ຂ.ອຸດົມໄຊ ຊາວສວນລັງເລ ປູກພືດ
2020.09.04

ຊາວສວນ ແຂວງອຸດົມໄຊ ລັງເລໃຈ ທີ່ຈະປູກພືດຕ່າງໆ ໂດຍສະເພາະ ແມ່ນໝາກອຶ ໃນຣະດູແລ້ງ ປີໜ້າ ເພື່ອສົ່ງໄປຂາຍທີ່ປະເທດຈີນ ເນື່ອງຈາກວ່າ ເມື່ອຕົ້ນປີທີ່ ຜ່ານມາ ບໍ່ສາມາດ ສົ່ງໝາກອຶ ໄປຂາຍໄດ້ຢ່າງເປັນປົກກະຕິ ຍ້ອນມາຕການຄວບຄຸມ ເຊື້ອພຍາດ ໂຄວິດ-19.
ຊາວບ້ານຂວາງ ເມືອງນາໝໍ້ ທີ່ປູກໝາກອຶຊນິດໃຫຍ່ 20 ປາຍຄອບຄົວ ເວົ້າຕໍ່ RFA ໃນມື້ວັນທີ 4 ກັນຍານີ້ວ່າ ພວກເຂົາເຈົ້າອາຈບໍ່ປູກ ໝາກອຶຕື່ມອີກ ຍ້ອນເມື່ອຕົ້ນປີ ທີ່ຜ່ານມາ ໝາກອຶ ຈໍານວນ 200 ປາຍຕັນ ບໍ່ສາມາດສົ່ງໄປຂາຍ ຈີນ ໄດ້. ຣາຄາໝາກອຶ ຂາຍໃຫ້ຈີນ ກິໂລລະ 1600-1700 ກີບ, ເຮັດໃຫ້ຂາດທຶນ ຫຼາຍຮ້ອຍລ້ານກີບ. ດັ່ງນັ້ນ ຈຶ່ງຢາກໃຫ້ ພາກສ່ວນກ່ຽວຂ້ອງ ແນະນໍາຊາວບ້ານ ເພື່ອສົ່ງ ເສີມການປູກພືດ ຣະດູແລ້ງ ທີ່ຈະບໍ່ສມີບັນຫາ ໃນຂັ້ນຕໍ່ໄປ:
“ຕລາດຈີນຫັ້ນ ຄັນສະພາບເປັນຄືແນວນີ້ນີ໋ ຄືວ່າຈະບໍ່ມີຄົນປູກ ຫັ້ນແຫລະປີຕໍ່ມາ ຊ່ວງໂຄວິດ ນີ໋ຮ້າຍແຮງຂຶ້ນ. ການເຂົ້າອອກດ່ານມີ ຄວາມຫຍູ້ງຍາກຫັ້ນແຫລະ. ຢາກໃຫ້ຫ້ອງການ ກ່ຽວຂ້ອງເກັບກໍາ ໃຫ້ຄວາມຊ່ວຍເຫລືອ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຫ້ອງການກະສິກັມ ແລະປ່າໄມ້ ເມືອງນາໝໍ້ ເວົ້າວ່າ ບໍ່ສາມາດໃຫ້ຄໍາຕອບໄດ້ວ່າ ນັກລົງທຶນຈີນ ຈະຮັບປະກັນ ຊື້ໝາກອຶ ຕໍ່ໃນປີໜ້າ ຫລືບໍ່ ຍ້ອນຍັງບໍ່ໄດ້ຮັບ ການປະສານ ຈາກຜູ້ປະກອບການ ຈີນ ເທື່ອ.
