ໃນໄລຍະນ້ຳຖ້ວມ ຢູ່ ນະຄອນປາກເຊ ແຂວງຈຳປາສັກ ເຈົ້າໜ້າທີ່ ໄດ້ກວດພົບເຫັນ ຊາວຄ້າຂາຍບາງຈໍາພວກ ສວຍໂອກາດຂຶ້ນຣາຄາ ສິນຄ້າປະເພດ ເຂົ້າສານ, ໝີ່ ແລະ ໄຂ່ ເປັນຕົ້ນ. ສິນຄ້າດັ່ງກ່າວ ແມ່ນເປັນທີ່ຕ້ອງການ ຫຼາຍໃນການນຳໄປແຈກຢາຍ ໃຫ້ປະຊາຊົນ ຜູ້ປະສົພພັຍນໍ້າຖ້ວມ. ດັ່ງເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ແຂວງຈຳປາສັກ ໄດ້ກ່າວຕໍ່ ນັກຂ່າວ RFA ໃນວັນທີ 10 ກັນຍາ ວ່າ:
"ຂາຍຍ່ອຍ ທີ່ຫ້ອຍໂຕ່ງເຕັ່ງໆ ນີ້ແຫຼະນ່າ ຂາຍລະຍະນີ້ນ້ຳຖ້ວມ ຍິ່ງຂຶ້ນແຮງ ສ່ວນຫຼາຍແມ່ນໝີ່ ເຂົ້າສານ ກັບໄຂ່. ໂອ້ຍເຂົາຄິດວ່າສິນຄ້າ ມີໜ້ອຍນີ້ແລ້ວ ເຂົ້າຄິດວ່າ ໂອຍຄ້າຂາຍ ເກີດຄວາມຫຍຸ້ງຍາກລຳບາກ ແລ້ວບໍ່ສາມາດໄປຊື້ ໂດຍກົງໄດ້ອິຫຍັງ ນີ້ນ່າ ຄ່ານ້ຳຖ້ວມບໍ່ ອິຫັຍງ ອັນນີ້ໄປມາບໍ່ສະດວກ."
ຕໍ່ການຂຶ້ນຣາຄາ ດັ່ງກ່າວເຈົ້າໜ້າທີ່ ໄດ້ລົງໄປຕິດຕາມ ກວດກາ ຊາວຣາຄາສິນຄ້າ ຢູ່ບັນດາຕລາດໃນ 9 ໂຕເມືອງ ຂອງແຂວງຈຳປາສັກ ເພື່ອຄວບຄຸມຣາຄາ ສິນຄ້າທີ່ມີຜົນກະທົບໄວ ຕໍ່ປະຊາຊົນ ໃນໄລຍະວິກິດພັຍນ້ຳຖ້ວມ.
ສ່ວນແຂວງສາລະວັນ ກໍ່ປະສົພກັບບັນຫາ ຊາວຄ້າຂາຍຂຶ້ນຣາຄາສິນຄ້າ ໃນໄລຍະນໍ້າຖ້ວມ ເຊັ່ນດຽວກັນ ໂດຍສະເພາະແມ່ນໄຂ່ ແລະ ອາຫານແຫ້ງ ຣາຄາມີການເໜັງຕິງ ເພີ່ມຂຶ້ນຈາກເດີມ. ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະ ການຄ້າ ໄດ້ກ່າວຕໍ່ນັກຂ່າວ RFA ໃນວັນທີ 09 ກັນຍາ ວ່າ:
"ໂຕນີ້ໃນຄວາມຈິງ ອາດຈະມີເລັກນ້ອຍ ຄືໄຂ່ເຮົາເຄີຍຂາຍ 25 ພັນ ກໍ່ເປັນ 27 ໃນຊ່ວງທີ່ມັນຖ້ວມໜັກ ຕາມຮ້ານ."
ເຖິງແນວໃດກໍ່ຕາມ ໃນໄລຍະ ວັນທີ 06 ກັນຍາ ຜ່ານ ກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ອອກແຈ້ງການຄຸ້ມຄອງ ຣາຄາສິນຄ້າ ໃນໄລຍະນ້ຳຖ້ວມ ຫ້າມຊາວຄ້າຂາຍ ສວຍໂອກາດຂຶ້ນສິນຄ້າ ຕາມລຳພັງໃຈ. ໂດຍສະເພາະແມ່ນ ສິນຄ້າປະເພດ ຊີ້ນ ແລະ ພືດຜັກຕ່າງ ໆ ທັງຂາຍຍົກ ແລະ ຂາຍຍ່ອຍ ຖ້າພົບເຫັນວ່າ ຊາວຄ້າຂາຍຣະເມີດ ແມ່ນຈະໃຊ້ມາຕການລົງໂທດ ຕາມກົດໝາຍ.