ສິນຄ້າແພງຊີ້ນສົດເລີ້ມ ຂາດຕລາດ

ຊີ້ນສົດ ທີ່ວາງຂາຍ ຕາມຕລາດ
ຊີ້ນສົດ ທີ່ວາງຂາຍ ຕາມຕລາດ (RFA )

0:00 / 0:00

ການຣະບາດຂອງ ໂຄວິດ-19 ຢູ່ປະເທດລາວ ເຮັດໃຫ້ຣາຄາສິນຄ້າທຸກປະເພດ ຢູ່ທ້ອງຕລາດໃນລາວ ແພງຂຶ້ນ ໂດຍສະເພາະ ຊີ້ນງົວ ຊີ້ນຄວາຍ, ຊີ້ນໝູ ໃນຂນະນີ້ ແມ່ນເລິ່ມຫາຊື້ໄດ້ຍາກແລ້ວ ຢູ່ບາງແຂວງ ຍ້ອນພວກພໍ່ຄ້າ ແມ່ຄ້າ ຟ້າມລ້ຽງສັດ ແລະໂຮງຂ້າສັດ ບໍ່ຂ້າ ສົ່ງຕລາດ, ດັ່ງແມ່ຄ້າຂາຍເຄຶ່ອງຍ່ອຍຜູ້ນຶ່ງ ຢູ່ເມືອງໂພນສະຫວັນ ແຂວງຊຽງຂວາງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ເມສານີ້ວ່າ:

“ກະຢາກຂຶ້ນແດ່ເນາະ ຂຶ້ນບໍ່ໄດ້ຣາຄາປົກກະຕິເລີຍນະ ຂຶ້ນໝົດທຸກຢ່າງ ໄປຊືກະຍາກແລ້ວ. ຢູ່ຕລາດ ບໍ່ມີຊີ້ນໝູ ມີແຕ່ຜັກຂາຍ ຕລາດ ຊົນນະບົດທີ່ແມ່ຢູ່ນີ້ ມີຂາຍຜັກ ຂາຍໝາກໄມ້ທີ່ເຮົາຜລິດໄດ້ ແລ້ວກະບໍ່ ຢາກມີຊີ້ນໝູ ງົວ ຄວາຍ ເຂົາບໍ່ຂ້າ.”

ນາງເວົ້າວ່າ ໄປຕລາດຍາມເຊົ້າກໍມີແຕ່ຄົນຂາຍຜັກ ແລະໝາກໄມ້ ຊຶ່ງເປັນສິນຄ້າທ້ອງຖິ່ນ, ສ່ວນວ່າຊີ້ນ ແມ່ນເລິ່ມຫາຊື້ຍາກແລ້ວ. ໝີ່ມາມາ ໄວໄວ ປາກະປ໊ອງ ກໍຂຶ້ນຣາຄາ ອັນນຶ່ງ ແຕ່ 1 ພັນກີບຫາ 2 ພັນກີບ. ໃນເມື່ອຣາຄາສິນຄ້າແພງຂຶ້ນ ປະຊາຊົນຜູ້ມີເງິນໜ້ອຍ ກໍບໍ່ມາຊື້ ເຄຶ່ອງຂອງໄປກິນ.

ແລະແມ່ຄ້າຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ດຽວນີ້ ຣາຄາຊີ້ນໝູໃນຕລາດເຊົ້າຂົວດິນ ແພງຂຶ້ນ ຫລາຍ ຄືກິໂລນຶ່ງ 33 ພັນກີບ ຊຶ່ງກ່ອນໜ້ານີ້ປະມານ 30 ພັນ ຫາ 31 ພັນກີບ, ໝູສາມຊັ້ນ ກິໂລນຶ່ງ 28 ພັນກີບ ແຕ່ກ່ອນ 25 ພັນກີບ, ແກ້ມໝູ ຈາກກິໂລນຶ່ງ 20 ພັນກີບ ຂຶ້ນເປັນ 23 ພັນກີບ, ດັ່ງທີ່ນາງກ່າວວ່າ:

“ໂຍ໊! ແພງຄືເກົ່າ ເປັນຊີ້ນ 33 ພັນ, ສາມຊັ້ນກະ 28, ແກ້ມມັນກະ 23 ແພງຄືເກົ່າ ຖືວ່າແພງແພງຂຶ້ນ.”

