ຖ້ຽວບິນ QV301 ວຽງຈັນ-ປາກເຊ

ເຫດການ ເຮືອບິນຕົກ ຍັງມີເຣຶ່ອງ ທີ່ ໜ້າສົນໃຈ ແລະ ມີຄຳຖາມ ຕາມມາ. ສື່ມວນຊົນ ລາວ ຖືກສັງຄົມ ”ອອນລາຍ” ວິພາກ ວິຈານ ໃນການ ນໍາສເນີຂ່າວ ກໍຣະນີ ເຮືອບິນ ຕົກ.

ເຮືອບິນ ATR72 ຂອງສາຍການບິນລາວ ຖ້ຽວບິນ QV 301 ວຽງຈັນ-ປາກເຊ ເກີດອຸບັດຕິເຫດ ຕົກລົງແມ່ນ້ຳຂອງ ວັນທີ 16 ຕຸລາ 2013 RFA

ມາຮອດປັຈຈຸບັນນີ້ ທາງການລາວ ກໍຍັງບໍ່ສາມາດຊອກຮູ້ໄດ້ວ່າ ແມ່ນຫຍັງເປັນສາເຫດຂອງເຮືອບິນຕົກ, ແລະເປັນຫຍັງ ສື່ມວນຊົນລາວ ຈຶ່ງຖືກສັງຄົມວິຈານ?

ເຫຕການ ເຮືອບິນຕົກຄັ້ງນີ້ ເຮັດໃຫ້ຊາວລາວ ທັງພາຍໃນ ແລະ ຕ່າງປະເທດ ຕ່າງກໍມີຄວາມເສົ້າ ສລົດໃຈ ຫລາຍທີ່ສຸດ ແລະ ເຫັນວ່າ ການຕັດສິນໃຈ ຂອງສາຍການບິນລາວ ແລກກັບ ຊີວິດຜູ້ໂດຍສານ ທີ່ທຽບມູນຄ່າບໍ່ໄດ້ ຕ້ອງໃຊ້ແທນເທົ່າໃດ ຈຶ່ງຈະຄຸ້ມຄ່າ ກາຍເປັນຄໍາ ຖາມ ຂອງສັງຄົມ ຕລອດໄປ.

ປະເທດລາວ ຕົກເປັນຂ່າວໜ້ານຶ່ງອີກ ແຜ່ກະຈາຍ ອອກໄປທົ່ວໃນໂລກ ຫລັງຈາກ ເຮືອບິນ ATR 72 ຂອງສາຍການບິນລາວ ຖ້ຽວບິນ QV 301 ວຽງຈັນ-ປາກເຊ ປະສົບອຸບັດຕິເຫດ ຕົກລົງ ແມ່ນໍ້າຂອງ ໃກ້ກັບເມືອງປາກເຊ ແຂວງຈໍາປາສັກ ໃນວັນທີ 16 ຕຸລາ ເຮັດໃຫ້ ມີຜູ້ເສັຍຊີວິດ ທັງໝົດ 49 ຄົນ ຮວມມີ ຜູ້ໂດຍສານ 44 ຄົນ ແລະ ລູກເຮືອ 5 ຄົນ.

