ຜູ້ນໍາຕັດໄມ້ໃຊ້ໜີ້ ບໍ່ໄດ້ ຕັດຂາຍ
ຄົນລາວ ສ່ວນໃຫຍ່ ຍັງ ເຊື່ອວ່າ ການຕັດໄມ້ ຢູ່ ປະເທດ ລາວ ບໍ່ສາມາດ ຈະສິ້ນສຸດ ລົງໄດ້. ເປັນຫຍັງ ຄົນລາວ ຈຶ່ງ ເຊື່ອ ແນວນັ້ນ ມັນມີ ປັດໃຈ ຫຍັງແດ່ ທີ່ ເຮັດໃຫ້ ຄົນລາວ ເຊື່ອ ແນວນັ້ນ.
-
ອຸ່ນແກ້ວ ສຸກສະຫວັນ
2015-10-22 -
-
-
Your browser doesn’t support HTML5 audio
ກ່ຽວກັບ ບັນຫາ ການຕັດໄມ້ ຢູ່ ປະເທດ ລາວ ຄົນລາວ ສ່ວນໃຫຍ່ ເຊື່ອວ່າ ການຕັດໄມ້ ຈະບໍ່ຢຸດ ໄປໄດ້, ຍ້ອນ ເຊື່ອວ່າ ມີ ພະນັກງານ ພ້ອມທັງ ການນໍາ ຂັ້ນສູງ ຂອງລາວ ຈໍານວນ ນຶ່ງ ເຂົ້າໄປ ພົວພັນ ນໍາການ ຕັດໄມ້. ສະນັ້ນ ຄໍາຖາມ ກໍຄື ແມ່ນຫຍັງ ທີ່ເຮັດໃຫ້ ຄົນລາວ ສ່ວນໃຫຍ່ ເຊື່ອ ແນວນັ້ນ?
ປັດໃຈ ອັນທີ 1: ແມ່ນ ໂຄຕາ ການຕັດໄມ້ ຢູ່ ປະເທດລາວ ທີ່ ທາງການ ອອກມາ ບໍ່ ກົງກັບ ໂຄຕາ ການ ຕັດໄມ້ ຕົວຈິງ. ໂຄຕາ ການຕັດໄມ້ ໃນ ທົ່ວ ປະເທດ ແມ່ນ, ໃນ ປີ 2013-14 ແມ່ນ 580,000 ແມັດກ້ອນ. ອີງຕາມ ຂໍ້ມູນ ຈາກ ກະຊວງ ກະສິກັມ ແລະ ປ່າໄມ້. ທ່ານ ວິໄລວັນ ພົມເຂ ອາດີດ ຣັຖມົນຕຣີ ກະຊວງ ກະສິກັມ ແລະ ປ່າໄມ້ ຂອງລາວ ໄດ້ ຣາຍງານ ໃນ ເວລາ ນັ້ນ, ຊຶ່ງ ອັນນັ້ນ ເປັນ ໂຄຕາ ການ ຕັດໄມ້ ຢູ່ ທົ່ວ ປະເທດ.
ແຕ່ ໃນຕົວຈິງ ຕົວເລກ ທີ່ ທ່ານ ດວງດີ ອຸທະຈັກ ສະມາຊິກ ສະພາ ແຫ່ງຊາດ ທີ່ ໄດ້ ອະພິປາຍ ຢູ່ ກອງປະຊຸມ ສະພາ ແຫ່ງຊາດ ໃນປີ 2014 ວ່າ ມີການ ອອກ ໂຄຕາ ຕັດໄມ້ ຢູ່ ແຂວງ ບໍຣິຄໍາໄຊ 400,000 ແມັດກ້ອນ. ສະເພາະ ຢູ່ແຕ່ ແຂວງ ບໍຣິຄໍາໄຊ ແຂວງ ດຽວ ອອກ ໂຄຕາ ຕັດໄມ້ 400,000 ແມັດກ້ອນ, ໃນ ຂນະທີ່ ໂຄຕາ ການຕັດໄມ້ ປະຈໍາ ປີ ຂອງ ຣັຖບານ ພຽງແຕ່ 580,000 ແມັດກ້ອນ ຊຶ່ງ ມັນກໍ ຫລຸດລື່ນ ກັນ ພຽງແຕ່ 180,000 ແມັດກ້ອນ ເທົ່ານັ້ນ.
