ເງິນປອມໃບແສນກີບກໍາລັງແພ່ ຢູ່ ວຽງຈັນ
2014.06.27
ໃນ ຊ່ວງເດືອນ ພຶສພາ ທີ່ ຜ່ານມາ ມີຄົນ ນໍາເອົາ ເງິນ ໃບແສນ ກີບ ປອມ ອອກສູ່ ຕລາດ ໃນ ນະຄອນ ຫລວງ ວຽງຈັນ ເຮັດໃຫ້ ພວກພໍ່ຄ້າ ແມ່ຄ້າ ໄດ້ຮັບຄວາມ ລຳບາກ ໃນການ ຮັບເງິນ ຈາກ ລູກຄ້າ ແລະ ຈ່າຍຊື້ ສິນຄ້າ ເພາະຕ້ອງ ໄດ້ກວດກາ ເບິ່ງເງິນ ແຕ່ລະໃບ ຢ່າງຄັກແນ່ ທຸກຄັ້ງ ເພື່ອໃຫ້ ແນ່ໃຈ. ພໍ່ຄ້າ ໃນ ຕລາດ ໂພນຕ້ອງ ເວົ້າວ່າ:
“ເດືອນ 1 ນີ້ນ່າ ເຂົາເວົ້ານ່າ, ເປັນຫວ່າງ ເດືອນ 5, ເຂົາເຮັດ ໃບລະແສນ ບາດ ນີ້ນ່າ".
ເປັນທີ່ ຊ່າລື ກັນວ່າ ເງິນກີບ ໃບ 1 ແສນກີບ ປອມ ໄດ້ເລີ້ມ ແພ່ກະຈາຍ ມາຈາກ ແຂວງ ໄຊຍະບູຣີ ແລະ ປະຈຸບັນ ແມ່ນພວມ ຣະບາດ ຢ່າງໜັກ ໃນ ນະຄອນ ຫຼວງ ວຽງຈັນ. ຈົນເທົ່າ ທຸກມື້ນີ້, ມີການ ກວດພົບ ເຫັນເງິນ ກີບປອມ ທີ່ວ່ານັ້ນ ຢູ່ຕາມ ຮ້ານຄ້າ ນ້ອຍ-ໃຫ່ຍ, ຫ້າງ ຊັພສິນ ແລະ ທະນາຄານ ຫຼາຍແຫ່ງ ໃນ ແຕ່ ລະວັນ. ພວກ ພໍ່ຄ້າ ແມ່ຄ້າ ກ່ອນຈະ ຮັບເອົາເງິນ ຈາກ ລູກຄ້າ ຜູ້ທີ່ມາຊື້ ສິນຄ້າ ນຳຕົນ ກໍຕ້ອງໄດ້ ເບິ່ງໃຫ້ ລະອຽດ ກ່ອນຈະຮັບ ເງິນ ແລະ ຈ່າຍເງິນ ໃນແຕ່ລະ ຄັ້ງ.
ເຖິງຢ່າງໃດ ກໍຕາມ ທາງການ ລາວ ກໍ່ຍັງ ບໍ່ທັນໄດ້ ມີແຈ້ງການ ເຕືອນ ແລະ ມີ ມາຕການ ໃດໆ ເພື່ອແກ້ໄຂ ບັນຫາ ເງິນ ໃບແສນກີບ ປອມ ໃນເທື່ອນີ້ ເຮັດໃຫ້ ມີຜູ້ ສວຍ ໂອກາດ ນຳເງິນປອມ ອອກມາໃຊ້ ຢູ່.
ດັ່ງນັ້ນ ຊາວຄ້າຂາຍ ຈຶ່ງຮຽກຮ້ອງ ໃຫ້ ທາງການລາວ ຫລື ເຈົ້າໜ້າທີ່ ພາກສ່ວນ ທີ່ ກ່ຽວຂ້ອງ ຫາມາຕການ ສະກັດກັ້ນ ຫຼື ຈັບກຸມ ຄົນທີ່ນໍາ ເອົາເງິນ ປອມ ອອກມາໃຊ້ ຈ່າຍນັ້ນ ໂດຍດ່ວນ.