ຜູ້ໃຊ້ ບໍຣິການ ຣົຖໄຟ ລາວ-ຈີນ ຍັງ ສັບສົນ

ຍ້ອນຣົຖໄຟ ເປັນເຣື່ອງໃໝ່ ສຳລັບ ປະເທດລາວ ຈຶ່ງເຮັດໃຫ້ຫຼາຍຢ່າງເບິ່ງສັບສົນ ປົນເລ, ທັງການຂາຍປີ້, ການກວດຄົນ ແລະຄວາມປອດພັຍ ຂອງຜູ້ໂດຍສານ ທີ່ອາດມາພ້ອມກັບ ເຊື້ອໂຄວິດ-19 ເຮັດໃຫ້ ການຂີ່ຣົຖໄຟ ກາຍເປັນ ບົດທົດສອບ ຄວາມອົດທົນ ທັງຜູ້ໃຊ້ບໍຣິການ ແລະຜູ້ໃຫ້ບໍຣິການ.

ບັນຍາກາດ ການລໍຖ້າຊື້ປີ້ໂດຍສານ ເພື່ອໃຊ້ບໍຣິການ ຣົຖໄຟລາວ-ຈີນ ສຳລັບຊາວບ້ານທົ່ວໄປ, ວັນທີ 4 ທັນວາ 2021. RFA

ຊາວລາວຫຼາຍຄົນ ຍັງເຫັນວ່າການໂດຍສານ ຣົຖໄຟລາວ-ຈີນ ເພື່ອເດີນທາງພາຍໃນປະເທດ ຍັງບໍ່ທັນສະດວກ ແລະທັນສມັຍ. ຍັງມີຂັ້ນຕອນສັບສົນຫຼາຍຢ່າງ ເປັນຕົ້ນຕ້ອງໄດ້ໄປຕໍ່ແຖວ ກັນເປັນເວລາຫຼາຍກວ່າ 1 ຊົ່ວໂມງເພື່ອຊື້ປີ້ຣົຖໄຟ ລາວ-ຈີນ ຕາມສະຖານີຕ່າງໆ ໃນຂະນະທີ່ ຍັງບໍ່ທັນມີການເປີດຂາຍປີ້ຣົຖໄຟ ຜ່ານຣະບົບອອນລາຍນ໌ເທື່ອ. ນອກຈາກນັ້ນກໍຍັງ ກວດກາຢ່າງເຂັ້ມງວດ ກ່ອນຈະຂີ່ຣົດໄຟ ໃຊ້ເວລາຫຼາຍຊົ່ວໂມງ. ດັ່ງຊາວລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 6 ທັນວານີ້ວ່າ:

ໄປເບີ່ງແລ້ວ ຄົນມັນຫຼາຍ ຄາຢູ່ 2 ຊົ່ວໂມງພຸ້ນນ່າ ໃຫ້ເພີ່ນເປີດຂາຍແບບຈອງອອນລາຍນ໌ ເພາະວ່າຄົນໄປຊື້ ເສັຽເວລາເຂົານ່າ ເຫັນວ່າຄົນຫຼາຍແອອັດຫັ້ນນ່າ.

ທ່ານໄດ້ກ່າວຕື່ມວ່າ ການເປີດຂາຍປີ້ຣົຖໄຟ ລາວ-ຈີນ ຕາມບ່ອນສະຖານີຣົຖໄຟ ແລ້ວໃຫ້ຜູ້ໂດຍສານຫຼາຍຮ້ອຍຄົນ ຕໍ່ແຖວກັນລໍຖ້າ ຊື້ປີ້ເປັນເວລາດົນນັ້ນ ກໍມີຄວາມຊ່ຽງຫຼາຍ ທີ່ຈະເຮັດ ໃຫ້ເກີດການແຜ່ຣະບາດ ຂອງໂຄວິດ-19 ດັ່ງນັ້ນຈຶ່ງຢາກໃຫ້ບໍຣິສັດ ທາງຣົຖໄຟ ລາວ-ຈີນ ພັທນາການຂາຍປີ້ ຜ່ານອອນລາຍນ໌ ຫຼືຜ່ານແອັບ (Application) ທາງໂທຣະສັບ ເພື່ອສະດວກ ແລະປອດພັຍກວ່າ.

