ພະນັກງານ ຣັຖວິສາຫະກິຈໄຟຟ້າ ຖືກໄລ່ອອກ 5 ຄົນ
ການລັກດັດແປງ ໝໍ້ນັບໄຟຟ້າ ຂອງພະນັກງານ ຣັຖວິສາຫະກິຈ ໄຟຟ້າລາວ ຖືໄດ້ວ່າເປັນ ການກະທຳຜິດກົດໝາຍ ສ້າງຄວາມເສັຍຫາຍ ໃຫ້ແກ່ບໍຣິສັດ ແລະ ຜົລປໂຍດໂດຍລວມ ຂອງຊາດບ້ານເມືອງ, ຊຶ່ງເມື່ອຕົ້ນນປີນີ້ ທາງຣັຖວິສາຫະກິຈ ໄຟຟ້າລາວ ກໍໄດ້ລົງໂທດ ຜູ້ທີ່ລ່ວງລະເມີດກົດໝາຍ ທີ່ສ້າງຄວາມເສັຍຫາຍ ຫຼາຍລ້ານກີບ ໃຫ້ກັບບໍຣິສັດ ຈຶ່ງມີການໄລ່ອອກ ພະນັກງານດັ່ງກ່າວ ຈາກບໍຣິສັດ ແລະໃຫ້ຊົດໃຊ້ຄວາມເສັຍຫາຍ ຄືນໃຫ້ບໍຣິສັດ ແຕ່ນີ້ກໍເປັນພຽງ ສ່ວນໜ້ອຍທີ່ສາມາດຈັບໄດ້ ສ່ວນທີ່ຍັງເຫຼືອກໍອາຈກາຍເປັນ ບັນຫາໃນຂັ້ນຕໍ່ໄປອີກ.
-
ອຸ່ນແກ້ວ
2022-05-02 -
-
-
Your browser doesn’t support HTML5 audio
ແຕ່ເດືອນມົກກະຣາ ຫາ ເດືອນ ມີນາ 2022 ຣັຖວິສາຫະກິຈ ໄຟຟ້າລາວ ໄດ້ປະຕິບັດວິໄນພະນັກງານໄຟຟ້າ ດ້ວຍການປົດ ຫຼື ໄລ່ອອອກຈາກວຽກ 5 ຄົນ ຍ້ອນລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟຟ້າ ໃນນັ້ນ ຢູ່ນຄອນຫລຽງວຽງຈັນ 2 ຄົນ ແລະ 3 ຄົນ ຢູ່ຕ່າງແຂວງ.
ທັງໝົດ 5 ຄົນ ທີ່ຖືກໄລ່ອອກນັ້ນ ເຄີຍເຮັດຜິດມາຫຼາຍເທື່ອ ສະນັ້ນ ຣັຖວິສາຫະກິຈໄຟຟ້າລາວ ຈຶ່ງບໍ່ຕັກເຕືອນອີກ ແລະ ບໍ່ໃຫ້ໂອກາດແກ້ໂຕ ແລະ ນອກຈາກນີ້ ຜູ້ກະທຳຜິດຍັງຖືກປັບໃໝ ແລະ ໃຫ້ຊົດໃຊ້ຄ່າເສັຽຫາຍຄືນ.
ເຈົ້າໜ້າທີ່ຣັຖວິສາຫະກິຈ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 2 ພຶສພາ ວ່າ:
“ກວດພົບ ກວດເຫັນເນາະ ມັນກໍຕ້ອງ ໄດ້ຖືກປັບໃໝແຫຼະ ໄລ່ຄືນອັນຄ່າພລັງງານທີ່ເສັຽຫາຍໄປຫັ້ນ ຕ້ອງໄດ້ຊົດໃຊ້ຄືນ ເສັຽຫາຍຫຼາຍ ຜູ້ກ່ຽວນີ້ ກໍເຄີຍເຮັດປວັດບໍ່ດີແດ່ ມີຫຍັງແດ່ ຫັ້ນນ່າ ຫຼາຍເທື່ອແລ້ວ ກໍຍັງບໍ່ ຢາກຢູ່ກໍບໍ່ໄຫວ ເອົາໄວ້ແລ້ວ ຄັນເປັນຫຼາຍເທື່ອແລ້ວກໍ.”
