ແຮງງານຈີນ-ວຽດນາມ ຫຼາຍເກີນກຳນົດ
ໂຄງການ ພັທນາ ຫລາຍແຫ່ງ ໃນລາວ ຍັງໃຊ້ ແຮງງານ ຈີນ ແລະ ວຽດນາມ ເກີນໂກຕາ ທີ່ ກຳນົດໃຫ້.
-
2013-04-26 -
-
-
Your browser doesn’t support HTML5 audio
ໂຄງການ ພັທນາ ຫລາຍແຫ່ງ ໃນລາວ ຍັງໃຊ້ ແຮງງານ ຈີນ ແລະ ວຽດນາມ ເກີນໂກຕາ ທີ່ ກຳນົດໃຫ້.
ເຈົ້າຫນ້າທີ່ ກະຊວງ ແຜນການ ແລະ ການລົງທຶນ ເປີດເຜີຍວ່າ ໂຄງການ ພັທນາ ຫລາຍແຫ່ງ ໃນແຂວງ ພາກເຫນືອ ຂອງລາວ ຍັງມີການ ວ່າຈ້າງ ແຮງງານ ຈີນ ແລະ ວຽດນາມ ເຮັດວຽກ ຫລາຍກວ່າ ໂກຕາ ທີ່ກຳນົດ ໃຫ້ ຍ້ອນການ ຂາດແຄນ ແຮງງານ ໃນລາວ ແລະ ໃນຂະນະ ດຽວກັນ ກໍຍັງມີ ແຮງງານ ຕ່າງດ້າວ ທີ່ຜິດກົດຫມາຍ ລັກເຂົ້າມາ ເຮັດວຽກ ໃນລາວ:
"ຕາມຕົວຈິງ ແຮງງານ ພວກເຮົານີ້ ບໍ່ພຽງພໍ ຄວາມຈິງ ຢາກໃຫ້ພວກເຂົາ ເຂົ້າມາ ສະເພາະແລ້ວ ແມ່ນ ວິຊາເທັກນິກ ແຕ່ວ່າ ປະຕິບັດ ຕົວຈິງ ຈຳນວນນຶ່ງ ຄົນຈີນນີ້ ເຂົາກໍເອົາ ເຂົ້າມາກໍມີ ແຮງງານດິບ ຄືກັບແຮງງານ ຂອງລາວ ນີ້ແຫລະ ແຕ່ກໍພົບວ່າ ຄວາມຈິງ ບໍ່ຊ່າງໄປ ບັງຄັບ ຄົນອຶ່ນ ເດເນາະ".
ທ່ານວ່າ ຕາມກົດຫມາຍແລ້ວ ຣັຖບານລາວ ໄດ້ ອະນຸຍາດ ໃຫ້ມີການ ນຳເຂົ້າ ແຮງງານ ຕ່າງຊາດ ມາລາວໄດ້ ພຽງແຕ່ ໂຄງການ ລະບໍ່ກາຍ 10% ແລະ ແຕ່ລະໂຄງການ ໃຫ້ແຮງງານ ຕ່່າງຊາດ ບໍ່ໃຫ້ກາຍ 80 ຄົນ ໂດຍສະເພາະ ແຮງງານ ທີ່ມີຝີມື ເພື່ອໃຫ້ ໂອກາດ ແຮງງານ ລາວ ທີ່ບໍ່ມີຝີມື ໄດ້ເຮັດວຽກ. ແຕ່ຜ່ານມາ ມີຫລາຍໂຄງການ ບໍ່ປະຕິບັດ ຕາມຣະບຽບ ດັ່ງກ່າວ ຍັງມີການ ລັກລອບ ແຮງງານ ຕ່າງຊາດ ເຂົ້່າມາຫລາຍ ເກີນກຳນົດຢູ່ ໂດຍໃຫ້ ເຫດຜົລວ່າ ແຮງງານລາວ ຂາດ ຝີມື ແລະ ຂາດຄວາມຂຍັນ ໃນການ ເຮັດວຽກ ແຮງງານ ຕ່າງຊາດ ມີຄວາມ ຂຍັນກວ່າ ຈຶ່ງເຮັດໃຫ້ ແຮງງານ ຕ່າງດ້າວ ທີ່ຜິດກົດຫມາຍ ເຂົ້າມາລາວ ຫລາຍຂຶ້ນ.
ເຈົ້າຫນ້າທີ່ ທ່ານນີ້ ກ່າວເພີ້ມວ່າ ໂຄງການ ກໍ່ສ້າງ ເຂື່ອນໄຟຟ້າ ໂຄງການ ກະສີກັມ ແລະ ໂຄງການ ຂຸດຄົ້ນແຮ່ທາດ ໃນລາວ ໃນຫລາຍແຂວງ ທາງພາກເຫນືອ ຂອງລາວ ເປັນຕົ້ນ ແຂວງ ໄຊຍະບູຣີ ຫລວງພຣະບາງ ຜົ້ງສາລີ ແລະ ຫລວງນ້ຳທາ ຍັງນຳເອົາ ແຮງງານ ຕ່າງຊາດ ທີ່ ຜິດກົດຫມາຍ ເຂົ້າມາລາວ ສ່ວນໃຫຍ່ ແມ່ນແຮງງານ ຈີນ ແລະ ວຽດນາມ ແລະ ແຮງງານໄທ ນໍາອີກ ຈຳນວນນຶ່ງ.