ຣະເບີດກາຍເປັນເຄື່ອງເອ້
2015.02.16
ເປັນເວລາ ກວ່າ ສີ່ ສີບປີ ຫລັງຈາກ ສົງຄາມ ວຽດນາມ ສິ້ນສຸດ ລົງ ລູກ ຣະເບີດ ທີ່ ກອງທັບ ອາກາດ ສະຫະຣັດ ຖີ້ມ ເພື່ອ ຕັດ ເສັ້ນທາງ ລຳລຽງ ຂອງ ໂຮຈີມີນ ກຳລັງ ທະຫານ ວຽດນາມ ເຫນືອ ທີ່ ຍັງບໍ່ທັນ ແຕກ ໃນລາວ ໄດ້ກາຍ ເປັນ ເຄື່ອງເອ້ ທີ່ມີ ຣາຄາ ແພງ ທີ່ໃສ່ ໂດຍ ນາຍແບບ ແລະ ນາງແບບ ອະເມຣິກັນ ທີ່ ວາງຂາຍ ໃນ ນະຄອນ ນິວຢອກ ໃນ ວັນ ສະແດງ FASHION WEEK.
ເຄື່ອງເອ້ ປະເພດ ສາຍແຂນ ທີ່ ບັນຈຸ ດ້ວຍເພັດ ຕຸ້ມຫູ ສາຍຄໍ ແລະ ອື່ນໆ ສ່ວນໃຫຍ່ ແມ່ນເຮັດ ດ້ວຍ ເສດ ຣະເບີດ ຈາກ ກອງທັບ ສະຫະຣັຖ ຖີ້ມລົງ ໃສ່ລາວ ທີ່ ຍັງບໍ່ທັນ ແຕກ ທີ່ ຊາວບ້ານ ນຳມາ ປະດີດ ເປັນ ເຄື່ອງເອ້ ໃນບ່ອນ ຫລອມເຫລັກ ໃນຕູບ ທີ່ ເຮັດດ້ວຍ ໄມ້ໄຜ່ ຂອງ ພວກ ຂະເຈົ້າ ແລະ ເຄື່ອງເອ້ ດັ່ງກ່າວ ຖືກ ນຳມາ ຈຳຫນ່າຍ ໂດຍ ອົງກອນ ເອກຊົນ BROOKLYNE STARUP ARTICLE 22 ທີ່ ນະຄອນ ນີວຢອກ ແລະ ໃນ 40 ປະເທດ ໃນໂລກ.
ນາງ ELIZABETH SUDA ຜູ້ຮ່ວມ ສ້າງຕັ້ງ ອົງກອນ ARTICLE 22 ຊື່ ງເປັນ ມາຕຣາການ ປົກປ້ອງ ສິດທິ ມະນຸດ ຂອງ ອົງການ ສະຫະ ປະຊາຊາດ ເວົ້າວ່າ ພວກນາງ ຕ້ອງການ ຢາກໃຫ້ ເຄື່ອງເອ້ ດັ່ງກ່າວ ເປັນ ສີ່ງບອກເລົ່າ ຄວາມ ເປັນມາ ໃນການ ສົນທະນາ ກັນ ເມື່ອ ເວລາ ຜູ້ຄົນ ເຫັນ ຄົນໃສ່ ເຄື່ອງເອ້ ທີ່ ເຮັດດ້ວຍ ເສດ ຣະເບີດ ກໍຈະຖືກ ຊັກຖາມວ່າ ຄວາມເປັນມາ ເປັນ ແນວໃດ ແລະ ເປັນຫຍັງ ສີ່ງເຫລົ່ານີ້ ຈື່ງເກີດ ຂື້ຶ້ນ ມັນຈະບອກ ເຖິງ ປວັດສາດ ຄວາມ ເປັນມາ ຂອງ ເສດ ຣະເບີດ ດັ່ງກ່າວ.