ສ່ວນອາຫານ ທີ່ນໍາເຂົ້າຈາກປະເທດໄທ ຕົວຢ່າງ ໄຂ່ໄກ່ ເມື່ອກ່ອນຂາຍແຕະນຶ່ງ 20 ພັນກີບ, ດຽວນີ້ຂາຍ 28 ພັນ ຫາ 29 ພັນກີບ, ໝີ່ມາມາ ໄວໄວ ເມື່ອກ່ອນຂາຍ 40 ພັນກີບຕໍ່ແກັຕ ແຕ່ດຽວນີ້ຂຶ້ນເຖິງ 50 ພັນກີບ, ຢູ່ນະຄອນປາກເຊ ແຂວງຈໍາປາສັກ ປະຊາຊົນຜູ້ນຶ່ງ ທີ່ບໍ່ປະສົງອອກຊື່ ແລະສຽງ ເວົ້າໃນມື້ດຽວກັນນີ້ວ່າເ

“ດຽວນີ້ ສິນຄ້າ ແລະອາຫານສົດ ຍັງບໍ່ມີການປັບຂຶ້ນຣາຄາ ແລະຊີ້ນຕ່າງໆກໍຍັງມີຂາຍຄືເກົ່າ.”

ສໍາລັບຢູ່ແຂວງວຽງຈັນ ປະຊາຊົນຜູ້ນຶ່ງກໍເວົ້າວ່າ ບໍ່ໄດ້ອອກໄປຊື້ເຄຶ່ອງຂອງ ແລະອາຫານຢູ່ຕລາດຫລາຍມື້ແລ້ວ ນັບຕັ້ງແຕ່ຣັຖບານເພິ່ນ ຫ້າມບໍ່ໃຫ້ອອກນອກເຮືອນ ຫາກບໍ່ຈໍາເປັນ ແຕ່ກໍໄດ້ຊື້ສິ່ງທີ່ຈໍາເປັນ ມາໄວ້ຫລາຍແລ້ວ ເປັນຕົ້ນເຂົ້າສານ, ນໍ້າປາ, ແປ້ງນົວ, ສ່ວນຜັກແມ່ນ ປູກກິນເອງ ແລະມີເປັດໄກ່ ໃນຄອບຄົວເ

“ຢູ່ໃນບ້ານນີ້ຊື້ກິນເອົາ ເຂົ້າກະຊື້ກິນ ບໍ່ຈໍາເປັນແທ້ໆ ກະບໍ່ອອກເຮືອນ. ກິນເຂົ້າເຮືອນໃຜເຮືອນມັນ ຮ້ານອາຫານປິດໝົດ ຂອງຢູ່ຂອງກິນ ເຂົາບໍ່ໃຫ້ຂາຍ ບໍ່ມີຜູ້ໃດໄປບໍ່ມີຜູ້ໃດມາແລ້ວ ດຽວນີ້.”

ໃນຂນະທີ່ຣາຄານໍ້າມັນກາຊວນ ຫລຸດລົງຕາມຣາຄາຕລາດໂລກ ຄືເມື່ອເດືອນມົກກະຣາ ທີ່ ຜ່ານມາ ລິດນຶ່ງ 9 ພັນປາຍກີບ ແຕ່ດຽວນີ້ 8 ພັນປາຍກີບ ແຕ່ເຄຶ່ອງຂອງແພງຂຶ້ນ, ຄ່າຣົດໂດຍສານ ບໍ່ໄດ້ຫລຸດລົງ ຂນະທີ່ຣາຄາເຂົ້າສານ ວຽດນາມໃນຕລາດ ແຂວງອຸດົມໄຊ ແພງຂຶ້ນ ເມື່ອກ່ອນ ກິໂລນຶ່ງ 4 ພັນ ຫາ 5 ພັນກີບ ແຕ່ດຽວນີ້ຂຶ້ນເປັນ 6 ພັນກີບ, ດັ່ງ ປະຊາຊົນເມືອງໄຊ ກ່າວຕໍ່ວິທຍຸ ເອເຊັຽ ເສຣີວ່າ:

