ການລົງທຶນຢູ່ ຜົ້ງສາລີ ບໍ່ຂຍາຍໂຕ
2013.04.23

ການລົງທຶນ ຂອງ ຕ່າງປະເທດ ທີ່ ແຂວງ ຜົ້ງສາລີ ບໍ່ຂຍາຍໂຕ ເທົ່າທີ່ຄວນ.
ໃນຣະຍະ ທີ່ຜ່ານມາ ການລົງທຶນ ຈາກ ຕ່າງປະເທດ ທີ່ ແຂວງຜົ້ງສາລີ ສ່ວນໃຫຍ່ ກໍມີແຕ່ ນັກລົງທຶນ ຈີນ, ປັດຈຸບັນ ມີຫລາຍໂຄງການ ແລະ ສ່ວນຫລາຍ ເປັນໂຄງການ ກະສີກັມ ປູກພືດ ເສຖກິດ, ເຊັ່ນ ຢາງພາລາ ຕົ້ນຊາ ແລະ ຫມາກສາລີ ທີ່ບໍ່ມີ ການຂຍາຍໂຕ ຫລັງຈາກ ທີ່ ຣັຖບານລາວ ສັ່ງໂຈະ ການໃຫ້ ສຳປະທານ ທີີ່ດິນ ປູກຢາງພາລາ ວ່າງຫລັງໆ ມານີ້, ມີແຕ່ໂຄງການ ສ້າງເຂື່ອນ ໄຟຟ້າ ນ້ຳອູ່ 5-6 ເທົ່ານັ້ນ. ເຈົ້າຫນ້າທີ່ ທ່ານນຶ່ງ ເວົ້າວ່າ:
"ຢາງພາລາ ແຕ່ປະເທດ ຈີນ ນີ້ຖືວ່າ ຫນ້າຈະມີ 11 ໂຄງການ ແລ້ວ ເພາະວ່າມັນ ມີໂຄງການ ຈຳນວນນຶ່ງ ທີ່ຖືກສັ່ງໂຈະ ແຕ່ນີ້ ຕໍ່ໄປແລ້ວ ແຜນການ ອະນຸມັດ ໂຄງການ ໃນແຂວງ ຫນ້າຈະແມ່ນ ຢູ່ໃນຂັ້ນຕອນ ຄົ້ນຄວ້າ ພິຈາຣະນາ ເຣື້ອງປຸງແຕ່ງ ຢາງພາຣາ ຂັ້ນ ພື້ນຖານ".
ທ່ານໃຫ້ຂໍ້ມູນວ່າ ປັດຈຸບັນ ໂຄງການ ທີ່ໃຫຍ່ທີ່ສຸດ ທາງດ້ານ ການລົງທຶນ ກໍຈະແມ່ນ ການກໍ່ສ້າງ ເຂື່ອນນ້ຳອູ່ 5-6 ຂອງ ບໍຣິສັດ ຊີນໂນ ໄຮດໂຣ ຂອງຈີນ ໃຫຍ່ກວ່າ ພາກກະສິກັມ ທີ່ມີການປູກ ຢາງພາລາ ໃນຈຳນວນ 11 ໂຄງການ ໃນທົ່ວແຂວງ ທີ່ໃຊ້ເນື້ອທີີ່ ປະມານ 17,200 ເຮັກຕາ, ຮອງລົງມາ ແມ່ນ ໂຄງການ ປູກພືດ ຣະດູແລ້ງ 3 ໂຄງການ ໃນເນື້່ອທີ່ ປະມານ 4,500 ເຮັກຕາ ແລະ ອັນດັບສາມ ແມ່ນໂຄງການ ປູກຕົ້ນຊາ 4 ໂຄງການ ປະມານ 2,500 ເຮັກຕາ.
ທ່ານກ່າວ ຕຶ່ມວ່າ ຈີນ ຖືເປັນຄູ່ຄ້າ ສຳຄັນ ຂອງ ແຂວງຜົ້ງສາລີ ການປະກາດ ໂຈະ ການໃຫ້ ສຳປະທານ ພື້ນທີ່ ການປູກຢາງພາລາ ຂອງ ຣັຖບານ ອາດເຮັດໃຫ້ ການເຕີບໂຕ ທາງເສຖກິດ ທີ່ ແຂວງຄາດ ໄວ້ໃນປີ 2013 ນີ້ ປະມານ 8% ພາດເປົ້າ ຫມາຍໄດ້.