ຖ້າເອົາ ຕົວເລກ ມາບວກໃສ່ ອີກ ແຂວງນຶ່ງ ຄື ແຂວງ ອັດຕະປື ຕົວເລກ ສອງ ແຂວງ ເກືອບ ເທົ່າກັບ ໂຄຕາ ຕັດໄມ້ ໃນ ທົ່ວ ປະເທດ ເລີຍ. ອີງຕາມ ການຣາຍງານ ຈາກ ຫ້ອງການ ກວດກາ ປ່າໄມ້ ແຂວງ ອັດຕະປື ທີ່ ພິມອອກ ໃນຕົ້ນ ເດືອນ ກັນຍາ 2014 ພົບວ່າ ໂຄຕາ ການຕັດໄມ້ ຢູ່ ແຂວງ ອັດຕະປື ແມ່ນ 170,000 ແມັດກ້ອນ.
ສະເພາະ ສອງແຂວງ ຄື ແຂວງ ບໍຣິຄໍາໄຊ ບວກກັບ ແຂວງ ອັດຕະປື ໂຄຕາ ການ ຕັດໄມ້ ແມ່ນ 570,000 ແມັດກ້ອນ ແລ້ວ ເກືອບເທົ່າ ໂຄຕາ ທີ່ ຣັຖບານ ອອກ ທົ່ວ ປະເທດ ແມ່ນ 580,000 ແມັດກ້ອນ. ຍັງບໍ່ໄດ້ ໄລ່ ຮວມເອົາ ແຂວງ ອື່ນ ນໍາອີກ, ແຕ່ຖ້າວ່າ ຮວມອີກ 16 ແຂວງ ທີ່ ຫຍັງເຫລືອ ຈໍານວນ ບໍຣິມາດ ໄມ້ ມັນຊິ ເພີ້ມຂຶ້ນ ເປັນອີກ ຈັກ ແສນ ແມັດກ້ອນ.
ປັດໃຈ ອັນທີ 2: ຕົວເລກ ການ ສົ່ງອອກໄມ້ ໄປ ວຽດນາມ ແລະ ຈີນ ເພີ້ມຂຶ້ນ ໃນ ແຕ່ລະປີ, ອີງຕາມ ຂໍ້ມູນ ຈາກ ດ່ານ ພາສີ ວຽດນາມ ພົບວ່າ ໃນປີ 2012 ການ ສົ່ງອອກໄມ້ ໄປ ວຽດນາມ ແມ່ນ 190,000 ແມັດກ້ອນ, ໃນປີ 2013 ການ ສົ່ງອອກໄມ້ ໄປ ວຽດນາມ ແມ່ນ 220,000 ແມັດກ້ອນ, ໃນປີ 2014 ການ ສົ່ງອອກໄມ້ ໄປ ວຽດນາມ ແມ່ນ 300,000 ແມັດກ້ອນ.
ສະເພາະ ຂໍ້ມູນ ການ ສົ່ງອອກໄມ້ ຈາກລາວ ໄປຈີນ, ອີງຕາມ ຂໍ້ມູນ ສະຖິຕິ ການຄ້າ ສະຫະ ປະຊາຊາດ, ໃນປີ 2012 ການ ສົ່ງໄມ້ ໄປ ປະເທດຈີນ ແມ່ນ 100,000 ແມັດກ້ອນ, ໃນປີ 2013 ການ ສົ່ງໄມ້ ໄປ ປະເທດຈີນ ແມ່ນ 200,000 ແມັດກ້ອນ, ແຕ່ ໃນປີ 2014 ບໍ່ມີ ການ ເປີດເຜີຍ. ຈະເຫັນໄດ້ ວ່າ ຕົວເລກ ເພີ້ມຂຶ້ນ ໃນ ທຸກໆ ປີ ແລ້ວ ມັນຊິເຮັດ ໃຫ້ ການຕັດໄມ້ ໝົດໄປ ໄດ້ ແນວໃດ.