“ດຽວນີ້ ກາຊັວນ ນໍ້າມັນກາຊັວນຖືກຢູ່ 8,500 ພໍຄ່ານໍ້າມັນລົງ ຄ່າໂດຍສານບໍ່ລົງບາດນີິ ມັນກະເລີຍເປັນບັນຫາ. ແຕ່ເຂົ້າສານ ກະຍັງແພງແລ້ວດຽວນີ້ ເຂົ້າສານທີ່ວ່ານໍາເຂົ້າມາທາງ ວຽດນາມ ກິໂລນຶ່ງ 6 ພັນປາຍ ແຫລະ.”

ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະການຄ້າ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນນີ້ວ່າ ເມື່ອເດືອນຜ່ານມາ ໄດ້ມີຄໍາສັ່ງ ອອກໄປ ໃນມື້ວັນທີ 18 ມິນາ ຫ້າມບໍ່ໃຫ້ຜູ້ປະກອບການ, ຊາວຄ້າຂາຍ ແລະຕລາດສົດທຸກແຫ່ງ ສວຍໂອກາດຂຶ້ນຣາຄາສິນຄ້າ ແລະກັກ ຕຸນສິນຄ້າ ເພື່ອຂຶ້ນຣາຣາ, ຫາກຍັງລະເມີດ ຈະຖືກປະຕິບັດມາຕການຕາມຣະບຽບກົດໝາຍ. ແລະວ່າ ທາງກະຊວງຈະເຂັ້ມງວດ ແລະຕິດ ຕາມຕລາດສົດ ທຸກແຫ່ງ ໃນທົ່ວປະເທດ ເຣຶ່ອງມາຕຖານ ໃນການປ້ອງກັນໄວຣັສ ໂຄວິດ-19 ເພື່ອບໍ່ໃຫ້ມັນເປັນແຫລ່ງຣະບາດ:

“ນີ້ກະໄທເຮົາກະຄຸມເຂັ້ມກັນຢູ່ ດຽວນີ້ນະ. ສິແບ່ງວຽກກັນລົງກວດກາແລ້ວ ໂຕໃດບໍ່ໄດ້ມາຕຖານລະສິໃຫ້ຢຸດ ບໍ່ໄດ້ມາຕຖານໃນການ ປ້ອງກັນ ໄທເຮົາກໍສິສັ່ງປິດ ຄັນວ່າບໍ່ປະຕິບັດ.”

ທ່ານເວົ້າວ່າ ຫາກພົບຕລາດສົດຢູ່ເມືອງໃດ ແຂວງໃດ ຂຶ້ນຣາຄາສິນຄ້າ ແລະບໍ່ໄດ້ມາດຕະຖານ ປ້ອງກັນການຣະບາດຂອງ ໄວຣັສ ໂຄວິດ-19 ທາງກະຊວງອຸດສາຫະກັມ ແລະການຄ້າ ຈະສັ່ງໃຫ້ປິດທັນທີ. ແຕ່ກໍມີບັນຫາ ໃນເມື່ອປິດຕລາດນັ້ນແລ້ວ ປະຊາຊົນຈະໄປຊື້ ສິນຄ້ານັ້ນຢູ່ບ່ອນໃດ, ຍັງຈະຕ້ອງໄດ້ປຶກສາຫາລື ກັບພາກສ່ວນທີ່ກ່ຽວຂ້ອງຕື່ມ.