ຂ.ສາຣະວັນຈະເປີດໂຮງຮຽນ ບໍ່ໄດ້ ໃນປີນີ້

ຈໍາປາທອງ
2014.08.20
f-saravan ພິທີເປີດໂຮງຮຽນ ຢູ່ບ້ານ ໜອງໝາກຍັງ ເມືອງ ສາຣະວັນ ແຂວງ ສາຣະວັນ ວັນທີ 18 ທັນວາ 2007 ໂດຍການ ຊ່ອຍເຫຼືອ ຈາກສະຖານທູດ ຍີ່ປຸ່ນ ປະຈໍາລາວ
Embassy of Japan in the Lao PDR

 

ໂຮງຮຽນ ຫຼາຍແຫ່ງ ຢູ່ ແຂວງ ສາຣະວັນ ຍັງບໍ່ມີ ຄວາມພ້ອມ ທີ່ ຈະເປີດ ສົກຮຽນ ໃນ ປີນີ້ໄດ້ ຍ້ອນວ່າ ໂຮງຮຽນ ຍັງເປ່ເພ ຈາກ ນໍ້າຖ້ວມ ບໍ່ມີ ງົບປະມານ ສ້ອມແປງ. ນອກຈາກ ນັ້ນ ນາຍຄຣູ ກໍ ບໍ່ມີ ພຽງພໍ ແລະຂາດ ອຸປກອນ ການຮຽນ ນໍາອີກ. ເຈົ້າໜ້າທີ່ ຜແນກ ສຶກສາ ທິການ ແລະກິລາ ອະທິບາຍ ວ່າ:

"ແກ້ໄຂ ເຮັ່ງດ່ວນນະ ແກ້ໄຂ ສຸກເສີນ ແຕ່ ຣະຍະຍາວ ກໍຍັງ ບໍ່ ທັນມີ ຄືໂຮງຮຽນ ຖືກນໍ້າຖ້ວມ ກໍບໍ່ໄດ້ ສ້ອມ ປຸກສ້າງໃໝ່ ໄດ້ແຕ່ ປຶ້ມ ແຫລະ ນໍ້າຖ້ວມ ນີ້ມັນຖ້ວມ ຢູ່ແຕ່ເມືອງ ສາຣະວັນ ແຫລະ ບ້ານໜອງໄສ ໂຮງຮຽນ ປະຖົມ ບ້ານໜອງໄສ ມີ ປຶ້ມເສັຽຫາຍ ລວມເປັນເງິນ 10,955,000 ກີບ".

ທ່ານກ່າວ ຕໍ່ໄປວ່າ ໂຮງຮຽນ ເປ່ເພ ມາ ແຕ່ປີກາຍ ຍ້ອນນໍ້າຖ້ວມ ທາງແຂວງ ຕ້ອງການ ຄວາມຊ່ວຍເຫລືອ ເພື່ອແກ້ໄຂ ໃຫ້ທັນສົກ ຮຽນໃໝ່ ໃນວັນທີ 1 ກັນຍາ 2014 ນີ້. ນໍ້າຖ້ວມ ໂຮງຮຽນ ປີນີ້ ມີພຽງ ແຫ່ງດຽວ. ແຕ່ໃນປີ 2013 ແຂວງ ສາຣະວັນ ຖືກນໍ້າຖ້ວມ ໂຮງຮຽນ ເປ່ເພ 64 ແຫ່ງ ແລະ ອຸປກອນ ການຮຽນ ການສອນ ເສັຽຫາຍ ເປັນມູນຄ່າ ທັງໝົດ 1 ຕື້ 300 ລ້ານກີບ. ໄດ້ຮັບການ ຊ່ວຍເຫລືອ ພຽງແຕ່ 500 ລ້ານກີບ ເທົ່ານັ້ນ ຈຶ່ງຍັງມີ ຄວາມຫຍຸ້ງຍາກ ຈົນມາຮອດ ດຽວນີ້.

ທາງແຂວງ ກໍໄດ້ຂໍ ຄວາມ ຊ່ວຍເຫລືອ ຈາກ ຣັຖບາລ ມາແຕ່ດົນ ແລ້ວກໍຕາມ ຈົນມາເຖິງ ປັດຈຸບັນ ກໍຍັງ ບໍ່ມີການ ຕອບຮັບ ເຮັດໃຫ້ ແຂວງນີ້ ຕ້ອງປະເຊີນ ກັບຄວາມ ຫຍຸ້ງຍາກ ດ້ານ ການສຶກສາ ຢູ່ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.