ປັດໃຈ ອັນທີ 3: ແມ່ນ ການ ເກັບຣາຍຮັບ ຈາກ ການ ຂາຍໄມ້ ຍັງ ບໍ່ຈະແຈ້ງ ແລະ ບໍ່ຮູ້ວ່າ ເງິນ ທີ່ເກັບໄດ້ ຈາກ ການຂາຍໄມ້ ນັ້ນ ໄດ້ ເທົ່າໃດ. ໃນ ການ ສົ່ງອອກໄມ້ ອີງຕາມ ຕົວເລກ ຈາກ ປະເທດ ເພື່ອນບ້ານ ທີ່ ປະເທດ ລາວ ສົ່ງອອກໄມ້ ບໍ່ວ່າ ຈະໄປ ວຽດນາມ, ຈີນ ແລະ ໄທ ນັບແຕ່ປີ 2009-14 ເປັນ ເວລາ 5 ປີ ມູນຄ່າ ການ ສົ່ງອອກ ແມ່ນ 1.7 ຕື້ ໂດລາ ຫລື 1,700 ລ້ານ ໂດລາ. ສະເລັ່ຽ ແລ້ວ ຍອດມູນຄ່າ ການ ສົ່ງອອກໄມ້ ປີ 1 ບໍ່ຕໍ່າກວ່າ 300 ລ້ານ ໂດລາ ສະຫະຣັຖ.
ໃນຂນະທີ່ ການ ເກັບຣາຍຮັບ ຈາກ ການຂາຍໄມ້ ເຂົ້າ ງົບປະມານ ບໍ່ໄດ້ ສົມກັບ ມູນຄ່າ ການ ສົ່ງອອກ. ອີງຕາມ ການຣາຍງານ ຂອງ ກະຊວງ ການເງິນ ຂອງລາວ ໃນປີ 2013 ທີ່ ຜ່ານມາ ກະຊວງ ການເງິນ ສາມາດ ເກັບຣາຍຮັບ ເຂົ້າ ງົບປະມານ ໄດ້ 20 ລ້ານ ໂດລາ ສະຫະຣັຖ ເທົ່ານັ້ນ.
ນັກ ວິຊາການ ດ້ານ ການ ເກັບ ອາກອນ ໃຫ້ ທັສນະ ວ່າ ມູນຄ່າ ການຂາຍໄມ້ ຂະໜາດ ນີ້ ສະເລັ່ຽ 300 ລ້ານ ໂດລາ ຕໍ່ປີ ການ ເກັບຣາຍຮັບ ເຂົ້າ ງົບປະມານ ຕ້ອງໄດ້ ຫຼາຍກວ່າ 20 ລ້ານ ໂດລາ ຂຶ້ນໄປ. ສິ່ງນີ້ເອງ ເຮັດໃຫ້ ປະຊາຊົນ ຍັງຄາໃຈ ວ່າ ເງິນ ທີ່ໄດ້ຈາກ ການຂາຍໄມ້ ບໍ່ເຫັນ ຣາຍງານ ຢ່າງ ຈະແຈ້ງ ແລະ ໄປຢູ່ໃສ.
ດັ່ງ ປະຊາຊົນ ທ່ານນຶ່ງ ຜູ້ ທີ່ ຂໍສງວນຊື່ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່່າ:
"ຄັນວ່າ ຂາຍ ອອກໄປເດີ ຂັ້ນເອົາມາ ສ້າງສາ ປະເທດ ຊາດ ກະຊິໂອ້ ກະຊິ ຫຼາຍເຕີບໃດ ນີ້ນະ, ຊິຈະເລີນ ຫຼາຍເຕີບຢູ່, ແຕ່ວ່າ ບໍ່ຮູ້ວ່າ ເອົາໄປໃສ ຫັ້ນລະເນາະ ຢາກຮູ້ຢູ່ ອັນທີ່ວ່າ ຈຸດໃດ ຂາຍໄມ້ ອອກ ຕ່າງ ປະເທດ ພໍໃຫ້ໄດ້ ເຫັນ ປະຈັກຕາ ຫັ້ນນ່າ ຂ້າພະເຈົ້າ ຄືວ່າ ບໍ່ເຫັນວ່າ ຄືວ່າ ໄດ້ຂ່າວ ແຕ່ໃດ ກະມີແຕ່ ຢືມເງິນ ຢືມເງິນ".