ໃນຂນະທີ່ຊາວລາວ ອີກນາງນຶ່ງກ່າວວ່າ ຄັນຈະຊື້ປີ້ຣົຖໄຟ ລາວ-ຈີນ ສຳລັບເດີນທາງ ໃນໄລຍະນີ້ກໍຕ້ອງອົດທົນຫຼາຍ ຍ້ອນໃຊ້ເວລາດົນ ໃນການຕໍ່ແຖວເພື່ອລໍຖ້າ ຊື້ປີ້ຣົຖໄຟ ແຕ່ກໍເຊື່ອວ່າຕໍ່ໄປ ກໍຈະມີການເປີດຂາຍປີ້ຣົຖໄຟ ຜ່ານຣະບົບອອນລາຍນ໌ດັ່ງຍານາງກ່າວວ່າ:

ນ້ອງຫັ້ນ ໄດ້ລໍຄີວ ແບບຄີວຍາວ ຊ່ວງນີ້ເຂົາເຈົ້າໄປພັກຜ່ອນ ໄປຫຍັງຄົນກໍຫຼາຍອີກ ບໍ່ດົນໜ້າຈະມີເດີ້.

ນອກຈາກນີ້ ຊາວລາວທົ່ວໄປຈະຕ້ອງໄດ້ໄປຕໍ່ແຖວ ລໍຖ້າຊື້ປີ້ແລ້ວ ຍັງຕ້ອງພົກເອກະສານ ໄປດ້ວຍເປັນຕົ້ນ ບັດປະຈຳໂຕ ແລະໃບຢັ້ງຢືນການສັກວັກຊິນ ປ້ອງກັນໂຄວິດ-19 2 ເຂັມຈຶ່ງສາມາດຊື້ປີ້ຣົຖໄຟລາວ-ຈີນ ໄດ້. ຊາວລາວອີກນາງນຶ່ງໄດ້ກ່າວວ່າ:

ເທົ່າທີ່ຮູ້ມາ ກໍຂ້ອນຂ້າງວ່າຕ້ອງໄດ້ Walk in ເລີຍ ເຈົ້າມັນກໍຈະມີໃບວັກຊິນຕ່າງໆ ກາຣັນຕີ ໃນການເດີນທາງ ຂອງໂຕເອງນ່າ.

ສ່ວນຜູ້ໂດຍສານທີ່ມີ ຄວາມປະສົງຈະໃຊ້ບໍຣິການ ຣົຖໄຟ ລາວ-ຈີນ ພາຍໃນປະເທດ ສ່ວນໃຫຍ່ຈະຕ້ອງຊື້ປີ້ລ່ວງໜ້າ ຢ່າງໜ້ອຍນຶ່ງມື້ກ່ອນເດີນທາງ ເພື່ອຮັບປະກັນວ່າ ຈະສາມາດເດີນທາງ ຕາມເວລາທີ່ກຳນົດໄດ້ ເນື່ອງຈາກມີຄົນ ຈຳນວນຫຼາຍ ລໍຖ້າຊື້ປີ້ຕາມສະຖານີຣົຖໄຟ ແຕ່ລະແຫ່ງ. ແຕ່ໃນຂນະທີສະຖານີຣົຖໄຟ ຫຼາຍແຫ່ງກໍເຣີ່ມຕິດຕັ້ງຕູ້ໄຟຟ້າ ສຳລັບຂາຍປີ້ຣົຖໄຟ ແບບອັດຕະໂນມັດ ແຕ່ຍັງບໍ່ຮູ້ເທື່ອວ່າ ຈະເປີດໃຊ້ຕູ້ດັ່ງກ່າວເມື່ອໃດ. ດ່ັງຊາວລາວທ່ານນຶ່ງ ກ່າວວ່າ:

