫ້ມີຄົນ ເອົາເຊື້ອ ໄປຣະບາດ.”

ເຖິງແມ່ນວ່າ ເຂດເສຖກິຈພິເສດ ປະກາດປິດ ຄືແນວນັ້ນ ແຕ່ຜູ້ປະກອບການ ບ້ານພັກ ກໍເວົ້າວ່າ ຍັງພໍມີນັກທ່ອງທ່ຽວ ເຂົ້າມາພັກເຊົາ ປົກກະຕິຢູ່ ແຕ່ຄົນຈີນ ບໍ່ມີແລ້ວ. ແຕ່ການຂາຍເຄື່ອງຂອງ ຂອງພວກພໍ່ຄ້າແມ່ຄ້າ ແມ່ນຫຼຸດລົງ ຍ້ອນອາສັຍຂາຍ ໃຫ້ນັກທ່ອງທ່ຽວ ຜ່ານໄປມາ ດັ່ງທີ່ທ່ານ ກ່າວວ່າ:

"ບັນດາ ພາກທຸຣະກິຈ ອ້ອມຂ້າງ ຣະຫວ່າງປະເທດ ຫຼືວ່າ ຊາຍແດນ ອາຈມີຜົລກະທົບ ແນ່ນອນ ເພາະວ່າ ເຮົາກະອາສັຍ ຄົນຜ່ານທາງໄປນໍ ເພິ່ນສະກັດກັ້ນ ແບບນັ້ນ ກະແນ່ນອນ ມັນກະຕ້ອງ ແບບຕົກໃຈແຫລະ ເຮົາກະດາຍ ເຮົາເຮັດທຸຣະກິຈ ນໍາຄົນນໍາແຂກເດ."

ແລະເຈົ້າໜ້າທີ່ ທ່ອງທ່ຽວ ແຂວງບໍ່ແກ້ວ ກໍໄດ້ເວົ້າວ່າ ການທ່ອງທ່ຽວ ແຂວງບໍ່ແກ້ວ ຈະໄດ້ຮັບຜົລກະທົບ ໃນອະນາຄົດ ຫຼືບໍ່ນັ້ນ ຕ້ອງລໍຖ້າ ໄປເບິ່ງອີກ 2-3 ເດືອນ ຈຶ່ງຈະຮູ້ໄດ້ ຂນະທີ່ ທາງການແຂວງ ບໍ່ແກ້ວ ຕັ້ງເປົ້າໝາຍ ເອົາໄວ້ວ່າ ໃນປີ 2020 ນີ້ ຈະດຶງດູດ ນັກທ່ອງທ່ຽວ ເຂົ້າມາທ່ຽວ ພາຍໃນ ແຂວງຂອງຕົນ ໃຫ້ໄດ້ຫຼາຍກວ່າ 4-5 ແສນຄົນ ດັ່ງທີ່ທ່ານກ່າວວ່າ:

"ກ່ຽວກັບ ການຣາຍງານ ສະພາບວ່າ ມັນຈະມີຜົລກະທົບ ວ່າໜ້ອຍ ຫຼືຫລາຍປານໃດ ໂຕນີ້ກະຍັງ ບໍ່ມີການຢັ້ງຢືນໂຕເລຂ ຈາກທາງພາກສ່ວນກ່ຽວຂ້ອງ ປີນີ້ ພວກເຮົາກະຕັ້ງເປົ້າໄວ້ ກະມີ ຢູ່ໃນລາວໆປະມານ 4-5 ແສນຄົນ ສໍາລັບ ຢູ່ບໍ່ແກ້ວເຮົານີ້.”

ເຖິງຢ່າງໃດກໍຕາມ, ການສັ່ງໂຈະ ເປັນເວລາ 17 ມື້ ບໍ່ໃຫ້ຄົນເຂົ້າໄປ ໃນເຂດເສຖກິຈພິເສດ ສາມຫລ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ ເພື່ອປ້ອງກັນ ການຣະບາດ ຂອງເຊື້ອ ໄວຣັສ ໂຄໂຣນາ ສາຍພັນໃໝ່ນີ້ ມີເຈົ້າໜ້າທີ່ ທີ່ກ່ຽວຂ້ອງກວດກາ ບໍ່ໃຫ້ຄົນເຂົ້າ ໃນເຂດນັ້ນ.

ປັດຈຸບັນ ປະຊາຊົນແຂວງບໍ່ແກ້ວ ສາມາດຜ່ານອອກ-ເຂົ້າປະເທດໄດ້ ພຽງແຫ່ງດຽວ ຄື ຂົວມິຕພາບ ລາວ-ໄທຍ ແຫ່ງທີ 4, ຊຶ່ງມີດ່ານສາກົນ ເຂົ້າ-ອອກ ໄດ້ຕາມປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.