Global Witness ຢືນຢັນບົດຣາຍງານ

ອົງການ Global Witness ຍັງຢືນຢັນ ກ່ຽວກັບ ການຍຶດ ທີ່ດິນ ແບບຜິດ ກົດຫມາຍ ໃນລາວ ແລະ ກຳພູຊາ ຂອງ ບໍຣິສັດ ຫົງອານ ໄກລານ.

ທ່ານ Doan Nguyen Duc ປະທານ ບໍຣິສັດ ຫົງອານ ໄກລານ ກໍາລັງຊີ້ແຈງ ສະແດງຄວາມ ບໍຣິສຸດໃຈ ໃນການລົງທຶນ ປູກຢາງພາລາ ຢູ່ສປປລາວ ແລະ ກໍາພູຊາ (5/20/2013) Vietnam Business

 

ອົງການ Global Witness ຍັງຢືນຢັນ ກ່ຽວກັບ ການຍຶດ ທີ່ດິນ ແບບຜິດ ກົດຫມາຍ ໃນລາວ ແລະ ກຳພູຊາ ຂອງ ບໍຣິສັດ ຫົງອານ ໄກລານ.

ອົງການ ປົກປ້ອງ ສິ່ງແວດລ້ອມ ແລະ ວິຖິຊິວິດ ຂອງ ປະຊາຊົນ Global Witness ໄດ້ ໃຫ້ການຢືນຢັນ ຄວາມຈິງ ກ່ຽວກັບ ຂ່າວທີ່ວ່າ ບໍຣິສັດ ວຽດນາມ ທີ່ຫນູນຫລັງ ໂດຍ ສະຖາບັນ ການເງິນ ນານາຊາດ ທີ່ ສຳຄັນ ໃນການຍຶດ ທີ່ດິນ ຊາວບ້ານ ໃນລາວ ແລະ ກຳພູຊາ ທີ່ໄດ້ ພິມເຜີຍແພ່ ໃນມື້ວັນທີ 13 ເດືອນ ພຶສພາ ວ່າ ບໍຣິສັດ ຫົງການ ໄກລານ ແລະ ບໍຣິສັດ ຣັຖວິສາຫະກິດ ຢາງພາຣາ ວຽດນາມ ໄດ້ສຳປະທານ ທີ່ດິນກວ່າ 2 ແສນ ເຮັກຕາ ໃນການປູກ ຢາງພາລາ ໃນລາວ ແລະ ກຳພູຊາ ແບບບໍ່ໂປ່ງໄສ.

ຣາຍງານ ຍັງໄດ້ຣະບຸ ຕໍ່ໄປວ່າ ຂໍ້ຕົກລົງ ໃນການໃຫ້ ສຳປະທານ ດັ່ງກ່າວ ຫນູນຫລັງໂດຍ ສະຖາບັນ ການເງິນ ສາກົນ ທີ່ມີຊື່ສຽງ ສອງແຫ່ງ ແລະ ຜົລກະທົບ ທີ່ໄດ້ຮັບ ຈາກການ ສຳປະທານ ນັ້ນ ກໍຄືເປັນ ການທຳລາຍ ສິ່ງແວດລ້ອມ ແລະ ວິຖິຊິວີດ ຂອງ ປະຊາຊົນ ທ້ອງຖິ່ນ ຢ່າງຫລວງຫລາຍ.

ໃນການຕອບໂຕ້ ຕໍ່ຂ່າວ ດັ່ງກ່າວ ໃນມື້ວັນທີ 17 ພຶສພາ ປະທານ ບໍຣິສັດ ຫົງອານ ໄກລານ ທ່ານ ດວນ ຫງຽນ ດຶກ ກໍໄດ້ຖແລງ ຕໍ່ກອງປະຊຸມ ນັກຂ່າວ ທັງຈາກພາຍໃນ ແລະ ຕ່າງປະເທດ ທີ່ນະຄອນ ໂຮຈີມິນ ຮ່ວມກັບ ກຸ່ມນັກລົງທຶນ ວ່າ ການກ່າວຫາ ທ່ານ 99.9% ຜິດແລະທ່ານ ໄດ້ໃຫ້ເຫດຜົລ 6 ຂໍ້ ໃນການຕອບໂຕ້ ດ້ວຍການສົງສັຍ ໃນ ຈຸດປະສົງ ອັນແທ້ຈິງ ຂອງການ ອອກຂ່າວ ກ່ຽວກັບ ເຣື້ອງນີ້ ຂອງ ອົງການ Global Witness.

ໃນມື້ວັນທີ 20 ພຶສພາ ອົງການ Global Witness ນາງ ເມກັນ ແມກຊິນີ ຫົວຫນ້າ ຫນ່ວຍງານ ກ່ຽວກັບ ທີ່ດິນ ຂອງອົງການ ດັ່ງກ່າວ ຊຶ່ງເປັນນຶ່ງ ໃນບັນດາ ຜູ້ອອກ ບົດຣາຍງານ ໄດ້ສົ່ງຂໍ້ຄວາມ ໄປຍັງ ວຽດນາມ ແລະ ຕອບໂຕ້ ການຖແລງຂ່າວ ຂອງ ບໍຣິສັດ ອົງອານ ໄກລານ ວ່າ ແທນທີ່ ປະທານ ບໍຣິສັດ ຈະແກ້ໄຂ ບັນຫາ ໃນບົດຣາຍງານ ແລະ ປັບປຸງ ຊິວິດ ການເປັນຢູ່ ຂອງ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ, ບໍຣິສັດ ຫົງອານ ໄກລານ ມີຄວາມສົນໃຈ ໃນການສ້າງ ພາບພົດ ຂອງ ບໍຣິສັດ ຫລາຍກວ່າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org