ສາມາດໄປຈອງໄດ້ເລີຍ ແຕ່ວ່າຕ້ອງຈອງກ່ອນລ່ວງໜ້າ ມື້ນຶ່ງປັຈຈຸບັນເຂົາເຈົ້າກຳລັງ ຕິດຕັ້ງຕູ້ທີ່ວ່າຄ້າຍ ໆ ສາມາດຊື້ຜ່ານຕູ້ ເອທີເອັມ ເອົາບັດປະຈຳໂຕໄປ ປ່ອນເຂົ້າຄືໂຕຢ່າງ ຂອງຄົນລາວຊິນ່າເນາະ ຂອງຕ່າງປະເທດກາພາສປອຣ໌ດ ປ່ອນເຂົ້າແລ້ວມັນຂຶ້ນປີ້ອອກມາ ຫັ້ນເລີຍຊິນ່າ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຍັງພາກສ່ວນ ຂາຍປີ້ຣົຖໄຟ ຂອງບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດ ແຕ່ຍັງບໍ່ມີໝາຍເລກໂທລະສັບ ລົງຜ່ານທາງສື່ສັງຄົມອອນລາຍນ໌ເທື່ອ. ໃນຂນະດຽວກັນ ກໍໄດ້ຕິດຕໍ່ຫາເຈົ້າໜ້າທີ່ ບໍຣິສັດທາງຣົຖໄຟ ລາວ-ຈີນຈຳກັດ ເພື່ອສອບຖາມລາຍຣະອຽດ ເພີ່ມຕື່ມແຕ່ທ່ານຍັງບໍ່ສະດວກໃຫ້ສັມພາດ.

ແຕ່່ຢ່າງໃດກໍຕາມເຈົ້າໜ້າທີ່ ຜແນກຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວ ແຂວງຫຼວງພຣະບາງ ນາງນຶ່ງກ່າວວ່າປັຈຈຸບັນ ຍັງບໍ່ທັນມີການຂາຍປີ້ ຣົຖໄຟລາວ-ຈີນຜ່ານຣະບົບ ອອນລາຍນ໌ເທື່ອ ແຕ່ກໍເຊື່ອວ່າຈະເກີດຂື້ນໃນອີກບໍ່ດົນນີ້ ແລະວ່າຢູ່ສະຖານີຣົຖໄຟ ຫຼວງພຣະບາງກໍມີຄົນໄປຊື້ປີ້ ໂດຍສານຣົຖໄຟຢ່າງໜາແໜ້ນທຸກມື້. ດັ່ງຍານາງກ່າວວ່າ:

ແມ່ນແຫຼະ ຄືວ່າຍັງບໍ່ມີໂຕນີ້ນ່າ ຕໍ່ໄປອາດຈະມີເນາະ ແຕ່ວ່າຕອນນີ້ຍັງບໍ່ທັນ ແຕ່ວ່າເຫັນເຂົາເຈົ້າ ໄປຈອງ ໄປຊື້ຢູ່ບ່ອນສະຖານີຣົຖໄຟ ເລີຍເປີດໃໝ່ນີ້ ກໍຄົນຫຼາຍ ຊື້ມື້ນີ້ແລ້ວ ໄປຂອງມື້ຕໍ່ໄປພຸ້ນນ່າ.

ນອກຈາກນັ້ນ ຜູ້ໂດຍສານທີ່ຈະຂື້ນຣົຖໄຟ ລາວ-ຈີນ ຕ້ອງຜ່ານການກວດກາ ຄວາມປອດພັຍ, ຜ່ານການວັດແທກອຸນຫະພູມ ຫ້າມເກີນ 37.3 ອົງສາ, ກວດໃບຢັ້ງຢືນ ການສັກວັກຊີນປ້ອງກັນ ໂຄວິດ-19 ຄົບ 2 ເຂັມ ແລະ ໃບຢັ້ງຢືນການກວດຫາເຊື້ອ ໂຄວິດ-19 ພາຍໃນ 72 ຊົ່ວໂມງ ອີງຕາມການຣາຍງານຂອງຂ່າວສານ ປະເທດລາວ.

