ໂຮງງານຕັດຫຍິບ ຢູ່ລາວ ເປີດຄືນແລ້ວ

ສິດນີ
2021.05.20
ໂຮງງານຕັດຫຍິບ ຢູ່ລາວ ເປີດຄືນແລ້ວ ຄົນງານໃນນະຄອນຫຼວງວຽງຈັນ ພາກັນກັບມາ ດໍາເນີນກິຈການ ຕັດຫຍິບອີກຄັ້ງໃໝ່ ທຸກຄົນ ຊື່ນຊົມຍິນດີ ທີ່ໄດ້ເຮັດວຽກ.
ນັກຂ່າວພົລເມືອງ

ໂຮງງານຕັດຫຍິບຫລາຍແຫ່ງ ໃນນະຄອນຫລວງວຽງຈັນ ໄດ້ກັບຄຶນມາເປີດກິຈການໃຫມ່ ຫລັງຈາກການຫ້າມເປີດໄດ້ສິ້ນສຸດລົງ ໃນມື້ວັນທີ 5 ພຶສພາ ຜ່ານມາ ເປັນຕົ້ນໂຮງງານ ຕັດຫຍິບຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ກໍໄດ້ກັບມາເປີດຄືນໃຫມ່ ໃນວັນທີ 6 ພຶສພາ ປີ 2021 ພ້ອມທັງໄດ້ມີມາຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດ ໃຫ້ພະນັກງານ ທຸກຄົນສັກຢາວັກຊິນ ໃຫ້ຄົບສອງເຂັມ ໂດຍບໍຣິສັດຈ່າຍເງິນສນັບສນູນ ການສັກຢາວັກຊິນ ຄົນລະ 3 ແສນກີບ ຊຶ່ງມາຕການດັ່ງກ່າວ ເປັນໄປຕາມການ ຊີ້ແນະ ຂອງທາງການ. ຕາມຄຳເວົ້າຂອງ ຜູ້ປະກອບການໂຮງງານຕັດຫຍິບ ແຫ່ງນຶ່ງ ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ຕໍ່ເອເຊັຽເສຣີ ໃນມື້ວັນທີ 19 ພຶສພາ ນີ້ວ່າ:

"ມາຕການອື່ນໆແມ່ນ ກວດອຸນຫະພູມ ແຈກຜ້າປິດປາກ ມີເຈວລ້າງມື ມີຫຍັງໃຫ້ປະກອບໃຫ້ຄົບ ມີອ່າງລ້າງມື ມີເປົ່າມື ມີຫຍັງ ຕ່າງໆຮັກສາໄລຍະຫ່າງຕ່າງໆເນາະ ສັກຢາເຮົາກໍ ປຸກຣະດົມສັກຢາຕລອດ ຜູ້ໃດສີດຄົບແລ້ວ ມີເງິນສນັບສນູນໃຫ້ 3 ແສນກີບ ຫວ່າງວັນທີ 17 ນີ້ເນາະ ກໍມີຣັຖມົນຕຣີກະຊວງ ອຸດສາຫະກັມ ມາກວດກາຊຸກຍູ້ມາຕການປປ້ອງກັນ.”

ໂຮງງານຕັດຫຍິບ ອີກແຫ່ງນຶ່ງ ຢູ່ເມືອງສີສັຕຕະນາກ ນະຄອນຫຼວງວຽງຈັນ ກໍໄດ້ກັບຄືນມາເປີດອີກໃຫມ່ຄືກັນ ແລະກໍມີມາຕການ ປ້ອງກັນໂຄວິດ-19 ຢ່າງເຄັ່ງຄັດດ້ວຍການ ຣະດົມໃຫ້ພະນັກງານ ທີ່ພັກໃນຫໍພັກໂຮງງານ ພາຍໃນບໍຣິສັດປະມານ 100 ປາຍຄົນ ໄປສັກຢາ ແລະ ບໍ່ໃຫ້ອອກນອກໂຮງງານ ເນື່ອງຈາກວ່າ ຫຼາຍບ້ານຍັງຖືກສັ່ງປິດຢູ່:

"ເປັນນ້ຳຢາ ເປັນຫນ້າກາກ, ເປັນຜ້າເຊັດ ເພິ່ນແຈກໃຫ້ຫມົດ, ບ່ອນເຮັດວຽກ ເພິ່ນໃຫ້ຢູ່ຫ່າງກັນແມັດນຶ່ງ ແມັດປາຍພຸ້ນແຫຼະ ກິນເຂົ້າ ກໍຄືກັນ ກິນໃຜກິນມັນ ຢູ່ໃນຂອບເຂດ ເພິ່ນຈະບໍ່ໃຫ້ອອກໄປນອກ, ນອກບ້ານນາຍບ້ານກໍບໍ່ໃຫ້ອອກເຮືອນ.”

ສ່ວນໂຮງງານຕັດຫຍິບ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກໍໄດ້ເປີດຄືນໃຫມ່ຄືກັນ ໃນທັນທີ່ໄດ້ຮູ້ແຈ້ງການ ການຢຸດ ກິຈການການຕັດຫຍິບໄດ້ ສິ້ນສຸດລົງໂຮງງານນີ້ ກໍມີມາຕການປ້ອງກັນໂຄວີດ-19 ຕາມທາງການສັ່ງການ. ດັ່ງເຈົ້າຫນ້າທີ່ໂຮງງານ ທ່ານນຶ່ງເວົ້າວ່າ:

“ຊ່ວງແຣກໆນີ້ ເຮົາຈະເປີດສະເພາະແຕ່ຄົນຫໍພັກ ຈະແຈກອາລກໍຮໍ ແຈກສບູ ແຈກໄວຕາມີນຊີ ເຫັນແພດເວົ້າວ່າ ກີນແລ້ວ ມັນພູມ ຕ້ານໄຂ້ຫວັດໄດ້ ເວລາເຂົ້າມາເຮັດວຽກ ເຮົາກໍມີລ້າງມື ພົ່ນອາລກໍຮໍ ວັດອຸນຫະພູມ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ພາຍໃນໂຮງງານຈະມີພະນັັກງານ ຈາກຫໍພັກໂຮງງານ ແລະຈາກຕ່າງແຂວງປະມານ 700 ຄົນ ກໍຖືກ ໃຫ້ໄປສັກຢາເກືອບຫມົດແລ້ວ ສ່ວນເຫຼືອມີ ຈຳນວນນ້ອຍ ກໍຈະໃຫ້ໄປສັກຢາໃນໄວໆນີ້.

ກ່ຽວກັບເຣື້ອງນີ້ເຈົ້າຫນ້າທີ່ ອຸດສາຫະກັມ ແລະ ການຄ້າ ເມືອງສີໂຄດຕະບອງເວົ້າວ່າ ເຖິງແມ່ນວ່າໂຮງງານຕັດຫຍິບຫຼາຍແຫ່ງ ຈະເປີດກິຈການໃຫມ່ກໍຕາມ ແຕ່ທາງເມືອງກໍມີ ມາຕການປ້ອງກັນ ໂຄວິດ-19 ຕາມໂຮງງານເຫລົ່ານັ້ນ ຢ່າງເຄັ່ງຄັດ ໂດຍເນັ້ນໃສ່ ການຈັດຕາຕະລາງ ການເຮັດວຽກຂອງພະນັກງານ ບໍ່ໃຫ້ມີຄວາມແອອັດ ເກີນໄປ, ແລະ ຫມັ່ນ ກວດສຸຂພາບຄົນງານ ໃນໂຮງງານ ຮວມທັງເຮັດບົດຣາຍງານ ທຸກມື້ໃຫ້ແກ່ທາງເມືອງ ໃນການຕິດຕາມ ເຝົ໊າຣະວັງໂຄວິດ-19.

