ລາຄາ ນ້ຳມັນຂຶ້ນ ເກີດຜົລ ກະທົບໜັກ

0:00 / 0:00

ທາ​ການ​ລາວ ​ໄດ້​ປະ​ກາດ​ຂຶ້ນ​ນ້ຳ​ມັນ ເຊື້ອ​ໄຟ 6 ຄັ້ງ​ແລ້ວ ນັບ​ແຕ່​ເດືອນ​ມົກ​ກະ​ຣາ 2022 ຈົນ​ມາ ປັດ​ຈຸ​ບັນ ຊຶ່ງ​ມັນ​ສົ່ງ​ຜົ​ລ​ກະ​ທົບ ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ ຂອງ​ປະ​ຊາ​ຊົນ ໂດຍສະ​ເພາະ ຜູ້​ທີ່​ມີ​ລາຍ​ໄດ້ໜ້ອຍ ແລະ ບາງ​ຄົນ ​ທີ່​ມາ​ຢູ່​ນະ​ຄອນ​ຫລວງວຽງ​ຈັນ ຕ້ອງ​ໄດ້​ກັບ​ຄືນ​ໄປ​ຢູ່​ບ້ານ ທີ່​ຢູ່​ຕ່າງ​ແຂວງ.

ລາ​ຄາ​ນ້ຳ​ມັນໃນ​ປີ 2021:

  • ແອັດ​ຊັງ​ພິ​ເສດ 13,560 ກີບ ຕໍ່​ລິດ
  • ແອັດ​ຊັງ​ທຳ​ມະ​ດາ 12,230 ກີບ ຕໍ່​ລິດ
  • ກາ​ຊວນ 10,420 ກີບ ຕໍ່​ລິດ

ລາ​ຄາ​ນ້ຳ​ມັນ ທີ່​ປະ​ກາດ​ຂຶ້ນໃນ​ວັນ​ທີ 10 ມີ​ນາ 2022:

  • ແອັດ​ຊັງ​ພິ​ເສດ 18,640 ກີບ ຕໍ່​ລິດ
  • ແອັດ​ຊັງ​ທຳ​ມະ​ດາ 16,380 ກີບ ຕໍ່​ລິດ
  • ກາ​ຊວນ 14,510 ກີບ ຕໍ່​ລິດ

ແຕ່​ປີ 2021- ວັນ​ທີ 10 ມີ​ນາ 2022, ສະ​ເພາະ​ຢູ່​ນະ​ຄອນ​ຫລວງວຽງ​ຈັນ ລາ​ຄາ​ນ້ຳ​ມັນ​ຂຶ້ນ​ໂດຍ​ສ​ະ​ເລັ່ຽ ຄື ແອັດ​ຊັງ​ພິ​ເສດລາ​ຄາ​ເພີ່ມ​ຂຶ້ນ 5,080 ກີບ​ຕໍ່​ລິດ, ແອັດ​ຊັງ​ທຳ​ມະ​ດາ ຂຶ້ນ 4,150 ກີບ ຕໍ່​ລິດ, ກະ​ຊວນ ຂຶ້ນ 4,090 ກີບ ຕໍ່​ລິດ. ແຕ່ ຢູ່​ຕ່າງ​ແຂວງ​ໂຕ​ເລກ​ລາ​ຄາ ຈະ​ມີ​ການ​ຫຼຸດ​ລື່ນ​ກັນ​ໜ້ອຍ​ນຶ່ງ ຕາມ​ອັດ​ຕຣາ​ລາ​ຄາ​ຢູ່​ຕ່າງ​ແຂວງ.

ພະ​ນັກ​ງານ​ຄົນ​ນຶ່ງ ​ທີ່​ເຮັດ​ວຽກ​ຢູ່​ບໍ​ຣິ​ສັດ ເອກ​ຊົນ​ແຫ່ງ​ນຶ່ງ ​ຢູ່​ນະ​ຄອນ​ຫລວງວຽງ​ຈັນ ໄດ້​ໃຫ້​ສັມ​ພາດ​ວ່າ ແຕ່​ກ່ອນ​ໃສ່​ນ້ຳ​ມັນ​​ຄັ້ງ​ນຶ່ງ 30,000 ກີບ, ປັດ​ຈຸ​ບັນ ຕ້ອງ​ໃສ່ 35,000 ກີບ ຕໍ່​ຄັ້ງ ໃນ​ຂະ​ນະ​ທີ່​ໄຂ່ໄກ່ ຈາກ​ທີ່​ເຄີຍ​ຊື້ໜ່ວຍ​ລະ 1,000 ກີບ ແຕ່ ປັດ​ຈຸ​ບັນ ໜ່ວຍ​ລະ 1,500-2,000 ກີບ.

