ການສ້າງຖນົນເຂື່ອນປາກແບງ

ສົມເນ
2016.11.18
F-Mekong ແມ່ນໍ້າຂອງໃນທາງພາກເໜືອ ຂອງ ປະເທດລາວ
Photo by: Jeff Hirschberg

ການສ້າງຖນົນ ໄປຫາໂຄງການສ້າງ ເຂື່ອນ ປາກແບງ ແຂວງ ອຸດົມໄຊ ທີ່ກໍາລັງ ດໍາເນີນ ຢູ່ໃນ ປັດຈຸບັນນີ້ ຈະຕັດໄປ ຖືກດິນ ປູກຝັງ ຂອງ ປະຊາຊົນ ຫຼາຍຄອບຄົວ ປະມານ 4-5 ບ້ານ. ຕາມການ ເປີດເຜີຍ ຂອງຊາວບ້ານ ບ້ານປາກເງີຍ ທີ່ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ່ 17 ພຶສຈີກາ ນີ້ວ່າ:

"ກໍາລັງສ້າງ ເສັ້ນທາງ ດຽວນີ້ນະ ເສັ້ນທາງໄປເຂື່ອນ ມັນບ່ອນ ທໍາການຜລິດ ຂອງພໍ່ແມ່ ປະຊາຊົນ ເຮົາເດ ມັນກ່າມີ ຜົນກະທົບ ຕໍ່ການ ທໍາການ ຜລິດຫັ້ນ ຂອງພໍ່ແມ່ ປະຊາຊົນ ຫັ້ນ ແຕ່ວ່າ ຄ່າຊົດເຊີຍ ມັນນ້ອຍນະ ເພິ່ນໄລ່ເປັນ ເຮັກຕານະ ເຮັກຕານຶ່ງ ກ່າປະມານ 2-3 ລ້ານກວ່າກີບ ຕັ້ງແຕ່ ໜ້າເຂື່ອນໄປນີ້ ປະມານ 4-5 ບ້ານ ມັນກ່າມີ ຜົນກະທົບ ຫລາຍຄອບຄົວ".

ຊາວບ້ານທ່ານນີ້ ເວົ້າວ່າ ຖນົນທີ່ສ້າງໄປຫາ ໂຄງການ ສ້າງເຂື່ອນນີ້ ສ່ວນຫຼາຍ ໄປກວມເອົາ ໄຮ່ ປູກໝາກເດືອຍ ເຂົ້າໂພດ ສາລີ ຮ່ວມທັງ ດິນ ປູກຝັງ ກະສິກັມ ອື່ນໆ ທີ່ເປັນ ຣາຍໄດ້ຫລັກ ຂອງ ປະຊາຊົນ ນັບແຕ່ບ້ານ ລົງໂຕ່ງ ບ້ານປາກເງີຍ ບ້ານໂຄກກະ ບ້ານຫ້ວຍເຮີຍ. ນອກນັ້ນ ຊາວບ້ານປາງທອງ ເມືອງປາກແບງ ທີ່ຢູ່ໃກ້ ບໍຣິເວນ ສ້າງເຂື່ອນ ບອກກັບ ເອເຊັຽ ເສຣີ ວ່າ:

"ຂອງເຮົານີ້ກໍ ສໍາລັບບ່ອນ ຈະຕັ້ງເສົາ ຖືກບ່ອນເສົາໄຟ ຫັ້ນນາ ແລະ ກ່າຖືກດິນເລົ່າ ຂອງ ປະຊາຊົນ ຫັ້ນສອງບ່ອນ ສອງຈຸດ ສາມຈຸດນໍ ສໍາລັບ ປາງທອງ ເຮົາມັນມີ ຢາງພາຣາ ຈຸດໜຶ່ງ ຢູ່ທາງໃຕ້ ນີ້ແຫລະ ມີຈຸດນຶ່ງ ແລ້ວກ່າຢູ່ ໂຕໃຈກາງ ດິນ ຂອງປາງທອງ 2 ຈຸດ ມີ 3 ຈຸດນີ້ແຫລະ".

ກ່ຽວກັບການສ້າງເຂື່ອນ ປາກແບງນີ້ ເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ ແຂວງ ອຸດົມໄຊ ວ່າ:

"ໂຕນີ້ ເລື້ອງດີນີ້ ມັນມີຫລາຍນໍ ອັນທີ່ນຶ່ງນີ້ ແມ່ນວ່າ ເສຖກິດ ຂອງຣັຖບານ ແລະຂອງ ແຂວງອຸດົມໄຊ ຂະຫຍາຍຕົວ. ອັນທີ່ສອງມາ ແມ່ນວ່າ ຈະສ້າງວຽກເຮັດ ງານທໍາ ໃຫ້ ປະຊາຊົນ ຢູ່ເຂດນັ້ນ ຫັ້ນ ເຂດບ້ານຫັ້ນ ອັນທີສາມມາ ອັນເຂດ ເມືອງປາກແບງ ຫັ້ນ ເຂດບ້ານຫັ້ນ ປະຊາຊົນ ບໍ່ຖືກ ລົບກວນຫຼາຍ".

ໂຄງການສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ຢູ່ເມືອງປາກແບງ ໃນລະຍະນີ້ ຣັຖບານລາວ ໄດ້ແຈ້ງຕໍ່ ກັມມາທິການ ແມ່ນໍ້າຂອງ mrc ແລະ ປະເທດ ສະມາຊິກ ລຸ່ມນໍ້າຂອງ ແລ້ວເພື່ອ  ນໍາເຂົ້າ ຂະບວນ ປຶກສາຫາລື ລ່ວງໜ້າ ກ່ອນການ ຕັດສີນໃຈ ສ້າງ.

ຣາຍງານຂອງ ອົງການ ແມ່ນໍ້າສາກົນ International River ກ່ຽວກັບ ເຂື່ອນປາກແບງ ນີ້ຄາດວ່າ ຈະສົ່ງ ຜົນກະທົບ ຕໍ່ຊາວບ້ານ 25 ບ້ານ ຢູ່ຝັ່ງລາວ ແລະ 2 ບ້ານ ຢູ່ຝັ່ງໄທ ແລະ ປະຊາຊົນ ປະມານ 6,700 ຄົນ ຈະຕ້ອງຖືກຍ້າຍ ໄປຢູ່ບ່ອນໃໝ່.

ໂຄງການ ເຂື່ອນ ແຫ່ງນີ້ ຈະຜລິດໄຟຟ້າ ໄດ້ 900 ກວ່າ ເມກາວັດ, ໂດຍແມ່ນ ບໍຣິສັດ ຕ້າຖັງ ສາກົນ ຈາກ ປະເທດຈີນ ເປັນຜູ້ສ້າງ, 90 ສ່ວນຮ້ອຍ ຂອງໄຟຟ້າ ທີ່ຜລິດໄດ້ ຄາດວ່າ ຈະສົ່ງໄປ ປະເທດໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.