ປັດໃຈທີ 4: ແມ່ນ ການ ປະຕິບັດ ມາຕການ ຄວບຄຸມ ການຕັດໄມ້ ມີຜົນ ບັງຄັບໃຊ້ ໜ້ອຍ, ເປັນຕົ້ນ ວ່າ ຄຳສັ່ງ ຂອງ ນາຍົກ ຣັຖມົນຕຣີ ເລກທີ 31 ທັບ ນຍ ອອກມາ ໃນປີ 2012 ວ່າ ດ້ວຍ ການຍຸດຕິ ຊົ່ວຄາວ ການຂຸດຄົ້ນ ໄມ້ ໃນເຂດ ປ່າ ຜລິດ. ແລະ ນອກຈາກ ນີ້ ຍັງມີ ຄຳສັ່ງ ຂອງ ກະຊວງ ການເງິນ ເລກທີ 1765 ລົງ ວັນທີ 4 ກໍຣະກະດາ ປີ 2013 ເຣື້ອງ ເອົາໃຈໃສ່ ເພື່ອ ຄຸ້ມຄອງ ການ ສົ່ງອອກໄມ້ ເພື່ອ ເກັບຣາຍຮັບ ເຂົ້າ ງົບປະມານ ຢ່າງ ຖືກຕ້ອງ, ຄົບຖ້ວນ, ທັນ ເວລາ.
ແຈ້ງການ ຂອງ ຫ້ອງວ່າການ ສູນກາງ ເລກທີ 60 ລົງວັນທີ 5 ກຸມພາ ປີ 2014 ຊຶ່ງ ໄດ້ຣະບຸ ເອົາໄວ້ ໃນ ຂໍ້ ທີ 2 ທີ່ ເວົ້າວ່າ, ບໍ່ເຫັນດີ ໃຫ້ ສົ່ງ ອອກໄມ້ທ່ອນ, ໄມ້ຕັບ, ໄມ້ເລື່ອຍ, ຕໍໄມ້, ປູດໄມ້, ໄມ້ເຄິ່ງ ສຳເຣັດຮູບ. ແຕ່ເຖິງວ່າ ຈະມີ ຄໍາສັ່ງຫ້າມ ສົ່ງອອກໄມ້ ທ່ອນ, ແຕ່ ໃນຕົວຈິງ ກໍຍັງມີ ການ ສົ່ງອອກໄມ້ ທ່ອນ ເປັນ ຈໍານວນຫຼາຍ 100 ຄັນ ຣົດ ຢູ່ ແຂວງພາກໃຕ້ ຂອງ ປະເທດ ລາວ.
ປັດໃຈທີ 5: ແມ່ນ ມີ ການບຸກລຸກ ປ່າສະຫງວນ. ບັນຫາ ການບຸກລຸກ ເຂດປ່າ ສະຫງວນ ແຫ່ງຊາດ ຊຶ່ງເປັນ ບັນຫາ ທີ່ ບໍ່ສາມາດ ແກ້ໄຂ ໄດ້, ແລະ ເຈົ້າໜ້າທີ່ ກ່ຽວຂ້ອງ ໃຫ້ ເຫດຜົນ ອີກວ່າ ປະເທດ ເພື່ອນບ້ານ ຂອງລາວ ກໍມີ ບັນຫາ ເຊັ່ນ ດຽວກັນ, ເຖິງວ່າ ໜ່ວຍງານ ທີ່ ກ່ຽວຂ້ອງ ຈະ ສະກັດກັ້ນ ແຕ່ ກໍ ບໍ່ສາມາດ ເຮັດໄດ້ ຢ່າງ ທົ່ວເຖິງ.
