ສານໄດ້ຕັດສິນລົງໂທດຈໍາຄຸກ ຄົນລາວ 5 ຄົນ ເປັນເວລາ 9 ເດືອນ ເຖິງ 2 ປີ ຕາມກໍຣະນີ ແຕ່ລະຄົນ, ຍ້ອນລັກລອບຂົນໄມ້ດູ່ ເພື່ອສົ່ງ ໄປຂາຍໃຫ້ ກັບຄົນຈີນ ຜ່ານດ່ານພາສີສາກົນບໍ່ເຕັນ, ແຂວງຫຼວງນໍ້າທາ ໃນຂນະທີ່ຄົນຈີນ 2 ຜົວເມັຽ ຜູ້ຮັບຊື້ໄມ້ດູ່ນັ້ນ ຍັງນໍາໂຕມາດໍາເນີນ ຄະດີບໍ່ທັນໄດ້, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຫຼວງນໍ້າທາ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ເມສາ ນີ້:
“ຜ່ານການສືບສວນ ສອບສວນນັ້ນ ມັນບໍ່ໄດ້ເປັນຄົນຈີນ ຈັກຄົນນ່າ ຄົນຈີນແດ່ ຄົນລາວເຮັດນໍາກັນ ແຕ່ວ່າຈັບບໍ່ໄດ້, ພາກສ່ວນທີ່ສົງໃສ 23 ແຕ່ວ່າຜ່ານ ສືບສວນແທ້ ກໍມີແຕ່ 5 ຄົນ.”
ທ່ານກ່າວຕື່ມວ່າ ຄະດີ ດັ່ງກ່າວເກີດຂຶ້ນໃນປີ 2017 ແລະໄດ້ສລຸບເປັນວຽກກວດກາ ປະຈໍາປີ 2018 ຂອງຄນະສະເພາະກິຈ ປະຈໍາແຂວງ ຫຼວງນໍ້າທາເມື່ອບໍ່ດົນມານີ້, ໂດຍໃນຂັ້ນສືບສວນ ມີຜູ້ຕ້ອງສົງໃສເປັນຄົນລາວ ທັງໝົດ 23 ຄົນ ໃນການລັກລອບ ຂົນໄມ້ດູ່ ບໍຣິມາດ 150 ແມັດກ້ອນ ໃສ່ຣົດບັນທຸກຈໍານວນ 8 ຄັນ, ແຕ່ຖືກສານຕັດສິນ ຈໍາຄຸກ 5 ຄົນ, ສ່ວນທີ່ເຫຼືອ ຖືກລົງໂທດດ້ວຍການປັບໃໝ ຕາມກໍຣະນີ ຂອງແຕ່ລະຄົນ.
ປັດຈຸບັນໄມ້ດັ່ງກ່າວທີ່ຍຶດໄດ້ນັ້ນ ເປັນຊັບສິນຂອງຣັຖບານ ແລະໄດ້ປະມູນຂາຍໃຫ້ກັບໂຮງງານເຟີນີເຈີ້ ຢູ່ລາວແລ້ວ ຮວມເປັນເງິນທັງໝົດ 2 ຕື້ກີບ ສ່ວນຣົດບັນທຸກໄມ້ ທີ່ຍຶດໄດ້ 8 ຄັນນັ້ນ ໃນນັ້ນເຫຼືອ 3 ຄັນ ທີ່ຄນະສະເພາະກິດ ຍັງບໍ່ສາມາດປະມູນ ຂາຍໄດ້, ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງຫຼວງນໍ້າທາ ກ່າວໃນມື້ດຽວກັນວ່າ:
“ໂຕ 8 ຄັນນັ້ນແຫຼະ ລະມີ 3 ຄັນ ດຽວນີ້ ພວກຄນະສະເພາະກິດ ຂອງກະຊວງການເງິນ ກໍາລັງປະມູນຂາຍຣົດຢູ່ເນາະ ເພາະວ່າ 3 ຄັນນັ້ນ ຖືກເຂົ້າຖືວ່າມັນ ເອກກະສານບໍ່ຖືກຕ້ອງ ແມ່ນຫຍັງ ເຂົາກໍຄືອາຍັດມ້ຽນນະ.”
ເຈົ້າໜ້າທີ່ກ່າວຕື່ມວ່າ ໄມ້ຈໍານວນດັ່ງກ່່າວ ສ່ວນໃຫຍ່ຖືກຂົນມາຈາກ ແຂວງອຸດົມໄຊ ແຕ່ບໍ່ຮູ້ທີ່ມາຂອງບໍຣິສັດ ຍ້ອນການຮັບຊື້ຂາຍໄມ້ ພົບເຫັນແຕ່ການພົວພັນ ສ່ວນບຸກຄົນເທົ່ານັ້ນ.
ທ່ານວ່າ ເຖິງຢ່າງໃດກໍຕາມ ຄນະສະເພາະກິດ ແຂວງຫຼວງນໍ້າທາ ຈະປະຕິບັດກວດກາ ການລັກລອບຂາຍໄມ້ ໃຫ້ເຂັ້ມງວດຕໍ່ໄປ ແລະ ຢາກໃຫ້ປະຊາຊົນ ຊ່ອຍເປັນຫູເປັນຕາ ເພື່ອຢຸດການກະທໍາຜິດ ຕາມຄໍາສັ່ງຂອງນາຍົກຣົຖມົນຕຣີ ສປປລາວ ເລຂທີ 15/ນຍ ປີ 2016 ວ່າດ້ວຍການຫ້າມສົ່ງອອກໄມ້.