ປັຈຈຸບັນ ເສັ້ນທາງຣົຖໄຟ ລາວ-ຈີນ ໄດ້ເປີດໃຫ້ບໍຣິການ 6 ສະຖານີ ຈາກຈຳນວນສະຖານີໂດຍສານທັງໝົດ 10 ແຫ່ງ ແລະ ເປີດໃຫ້ບໍຣິການພຽງແຕ່ ສາຍພາຍໃນປະເທດ 2 ຖ້ຽວ ຕໍ່ມື້ ໃນນັ້ນ 1 ຖ້ຽວອອກຈາກສະຖານີ ນະຄອນຫຼວງວຽງຈັນ ເວລາ 8 ໂມງ ເຖິງສະຖານີ ບໍ່ເຕັນເວລາ 11:20 ໂມງ ແລະ ຂາກັບ ອອກຈາກສະຖານີບໍ່ເຕັນ ເວລາ 12:15 ໂມງ ເຖິງສະຖານີນະຄອນຫຼວງວຽງຈັນ 15:19 ໂມງ, ອີກ1 ຄູ່ ແມ່ນອອກຈາກສະຖານີ ນະຄອນຫຼວງວຽງຈັນເວລາ 16:10 ໂມງ ເຖິງສະຖານີຫຼວງພຣະບາງ 18:20 ໂມງ ແລະ ຂາກັບ ຈາກຫຼວງພຣະບາງ ເຖິງນະຄອນຫຼວງວຽງຈັນ 18:50-20:46 ໂມງ.

ສຳລັບລາຍຣະອຽດ ຂອງລາຄາປີ້ໂດຍສານ ທາງຣົຖໄຟ ລາວ-ຈີນ ກະຊວງໂຍທາທິການ ແລະຂົນສົ່ງກໍໄດ້ອອກແຈ້ງການ ເລກທີ 24016/ຍທຂ ລົງວັນທີ 25 ພຶສຈິກາ 2021 ວ່າດ້ວຍການເຫັນດີ ຕໍ່ການສເນີຂອງກົມທາງ ຣົຖໄຟ ແລະຮັບຮອງນຳໃຊ້ຊົ່ວຄາວ ລາຄາປີ້ໂດຍສານຂອງ ເສັ້ນທາງຣົຖໄຟ ລາວ-ຈີນແຕ່ສະຖານີ ນະຄອນຫຼວງວຽງຈັນ ຫາສະຖານີບໍ່ເຕັນ. ລາຄາຊັ້ນໂດຍສານ ປະເພດ 1 ມີພຽງຕູ້ດຽວ ພາຍໃນຂະບວນຣົຖ ໃນແຕ່ລະຄັ້ງ. ຈາກນະຄອນຫຼວງວຽງຈັນ ຫາແຂວງຫຼວງນໍ້າທາ ລາຄາຊັ້ນໂດຍສານ EMU ຂະບວນລ້ານຊ້າງ ຕໍ່ຄົນ ຕໍ່ຖ້ຽວ ຊັ້ນນຶ່ງ 529,000 ກີບ, ຊັ້ນສອງ 333,000 ກີບ, ສ່ວນລາຄາຣົຖໂດຍສານ ຊະນິດທັມດາ 238,000 ກີບ ບໍ່ແມ່ນຣົຖໄຟຂະບວນລ້ານຊ້າງ. ສ່ວນຂົນສົ່ງສິນຄ້າແມ່ນຄິດໄລ່ ຕາມນໍ້າໜັກ ແລະໄລຍະເສັ້ນທາງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org