ນັກທ່ອງທ່ຽວ ມາທ່ຽວລາວ ຫຼຸດລົງ

ໄຊຍາ
2018.09.30
F-TRAVEL ຫ້ອງການ ທ່າດ່ານພາສີ ໜອງຄາຍ-ວຽງຈັນ
travel-lao-isaan.blogspot

ຣັຖບານລາວ ເປີດປີທ່ອງທ່ຽວ 2018 ຫວັງກະຕຸ້ນ ການທ່ອງທ່ຽວລາວ ພ້ອມທັງຄາດວ່າ ຈະດືງດູດເອົາ ນັກທ່ອງທ່ຽວຕ່າງປະ​ເທດ ໃຫ້ໄດ້ 5 ລ້ານຄົນ ແລະ ຈະມີຣາຍຮັບ ເຖິງ 900 ລ້ານໂດລາສະຫະຣັຖ. ແຕ່ບໍ່ເປັນໄປຕາມຄາດ ເມື່ອໂຕເລຂ ນັກທ່ອງທ່ຽວເຂົ້າມາລາວ ເຄິ່ງປີທຳອິດ ມີພຽງ 2 ລ້ານປາຍຄົນ ອີກເຄິ່ງປີສຸດທ້າຍ ໂຕເລຂນັກທ່ອງທ່ຽວ ເຂົ້າມາລາວ ຍັງບໍ່ເພີ່ມຂຶ້ນ.

ດັ່ງທີ່ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີ, ກ່າວໃນກອງປະຊຸມທຸຣະກິຈລາວ ເມື່ອເດືອນທີ່ຜ່ານມາວ່າ ໂຕເລຂເຄິ່ງປີ ໄດ້ເຜີຍໃຫ້ເຫັນ ແລ້ວວ່າ ນັກທ່ອງທ່ຽວຕ່າງປະເທດ ເຂົ້າມາລາວພຽງເຄິ່ງນຶ່ງ ຂອງແຜນການ ການທີ່ຈະເຮັດໃຫ້ໄດ້ຕາມແຜນການນັ້ນ ຄົງຍາກ ເຮັດໄດ້ພຽງ ກະຕຸ້ນໃຫ້ໂຕເລຂດີຂຶ້ນ ໃນເຄິ່ງປີທີ່ເຫຼືອ.

ນັກທ່ອງທ່ຽວຫຼຸດລົງ ແມ່ນເຣີ້ມແຕ່ສອງປີກ່ອນ ແຕ່ມາໃນປີນີ້ ແມ່ນໜັກໜ່ວງຫຼາຍ ຜູ້ປະກອບການ ກ່ຽວກັບ ການທ່ອງທ່ຽວ ໄດ້ຮັບຜົລກະທົບ ພ້ອມນັ້ນ ກຸ່ມຜູ້ປະກອບການ ກໍໄດ້ສເນີໄປຍັັງພາກຣັຖ ເພື່ອໃຫ້ແກ້ໄຂ ຕັ້ງແຕ່ກາງປີ ແຕ່ສະຖານະການ ຍັງບໍ່ດີຂຶ້ນ ທັງທີ່ ເປັນປີທ່ອງທ່ຽວລາວ ຍອດຈອງທົວ ກັບຫຼຸດລົງ ຢ່າງໜ້າໃຈຫາຍ ດັ່ງຜູ້ປະກອບການ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີວ່າ ປີນີ້ ນັກທ່ອງທ່ຽວ ໃຊ້ບໍຣິການ ບໍຣິສັດທ່ອງທ່ຽວ ຫຼຸດລົງເຖິງ 30%.

