ນັກຊ່ຽວຊານຕ່າງປະເທດ ກວດສອບ ເຂື່ອນແຕກ
2018.08.31

ທາງການລາວ ສົ່ງຊ່ຽວຊານຕ່າງປະເທດ ດຣ. ສະລາຍສ ແອນໂຕະ Dr Schlies ANTO ພ້ອມທີມງານ ຈາກປະເທດສະວິດເຊີແລນ ເພື່ອເລັ່ງການ ສືບສວນ-ສອບສວນ ຫາສາເຫດເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ທີ່ເກີດຂຶ້ນ ໃນວັນທີ 23 ກໍຣະກະດາ ທີ່ຜ່ານມາ.
ການສືບສວນຫາສາເຫດເຂື່ອນແຕກນັ້ນ ເຈົ້າໜ້າທີ່ກະຊວງພລັງງານແລະບໍ່ແຮ່ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 30 ສິງຫາ ວ່າ:
"ອັນການສືບສວນ ເຈົ້າມັນລົງມາແຕ່ດົນແລ້ວໄດ້ ແຕ່ວັນທີ 20 ປາຍ ພຸ້ນນະ ພວກທີມງານຕ່າງປະເທດ ເພິ່ນລົງມາແລ້ວ, ກໍບໍ່ຮູ້ຄືກັນໄດ໋ ເພິ່ນກະຊິ ໄລຍະເວລາ ກໍບໍ່ຮູ້ນະວ່າ ການສືບສວນ ໃຫ້ມັນ ກະຈ່າງແຈ້ງກ່ອນນະ ແລ້ວຄ່ອຍຖະແຫລງຂ່າວ.”
ທ່ານກ່າວຕື່ມວ່າ ທີມຊ່ຽວຊານຈາກຕ່າງປະເທດ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງພື້ນທີ່ ໄປກວດສອບຫາສາເຫດ ຂອງສັນເຂື່ອນແຕກ ຕັ້ງແຕ່ວັນທີ 20 ສິງຫາ ທີ່ຜ່ານມາແລ້ວ ໂດຍບໍ່ມີກຳນົດ ເວລາ ໃນການກວດສອບສວນ ເພາະວ່າ ຢາກໃຫ້ທີມຊ່ຽວຊານກວດສອບຫາ ສາເຫດຢ່າງຣະອຽດ ແລະຈະແຈ້ງ.
ຫຼັງຈາກສລຸບຜົນການສອບສວນແລ້ວ, ທ່ານ ບຸນທອງ ຈິດມະນີ ຮອງນາຍົກຣັຖມົນຕຼີ ຫົວໜ້າຄນະສະເພາະກິຈ ກວດສອບເຂື່ອນແຕກ ໃນຄັ້ງນີ້ ຈະອອກຖແລງຂ່າວ ແລະກຳນົດເງື່ອນໄຂ ຕ່າງໆ ໃຫ້ກັບບໍຣິສັດເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ຫຼື PNPC ທີ່ເປັນເຈົ້າຂອງ ໂຄງການ ເພື່ອໃຫ້ປະຕິບັດ ຕາມເງື່ອນໄຂ ທີ່ກຳນົດໃຫ້.
ເມື່ອບໍ່ດົນມານີ້ ບໍຣິສັດເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ໄດ້ກ່າວຕໍ່ເອເຊັຍເສຣີ ວ່າ ບໍ່ວ່າການສືບສວນ-ສອບສວນ ຈະອອກມາແບບໃດ ບໍຣິສັດ ພ້ອມທີ່ຈະຮັບຜິດຊອບທຸກຢ່າງ ແລະຈະຂໍສືບຕໍ່ ໂຄງການເຂື່ອນເຊປຽນ ຕໍ່ໄປຕາມສັນຍາ ຍ້ອນວ່າຈຸດທີ່ແຕກເປັນພຽງສັນເຂື່ອນ D ຫລື Saddle Dam ບໍ່ແມ່ນເຂື່ອນຫລັກ ແລະນອກຈາກນີ້ ການກໍ່ສ້າງເຂື່ອນດັ່ງກ່າວ ໃກ້ຈະສຳເລັດ 100 ຮ້ອຍສ່ວນຮ້ອຍ ໃນທ້າຍ ປີນີ້ ແລະ ຈະທົດລອງຜລິດກະແສໄຟຟ້າ ໃນເດືອນກຸມພາ ປີ 2019 ທີ່ຈະມາເຖິງນີ້.