ພ​ະນັກງານບໍ​ຣິ​ສັດ ກ່າວ​ວ່າ:

“ປະ​ຢັດ​ເນາະ​ດຽວນີ້ ຊິ​ໄດ້​ໃສ່​ສອງ​ເທື່ອ​ຫັ້ນ​ແຫຼະ ຈາກ​ປົກ​ກະ​ຕິ 30,000 ກີບ ຕໍ່​ຄັ້ງ ແຕ່​ບາດນີ້ ກະ​ໄດ້​ໃສ່ 35,000 ຕໍ່​ຄັ້ງ ອາ​ທິດ​ນຶ່ງ​ກະ​ຊິ​ແມ່ນ​ໃສ່​ສອງ​ເທື່ອ.”

ພະ​ນັກ​ງານ ກ່າວ​ຕື່ມ​ອີກວ່າ:

“ຄັນ​ວ່າ​ໄປ​ກິນ​ເຝີ ຖ້ວຍ​ນ້ອຍ​ກະ​ຖ້ວຍ​ລະ 20,000 ກີບ ແຕ່​ກ່ອນ ຖ້ວຍ​ນຶ່ງ 15,000 ກີບ. ໄຂ່​ໄກ່ ແຕ່ໜ່ວຍ​ລະ 1,000 ກີບ ແຕ່​ປັດ​ຈຸ​ບັນ ໜ່ວຍ​ລະ 1,500-2,000 ກີບ.”

ພະ​ນັກ​ງານ​ໂຮງ​ແຮມ​ຄົນ​ນຶ່ງ ໃຫ້​ສັມພາດ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ ຈາກ​ທີ່​ເຄີຍ​ໃສ່​ນ້ຳ​ມັນ 170,000 ກີບ ຕໍ່​ເດືອນ ແຕ່​ປັດ​ຈຸ​ບັນປະ​ມານ 340,000 ກີບ ຕໍ່​ເດືອນ ໃນ​ຂະ​ນະ​ທີ່ ຄ່າ​ເຊົ່າ​ບ້ານ ແລະ ຄ່າ​ອາ​ຫານ​ການ​ກິນກໍ​ສູງ​ຂຶ້ນ. ສຸດ​ທ້າຍ ລາວໄດ້​ຕັດ​ສິນ​ໃຈ ຈະ​ກັບ​ຄືນ​ໄປ​ຢູ່​ບ້ານ​ທີ່​ຢູ່​ຕ່າງ​ແຂວງ.

ພະ​ນັກ​ງານ​ໂຮງ​ແຮມ:

“ເວ​ລາ​ໄປ​ວຽກ​ໄດ້​ຍ່າງ​ເອົາ​ໄດ໋ ເພາະ​ວ່າ ເຄື່ອງ​ຂອງ​ອີ່​ຫຍັງ​ມັນ​ຂຶ້ນ ເປັນ​ເຂົ້າ ເປັນ​ນ້ຳ ເປັນ​ຜັກ​ເປັນ​ຫຍັງ ເຂົາ​ກະ​ຂຶ້ນ. ລາ​ຄາ​ເຂົ້າ​ຈາກ 70,000 ກີບ ຕໍ່​ໝື່ນ ຖື​ວ່າ​ເຂົ້າ​ບໍ່​ງາມ ຂຶ້ນ​ມາ​ເປັນ 85,000 ກີບ ຫຼື 90,000 ກີບ​ລະ.”

ພະ​ນັກ​ງານ​ໂຮງ​ແຮມ:

“ປີ​ກາຍ​ນ້ອງ​ທຽວ​ແຕ່​ໂພນ​ປ່າ​ເປົ້າ ເດືອນນຶ່ງ ປະ​ມານ 170,000 ກີບ ແຕ່​ປັດ​ຈຸ​ບັນ ເດືອນ​ນຶ່ງ​ປະ​ມານ 340,000 ກີບ. ຄິດ​ໜັກ​ແຮງ​ລະ ກະ​ຮູ້​ແລ້ວ​ວ່າ ຊິ​ຢູ່ບໍ່​ໄດ້​ລະ​ຫຼະ ກະ​ທາງ​ໂຮງ​ແຮ​ມ​ກະ​ຊິບໍ່​ຈ້າງ​ແດ່ ຊິ​ກັບ​ເມືອ​ຢູ່​ໃຕ້​ລະ​ຫຼະ ເພາະ​ວ່າ ມັນ​ໜັກ​ຫຼາຍ.”

