ສປປລາວ ລົບລ້າງການ ສໍ້ໂກງ ບໍ່ໄດ້

ຈໍາປາທອງ
2017.11.13
f-bounthong ທ່ານ ບຸນທອງ ຈິດມະນີ ຮອງນາຍົກຣັຖມົນຕຣີ ຫົວຫນ້າຫ້ອງການ ກວດສອບແຫ່ງຣັຖ
Public Domain

42 ປີ ທີ່ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ ພັກດຽວຜູກຂາດ ອຳນາດ ທີ່ວ່າຈະປົກຄອງປະເທສ ດ້ວຍຄວາມຂາວສະອາດ ເຮັດໃຫ້ສັງຄົມ ມີຄວາມໂປ່ງສັຍ ໃຫ້ປະຊາຊົນ ມີສິດເສຣີພາບ ແລະ ປະຊາທິປະໄຕ ແຕ່ໃນຄວາມເປັນຈິງ ແມ່ນເຕັມໄປດ້ວຍ ການສໍ້ຣາດບັງຫລວງ ຍ້ອນຍາມໃດ ກໍປະຕິບັດ ຕາມມະຕິ ຄໍາສັ່ງ ແລະແຜນ ນະໂຍບາຍ ຂອງ ຜູ້ນໍາພັກ ສ່ວນວ່າຣະບຽບ ກົດໝາຍ ຂອງ ສປປລາວ ເປັນຕົ້ນ ກົດໝາຍ ວ່າດ້ວຍການ ຕ້ານການສໍ້ຣາດ ບັງຫລວງ ບໍ່ໄດ້ຮັບ ການຈັດຕັ້ງ ປະຕິບັດ ໃຫ້ເກີດຜົລ ເປັນຈິງ ພໍເທົ່າໃດ ຊຶ່ງເປັນທີ່ຮູ້ກັນດີ ໃນທົ່ວສັງຄົມລາວ ແລະຢູ່ຕ່າງ ປະເທສ ແມ່ນແຕ່ ນາຍົກ ຣັຖມົນຕຣີ ສປປລາວ ເອງກໍຍັງຮັບຮູ້ ກ່ຽວກັບບັນຫາ ທີ່ວ່ານີ້ ດັ່ງທີ່ທ່ານ ທອງລຸນ ສີສຸລິດ ໄດ້ກ່າວ ຢູ່ໃນກອງປະຊຸມ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 8 ໃນມື້ວັນທີ 16 ຕຸລາ 2017 ນີ້ວ່າ:

ຕາມເນື້ອໃນຂອງມາດຕຣາ 2 ຂອງກົດໝາຍວ່າດ້ວຍການ ຕ້ານການສໍ້ຣາດບັງຫຼວງ ຂອງ ສປປລາວ, ການສໍ້ຣາດບັງຫລວງ ແມ່ນ ພຶດຕິກັມ ຂອງ ພະນັກງານ ອັນໝາຍເຖິງ ຕັ້ງແຕ່ຜູ້ເປັນ ເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ, ກັມການ ກົມການເມືອງ ສູນກາງພັກ, ປະທານປະເທສ, ນາຍົກຣັຖມົນຕຣີ, ປະທານ ສະພາແຫ່ງຊາດ ລົງມາເຖິງ ພະນັກງານ ທົ່ວໄປ ທີ່ສວຍໃຊ້ ສິດອຳນາດ, ຖານະຕຳແໜ່ງ ແລະໜ້າທີ່ ຂອງຕົນ ເພື່ອຍັກຍອກ, ສໍ້ໂກງ, ຮັບສິນບົນ, ໃຫ້ສິນບົນ ແລະ ພຶດຕິກັມອື່ນ ເພື່ອຫາຜົລປໂຍດ ໃຫ້ຕົນເອງ, ຄອບຄົວ, ຍາດພີ່ນ້ອງ, ໝູ່ຄູ່, ພັກພວກ.

