ໃນວັນທີ 3 ມົກຣາທີ່ຜ່ານມານີ້ ເກີດເຫດຄົນຂັບຣົຖບັນທຸກ ຄົນລາວຕີກັນກັບຄົນຂັບຣົຖບັນທຸກ ຄົນຈີນ ຢູ່ບໍຣິເວນ ດ່ານສາກົລບໍ່ເຕັນຊາຍແດນລາວ-ຈີນ ແຂວງຫຼວງນໍ້າທາ ຍ້ອນຄົນຂັບຣົຖຊາວລາວ ບໍ່ພໍໃຈທີ່ຖືກຄົນຈີນ ລັດຄີວເພື່ອຕໍ່ແຖວ ຜ່ານໄປຍັງໜ້າດ່ານສາກົລບໍ່ເຕັນ ຈຶ່ງເກີດປາກສຽງ ແລະຕີກັນຈົນເຮັດໃຫ້ຄົນຈີນຖືກຕີຫົວແຕກ ໄດ້ຮັບບາດເຈັບ. ຄົນຂັບຣົຖບັນທຸກ ທີ່ເຫັນເຫດການດັ່ງກ່າວກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 4 ມົກຣານີ້ວ່າ:
" ກົດຣະບຽບ ເຂົາເຈົ້າບໍ່ໃຫ້ແຊງຄີວນ່າ ຈີນຫັ້ນຂະເຈົ້າແຊງຄີວ ທຳມະດານີ້ຣົຖຈຸນ້ອງຊິໄດ້ອອກກ່ອນ ແຕ່ຈີນເຂົາມາລັດໜ້າຫັ້ນ ຄົນລາວມັນເອົາກ້ອນຫີນໃຫຍ່ໆ ຫັ້ນນ່າໃສ່ຣົຖຂອງຄົນຈີນ ຄົນນັ້ນບາດນີ້ໝໍຈີນເຈົ້າຂອງຣົຖຫັ້ນ ລົງມາເບິ່ງຈີນມັນເຂົ້າໃຈວ່າ ດຶກໃສ່ຫົວຣົຖຂອງມັນຫັ້ນນ່າ ມາເອົາຫົວຍື່ນໃສ່ຄົນລາວວ່າແມະ ໆ ຫົວຂ້ອຍນ່າຊິແມ່ນຈີນ ມາລົງມືກ່ອນນ່າມັນໃຈຮ້ອນເດ້. "
ທ່ານກ່າວຕື່ມວ່າ ໃນໄລຍະທີ່ຜ່ານມາ ກໍມັກເກີດເຫດການຕີກັນ ລະຫວ່າງຄົນຂັບຣົຖຄົນລາວກັບຄົນຈີນຢູ່ເລື້ອຍໆ ຍ້ອນຄົນຂັບຣົຖຄົນຈີນ ມັກໄດ້ສິດໃຫ້ລັດຄີວຜ່ານໄປ ຍັງໜ້າດ່ານສາກົລບໍ່ເຕັນກ່ອນຄົນລາວເນື່ອງຈາກພະນັກງານທີ່ເປັນຜູ້ຄວບຄຸມ ຈັດແຖວຣົຖບັນທຸກນັ້ນ ກໍແມ່ນບໍຣິສັດຂອງຈີນ ຈຶ່ງໄດ້ອຳນວຍຄວາມສະດວກ ໃຫ້ຄົນຈີນຫຼາຍກວ່າຄົນລາວ ເຮັດໃຫ້ຄົນຂັບຣົຖຄົນລາວພາກັນບໍ່ພໍໃຈ ຈົນເກີດເຫດຕີກັນ. ເຫດການຂັດແຍ່ງ ດັ່ງກ່າວເກີດຂຶ້ນ ຍ້ອນຄົນຈີນຂັບຣົຖແຊງຄົນລາວ ເນື່ອງຈາກໃນໄລຍະນີ້ ເກີດສະພາບຣົຖບັນທຸກ ຕິດລຽນແຖວຍາວຢູ່ດ່ານສາກົລບໍ່ເຕັນ ເຮັດໃຫ້ຄົນຂັບຣົຖ ພະຍາຍາມສວຍໂອກາດລັດຄີວ.