ນອກຈາກນີ້ ໃນປີ 2021 ຫາຕົ້ນປີ 2022 ຣັຖວິສາຫະກິດໄຟຟ້າລາວ ໄດ້ກວດພົບ ພະນັກງານ 26 ຄົນ ໃນທົ່ວປະເທດ ທີ່ໄປພົວພັນເຣື່ອງລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟຟ້າ ເຊິ່ງສ້າງຄວາມເສັຽຫາຍ 19 ຕື້ ກີບ ຈາກການຄິດໄລ່ພລັງງານຄືນຫຼັງປະມານ 9 ລ້ານປາຍ ກິໂລວັດໂມງ ແຕ່ ຝ່າຍ ກວດກາ ຂອງຣັຖວິສາຫະກິຈໄຟຟ້າລາວ ຈະມີການສອບສວນຢ່າງລະອຽດ ແລະ ດຳເນີນການຕາມຣະບຽບກົດໝາຍ ຕາມແຕ່ລະກໍຣະນີໄປ ເຊັ່ນ ຕັກເຕືອນ, ຂຽນໃບສຳຣວດ, ປົດຊັ້ນ ຈົນເຖິງການໄລ່ອອກ, ແຕ່ ຜູ້ກະທຳຜິດຈະຕ້ອງ ໄດ້ໃຊ້ຄ່າເສັຽຫາຍຄືນ ຕາມຣະບຽບ ແລະ ຖ້າບໍ່ຈ່າຍ ກໍຈະຖືກດຳເນີນຄະດີ ອີງຕາມຂໍ້ມູນ ຈາກຣັຖວິສາຫະກິຈໄຟຟ້າລາວ.
ເຈົ້າໜ້າທີ່ຣັຖວິສາຫະ ກິຈຜູ້ດຽວກັນນີ້ ກ່າວວ່າ:
“ມັນບໍ່ໜັກແໜ້ນ ມັນບໍ່ຫຼາຍມັນເລັກໆ ນ້ອຍ ແລ້ວກໍສຳຣວດກວດກາ ແລ້ວ ກໍຜູ້ກ່ຽວກໍຍອມຮັບ ຍົກໂຕຢ່າງ ອັນນັ້ນນ່າ ຍອມຮັບແລ້ວ ກໍໃຫ້ຂຽນໃບສຳຣວດແລ້ວ ກໍຕັກເຕືອນ ແຕ່ວ່າ ຄ່າເສັຽຫາຍຫັ້ນ ມັນຕ້ອງໄດ້ຈ່າຍ.”
ປັດຈຸບັນ, ຣັຖວິສາຫະກິຈໄຟຟ້າລາວ ກຳລັງສເນີລາງວັນ ໃຫ້ຜູ້ທີ່ຣາຍງານກ່ຽວກັບການດັດແປງ ໝໍ້ນັບໄຟຟ້າທີ່ຜິດກົດໝາຍ ຫຼື ໃຊ້ໄຟຟ້າແບບສໍ້ໂກງ.
ໜ່ວຍກວດກາ ຂອງຣັຖວິສາຫະກິຈ ໄຟຟ້າລາວ ແຕ່ລະສາຂາ ໄດ້ລົງກວດກາພະນັກງານ ຂແນງໄຟຟ້າຢ່າງຕໍ່ເນື່ອງ ເຊິ່ງຈະບໍ່ກວດສະເພາະປີ 2021 ທີ່ຜ່ານມາ ແລະ 2022 ເພື່ອໃຫ້ບັນຫາການສໍ້ໂກງໝົດໄປ ແລະ ຖ້າຫາກພົບວ່າ ຜູ້ໃດກະທຳຜິດ ກໍຈະຖືກປະຕິບັດວິໄນ ຕາມຣະບຽບການຂອງ ຣັຖວິສາຫະກິຈໄຟຟ້າລາວ.
ການລັກໃຊ້ກະແສໄຟຟ້າ ເປັນຮູບແບບການຕໍ່ໄຟຟ້າ ຈາກສາຍໄຟຟ້າໂດຍຕຣົງ ແລະ ການດັດແປງໝໍ້ນັບໄຟຟ້າ ໃຫ້ບາງຄອບຄົວໄດ້ຈ່າຍຄ່າໄຟຟ້າໜ້ອຍລົງ.
ຊາວບ້ານ ທ່ານນຶ່ງ ໄດ້ກ່າວ ໃນວັນທີ 2 ພຶສພາ ວ່າ:
“ສົມຄວນ ຍົກໂຕຢ່າງ ສົມຄວນຊິເສັຽ 2 ແສນ ກໍເຮັດໃຫ້ມັນເສັຽໜ້ອຍລົງ ຊຸມໃຊ້ໄຟຫຼາຍ ຖ້າວ່າ ເຮົາໄປເຮັດໝໍ້ນັບໄຟຟ້າ ບໍ່ໃຫ້ມັນປິ່ນ ມັນຫຍັງ ມັນກໍຕ້ອງ ຜິດຕໍ່ຣະບຽບກົດໝາຍ ມີຜູ້ສວຍໂອກາດໄປເຮັດແນວນັ້ນ ກໍບໍ່ດີ ຖ້າບໍ່ມີການແກ້ໄຂ ມັນກໍຊິຍາກ ມັນກໍຕ້ອງໄດ້ການແກ້ໄຂເດັດຂາດ ຕໍ່ພະນັກງານທີ່ເຮັດຜິດ ຕ້ອງເບິ່ງເຫດຜົລວ່າ ມັນນັກ ຫຼືເບົາ ຕໍ່ຣະບຽບ ຣັຖວິສາຫະກິຈໄຟຟ້າລາວ.”