“ໂອຂອງອ້າຍຫຼຸດລົງຫຼາຍ ຂອງອ້າຍຫຼດລົງ 30% ຂອງອ້າຍທຽບໃສ່ ໄລຍະເວລາດຽວກັນ ເຊັ່ນ ໂຕຢ່າງ ໄລຍະໂລຊີຊັນ ບຸກຄິງ ເຣີ້ມແຕ່ ເດືອນ 5 ເດືອນ 6 ໄປ ເຮົາຍັງພໍມີລູກຄ້າ ແຕ່ມາປີນີ້ ເວົ້າງ່າຍໆສະ 3-4 ເດືອນຜ່ານມາ ເຮົາມີລູກຄ້າ ບໍ່ພໍເທົ່າໃດກຸ່ມ ຖ້າທຽບໃສ່ ປີຜ່ານມາ ໄລຍະດຽວກັນ ຖືວ່າ ເຮົາຫຼຸດລົງ 20–30% ທຸກໆ ບໍຣິສັດ ທີ່ເຮົາປະສານກັນ ເຂົາກາຕອບເປັນສຽງດຽວກັນວ່າ ປີນີ້ ບໍ່ເຂົ້າໃນທັງໆທີ່ວ່າ ລາວເປີດປີທ່ອງທ່ຽວ ຈຳນວນນັກທ່ອງທ່ຽວ ຂ້ອນຂ້າງຫຼຸດລົງ ກວ່າປີຜ່ານມາ ຖືວ່າ ກະທົບແຫລະ.”

ທ່ານກ່າວຕື່ມວ່າ ສາເຫດທີ່ພາໃຫ້ນັກທ່ອງທ່ຽວຫຼຸດລົງ ຍ້ອນຄ່າບໍຣິການ ການທ່ອງທ່ຽວ ແພງກວ່າ ຖ້າສົມທຽບ ໃສ່ບັນດາອາຊຽ້ນ ດ້ວຍກັນ ເຊັ່ນ: ຜູ້ນຳທ່ຽວ, ຄ່າພາຫະນະຂົນສົ່ງ ແລະ ຄ່າໂຮງແຮມ.

ດັ່ງໂຕຢ່າງ ຄ່າທີ່ພັກຫ້ອງ 3 ດາວບວກ ລາວຂາຍແພັກເກັດທົວ ເລີ້ມຕົ້ນ 50-80 ໂດລາສະຫະຣັຖ ມີອາຫານເຊົ້າ, ອິນເຕີເນັດໄວໄຟ ຟຣີ, ກາເຟ ໝາກກ້ວຍ ໃນຫ້ອງ ສ່ວນຢູ່ໄທ, ວຽດນາມ ຫລື ກັມພູຊາ ຄັນຂາຍຣາຄາດຽວກັນ ກໍຈະເປັນຫ້ອງຫຼູຫຼາ ບາງບ່ອນ ມີຮອດ ສະລອຍນໍ້າ, ອາຫານເຊົ້າ ຢ່າງຣາຊາ ບໍ່ເວົ້າເຖິງ ການບໍຣິການເສີມອື່ນໆ ມັນທຽບກັນບໍ່ໄດ້.

ນອກຈາກນັ້ນ ເຈົ້າໜ້າທີ່ ພັທນາການທ່ຽວ ໃນນະຄອນຫລວງວຽງຈັນ ໃຫ້ຄວາມເຫັນວ່າ ບັນຫາ ທີ່ພາໃຫ້ນັກທ່ອງທ່ຽວຫຼຸດລົງ ອັນນຶ່ງແມ່ນ ການບໍຣິການ ບໍ່ໄດ້ມາຕຖານ ຄວນໄດ້ປັບປຸງ ຮວມໄປເຖິງ ການທ່ອງທ່ຽວ ຍັງບໍ່ຫຼາກຫຼາຍ.

“ໂອພວກເຮົານີ້ ເວົ້າກ່ຽວກັບ ເຣື່ອງການບໍຣິຫານ ການທ່ອງທ່ຽວນີ້ ເຮົາຈະຕ້ອງໄດ້ເບິ່ງວ່າ ຄຸນນະພາບ ຂອງພວກເຮົາ ທີ່ພວກເຮົາໄດ້ເປີດ ປີທ່ອງທ່ຽວ ແລະ ສາເຫດ ທີ່ນັກທ່ອງທ່ຽວຫລຸດລົງ ຈຳນວນນຶ່ງ ແມ່ນມາຈາກຫຍັງ ສະນັ້ນ ແມ່ນພວກເຮົາຕ້ອງໄດ້ເບິ່ງ ບັນຫາຄຸນນະພາບ ກໍຄື ຣາຄາ ການບໍຣິການ ແລະ ກໍການຮັບຮອງ ພວກເຮົາ ຈະຕ້ອງໄດ້ສືບຕໍ່ ແກ້ໄຂ.”