“ເຮົາກໍໃຫ້ເຂົາຣາຍງານສະເພາະແຕ່ລະມື້ລະມື້ ກວດເບິ່ງວ່າ ກັມມະກອນເຮົາມີອັນ ເຈັບຫົວມົວເກົ້າບໍ່ ໃນແຕ່ລະມື້ຫັ້ນນ່າຕິດຕາມ ກວດສຸຂພາບ ແທກອຸນຫະພູມ ໃນແຕ່ລະມື້ ໃຫ້ຫລຸດຜ່ອນ ຈຳນວນກັມມະກອນລົງ ປ່ຽນເວລາເຮັດວຽກ ມື້ນຶ່ງຜັ້ນສອງເຜັ້ນ 3 ເຜັ້ນ ກໍແລ້ວແຕ່ວ່າ ບໍ່ໃຫ້ມັນແອອັດຫັ້ນແຫຼະ.”

ທ່ານກ່າວຕື່ມວ່າ ໂຮງງານຕ່າງໆ ກໍຕ້ອງຣາຍງານຄວາມຄືບຫນ້າ ຂອງການສັກຢາວັກຊິນ ແກ່ພະນັກງານໃຫ້ຄົບຫມົດທຸກຄົນ ຕາມຄຳສັ່ງຂອງແພດແລະຫມໍ ແລະອະນຸຍາດ ໃຫ້ເຈົ້າຫນ້າທີ່ ສາທາຣະນະສຸກ ເຂົ້າໄປສັກຢາໃນໂຮງງານໄດ້ ຖ້າຈຳເປັນ.

ຜູ້ຈັດການຂແນງການເບິ່ງແຍງ ພະນັກງານຕັດຫຍິບ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ທ່ານນຶ່ງເວົ້າວ່າ ພະນັກງານ ຕັດຫຍິບ ໃນໂຮງງານຮູ້ສຶກດີໃຈ ທີ່ໄດ້ກັບຄືນມາ ເຮັດວຽກອີກໃຫມ່ ຍ້ອນຈະມີຣາຍໄດ້ ເພື່ອຊ່ອຍຄອບຄົວແລະພໍ່ແມ່.

“ດີໃຈແຫຼະເນາະ ເພາະວ່າເຂົາຈະໄດ້ເຮັດວຽກແລ້ວ ກໍໄດ້ເງິິນເດືອນ ກິນເຂົ້າ ຕອນໂຄວິດ-19 ເຂົາປິດໄປມັນກໍບໍ່ມີວຽກ ບໍ່ມີເງິນ ທັງບໍ່ມີເຂົ້າກີນ ມັນກໍຍາກ ຍາກກວ່າມາເຮັດວຽກ ຕອນນີ້ ເຮົາໃສ່ຜ້າອັດປາກເນາະ ເວັ້ນໄລຍະຫ່າງເຂົ້າ-ອອກ ມັນຕ້ອງມີເຈວ ລ້າງມື.”

ອິງຕາມຣາຍງານ ຂອງຫນັງສືພີມວຽງຈັນທາມສ໌ ໃນມື້ວັນທີ 18 ພືສພາ ປີ 2021 ທ່ານ ຄຳແພງ ໄຊສົມແພງ ຣັຖມົນຕຣີ ກະຊວງ ອຸດສາຫະກັມ ແລະ ການຄ້າ ກໍໄດ້ລົງຕິດຕາມ ສະພາບການຜລິດ ຂອງໂຮງງານຕັດຫຍິບ ໃນວັນທີ 17 ພຶສພາ ພາຍຫລັງທີ່ຫຼາຍ ໂຮງງານຕັດຫຍິບ ເປີດໃຫມ່ ໂດຍເນັ້ນໃຫ້ໂຮງງານ ຕັດຫຍິບປະຕິບັດ ຕາມມາຕການປ້ອງກັນ ໂຄວິດ-19 ຂອງທາງການຢ່າງ ເຂັ້ມງວດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.