ການລົງໂທດພະນັກງານ ຣັຖວິສາຫະກິຈໄຟຟ້າລາວ ທີ່ກະທຳຜິດ ກໍເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ບໍ່ໃຫ້ພະນັກງານຄົນອື່ນ ກະທຳຜິດອີກ.
ຊາວບ້ານອີກທ່ານນຶ່ງ ໄດ້ກ່າວໃນວັນທີ 2 ພຶສພາ ວ່າ:
“ມັນກໍດີແຫຼະເນາະຄັນ ພັກ-ຣັຖ ເພິ່ນເຮັດນ່າ ປະຊາຊົນຊິໄປຮູ້ອີ່ສັງ ຮູ້ແຕ່ເສັຽເງິນ ເພິ່ນມາເກັບ ແລ້ວ ກໍຈ່າຍໄປໂລດ ເຮັດໃຫ້ສັງຄົມເຮົາ ໄດ້ຮັບຄວາມຮູ້ ແລະ ເຂົ້າໃຈຕໍ່ພະນັກງານ ທີ່ເຮັດບໍ່ຖືກຕ້ອງຫັ້ນນ່າ ໂດຍສະເພາະ ກໍແມ່ນພະນັກງານຫັ້ນແຫຼະ ພະນັກງານຕໍ່ພະນັກງານ ຜູ້ເຮັດການຫັ້ນແຫຼະ ຜູ້ເຮັດບໍ່ດີ ກໍເດ້ ເຫັນບໍ່ເພິ່ນເອົາອອກຈັ່ງຊີ້ນ່າ ກໍຍັງດີປະຊາຊົນເຮົາຮັບຮູ້ນຳ.”
ຜ່ານມາ ບໍ່ປະກົດມີຂ່າວວ່າ ຣັຖວິສາຫະກິຈໄຟຟ້າລາວ ປະຕິບັດວິໄນພະນັກງານໂຕເອງ, ແຕ່ ຫາກໍ່ມາເປັນຂ່າວໃນປີນີ້ ໂດຍ ສະເພາະ ຣັຖວິສາຫະກິຈໄຟຟ້າລາວ ໄດ້ເນັ້ນການກວດກາພະນັກງານ ທີ່ກະທຳຜິດ ຄືກັນກັບ ຂແນງການອື່ນໆ.
ຊາວບ້ານອີກທ່ານນຶ່ງ ໄດ້ກ່າວວ່າ:
“ດີຫັ້ນແລ້ວເວີຍ ຄັນບໍ່ເຮັດຈັ່ງຊັ້ນ ກໍບໍ່ເປັນບ້ານເປັນເມືອງແຫຼະເວີຍ ບ້ານເມືອງ ກໍບໍ່ຈະເຣີນແລ້ວ ມີແຕ່ຄົນສໍ້ຣາສບັງຫຼວງ ບໍ່ເຊົາ ມັນກໍເຮັດວຽກໄປບໍ່ໄດ້ ມັນກໍຊິຄ່ອຍໝົດໄປຫັ້ນແລ້ວ ຜູ້ໃດບໍ່ດີ ເພິ່ນກໍເອົາອອກ ຜູ້ໃດດີ ເພິ່ນກໍຈົ່ງໄວ້ ພະນັກງານທີ່ດີເພິ່ນກໍເອົາໄວ້.”
ນາຍົກຣັຖມົນຕຣີ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 22/ນຍ ລົງວັນທີ 4 ເມສາ 2022 ເພື່ອປະກາດແຕ່ງຕັ້ງ ຄະນະປະຕິຮູບ ຣັຖວິສາຫະກິຈໄຟຟ້າລາວ ຈຳນວນ 9 ທ່ານ ເພື່ອຮັບປະກັນ ປົກປ້ອງຊັບສິນຂອງຣັຖ ບໍ່ໃຫ້ຕົກເຮັ່ຽເສັຽຫາຍ, ແກ້ໄຂບັນຫາໜີ້ສິນຄຸມເຄືອ ລວມເຖິງ ວຽກງານປິ່ນອ້ອມຕ່າງໆ ໃຫ້ເປັນໄປ ຕາມທິດຊີ້ນຳຂອງຣັຖບານ ແຕ່ລະໄລຍະໃຫ້ດີຂຶ້ນກວ່າເກົ່າ.