ສິ່ງດັ່ງກ່າວສະແດງອອກ ຢູ່ໃນຣາຍງານຂອງ ທ່ານ ບຸນທອງ ຈິດມະນີ ຫົວໜ້າອົງການ ກວດກາຣັຖບາລ ຕໍ່ກອງປະຊຸມ ສະພາ ແຫ່ງຊາດ ກ່ຽວກັບຜົລ ການກວດສອບ ງົບປະມານ ແລະການນໍາໃຊ້ ຊັພສິນຂອງຣັຖ ສົກປີ 2013-14 ແລະ 2014-15 ຕອນນຶ່ງວ່າ:

ໃນການແກ້ໄຂບັນຫາທີ່ວ່ານັ້ນ ເຖິງມີການແຈ້ງຊັພສິນ ພະນັກງານ-ຣັຖກອນ ໃນທົ່ວປະເທສ ຄັ້ງທີສອງ ໃນປີນີ້ ທີ່ທາງການ ສປປລາວ ວ່າໄດ້ມີ ການປັບປຸງ ຂຶ້ນໜ້ອຍນຶ່ງ ທຽບໃສ່ ຄັ້ງທໍາອິດ ໃນປີ 2015 ໂດຍໃຫ້ຜູ້ແຈ້ງ ແລະ ຜູ້ຮັບແຈ້ງ ສາມາດ ຖາມ-ຕອບ ກ່ຽວກັບ ເຣຶ່ອງທີ່ມາ ທີ່ໄປຂອງຊັພສິນ ນັ້ນໄດ້ ແລະ ທັງຈະເປີດເຜີຍ ຜົລການແຈ້ງ ຊັພສິນ ນັ້ນເທື່ອລະກ້າວ ຊຶ່ງ ທີ່ຜ່ານມາ ເອົາເຂົ້າຊອງມ້ຽນໄວ້, ດັ່ງເຈົ້າໜ້າທີ່ ລາວທ່ານນຶ່ງ ໄດ້ກ່າວ ຕໍ່ວິທຍຸ ເອເຊັຽເສຣີ ເມື່ອອາທິດ ທີ່ຜ່ານມາວ່າ:

“ໝາຍຄວາມວ່າພວກເຮົາ ມີການປັບປຸງ ໜ້ອຍນຶ່ງ ແລ້ວພວກເຮົາ ກະຕ້ອງໄດ້ ແນະນຳໃໝ່ ຫັ້ນນ່າ. ເພິ່ນກະພຍາຍາມວ່າ ດຽວນີ້ ຄັ້ງທີສອງເນາະ ພວກເຮົາ ກະພຍາຍາມ ເປີດເຜີຍຫັ້ນນ່າ, ເຮັດໃຫ້ມີການເປີດເຜີຍ ເທື່ອລະກ້າວ. ເທື່ອແລ້ວນີ້ ມີການ ມາແຈ້ງມາຮັບ ລະເອົາເຂົ້າຊອງ ມ້ຽນຊື່ໆ",

ໃນຂນະທີ່ຫລາຍຄົນເວົ້າວ່າ ການເປີດເຜີຍ ຜົລຂອງການແຈ້ງ ຊັພສິນ ພະນັກງານ-ຣັຖກອນ ອັນແທ້ຈິງ ນັ້ນ ຄົງຈະບໍ່ກວມເອົາ ເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ ທີ່ເປັນປະທານ ປະເທສ ແລະກັມການ ກົມການເມືອງ ສູນກາງພັກ ທີ່ມີທັງ ເປັນນາຍົກ ຣັຖມົນຕຣີ ແລະປະທານ ສະພາແຫ່ງຊາດ ນັ້ນແນ່ນອນ.

ເວົ້າເຖິງການສໍ້ໂກງ ການສໍ້ຣາດບັງຫລວງ ຢູ່ ສປປລາວ ຫລາຍຄົນເວົ້າວ່າ ບໍ່ພຽງມີແຕ່ ຢູ່ຕາມ ກະຊວງທະບວງກົມ, ຢູ່ຕາມແຂວງ ແລະ ຣັຖວິສາຫະກິດ ທີ່ທຸຈຣິດຫລາຍໆ ຕື້ກີບເທົ່ານັ້ນ ແມ່ນແຕ່ ເຈົ້າໜ້າທີ່ ຢູ່ສະຖາບັນ ຂອງຕ່າງໆ ທີ່ມີຊ່ອງທາງ ຫາຣາຍໄດ້ ແບບບໍ່ຖືກຕ້ອງ ຕາມຣະບຽບ ກົດໝາຍ ແລະຊາວບ້ານ ທີ່ມີຊ່ອງທາງ ກໍຍັງສໍ້ໂກງ ນໍາດ້ວຍ. ເຊັ່ນຕົວຢ່າງ ການຊື້ຈ້າງ ເຂົ້າໂຮງຮຽນ, ເຂົ້າເປັນ ຣັຖກອນ ກໍຍັງ ປະຕິບັດກັນ ຢ່າງຕໍ່ເນື່ອງ ແລະເປັນບັນຫາ ຍາກທີ່ຈະ ແກ້ໄຂໄດ້ ເຖິງແມ່ນວ່າ ຈະມີການປາບປາມ ການທຸຈຣິດ ປານໃດ ກໍ່ຕາມ ຍ້ອນວ່າຜູ້ນຳ ພັກ-ຣັຖ ທຸກຂັ້ນ ຍັງບໍ່ທັນ ເປັນເຈົ້າການ ໃນການປາບປາມ ການສໍ້ຣາດບັງຫລວງ ເຖິງມີລະບຽບ ກົດໝາຍ ອອກມາຫລາຍ ສະບັບ ເປັນຕົ້ນ ກົດໝາຍວ່າດ້ວຍ ການຕ້ານ ການສໍ້ຣາດ ບັງຫລວງ ນີ້ແລ້ວກໍຕາມ.