ໃນເບື້ອງຕົ້ນ ເຈົ້າໜ້າທີ່ຂອງສາຍການບິນ ອອກມາຊີ້ແຈງວ່າ ອຸບັດຕິເຫດຄັ້ງນີ້ ເກີດມາຈາກ ທັສນະວິໄສບໍ່ດີ, ເກີດຈາກຝົນຕົກໜັກ ແລະ ລົມແຮງ ອັນເປັນອິດທິພົນ ມາຈາກ ພະຍຸນາຣີ. ໜັງສືພິມ ເດິເນຊັນ (The Nation) ຂອງໄທ ອ້າງອີງແຫລ່ງຂ່າວ ທີ່ເຊື່ອຖືໄດ້ ໂດຍ ແຫລ່ງຂ່າວຄົນນັ້ນ ໃຫ້ເຫດຜົນວ່າ ກ່ອນເຮືອບິນຈະລົງ ທາງສູນບັງຄັບການບິນ ຢູ່ສນາມບິນປາກເຊ ໄດ້ແຈ້ງເຕືອນ ຫ້າມບໍ່ໃຫ້ນັກບິນ ເອົາເຮືອບິນລົງ ແຕ່ນັກບິນ ເອົາລົງ. ນັ້ນກໍເປັນພຽງ ການອ້າງຄໍາໃຫ້ການ ຂອງເຈົ້າໜ້າທີ່ ຝ່າຍດຽວ ເພາະວ່າ ນັກບິນ ບໍ່ໄດ້ມີໂອກາດ ມາຊີ້ແຈງ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຮູ້ແຈ້ງ ແລະ ເຕືອນວ່າ ຈະມີພະຍຸ ພັດເຂົ້າມາພາກໃຕ້ ຂອງປະເທດລາວ ໃນວັນທີ 15 ຕຸລາ ແລະ ວັນທີ 16-17 ຈະມີຝົນຕົກໜັກ, ຟ້າຄະນອງ ແລະ ລົມແຮງ ຢູ່ບັນດາ ແຂວງພາກໃຕ້, ໃນນັ້ນ ແຂວງຈໍາປາສັກ ກໍເປັນແຂວງນຶ່ງ ທີ່ໄດ້ ຮັບຜົລກະທົບ ຈາກພະຍຸ ດັ່ງກ່າວ ຈຶ່ງເປັນເຫດຜົລ ໃຫ້ສາຍການບິນລາວ ໄດ້ຍົກເລີກຖ້ຽວບິນ ວຽງຈັນ-ປາກເຊ ໃນວັນທີ 15 ຕຸລາ ນັ້ນ ໝາຍຄວາມວ່າ ສາຍການບິນລາວ ກໍຮູ້ດີວ່າ ມັນມີຄວາມອັນຕະຣາຍ ແລະ ຄວາມສ່ຽງ ທີ່ຈະເກີດຂຶ້ນ ຈິ່ງໄດ້ຍົກເລີກຖ້ຽວບິນ ແລະ ໃນ ເວລາດຽວກັນ ສາຍການບິນ ວຽດນາມ ກໍໄດ້ ຍົກເລີກຖ້ຽວບິນ ແລະ ຢ້ານວ່າ ມັນຈະມີອັນຕະຣາຍ ແລະ ຄວາມສ່ຽງ ຈຶ່ງຍົກເລີກຖ້ຽວບິນ.
ແຕ່ສິ່ງ ທີ່ໜ້າສົນໃຈ ທີ່ຫລາຍຄົນ ຕັ້ງຄໍາຖາມ ກໍຄື ເປັນຫຍັງ ສາຍການບິນລາວ ເປີດໃຫ້ ບໍຣິການຖ້ຽວບິນ ວຽງຈັນ-ປາກເຊ ໃນວັນທີ 16 ຕຸລາ ເຊິ່ງເປັນມື້ເກີດເຫດ ທັງໆ ທີ່ຮູ້ ແລ້ວວ່າ ໃນວັນທີ 16 ກໍເກີດມີຝົນຕົກໜັກ, ຟ້າຄະນອງ ແລະ ລົມແຮງ ຢູ່ແຂວງພາກໃຕ້ ເຊິ່ງມີ ຄວາມອັນຕະຣາຍ ແລະ ຄວາມສ່ຽງ ທີ່ຈະເກີດຂຶ້ນ?

