ຊາວບ້ານໄດ້ຄ່າຊົດເຊີຍ ຈາກ ໂຄງການ ຣົຖໄຟ

ໄມຊູລີ
2018.04.30
f-railway ປ້າຍໂຄສະນາ ໂຄງການທາງຣົດໄຟ ລາວ-ຈີນ
RFA/LX

ປະຊາຊົນ 20 ປາຍຄອບຄົວ ຢູ່ບ້ານຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ ໄດ້ຮັບຄ່າຊົດເຊີຍ ຈາກຄນະກັມມະການ ໂຄງການສ້າງທາງ ຣົຖໄຟ ລາວ-ຈີນ ແລ້ວ ເມື່ອວັນທີ່ 9 ເມສາ ນີ້ ໂດຍມີຄ່າຊົດເຊີຍ ນັບແຕ່ 7 ແສນກິບຈົນຮອດ 6 ລ້ານກິບໃຫ້ຄອບຄົວ ທີ່ບໍ່ສາມາດ ປູກເຂົ້າໄດ້ ເພາະຖືກໂຄງການ ກວມເອົາດິນ, ສ່ວນຄອບຄົວອື່ນໆ ຍັງບໍ່ໄດ້ເງິນ ຊົດເຊີຍເທື່ອ. ດັ່ງເຈົ້າໜ້າທີ່ ເມືອງໄຊ ທ່ານນຶ່ງກ່າວ ຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 30 ເມສາ ນີ້ວ່າ:

“ເພິ່ນໃຊ້ຄ່າບໍ່ທັນໄດ້ເຮັດນາຫັ້ນ ເພິ່ນໂອນໃຫ້ແລ້ວ ແຕ່ວັນທີ 9 ມີ 20 ປາຍ ເນື້ອທີ່ນ້ອຍກໍໄດ້ນ້ອຍ ເນື້ອທີ່ຫຼາຍກໍໄດ້ຫຼາຍ ເຮັກຕ່ານຶ່ງ ເພິ່ນໄລ່ 12 ລ້ານ ຜູ້ໄດ້ 5-6 ລ້ານ ກໍມີ, ຜູ້ໄດ້ 7-8 ແສນ ກໍມີ ໄປຕາມເນື້ອທີ່ ຫັ້ນແຫລະ.”

ທ່ານກ່າວຕຶ່ມວ່າ ສໍາລັບປະຊາຊົນ ຜູ້ຖືກຜົນກະທົບ ຈາກໂຄງການນີ້ ທີ່ຍັງບໍ່ສາມາດ ປູກເຂົ້າໄດ້ ຮວມທັງກໍຣະນີອື່ນໆ ຕ້ອງລໍຖ້າຟັງ ຄວາມຄຶບໜ້າ ເຣື້ອງການຊົດເຊີຍຕໍ່ໄປ ແຕ່ຫລາຍໆຄົນ ກໍໄປເປິດບັນຊີ ທານະຄານ ເປັນທີ່ຣຽບຮ້ອຍແລ້ວ ລໍຖ້າແຕ່ການ ໂອນເງິນ ຄ່າຊົດເຊີຍເທົ່ານັ້ນ ຊຶ່ງປະຊາຊົນ ສ່ວນຫລາຍ ຕ່າງກໍເຫັນດີນໍາການ ຈ່າຍຄ່າຊົດເຊີຍ ໂດຍຜ່ານທະນາຄານ.

ທ່ານ ລັຕນະມະນີ ຄູນນິວົງ ຮອງຮັຖມົນຕຣີ ກະຊວງໂຍທາທິການແລະຂົນສົ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີວ່າ ສໍາລັບຂັ້ນຕອນການໂອນເງິນ ແກ່ປະຊາຊົນ ຫລ່າສຸດນີ້ ສະພາປະຊາຊົນ ຂັ້ນແຂວງ 4 ແຂວງ ອັນໄດ້ແກ່ ແຂວງຫລວງນໍ້າທາ, ແຂວງອຸດົມໄຊ, ແຂວງຫລວງພຣະບາງ ແລະ ແຂວງວຽງຈັນ ໄດ້ຮັບຮອງເອົາ ຄໍາສເນີ ກ່ຽວກັບຄ່າຊົດເຊີຍ ແກ່ປະຊາຊົນແລ້ວ ເຫລືອແຕ່ນະຄອນຫລວງວຽຈັນ ທີ່ຕ້ອງໃຊ້ເວລາ ຕຶ່ມອີກ ທ່ານວ່າ:

“ສີ່ແຂວງ ສະພາທ້ອງຖິ່ນຖືວ່າ ຮັບຮອງແລ້ວ ປັຈຈຸບັນ ກໍາລັງສັງລວມວ່າ ເພື່ອສິເຮັດຕົງຄູ່ມື ເພິ່ນວ່າສິໃຫ້ໄວໆນີ້ແຫຼະ ກະຕ້ອງເຮັດໃຫ້ ມັນໄວ ເພາະວ່າເຮົາກໍຢາກເວນຄືນ ເຮົາກໍຢາກໃຫ້ປະຊາໍົນ ເພື່ອປະຕິບັດ ໃຫ້ຖືກຕ້ອງ ໃຫ້ມັນໂປ່ງໃສ ໃຫ້ມີຣະບຽບ ນະຄອນຫລວງ ມັນກໍຖືກຈໍານວນ ເຮືອນທີ່ອາສັຍ ມັນກໍຫລາຍເຕີບ ມັນກໍຫຍຸ້ງຍາກ.”

ປະຊາຊົນທີ່ ໄດ້ຮັບຜົນກະທົບ ຈາກໂຄງການ ທາງຣົຖໄຟ ລາວ-ຈີນ ໃນ 5 ແຂວງ ທີ່ເປັນທາງຜ່ານມີປະມານ 4,400 ຄອບຄົວ ໂດຍ ທາງໂຄງການນີ້ມີຄວາມຍາວ 409 ກິໂລແມດ ແລ່ນຜ່ານ 13 ຕົວເມືອງ ໂດຍລົງທຶນ ປະມານ 6 ຕຶ້ ດອນລ່າ ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.