ຕລາດປຸງແຕ່ງໄມ້ຢູໂຣບ ໃນລາວ

ມະນີຈັນ
2015.06.29
F-EU-trade ລາວ ແລະ ສະຫະພາບເອີຣົບ (Lao EU-FLEGT Process), ເຊິ່ງໄດ້ ປະກາດ ໃນງານ “ການພົບປະ ເພື່ອນໍາສະເໜີ ຕະຫຼາດສິນຄ້າ ໄມ້ ເອີຣົບ” ໃນວັນທີ 27 ມິຖຸນາ 2015.
FLEGT-EU-market

ສະຫະພາບ ຢູໂຣບ ກໍາລັງ ຂຍາຍ ຕລາດ ອຸດສາຫະກັມ ປຸງແຕ່ງ ໄມ້ ຂອງ ລາວ, ຊຶ່ງ ເປັນຜົລ ຂອງການ ເຂົ້າຮ່ວມ ເຈຣະຈາ ຂໍ້ ຕົກລົງ ເປັນ ພາຄີ ແບບ ສມັກໃຈ ກ່ຽວກັບ ການ ບັງຄັບ ໃຊ້ ກົດໝາຍ ວ່າດ້ວຍ ປ່າໄມ້, ການ ຄຸ້ມຄອງ ແລະ ການຄ້າ ຂອງ ຣັຖບານ ລາວ ກັບ ສະຫະພາບ ຢູໂຣບ, ຊຶ່ງ ໄດ້ປະກາດ ໃນງານ ສເນີ ຕລາດ ຜລິຕພັນ ໄມ້ ຢູໂຣບ ເມື່ອ ວັນທີ 27 ມິຖຸນາ 2015 ນີ້, ທີ່ ນະຄອນຫຼວງ ວຽງຈັນ. ຕາມ ການ ຣາຍງານ ຂອງ ສະພາ ການຄ້າ ແລະ ອຸດສາຫະກັມ ຢູໂຣບ ໃນ ສປປ ລາວ.

ທ່ານ ຄໍາໄພ ສົມຊະນະ ປະທານ ສະມາຄົມ ເຄື່ອງ Furniture ລາວ ກ່າວວ່າ, ເພື່ອ ໃຫ້ໄດ້ ສ່ວນແບ່ງ ໃນ ຕລາດ ສະຫະພາບ ຢູໂຣບ ທີ່ ປະກອບ ດ້ວຍ 28 ປະເທດ ນັ້ນ ລາວ ຕ້ອງ ຮັບປະກັນ ວ່າ ຜລິຕພັນ ໄມ້ ຂອງລາວ ຕ້ອງໄດ້ ຕາມ ເງື່ອນໄຂ ທີ່ ບົ່ງໄວ້ ໃນ ຫລັກການ ກ່ຽວກັບ ໄມ້ ຂອງ ສະຫະພາບ ຢູໂຣບ EUTR.

ນອກນັ້ນ ກໍມີ ມາຕຖານ ເຣື່ອງ ຄວາມ ປອດພັຍ ຂອງ ສິນຄ້າ ໄມ້ ການ ກວດຫາ ສານເຄມີ ແລະ ສານ ປົນເປື້ອນ. ນັ້ນ ເປັນ ເງື່ອນ ໄຂ ຫ້າມນໍາ ໄມ້ ເຖື່ອນ ເຂົ້າໄປ ຕລາດ ຢູໂຣບ ແລະ EUTR ກໍຖື ເປັນ ກົລໄກ ສົ່ງເສີມ ການຄ້າ ຜລິຕພັນ ໄມ້ ຖືກ ກົດໝາຍ, ເພື່ອ ເສີມຂຍາຍ ການ ຄຸ້ມຄອງ ປ່າໄມ້ ແບບ ຍືນຍົງ ແລະ ການ ບໍຣິຫານ ທີ່ດີ ໃນ ຂແນງການ ປ່າໄມ້ ນໍາດ້ວຍ.

ທ່ານ Juergen Brackmann ຫົວໜ້າ ຝ່າຍ ບໍຣິຫານ ບໍຣິສັດ German Stern ກ່າວວ່າ ລາວ ເປັນ ປະເທດ ທີ່ ມີສະເຖັຽຣະພາບ ທາງ ການເມືອງ, ຊຶ່ງ ເປັນ ຈຸດ ສໍາຄັນ ສໍາລັບ ລູກຄ້າ ທີ່ ຫາ ຊ່ອງທາງ ເພື່ອ ການພົວພັນ ຣະຍະ ຍາວ ກັບ ຜູ້ຂາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.