ຫລາຍຄົນ ກໍໃຫ້ທັສນະວ່າ ເຫດຜົນນຶ່ງ ກໍເກີດຈາກ ການສື່ສານກັນ ຣະຫວ່າງ ນັກບິນ ກັບສູນຄວບຄຸມ ການເດີນເຮືອບິນ ຢູ່ສນາມບິນ ປາກເຊ ມີບັນຫາ ໃນການສື່ສານກັນ ຫລືບໍ່ ເພາະວ່າ  ຂ່າວຫລ້າສຸດ ເຈົ້າໜ້າທີ່ ຜູ້ທີ່ປະຈໍາການ ຢູ່ສູນບັງຄັບການບິນ ໃນມື້ເກີດເຫດ ກໍາລັງ ຖືກສືບສວນສອບສວນ ຢູ່ໃນປັດຈຸບັນ ແລະ ຖືກຫ້າມບໍ່ໃຫ້ມາ ເຮັດວຽກໃນມື້ຕໍ່ມາ ສະນັ້ນ ບັນຫາ ມັນຢູ່ທີ່ຄວາມຜິດພາດ ຂອງ ເຈົ້າໜ້າທີ່ ຫລືບໍ່ ຫລືວ່າ ເປັນບາງຄົນ ກໍຖາມວ່າ ຍ້ອນເຫດຜົນ ທາງດ້ານການຕລາດ ຫລືບໍ່ ເພາະວ່າ ການຍົກເລີກຖ້ຽວບິນ ກໍໝາຍເຖິງ ຣາຍຮັບທີ່ຈະຕ້ອງເສັຍໄປ ຈິ່ງເປັນເຫດຈໍາເປັນ ຕ້ອງໃຫ້ມີການບໍຣິການ ຖ້ຽວບິນ ໃນວັນທີ 16 ຕຸລາ ອັນເປັນມື້ເກີດເຫດ.

ທັງໝົດ ກໍເປັນເຣື່ອງທີ່ ຈະຕ້ອງມີການສືບສວນສອບສວນ ກັນຕໍ່ໄປ ເພື່ອເພີ່ມມາຕການ ໃນການປ້ອງກັນ ໃນອະນາຄົດ.

ເຫດການ ເຮືອບິນຕົກຄັ້ງນີ້ ສື່ສັງຄົມອອນລາຍ ວິພາກວິຈານ ວ່າ ສື່ມວນຊົນລາວ ບໍ່ໄດ້ນໍາສເນີຂ່າວ ຢ່າງຕໍ່ເນື່ອງ ແລະ ຣາຍງານຂ່າວ ບໍ່ທັນກັບເຫດການ. ບາງຄົນກໍເວົ້າວ່າ ມີແຕ່ນັກຂ່າວໄທ ຢູ່ໃນເຫດການ. ຂະເຈົ້່າວ່າ ຢາກໃຫ້ນັກຂ່າວລາວ ມາຣາຍງານຂ່າວຫລາຍໆແດ່ ວ່າຊັ້ນ.

ໃນເຫດການດັ່ງກ່າວ ປະຊາຊົນ ສ່ວນໃຫຍ່ ແມ່ນ ໄດ້ຮັບຂ່າວຈາກ ສື່ມວນຊົນໄທ ໃນຂະນະທີ່ ສື່ມວນຊົນລາວ ບໍ່ໄດ້ນໍາສເນີຂ່າວ ຢ່າງຕໍ່ ເນື່ອງ ຈຶ່ງເຮັດໃຫ້ ບັນດາສື່ສັງຄົມອອນລາຍ ເຟສບຸກຄ໌ (Facebook) ວິພາກວິຈານ ວ່າສື່ມວນຊົນລາວ ນໍາສເນີຂ່າວ ພໍເປັນຮີດເປັນຄອງ ເຮັດແບບແປະໆບາງໆ ເທົ່ານັ້ນ ວ່າຊັ້ນ.

ຊາວລາວ ທ່ານນຶ່ງ ສແດງຄວາມເຫັນ ໃນ ເຟສບຸກຄ໌ ວ່າ ຂໍຖາມແດ່ ພີ່ນ້ອງບ້ານເຮົາ ເກີດການສູນເສັຍ ຄັ້ງຍິ່ງໃຫຍ່ ມີໂທຣະທັດລາວ ຊ້ອງໃດແດ່ເກາະຕິດຕາມ ສະຖານະການ ຣາຍງານສົດ ຄວາມຄືບໜ້າ ການເກັບກູ້ຊາກສົບ ຜູ້ເສັຍຊີວິດ ມາໃຫ້ປະຊາຊົນ ໄດ້ຮູ້ໄດ້ເຫັນບໍ? ເພາະບ້ານເຮົາ ມີຣະບົບ 3ຈີ 4ຈີ (3G, 4G) ຣາຍງານ ຜ່ານຣະບົບນີ້ ຄືຊິງ່າຍ ວ່າຊັ້ນ.