ປັດຈຸບັນ ພາກສ່ວນກ່ຽວຂ້ອງ ຫັນໄປສົ່ງເສີມ ຊາວບ້ານປູກໝາກຖົ່ວເບີ ແທນໝາກອຶ ເນື່ອງຈາກມີນັກລົງທຶນຈີນ ມາປະສານຢູ່ ແລະ ພວກເຂົາ ຕ້ອງການເກັບຊື້ຢູ່ ເມືອງນາໝໍ້ແລ້ວ. ຂນະນີ້ວິຊາການ ກໍາລັງສົມທົບກັບຊາວບ້ານ ພາຍໃນເມືອງນີ້ ເພື່ອຮູ້ຈໍານວນ ຊາວສວນ ທີ່ຈະປູກໝາກຖົ່ວເບີ ແທນໝາກອຶ ໃນຣະດູແລ້ງປີໜ້າ ວ່າມີຈັກຄົນ ກັນແທ້ ດັ່ງທີ່ທ່ານກ່າວວ່າ
“ດຽວນີ້ຍັງບໍ່ສາມາດ ໃຫ້ຄໍາຕອບເນາະເພາະວ່າ ຜູ້ປະກອບການ ຈາກ ສປຈີນ ພາກສ່ວນອັນປູກໝາກອຶ ຍັງບໍ່ທັນເຂົ້າມາ. ດຽວນີ້ກໍກໍາລັງ ເລັ່ງໃສ່ນັກທຸຣະກິດ ມາພາກສ່ວນປູກໝາກ ຖົ່ວເບີນີ້ເນາະ ດຽວນີ້ກໍາລັງເກັບຂໍ້ມູຍ ວ່າມີຈັກບ້ານ ມີຈັກຄອບຄົວສິເຮັດ ໝາກຖົ່ວເບີ ລົງຣະດົມເຂົາເຈົ້າ ແບບນັ້ນຫັ້ນ ເປັນພືດຣະດູແລ້ງ.”
ສໍາລັບຊາວສວນປູກໝາກຖົ່ວເບີ ຢູ່ບ້ານນໍ້າໂລ້ງ ເມືອງແບງ 26 ຄອບຄົວ ກໍຄິດຍາກຖ້າຫາກສືບ ຕໍ່ປູກໃນຣະດູແລ້ງ ທີ່ຈະມານີ້ ເນື່ອງຈາກ ວ່າເມື່ອຕົ້ນປີທີ່ຜ່ານມາ ນັງລົງທຶນຈີນ ບໍ່ມາ ຮັບຊື້ຕາມສັນຍາ 7 ຕັນເຄິ່ງ ໃນຣາຄາ ກິໂລລະ 1600 ຫາ 1800 ກີບ ເຮັດໃຫ້ເສັຽຫາຍ 10 ປາຍລ້ານກີບ, ດັ່ງນັ້ນຈຶ່ງຢາກໃຫ້ ພາກສ່ວນ ກ່ຽວຂ້ອງ ລົງມາຊ່ອຍແນະນໍາ ຊາວສວນ ເພື່ອໃຫ້ຊາວສວນ ໄດ້ຮັບຜົລປໂຍດ ແລະ ຮັບປະກັນຈະບໍ່ເກີດບັນຫາ ຄືຕົ້ນປີນີ້ ດັ່ງຊາວສວນ ຜູ້ນຶ່ງເວົ້າວ່າ:
“ເຮົາຄິດຄືກັນແຫລະ ກໍອາຈປູກໝາກຖົ່ວຈໍານວນນຶ່ງ. ຈໍານວນນຶ່ງກໍອາຈເບິ່ງຕາມ ພືດທົດແທນຂອງ ກະສິກັມສນອງນັ້ນ ກໍຍ້ອນຈີນໜີ ກໍຖືວ່າຖີ້ມ ປີນີ້ຢາກຂໍເຂົາມາຊື້ນໍາ ໃຫ້ຂັ້ນເທິງ ລົງມາ ໃກ້ຊິດຕິດແທດ ຈົນໄດ້ຮັບຜົລປໂຍດ ແລ້ວຈັ່ງຄ່ອຍກັບ ຕາມຈຸດປະສົງ ຫັ້ນນະ.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ດ້ານເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ເມືອງແບງ ກ່າວວ່າ ທີ່ຜ່ານມາ ບໍ່ໄດ້ຮັບຣາຍງານ ຈາກອໍານາດ ການປົກຄອງບ້ານ ກ່ຽວກັບຜົລກະທົບ ທີ່ຊາວສວນ ປູກໝາກຖົ່ວເບີ ໄດ້ຮັບ ໃນໄລຍະການ ແຜ່ຣະບາດ ຂອງ ເຊື້ອພຍາດໂຄວິດ-19 ນີ້.