ທ່ານກ່າວຕື່ມວ່າ ການຫຼຸດລົງ ຂອງນັກທ່ອງທ່ຽວ ຍັງມີຫຼາຍປັດໃຈ ເຊັ່ນ ການບໍຣິການ ເຂົ້າ-ອອກ ດ່ານ ຍັງມີຄວາມຫຍຸ້ງຍາກຊັກຊ້າ ຢູ່ຕາມຖນົນ ມີການປັບໃໝ ບໍ່ສົມເຫດສົມຜົນ ເຮັດໃຫ້ ບໍຣິສັດທ່ອງທ່ຽວ ມີຄວາມບໍ່ສະດວກສະບາຍ ການເກັບຄ່າຂົນສົ່ງໂດຍສານ ຍັງສູງ ການເກັບຄ່າຜ່ານປະຕູເຂົ້າຊົມ ແຫລ່ງທ່ອງທ່ຽວ ກໍແພງ ແລະ ນອກຈາກນັ້ນ ຄ່າຄອງຊີບກໍແພງ ຖ້າສົມທຽບໃສ່ ປະເທດອ້ອມຂ້າງ.

ທາງດ້ານສະມາຄົມ ວິຈັຍການທ່ອງທ່ຽວ ອາຊ໋ຽນ ຫຼື ATRA ຣາຍງານວ່າ ຣາຍຮັບ ໃນພາກການທ່ອງທ່ຽວ ຂອງລາວ ໃນປັດຈຸບັນ ຍັງມີ ຣາຍຮັບຕ່ຳກວ່າ ອັດຕຣາສະເລັຽ ໃນກຸ່ມອາຊ໋ຽນ ດ້ວຍກັນ ກໍຄື ໃນຂນະທີ່ ຣາຍຮັບການທ່ອງທ່ຽວ ຂອງອາຊ໋ຽນ ຢູ່ທີ່ອັດຕຣາສະເລັ່ຽ 12% ຂອງຍອດ ຜລິດຕະພັນລວມພາຍໃນ ຫຼື GDP ໂດຍສະເພາະ ຣາຍຮັບ ໃນພາກການທ່ອງທ່ຽວ ຂອງລາວ ກັບຄິດເປັນ ອັດຕຣາສະເລັ່ຽ ພຽງ 7% ຂອງ GDP ເທົ່ານັ້ນ ແລະ ການທີ່ຈະດຶງດູດ ເອົານັກທ່ອງທ່ຽວຕ່າງປະ​ເທດ ໃຫ້ໄດ້ 5 ລ້ານກຄົນ ໃນປີ 2018 ຈຶ່ງບໍ່ແມ່ນ ເຣື່ອງງ່າຍ.

ມາເຖິງປັດຈຸບັນ ອີງຕາມໂຕເລຂເບື້ອງຕົ້ນ ໄລຍະ 6 ເດືອນຕົ້ນປີ 2018 ມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ອງທ່ຽວ ໃນລາວ 2 ລ້ານປາຍຄົນ ເຊິ່ງເພີ່ມຂຶ້ນ 6% ເມື່ອທຽບໃສ່ ໃນໄລຍະດຽວກັນ ຂອງປີຜ່ານມາ. ແຕ່ 6 ເດືອນ ທ້າຍປີ 2018 ໂຕເລຂນັກທ່ອງທ່ຽວ ບໍ່ເພີ່ມຂຶ້ນ ນັບຈາກນີ້ ເຫຼືອອີກພຽງ 3 ເດືອນ ເຮັດແນວໃດ ໂຕເລຂ ທີ່ຕັ້ງເອົາໄວ້ 5 ລ້ານຄົນ ກໍບໍ່ບັນລຸແນ່ນອນ.

ດັ່ງທ່ານ ບໍ່ແສງຄຳ ວົງດາຣາ, ຣັຖມົນຕຣີ ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ, ໄດ້ໃຫ້ສັມພາດ ຕໍ່ສື່ມວນຊົນທ້ອງຖິ່ນ ໃນວາລະ ກອງປະຊຸມ ຣັຖບານເປີດກ້ວາງ ເມື່ອກາງເດືອນກັນຍາ ຜ່ານມາວ່າ ການເປີດປີທ່ອງທ່ຽວລາວ ໃນປີ 2018 ຣັຖບານ ຫວັງໃຊ້ເປັນການກະຕຸ້ນ ການທ່ອງທ່ຽວ ໃຫ້ເພີ່ມຂຶ້ນ ສອງປີກວ່າໆຜ່ານມາ.