ອີກທ່ານນຶ່ງເວົ້າວ່າ ໄດ້ເບິ່ງຂ່າວ ຢູ່ຊ້ອງໂທຣະທັດ ຂອງໄທພຸ້ນ ວ່າຊັ້ນ, ຄອຍຖ້າເບິ່ງ ໂທຣະທັດ ຊ້ອງລາວ ບໍ່ເຫັນຈັກເທື່ອ. ເຊິ່ງອັນນີ້ ເປັນພຽງ ແຕ່ 2 ຕົວຢ່າງ ຄໍາເວົ້າ ຂອງປະຊາຊົນລາວ ເທົ່ານັ້ນ ແຕ່ໃນຕົວຈິງນັ້ນ ຍັງມີອີກຫລາຍຄົນ ທີ່ສແດງຄວາມຄິດຄວາມເຫັນ ອອກມາ.

ເຖິງວ່າ ກົດໝາຍ ວ່າດ້ວຍ ສື່ມວນຊົນ ໄດ້ຖືກຮັບຮອງເອົາ ໃນປີ 2008 ເປັນຕົ້ນມາ ເພື່ອເປັນເຄື່ອງມື ປ້ອງກັນ ສື່ມວນນຊົນ ໃນການ ປະຕິບັດ ໜ້າທີ່ ກໍຕາມ ແຕ່ສື່ມວນຊົນລາວ ກໍຍັງບໍ່ກ້າ ທີ່ຈະນໍາສເນີຂ່າວ ຢ່າງເສຣີໄດ້ - ມາດຕາ 19 ໄດ້ຣະບຸເອົາໄວ້ວ່າ ສື່ມວນຊົນ ຕ້ອງ ເຄື່ອນໄຫວຊອກຮູ້, ເກັບກໍາຂໍ້ມູນ ຂ່າວສານ ຢ່າງກວ້າງຂວາງ, ຄົບຖ້ວນ, ແຈ່ມແຈ້ງ, ວ່ອງໄວ ແລະ ທັນເຫດການ ເພື່ອຄົ້ນຄ້ວາ ແຕ່ງເປັນບົດຂ່າວ ແລະ ແຈ້ງການຕ່າງໆ.

ເຖິງວ່າ ສິທທິ ແລະ ໜ້າທີ່ ຂອງສື່ມວນຊົນລາວ ໄດ້ຣະບຸເອົາໄວ້ ໃນກົດໝາຍກໍຕາມ ແຕ່ ຂອບເຂດ ໃນການນໍາສເນີຂ່າວ ກໍຢູ່ພາຍໃຕ້ ອໍານາດ ຂອງຣັຖບານ ຢູ່ແທ້ໆ ແລະ ສື່ມວນຊົນ ເອງກໍຮູ້ດີວ່າ ການເກັບກໍາຂ່າວ ຖ້າບໍ່ມີຄໍາສັ່ງ ຈາກຂັ້ນເທິງ ຄື ຣັຖບານ ແລະ ສື່ມວນຊົນ ກໍບໍ່ກ້າ ທີ່ຈະອອກຂ່າວ ເພາະ ຖ້າວ່າ ຜູ້ໃຫຍ່ ໃນຣັຖບານ ຕ້ອງຕິມາ ຫລືບໍ່ພໍໃຈ ແລ້ວນັກຂ່າວ ຫລືສື່ມວນຊົນເອງ ກໍຈະຕົກຢູ່ໃນ ສະຖາ ນະການ ລໍາບາກ - ອາດຈະຖືກໃສ່ວິໃນ, ຖືກປົດຕໍາແໜ່ງ ບໍ່ໃຫ້ດໍາເນີນວຽກງານ ສື່ມວນຊົນຕໍ່ໄປ ຄືດັ່ງຕົວຢ່າງ ທີ່ເກີດຂຶ້ນມາແລ້ວ.