ທ່ານເວົ້າວ່າ ຫາກປີນີ້ ຊາວສວນສືບຕໍ່ປູກໝາກຖົວເບີຕື່ມ ຈະບໍ່ມີບັນຫາ ຍ້ອນພາກສ່ວນກ່ຽວຂ້ອງ ໄດ້ເປີດຮັບບໍຣິສັດຈີນ 2 ບໍຣິສັດ ແລະມີສາງເກັບມ້ຽນ ຜົລປູກ ຢູ່ພາຍໃນແຂວງ ເພື່ອຮັບຊື້ຄັກແນ່:
“ບໍ່ມີບັນຫາ ເພາະວ່າເຮົາເປີດຮັບ ແຕ່ບໍຣິສັດທີ່ຢູ່ແຂວງ ອຸດົມໄຊນີ໋ ບໍຣິສັດ ຍີ່ທູ້ ແລະບໍຣິສັດ ວິເຈັດຕ້າ ແລ້ວເຂົາມີສາງເກັບມ້ຽນ ມີສາງເກັບ ອິຫຍັງລະອຽດແລ້ວ. ເຂົາບໍ່ໃຫ້ກ່ຽວພັນ ເຣື່ອງ ການເປີດຊາຍແດນ ແລະຕິດພຍາດນະ.”
ທ່ານກ່າວຕື່ມອີກວ່າ ສາເຫດທີ່ນັກລົງທຶນຈີນ ບໍ່ມາຮັບຊື້ໝາກຖົ່ວເບີ ຢູ່ບ້ານ ນໍ້າໂລ້ງ ເມື່ອຕົ້ນປີນີ້ ກໍຍ້ອນຊາວສວນ ບໍ່ເຮັດຕາມຄໍາແນະນໍາ ຂອງນັກວິຊາການ ທີ່ບອກໃຫ້ໃສ່ຝຸ່ນຫົດນໍ້າ ເຮັດໃຫ້ໝາກຖົ່ວເບີ ເຕີບໂຕຊ້າ ແລະບໍ່ງາມ. ຈີນເລີຍບໍ່ເກັບຊື້ຕາມສັນຍາ ທີ່ໄດ້ຕົກລົງກັນໄວ້.
ບໍ່ພຽງແຕ່ຊາວສວນ ຢູ່ແຂວງອຸດົມໄຊເທົ່ານັ້ນ ທີ່ໄດ້ຮັບຜົລກະທົບ ຈາກນັກລົງທຶນຈີນ ທີ່ບໍ່ເຂົ້າມາຊື້ຜົລຜລິດ ກະສິກັມ ໄປຂາຍຢູ່ຈີນ. ຊາວສວນປູກຊາ ຢູ່ບ້ານ ກໍແມນ ເມືອງຜົ້ງສາລີ ແຂວງຜົ້ງສາລີ ຈໍານວນ 89 ຄອບຄົວ ກໍໄດ້ຮັບຜົລກະທົບ ແບບດຽວກັນ.