ທ່ານກ່າວຕື່ມວ່າ ສາເຫດຫລັກ ທີ່ພາໃຫ້ ບໍ່ບັນລຸຕາມເປົ້າໝາຍນັ້ນ  ເນື່ອງຈາກ ເກີດໄພນໍ້າຖ້ວມ ທົ່ວປະເທດ ເຮັດໃຫ້ສະຖານທີ່ທ່ອງທ່ຽວ ແລະ ໂຄງຮ່າງພື້ນ​ຖານ ຫຼາຍແຫ່ງ ໄດ້ຮັບຄວາມເສັຍຫາຍ ໂດຍສະເພາະ ເສັ້ນທາງຄົມມະນາຄົມທາງບົກ ເສັຍຫາຍ ບໍ່ສາມາດປະເມີນໄດ້ ອັນສົ່ງ ຜົລກະທົບ ໂດຍກົງ ດັ່ງເຊັ່ນ ເມືອງວັງວຽງ ສະຖານທີ່ ທ່ອງທ່ຽວຍອດນິຍົມ ການຈອງຫ້ອງ ຖືກຍົກເລີກ 80% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ. ສ່ວນແຂວງຫລວງພຣະບາງ ອີງຕາມສະຖິຕິນັກທ່ອງທ່ຽວ 8 ເດືອນ ຂອງປີນີ້ ບໍ່ກະທົບຫຼາຍ ຈຳນວນ ນັກທ່ອງທ່ຽວ ເພີ່ມຂຶ້ນສະເລັ່ຽ 20% ແຕ່ປັດຈຸບັນ ແຂວງຫລວງພຣະບາງ ຢູ່ໃນໄລຍະງຽບເຫງົາ ເນື່ອງຈາກ ເປັນໄລຍະໂລຊີຊັນ.

ສ່ວນນະຄອນຫລວງວຽງຈັນ ກໍມີໂຕເລຂນັກທ່ອງທ່ຽວຫຼຸດລົງສະເລັ່ຽ 30% ນອກຈາກນີ້  ແຂວງຄຳມ່ວນ, ສວັນນະເຂດ ແລະ ຈໍາປາສັກ ກໍແມ່ນກຸ່ມແຂວງ ທີ່ຖືກຜົລກະທົບ ຈາກໄພພິບັດ ເຖິງແມ່ນວ່າ 6 ເດືອນຕົ້ນປີ ສະຖິຕິ ນັກທ່ອງທ່ຽວເພີ່ມ ແຕ່ກໍມາປະສົບບັນຫາ ໄພນໍ້າຖ້ວມ ເປັນເຫດທ່ວງດຶງ ໃຫ້ການທ່ອງທ່ຽວ ມີໂຕເລຂຫລຸດລົງສະເລັ່ຽ ກໍບໍ່ແຕກຕ່າງຫຍັງ ກັບນະຄອນຫລວງວຽງຈັນ.

ຈາກໂຕເລຂ ທີ່ຣາຍງານອອກມາ ຮວມເຖິງ ການອອກມາຍອມຮັບ ຂອງຣັຖບານ ກໍເປັນການຊີ້ບອກວ່າ ໂຕເລຂ 5 ລ້ານປາຍຄົນ ແມ່ນເປັນໄປໄດ້ຍາກ ແຕ່ໃນທ້າຍປີນີ້ ຣັຖບານຫວັງວ່າ ງານປະເພນີ ທີ່ສຳຄັນ ຂອງປະເທດລາວ ຈະກະຕຸ້ນ ໃຫ້ໂຕເລຂ ເພີ່ມຂຶ້ນ ຈາກເດີມເທົ່ານັ້ນ ແຕ່ບໍ່ສາມາດ ໄປເຖິງ 5 ລ້ານປາຍ ຄົນ ດັ່ງທີ່ຄາດຫວັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.