ບໍ່ພຽງແຕ່ ເຫດການເຮືອບິນ ປະສົບອຸບັດຕິເຫດ ຢູ່ເມືອງປາກເຊ ໃນວັນທີ 16 ຕຸລາ ຜ່ານມາ ເທົ່ານັ້ນ ທີ່ສື່ມວນຊົນລາວ ບໍ່ກ້ານໍາສເນີ ຂ່າວ ແບບເຈາະເລິກ, ແຕ່ຍັງມີຫລາຍເຫດການ ທີ່ເກີດຂຶ້ນ ສື່ມວນຊົນ ບໍ່ກ້ານໍາສເນີ ເປັນຕົ້ນແມ່ນ: ປະຊາຊົນ 7 ຄົນ ຢູ່ ບ້ານ ຢືບ ເມືອງທ່າແຕງ ແຂວງເຊກອງ ຖືກຈັບ ໃນ ເດືອນມິຖຸນາ ປີ 2012, ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ໃນເດືອນທັນວາ 2012, ເຫດການ ຣົດຂວ້າມ ຢູ່ເມືອງບ້ານດ່ານ, ແຂວງບູຣີຣັມ ປະເທດໄທ ໃນວັນທີ 7 ຕຸລາ 2013 ເຮັດໃຫ້ມີ ຜູ້ເສັຍຊີວິດ 19 ຄົນ ແລະ ບາດເຈັບ 6 ຄົນ ເຊິ່ງທັງໝົດ ແມ່ນຄົນລາວ, ແຕ່ສື່ມວນຊົນ ບໍ່ໄດ້ນໍາສເນີຂ່າວເລີຍ ເພື່ອໃຫ້ສັງຄົມ ໄດ້ຮັບຮູ້ເຖິງ ຄວາມເປັນຈິງ.

ສ່ວນຫລາຍ ສື່ມວນຊົນລາວ ຈະນໍາສເນີ ແຕ່ຂ່າວພິທີການ - ຜູ້ນໍາລາວ ຮັບແຂກ ຈັບມືກັບ ແຂກຕ່າງປະເທດ ກ່າວຄໍາອວຍພອນໄຊ ໃຫ້ແຂກ ເພາະຖ້າວ່າ ສື່ມວນຊົນ ນໍາສເນີຂ່າວ ທີ່ສັງຄົມມັກ ແຕ່ບັນດາຜູ້ນໍາບໍ່ມັກ ສື່ມວນຊົນ ກໍຈະຕົກ ຢູ່ໃນສະຖານະການ ລໍາບາກ. ແຕ່ຖ້າ ສື່ມວນຊົນ ນໍາສເນີຂ່າວ ແຕ່ເຣື່ອງການນໍາຫລາຍ ກໍຖືກ ສັງຄົມວິພາກວິຈານ ຄືກໍຣະນີ ເຣື່ອງເຮືອບິນຕົກ ຢູ່ປາກເຊ ນີ້ແຫລະ.

ສະນັ້ນ ສລຸບແລ້ວ ກໍຄືວ່າ  ສື່ມວນຊົນ ກໍຖືກສັ່ງຫ້າມ ບໍ່ອອກອາກາດສົດ ເຫດການເຮືອບິນຕົກ ກໍພໍຈະຮູ້ເຫດຜົນ ໄດ້ວ່າ ແມ່ນຫຍັງ, ແຕ່ເຫດຜົນ ທີ່ແທ້ຈິງ ຂອງເຮືອບິນຕົກຄັ້ງນີ້ ຈະຖືກເປີດເຜີຍ ຫລືບໍ່ນັ້ນ ກໍຍັງເປັນຄຳຖາມ ຈາກສັງຄົມ ທີ່ຕ້ອງການຄຳຕອບ ຈາກຣັດວິສະຫະກິຈ ການບິນລາວ.
ສະບາຍດີ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org