ຄົນຂັບຣົຖຄົນລາວ ທີ່ເຫັນເຫດການອີກຄົນນຶ່ງກ່າວວ່າ:
“ເຂົາບຽດໄປຂ້າງໜ້າເນາະບຽດແຊງກັນ ຕໍ່ມາເຂົາກາຕີກັນທີ່ຜ່ານມາເນາະ ສ່ວນຫຼາຍຈີນແຊງຄົນລາວຫຼາຍກ່ອນ ຢູ່ຕາມຫຼັງຫັ້ນຊ່ວງນີ້ກາຕິດຫຼາຍ ໃຜກໍຢາກໄປກ່ອນ ຣົຖຕິດຫຼາຍໂອຊ່ວງນີ້.”
ໃນຂະນະທີ່ບັນຫາຣົຖບັນທຸກຕິດຕັ້ງແຕ່ເຂດບ້ານນາເຕີຍ ແຂວງຫຼວງນໍ້າທາ ໄປຮອດດ່ານສາກົລບໍ່ເຕັນນັ້ນ ປັດຈຸບັນກໍຍັງເປັນບັນຫາທີ່ບໍ່ທັນແກ້ໄຂໄດ້ໝົດເທື່ອ ເຖິງແມ່ນວ່າສະພາບຣົຖຕິດ ກໍດີຂຶ້ນເລັກໜ້ອຍກວ່າໄລຍະທ້າຍປີ 2021 ກໍຕາມ ແຕ່ຊາວບ້ານໃນທ້ອງຖິ່ນກໍຍັງປະສົບບັນຫາ ເດີນທາງຫຍຸ້ງຍາກຢູ່ຄືເກົ່າ.
ດັ່ງຊາວບ້ານຢູ່ເຂດບ້ານນາເຕີຍກ່າວວ່າ:
" ໄປໃສມາໃສກາລຳບາກ ໄປຕລາດກໍລຳບາກ ບາງເທື່ອຣົຖຈັກກາໄປບໍ່ໄດ້ ພວກໂຊເຟີ້ກໍລະຫຼວມແດ່ ກໍມີເຈົ້າໜ້າທີ່ເພິ່ນ ພະຍາຍາມເຕັມທີ່ແລ້ວ ບາງເທື່ອໂຊເຟີ້ຣົຖ ຂະເຈົ້າຫາກບໍ່ຟັງເອັງແຊງຄີວ ແນວນັ້ນຫັ້ນແຫຼະ. "
ສ່ວນຄົນຂັບຣົຖບັນທຸກຄົນລາວຫຼາຍຄົນ ທີ່ກຳລັງຂັບຣົຖໄປຫາດ່ານສາກົລບໍ່ເຕັນ ກໍຍັງປະສົບບັນຫາຣົຖຕິດຢູ່ຄືເກົ່າ ແຕ່ພວກເຂົາເຈົ້າກໍຫຼີກລ້ຽງບໍ່ໄດ້ ຍ້ອນຈຳເປັນຕ້ອງໄດ້ຫາລາຍໄດ້ ຈາກການຂັບຣົຖຂົນສົ່ງສິນຄ້າ ແລະບໍ່ມີທາງອື່ນທີ່ຈະຂັບຣົຖລັດຜ່ານໄປໄດ້.
ຄົນຂັບຣົຖບັນທຸກ ທ່ານນຶ່ງກ່າວວ່າ:
" ມານາເຕີຍຢູ່ນາເຕີຍນີ້ແຫຼະກໍຍັງຫຼາຍທຳມະດາຣົຖຍາວນີ້ມາບໍ່ໄດ້ແກ້ໄຂໄດ້ສ່ວນໜ້ອຍຍັງບໍ່ຮູ້ເທື່ອຟາກລະໜ້ອຍໆ ກາໄປ. "
ເຈົ້າຂອງຣົຖບັນທຸກອີກທ່ານນຶ່ງ ທີ່ກຳລັງຢູ່ລະຫວ່າງຂັບຣົຖໄປຫາດ່ານສາກົລ ບໍ່ເຕັນກ່າວວ່າ ສະພາບຣົຖບັນທຸກຕິດດັ່ງກ່າວ ຖືວ່າດີຂຶ້ນເລັກໜ້ອຍກວ່າທ້າຍປີ 2021 ທີ່ຣົຖໄດ້ຕິດຍາວໄປຮອດເມືອງນາໝໍ້ ແຂວງອຸດົມໄຊ ແຕ່ກໍຍັງບໍ່ແນ່ໃຈວ່າ ບັນຫານີ້ຈະກັບມາເປັນປົກກະຕິເມື່ອໃດ ຫຼືຕ້ອງລໍຖ້າໃຫ້ທາງຈີນເປີດຮັບ ຣົຖບັນທຸກຈາກລາວເປັນປົກກະຕິກ່ອນ.
