ບ່ອນລ້ຽງປາຂອງຈີນ ສ້າງ ບັນຫາ
2019.05.20
ຊາວບ້ານທ່າສະໂນ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຮ້ອງຮຽນໃຫ້ທາງການ ລົງກວດກາປາກະຊັງ ຕາຍແລ້ວເກັບຖິ້ມ ລົງແມ່ນໍ້າຂອງ ທີ່ນັກລົງທືນຈີນໃຊ້ສານເຄມີ ເລັ່ງໃຫ້ປາ ໃຫຍ່ໄວ ແລະ ປາທີ່ຕາຍແລ້ວຖີ້ມໃສ່ແມ່ນໍ້າຂອງ ໄດ້ສົ່ງຜົລກະທົບຕໍ່ຊາວບ້ານ ທີ່ອາສັຍຢູ່ແຄມນໍ້າຂອງ ບໍ່ກ້າໃຊ້ນໍ້າ ແລະ ຫາປາມາກິນ, ອີງຕາມຊາວບ້ານທ່ານສະໂນ ເວົ້າຕໍ່ນັກຂ່າວ ວິທຍຸເອເຊັຽເສຣີ ເມື່ອວັນທີ 20 ພືສພາ ວ່າ:
"ເຂົາລ້ຽງປາກະຊັງນັກລົງທຶນ ເປັນຄົນຈີນເຂົ້າມາລົງທຶນ ຢູ່ໃນບ້ານຫຼາຍກະຊັງໃຫຍ່ເລີຍ ຫາຄວາມສະອາດບໍ່ມີ ມັນເຂົາໃສ່ຢາຫຼາຍ ຢາເລັ່ງໃຫ້ປາໃຫຍ່ໄວ ປາຕາຍເຂົາຕັກຖີ້ມ ໃຫ້ແຕ່ລູກນ້ອງ ຖິ້ມລົງ ນໍ້າຂອງ."
ຊາວບ້ານເວົ້າຕື່ມວ່າ ນັກລົງທຶນຈາກຈີນ ເຂົ້າມາລົງທຶນລ້ຽງປາກະຊັງ ປະເພດປານິນໄດ້ປະມານ 5 ປີ, ສັງເກດເຫັນວ່າ ມີການເລັ່ງຢາ ໃຫ້ປາໃຫຍ່ໄວລ້ຽງປາ ບໍ່ເຖິງເດືອນກໍມີນໍ້າໜັກ ຢ່າງນ້ອຍນຶ່ງກິໂລຕໍ່ໂຕ ເຊີ່ງແຕກຕ່າງຈາກການລ້ຽງ ແບບທັມມະຊາດ ແບບທີ່ຊາວບ້ານ ເຂົາລ້ຽງກັນ.
ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ເວົ້າໃນມື້ດຽວກັນວ່າ ຍັງບໍ່ມີ ການລົງໄປກວດກາ ຍ້ອນບໍ່ໄດ້ຮັບຮູ້ ເຖິງຜົລກະທົບ ທີ່ຊາວບ້ານທ່າສະໂນ ຮຽກຮ້ອງ.
"ຍັງໆ ບໍ່ຍິນເຂົາ ຍັງບໍ່ເຮັດຣາຍງານເຂົ້າມາ ຄັນບໍ່ຂຸ້ນ ປາຄືຊິບໍ່ຕາຍນໍ້າຂອງ ຊໍ່ານັ້ນຄືສິບໍ່ ຄັນສາຍຫ້ວຍສິແມ່ນ ດຽວຂໍລົງເບີ່ງໂຕຈີງກ່ອນ."
ປາກະຊັງທີ່ນັກລົງທຶນຈີນລ້ຽງຢູ່ບ້ານທ່າສະໂນ ແລະ ແຄມແມ່ນໍ້າຂອງ ໃນນະຄອນໄກສອນ ພົມວິຫານ ປະມານ 30 ກະຊັງແຕ່ລະກະຊັງ ມີປາປະມານ 5 ຫາ 10 ພັນໂຕ ເມື່ອລ້ຽງໄດ້ປະມານ 1-2 ເດືອນ ກໍ່ຈະຕັກໄປຂາຍ ຢູ່ຕລາດພາຍໃນ ແຂວງສະຫວັນນະເຂດ.