ໃນນັ້ນ ຊາວບ້ານຈໍານວນນຶ່ງ ກໍຍັງສືບຕໍ່ປູກຊາຢູ່ ຍ້ອນວ່າຖ້າບໍ່ໄດ້ຂາຍຊາ ກໍຈະບໍ່ມີອັນກິນ ເຖິງແມ່ນຈະກັງວົນວ່າ ທາງບໍຣິສັດຈີນ ຈະບໍ່ຮັບຊື້ກໍຕາມ. ແລະວ່າ ປັດຈຸບັນ ລູກຫລານ ຈໍານວນນຶ່ງ ກໍພາກັນໄປຮັບຈ້າງ ເຮັດວຽກຢູ່ບ່ອນຕ່າງໆ ຍ້ອນວ່າ ອາຊີບປູກຊາຂາຍ ໃຫ້ຄົນຈີນ ມີຄວາມສ່ຽງຕໍ່ ການທີ່ພວກເຂົາ ຈະບໍ່ມາເກັບຊື້ ຄືກ່ອນໄລຍະໂຄວິດ-19 ດັ່ງຊາວສວນ ຜູ້ນຶ່ງ ເວົ້າວ່າ:
“ຫລາຍຄອບຄົວກໍສືບຕໍ່ປູກ ເພາວ່າບ້ານເຮົາ ບໍ່ມີວິຊາອາຊີບອື່ນສິເຮັດເດ໋. ກັງວົນແຫລະເນາະ. ຄັນບໍ່ໄດ້ຂາຍຊາ ເຮົາກໍບໍ່ມີອັນກິນເດ໋ ທຸກມື້ນີ້ນະ ທາງບໍຣິສັດຄົນຈີນ ເຂົາກໍບໍ່ໄດ້ຮັບ ຊື້ຊາເຮົາແດ່. ແຕ່ວ່າເຮົາກໍເຮັດໄປຈັ່ງຊັ້ນ ຫັ້ນແຫລະ. ບາງຄົນ ກໍເຮັດວຽກບ່ອນນີ້ ບ່ອນນັ້ນ ຫັ້ນແຫລະ. ປົກຕິຂອງເຮົານີ໋ ຖ້າມີຄົນເກັບຊື້ ເຮົາເກັບຊາຂາຍຢ່າງດຽວ ຫັ້ນແຫລະ. ດຽວນີ້ຊ່ວງໂຄວິດ-19 ເຂົາເຈົ້າບໍ່ເຂົ້າມາ ປະຊາຊົນ ກໍຢູ່ຈັ່ງຊັ້ນແຫລະ.”
ຊາວສວນຜູ້ນີ້ ເວົ້າຕື່ມວ່າ ປັດຈຸບັນ ຣາຄາຊາ ທີ່ເດັດຈາກສວນ ຫລຸດລົງ ຈາກກິໂລລະ 6000 ກີບ ຍັງເຫລືອ 5500 ກີບ ເຖິງປານນັ້ນ ກໍບໍ່ມີ ຄົນມາຮັບຊື້ ເຮັດໃຫ້ຕ້ອງເອົາໃບຊາມາຂົ້ວ ເພື່ອເກັບຮັກສາໄວ້ດົນ ຫລືແຈກຢາຍໃຫ້ເພື່ອນບ້ານ ແຕ່ປານນັ້ນ ຊາກໍຍັງບໍ່ໝົດ ແລະໃບຊາກໍອອກມາເລື້ອຍໆ.
ນັບຕັ້ງແຕ່ຕົ້ນປີ 2020 ມາ ຊາວກະເສຕກອນລາວ ທີ່ປູກພືດຕ່າງໆ ໂດຍສະເພາະແມ່ນໝາກຖົ່ວເບີ ໝາກອຶ ແລະຊາ ຢູ່ແຂວງພາກເໜືອ ຕ່າງກໍປະສົບບັນຫາ ບໍ່ມີຄົນມາຮັບຊື້ ແລະ ບໍ່ສາມາດສົ່ງໄປຂາຍທີ່ ປະເທດຈີນ ໄດ້ຕາມປົກຕິ ຍ້ອນການແຜ່ຣະບາດ ຂອງເຊື້ອພຍາດ ໂຄວິດ-19 ເປັນຕົ້ນຢູ່ປະເທດຈີນ.