ປະ​ຊາ​ຊົນ​ບາງ​ຄົນ ກໍ​ໄດ້​ຈອດ​ຣົ​ຖ​ໄວ້ ແລະ ບໍ່​ຂີ່​ໄປ​ໃສ ຍ້ອນ​ວ່າ ທົນ​ກັບ​ລາ​ຄາ​ນ້ຳ​ມັນ​ບໍ່​ໄຫວ.

ປະ​ຊາ​ຊົນ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

“ເຣື່ອງ​ບັນ​ຫາ​ນ້ຳ​ມັນ​ແພງ​ຢູ່​ບ້ານ​ເຮົາ​ນີ້ ໂອ​ກໍ​ມີ​ບັນ​ຫາ​ໃດ​ເນາະ ເວັ້ນ​ເສັຽ​ແຕ່​ຜູ້​ມີ​ເງິນ​ມີ​ທອງ ຜູ້​ມີ​ຣົ​ຖກໍ​ບໍ່​ໄດ້​ໃສ່​ວ່າ​ຊັ້ນ​ຊະ ນ້ຳ​ມັນ ມັນ​ກະ​ບໍ່​ພໍ​ພຽງ​ໃນ​ປັດ​ຈຸ​ບັນ​ນີ້ ບາງ​ຄົນ​ກະ​ຈອດ​ຣົ​ຖ​ໄວ້ ເວັ້ນ​ເສັຽ​ແຕ່​ວ່າ ຜູ້​ທີ່​ວ່າ​ມີການ​ຄ້າ​ການ​ຂາຍ ຜູ້​ມີ​ເງິນ​ມີ​ທອງ ກະ​ພໍ​ໄດ້​ໃສ່.”

ການ​ຂຶ້ນ​ລາ​ຄາ​ນ້ຳ​ມັນ ອີງ​ໃສ່ກົນ​ໄກ​ຕ​ລາດ​ໂລກ, ເຈົ້າ​ໜ້າ​ທີ່​ກົມ​ການ​ຄ້າ​ພາຍ​ໃນ ກະ​ຊວງ​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ໄດ້​ກ່າວ ຕໍ່​ເອ​ເຊັຽ​ເສ​ຣີ ທີ່​ຜ່ານ​ມາ ວ່າ:

“ແມ່ນ​ເພາະ​ວ່າລາ​ຄາ​ເຮົາ​ປັບມັນ​ກໍອີງ​ຕາມ​ຕ​ລາດ​ໂລກ​ຢູ່​ແລ້ວໂຕນີ້ຜ່ານ​ມາເຮົາ​ກະ​ມີ​ການ​ຄັງ​ແຮຊ້ວງ​ໃດ​ມັນ​ຂຶ້ນ​ຫຼາຍໆຣັ​ຖ​ບານ​ກໍ​ເອົາ​ຄັງ​ແຮມາ​ນ້ຳ​ໃຊ້ໂຕນີ້​ແຕ່ລະ​ຄັ້ງກໍ​ບໍ່​ຄື​ກັນມັນ​ແລ້ວແຕ່​ວ່າລາ​ຄາ​ມັນ​ຂຶ້ນ​ໜ້ອຍຂຶ້ນ​ຫຼາຍໂຕນີ້ເຮົາ​ບໍ່​ມີ​ເປັນ​ຫຼັກການ​ຕາຍ​ໂຕໄວ​ໃນ​ນັ້ນມັນ​ຂຶ້ນ​ກັບ​ໂຕ​ເລກ​ທີ່​ວ່າມັນເໜັງ​ຕີງແຕ່​ລະ​ຄັ້ງ.”

ທ່ານ ກ່າວ​ຕື່ມ​ອີກວ່າ: ທາງ​ການ​ລາວ ໄດ້​ກຳ​ນົດ ໃຫ້​ນຳ​ມັນ​ເປັນ​ສິນ​ຄ້າ​ຄວບ​ຄຸມ ເນື່ອງ​ຈາກ​ເປັນ​ສິນ​ຄ້າ​ທີ່​ຈຳ​ເປັນຕໍ່​ການ​ດຳ​ລົງ​ຊີ​ວິດ ມີ​ຄວາມ​ສຳ​ຄັນ​ໃນ​ການ​ ຜ​ລິດ​ສິນ​ຄ້າ ແລະ ບໍ​ຣິ​ການ ແລະ ສິນ​ຄ້າ​ທີ່​ມີ​ລາ​ຄາ​ປ່ຽນ​ແປງໄປ​ຕາມ​ຕ​ລາດ​ໂລກ.