“ມາແຕ່ວຽງຈັນພຸ້ນແຫຼະ ຂຶ້ນໄປບໍ່ເຕັນມື້ແລງນີ້ ຊິຮອດບ່ອນຣົຖຕິດແລ້ວ ຂະເຈົ້າກາແກ້ໄຂຕາມຫັ້ນແຫຼະແຕ່ວ່າຍັງບໍ່ປ່ອຍ ດຽວນີ້ໄຄຂຶ້ນໜ້ອຍນຶ່ງເນາະ ຫຼາຍຂຶ້ນໜ້ອຍນຶ່ງບໍ່ຮອດນາໝໍ້ແລ້ວ ດຽວນີ້ນ່າປະມານບ້ານນຳແພງເນາະ 20 ກວ່າກິໂລແມັດນີ້ແຫຼະ.”
ທາງດ້ານເຈົ້າໜ້າທີ່ຄະນະສະເພາະກິຈ ແຂວງຫຼວງນໍ້າທາກໍກຳລັງແກ້ໄຂ ສະພາບຣົຖບັນທຸກຕິດ ຢູ່ເລື້ອຍໆ ທຸກມື້ແລະຄາດວ່າ ອີກບໍ່ດົນນີ້ສະພາບຣົຖຕິດຈະຫຼຸດລົງຫຼາຍ ຍ້ອນສະຖານີຣົຖໄຟນາເຕີຍ ກຳລັງເປີດໃຊ້ສຳລັບເປັນສະຖານີຂົນສົ່ງສິນຄ້າ ລາວ-ຈີນ, ສ່ວນບັນຫາຂັດ ແຍ່ງລະຫວ່າງຄົນລາວ ແລະຄົນຈີນດັ່ງກ່າວນັ້ນຍັງບໍ່ໄດ້ຮັບແຈ້ງລາຍລະອຽດເທື່ອ.
ເຈົ້າໜ້າ ທີ່ທ່ານນຶ່ງໄດ້ກ່າວວ່າ:
" ຈັດສັນກັນໄປແຕ່ລະມື້ແນວນັ້ນແຫຼະເນາະ ເບິ່ງສະພາບໃນຕໍ່ໜ້ານີ້ ກໍສິມີສິນຄ້າຈຳນວນນຶ່ງ ເຂົາຈະໃຊ້ຣົຖໄຟປັດຈຸບັນນີ້ ຂະເຈົ້າສິເປີດຢູ່ສະຖານີນາເຕີຍນີ້ ມີສິນຄ້າຈຳນວນນຶ່ງຂຶ້ນຣົຖໄຟໄປ. "
ປັດຈຸບັນຣົຖບັນທຸກທີ່ສາມາດແລ່ນຜ່ານ ດ່ານສາກົລບໍ່ເຕັນເຂົ້າໄປຈີນ ມີປະມານ 150 ຄັນຕໍ່ມື້. ໃນຂະນະທີ່ມີຣົຖບັນທຸກສິນຄ້າໃນລາວ ທັງຂອງຄົນລາວ ແລະຄົນຈີນ ທີ່ລໍຖ້າຜ່ານດ່ານໄປຈີນມີປະມານ 350 ຄັນຕໍ່ມື້ ແລະ ນັບມື້ກໍເພີ່ມຈຳນວນສະສົມຂຶ້ນເລື້ອຍໆ. ສ່ວນໂຊເຟີ້ຊຸດຂາວ ເບື້ອງຈີນທີ່ເຮັດວຽກສີດພົ່ນຢາຂ້າເຊື້ອໂຄວິດ-19 ກໍມີພຽງແຕ່ 80 ຄົນ ແລະກໍໃຊ້ເວລາສີດພົ່ນຢາຂ້າເຊື້ອ 15 ຫາ 20 ນາທີ ຕໍ່ຄັ້ງຕໍ່ຄົນ ແລະຕ້ອງສີດຢາຂ້າເຊື້ອ 3 ຄັ້ງຕໍ່ຄົນ ຈຶ່ງຈະປ່ອຍໃຫ້ເຂົ້າຈີນໄດ້ໂດຍໃນແຕ່ລະມື້ ດ່ານສາກົລບໍ່ຫານ ກໍເປີດພຽງແຕ່ເວລາ 8 ໂມງ ຫາ 16 ໂມງ ເທົ່ານັ້ນ ຈຶ່ງເປັນເຫດໃຫ້ເກີດ ສະພາບຣົຖຕິດຈຳນວນຫຼາຍ.