ຂ.ອັດຕະປື ເຊື້ອປາກເປື່ອຍ ລົງເລັບ ຣະບາດ
2018.06.22

ປັດຈຸບັນ ພຍາດປາກເປື່ອຍລົງເລັບ ໄດ້ແຜ່ຣະບາດເພີ້ມຕື່ມ ຢູ່ເມືອງໄຊເສດຖາ ແຂວງອັດຕະປື ຕາມການຣາຍງານພົບວ່າ ງົວ, ຄວາຍ ຂອງປະຊາຊົນຕາຍ ຍ້ອນພຍາດດັ່ງກ່າວແລ້ວ 17 ໂຕ ແລະມີສັດລ້ຽງທີ່ຕິດເຊື້ອພຍາດນີ້ ອີກຈຳນວນນຶ່ງ, ດັ່ງເຈົ້າໜ້າທີ່ ຫ້ອງການກະສິກັມ ແລະປ່າໄມ້ ເມືອງໄຊເສດຖາ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນ 22 ມິຖຸນາ ນີ້ວ່າ:
“ປັດຈຸບັນນີ້ມັນກະຍັງລະບາດຢູ່ ສັດທີ່ວ່າຕິດເຊື້ອແທ້ໆຫັ້ນມີຢູ່ 285 ໂຕ ຕາຍແຕ່ 17 ໂຕ ເມືອງພວກເຮົາ ພວກເຮົາໄດ້ລົງໄປປິ່ນປົວ ກະຫາຍດີ ຖືວ່າ 268ໂຕ.”
ກ່ຽວກັບການຣະບາດຂອງພຍາດນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ກໍຕິດຕາມເຝົ້າຣະວັງເຊື້ອພຍາດປາກເປື່ອຍລົງເລັບນີ້ຢູ່ ເພາະມີໂອກາດທີ່ສັດລ້ຽງ ຈະຕິດເຊື້ອເພີ້ມຕື່ມ ແລະແຜ່ລາມໄປເມືອງອື່ນໆໄດ້ ພ້ອມທັງໄດ້ແຈ້ງເຕືອນໃຫ້ປະຊາຊົນ ຕິດຕາມອາການ ຂອງ ສັດລ້ຽງຂອງຕົນ ຢ່າງ ໃກ້ຊິດ.
ສ່ວນສະຖານະການ ການແຜ່ຣະບາດ ຂອງພຍາດປາກເປື່ອຍລົງເລັບ ຢູ່ແຂວງຫົວພັນນັ້ນ ຫຼ້າສຸດຍັງໜັກໜ່ວງຢູ່. ໂດຍສະເພາະ ຢູ່ເມືອງ ຊຳເໜືອ ມີສັດລ້ຽງຕາຍແລ້ວ ກວ່າ 400 ປາຍໂຕ ແລະຕິດເຊື້ອອີກປະມານ 1000 ໂຕ. ໃນຂນະທີ່ ການປິ່ນປົວຂອງ ເຈົ້າໜ້າທີ່ ພົບກັບ ຄວາມຫຍຸ້ງຍາກຫຼາຍຂຶ້ນໃນຣະດູຝົນ. ດັ່ງເຈົ້າໜ້າທີ່ ຫ້ອງການກະສິກັມແລະປ່າໄມ້ ເມືອງຊຳເໜືອ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນ ນີ້ວ່າ:
“ຊຳເໜືອມີ 109 ບ້ານ ແຕ່ມັນລະບາດໄປໄດ້ 86 ບ້ານ ທັງງົວຄວາຍນີ້ປະມານ 400 ປາຍ ຫາ 500 ໂຕນີ້ແຫຼະ ຊ່ວງລະດູຝົນ ແຫ່ງມີ ຄວາມຫຍຸ້ງຍາກ ເພາະການເຂົ້າໄປເຖິງຂະເຈົ້າ ກະເສັ້ນທາງໄປມາ ທຸລະກັນດານ ໄປຍາກແນວຟ້າຝົນ.”
ກ່ຽວກັບເຣື້ອງນີ້ ຂແນງລ້ຽງສັດ ແລະການປະມົງ ແຂວງຫົວພັນ ຣາຍງານວ່ານັບຕັ້ງແຕ່ເດືອນ ພຶສຈິກາ ປີກາຍ ເປັນຕົ້ນມາ ສັດລ້ຽງ ໃນແຂວງຫົວພັນ ທີ່ຕິດເຊື້ອພຍາດ ປາກເປື່ອຍລົງເລັບມີ ປະມານ 10.800 ໂຕ ແລະຕາຍແລ້ວ ຫຼາຍກວ່າ 700ໂຕ.