ພະນັກງານກົມພາສີ 4 ຄົນ ຖືກສັ່ງ ພັກວຽກ

ອຸ່ນແກ້ວ ສຸກສະຫວັນ
2019.08.29
F-finance ກະຊວງການເງິນ ສປປລ ທີ່ ນະຄອນຫຼວງວຽງຈັນ
RFA/NY

ກະຊວງການເງິນ ສັ່ງພັກວຽກຊົ່ວຄາວ ພະນັກງານກົມພາສີ 4 ຄົນ ຄື ທ. ພຸດສະດາວອນ ອິນສີຊຽງໃໝ່, ທ. ທິວາພອນ ສຸລິນທອນ, ທ. ສະຫງວນຈິດ ວົງເດືອນ, ທ. ສີຈັນ ອິນທະວົງ ເພື່ອສືບສວນການປະຕິບັດໜ້າທີ່ ທີ່ຜິດວິນັຍຂອງຣັຖກອນ.

ການສັ່ງພັກວຽກ ຂອງທັງ 4 ຄົນ ມີຜົນນັບແຕ່ວັນທີ 28 ສິງຫາ ເປັນຕົ້ນໄປ ຈົນກວ່າການສືບສວນສອບສວນ ຈະສຳເຣັດ, ດັ່ງເຈົ້າໜ້າທີ່ ກະຊວງການເງິນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 29 ສິງຫາ ວ່າ:

"ມັນເປັນແບບວຽກປົກກະຕິ ມັນກໍຕ້ອງສຳຣວດກວດກັນ ກໍບໍ່ໝາຍຄວາມວ່າ ບໍ່ໄດ້ມີຄວາມຜິດ ມີແຕ່ຂັ້ນສືບສວນສອບສວນກັນ ສຳຣວດ ກວດກາຫັ້ນນ່າ."

ທ່ານກ່າວວ່າ ໃນໄລຍະທີ່ພະນັກງານທັງ 4 ຄົນພັກວຽກ ກະຊວງຈະຫັກເງິນເດືອນ ແລະເງິນອຸດໜູນ 50 ເປີເຊັນ ຈົນກະທັ້ງການສືບສວນ ສອບສວນຈະມີບົດສະຫລຸບອອກມາ.

ນອກຈາກນີ້ ກະຊວງການເງິນມີການປັບປຸງ ແລະສັບຊ້ອນ ພະນັກງານ ຜູ່ທີ່ມີການປະພຶດທີ່ບໍ່ດີ, ດັ່ງ ເຈົ້າໜ້າທີ່ກະຊວງການເງິນ ທ່ານນີ້ ກ່າວຕື່ມອີກວ່າ:

"ຊ້ວງນີ້ ມັນກໍຊ້ວງເຂົາມີການປັບປຸງເດ້ ວຽກພາສີເຮົາມັນໄດ້ມີການໝູນກັນຕລອດ ມັນໄດ້ສັບຊ້ອນໝູນວຽນກັນ ຖືວ່າຜູ້ໃດຢູ່ດົນ ຖືວ່າປີນຶ່ງ ຫລື ຫຍັງກໍຕ້ອງມາກວດຕໍ່ໝູນກັນເດ້."

ການສັ່ງພັກວຽກໃນຄັ້ງນີ້ ແມ່ນອີງຕາມແຈ້ງການຂອງຣັຖມົນຕຼີ ກະຊວງການເງິນ ທ່ານ ສົມດີ ດວງດີ ລົງວັນທີ 28 ສິງຫາ 2019. ແລະ ແຈ້ງການດັ່ງກ່າວ ຍັງສັ່ງຫ້າມໃຫ້ ພະນັກງານທັງ 4 ຄົນ ບໍ່ໃຫ້ມີການເຄື່ອນໄຫວ ວຽກງານຣັຖການ ແລະ ເຄື່ອນໄຫວ ວຽກງານອື່ນໆ ທີ່ເປັນການປັ່ນປ່ວນ ແລະ ກໍ່ຄວາມບໍ່ສະຫງົບ ທີ່ສົ່ງຜົນສະທ້ອນຕໍ່ບຸກຄົນ ແລະ ການຈັດຕັ້ງພັກຣັຖ ຢ່າງເດັດຂາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.