ການຊື້ຈ້າງຫລື ໃຫ້ເງິນສິນບົນ ເພື່ອຈະໄດ້ຮຽນຕໍ່ ຫລືເຂົ້າເຮັດວຽກ ເປັນຣັຖກອນ ຢູ່ຕາມໂຮງຮຽນ ແລະສຳນັກງານ ອົງການຕ່າງໆ ເປັນບັນຫາ ຊໍ້າເຮື້ອ ທີ່ ມາດົນແລ້ວ - ຕາມຫາງສຽງ ໃນສັງຄົມລາວ. ສຳລັບນັກສຶກສາ ທີ່ສໍາເຣັດ ການຮຽນໃໝ່ ຖ້າບໍ່ມີ ເສັ້ນສາຍ ຫລືບໍ່ມີເງິນ ຊື້ຈ້າງ ກໍບໍ່ໄດ້ເຂົ້າ ເຮັດວຽກນຳຣັຖ ເຖິງແມ່ນວ່າ ຈະມີຄວາມຮູ້ ຄວາມສາມາດ ກໍຕາມ ດັ່ງນັກສຶກສາ ຮຽນຈົບໃໝ່ ທີ່ສອບເສັງ ເຂົ້າເຮັດວຽກ ນໍາຫ້ອງການ ການຄ້າ ຜູ້ນື່ງ ເວົ້າຕໍ່ວິທຍຸ ເອເຊັຍ ເສຣີວ່າ:

"ຄືນ້ອງນີ້ຕອນຊິເສັງກະໄດ້ເສັຽເງິນ ຈຶ່ງມີລາຍຊື່ເຂົ້າເສັງ ບາດເວລາເສັງແລ້ວ ຄັນຢາກເຂົ້າເຮັດວຽກ ກະຕ້ອງໄດ້ຈ່າຍເງິນອີກ ເຂົາວ່າຊິເອົານໍາ 1 ແສນບາດ ແຕ່ວ່າແສນບາດນີ້ ແມ່ນເຂົ້າ ເປັນພະນັກງານ ອາສາ ບໍ່ທັນໄດ້ເປັນ ຣັຖກອນ ສົມບູນເທື່ອ ຄັນຊິເຂົ້າ ເປັນຣັຖກອນ ຮ້ອຍເປີເຊັນ ກໍ່ຈະຕ້ອງໄດ້ເສັຽ ຕື່ມອີກ”.

ການຈ້າງເຂົ້າເຮັດວຽກນຳຣັຖ ຈະໄດ້ຈ້າງຫລາຍ ຫລືໜ້ອຍນັ້ນ ແມ່ນຂຶ້ນຢູ່ກັບວຽກ ທີ່ຈະເຂົ້າເຮັດ, ວຽກໃດມີລາຍໄດ້ໜ້ອຍ ກໍບໍ່ໄດ້ ຈ່າຍຫລາຍ, ວຽກໃດ ມີຣາຍໄດ້ດີ ກໍໄດ້ຈ້າງຫລາຍ. ໃນຂະນະດຽວກັນ ເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງ ແຂວງ ສະຫວັນນະເຂດ ທ່ານນຶ່ງ ເວົ້າວ່າ ປັດຈຸບັນ ເຣຶ່ອງການຊື້ຈ້າງ ທີ່ວ່ານັ້ນ ມີການເຂັ້ມງວດ ກວດຂັນຂຶ້ນ ແລະ ມີທັງຄະນະ ກັມການ ກວດສອບ ບັນຫານີ້:

“ປະຈຸບັນໄດ້ມີການຈຳກັດ ຫລາຍແລ້ວ ກ່ຽວກັບເລື່ອງນີ້ ອິງໃສ່ລະບຽບ ຊູ່ມື້ນີ້ມັນເຄັ່ງ ຖ້າຮູ້ວ່າ ແມ່ນຜູ້ໃດ ເຂົາຈະມີການ ຕັ້ງຄະນະ ກວດກາ ກວດສອບ ດຽວນີ້ເຮັດແທ້ໃດ ບໍ່ຄືແຕ່ກ່ອນ ຄືເຮົາຮູ້ນຳ ກັນຫັ້ນ ແລະສຳລັບເລື່ອງ ເອົາເງີນ ເອົາຄຳ”.

ເວົ້າເຖິງການສໍ້ຣາດບັງຫລວງ ຢູ່ ສປປລາວ ວ່າມີຫລາຍ ຫລືໜ້ອຍ ເທົ່າໃດນັ້ນ ຕາມຣາຍງານ ຂອງອົງການ ເພື່ອຄວາມໂປ່ງໃສ ສາກົນ ດັສນີປີ 2016, ລາວຕົກຢູ່ໃນກຸ່ມ ປະເທສ ທີ່ມີການສໍ້ຣາດ ບັງຫລວງຫລາຍ, ເປັນປະເທສທີ 123 ໃນຈໍານວນ 176 ປະເທສ ໃນໂລກ.

ແຕ່ກໍຍັງດີກວ່າ ຣັສນີ ປີ 2015 ແດ່ໜ້ອຍນຶ່ງ ທີ່ຕົກເປັນທີ 139 ໃນຈໍານວນ 168 ປະເທສ ຍ້ອນໄດ້ມີ ການຈັບ ເຈົ້າໜ້າທີ່ ທາງການ ຊຶ່ງສ່ວນໃຫຍ່ ແມ່ນຕໍາຣວດ ຊັ້ນຜູ້ນ້ອຍ ເປັນ 1,000 ຄົນ ລົງວິນັຍ ໃສ່ໂທດ. ສິ່ງທັງໝົດ  ດັ່ງກ່າວ ສະແດງ ໃຫ້ເຫັນວ່າ ຕລອດຣະຍະ 40 ປາຍປີມານີ້ ສປປລາວ ທີ່ຢູ່ພາຍໃຕ້ການນຳພາ ຂອງພັກດຽວ ຜູກຂາດອຳນາດ ແບບຜະເດັດການ ມານີ້ ເຮັດໃຫ້ສັງຄົມລາວ ເຕັມໄປດ້ວຍ ການສໍ້ຣາດ ບັງຫລວງ ໃນກົງຈັກ ການຈັດຕັ້ງ ຂອງພັກ ແລະຣັຖ ທັງສາຍຕັ້ງ ແລະສາຍຂວາງ; ປະຊາຊົນຂາດສິດ, ເສຣີພາບ ແລະ ປະຊາທິປະໄຕ, ບໍ່ກ້າທັກທ້ວງ ທວງຖາມ, ຍາມໃດ ກໍຕ້ອງໄດ້ ປະຕິບັດ ຕາມມະຕິ ຄໍາສັ່ງ ແລະແຜນນະໂຍບາຍ ຂອງຜູ້ນໍາພັກ, ສ່ວນວ່າຣະບຽບ ກົດໝາຍ ເປັນຕົ້ນກົດໝາຍ ວ່າດ້ວຍການ ຕ້ານການສໍ້ຣາດ ບັງຫຼວງ ຊຶ່ງມາດຕຣາ 1 ກໍານົດເອົາໄວ້ເຖິງຫລັກການ, ຣະບຽບການ ແລະມາຕການ ໃນການສະກັດກັ້ນ ແລະຕ້ານການສໍ້ຣາດ ບັງຫລວງນັ້ນ ບໍ່ໄດ້ຮັບການ ຈັດຕັ້ງ ປະຕິບັດ ໃຫ້ເກີດຜົລ ເປັນຈິງພໍເທົ່າໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.