ດັ່ງທ່ານ ທ່ານ ທອງພັດ ວົງມະນີ ຫົວໜ້າ ກົມປ່າໄມ້ ກະຊວງ ກະສິກັມ ແລະ ປ່າໄມ້ ເຄີຍກ່າວ ຕໍ່ ເອເຊັຽ ເສຣີວ່າ:
"ໂອແນ່ນອນ ອັນນີ້ຢູ່ ປະເທດໃດ ມັນກະມີ ຍົກ ຕົວຢ່າງ ປະເທດ ໃກ້ຄຽງ ພວກເຮົານີ້ ເຂົາ ພັທນາ ມາລ່ວງໜ້າ ກ່ອນ ພວກເຮົາ ຫຼາຍປີ ຂະເຈົ້າ ກະຍັງ ມີ ຄົນມາ ບຸກລຸກ ມັນເປັນ ເຣື້ອງ ປົກກະຕິ ທົ່ວໄປ ເພາະວ່າ ຕລາດ ຊົມໃຊ້ ໄມ້ ນີ້ມັນ ກວ້າງຂວາງ ເດ້ ທຸກມື້ ຕລາດ ມັນມີ ຕລາດ ຮອງຮັບນີ້ ມັນມີ ຊັ້ນແຫຼະ, ພວກເຮົາ ນີ້ ກໍາລັງ ເຈົ້າໜ້າທີ່ ປົກປັກ ຮັກສາ ນີ້ ມີ ແຕ່ມັນກະ ບໍ່ທັນ ພຽງພໍ ເນາະ ບາດນີ້ ພື້ນທີ່ ປ່າ ສະຫງວນ ເຮົາພັດ ກວ້າງ ເຮົາຊິ ເອົາກໍາລັງ ໄປອ້ອມ ມັນກໍບໍ່ ສາມາດ ໄປເຮັດໄດ້".
ປັດໃຈທີ 6: ກໍຄື ການໃຊ້ ໂຄງການ ກໍ່ສ້າງ ໂຄງລ່າງ ພື້ນຖານ ເພື່ອ ຈຸດປະສົງ ໃນ ການຕັດໄມ້. ຢູ່ໃນ ປະເທດລາວ ການຕັດໄມ້ ສ່ວນຫລາຍ ແອບແຝງ ຢູ່ໃນ ຫຼາຍ ໂຄງການ, ເປັນຕົ້ນ ວ່າ ໂຄງການ ສ້າງ ເຂື່ອນ ໄຟຟ້າ, ໂຄງການ ບໍ່ແຮ່, ໂຄງການ ສໍາປະທານ ທີ່ດິນ, ໂຄງການ ກໍ່ສ້າງ ແລະ ບຸກເບີກ ເສັ້ນທາງ. ຍົກ ຕົວຢ່າງ, ຫ້ອງວ່າການ ຣັຖບານ ໄດ້ອອກ ແຈ້ງການ ໃນ ວັນທີ 8 ຕຸລາ ໃນ ສົກປີ 2014-15 ໃຫ້ ເອົາໄມ້ 20,000 ແມັດກ້ອນ ທີ່ ຂຸດຄົ້ນ ຢູ່ ແຂວງ ອັດຕະປື ມອບໂອນ ໃຫ້ ກະຊວງ ອຸດສາຫະກັມ ແລະ ການຄ້າ ຮ່ວມກັບ ແຂວງ ອັດຕະປື ເພື່ອ ປະມູນ ຂາຍ ເອົາເງິນ ມາໃຊ້ໜີ້ ບໍຣິສັດ ພູສີ ຫຼວງພຣະບາງ ກໍ່ສ້າງ ຂົວ-ທາງ ຈໍາກັດ. ໃນການ ກໍ່ສ້າງ ເສັ້ນທາງ ຍຸທສາດ ຕາມ ຊາຍແດນ ລາວ ວຽດນາມ ກໍາພູຊາ. ແລະ ຍັງມີອີກ ຫຼາຍ ໂຄງການ ທີ່ ເຫັນວ່າ ບໍ່ມີການ ກວດກາ ການຕັດໄມ້ ໂດຍສະເພາະ ຢູ່ແຂວງ ພາກໃຕ້ ຂອງ ປະເທດລາວ.
ປະຊາຊົນ ລາວ ຢູ່ແຂວງ ພາກໃຕ້ ເຫັນຣົດ ບັນທຸກ ຂນາດໃຫຽ່ ຫຼາຍ 100 ຄັນ ແກ່ໄມ້ ທ່ອນ ຂນາດໃຫຽ່ ໄປ ປະເທດ ວຽດນາມ.
ຮຽນບັນດາ ທ່ານ ທັງຫຼາຍ; ປັດໃຈ ຕ່າງໆ ທີ່ ກ່າວມາ ຂ້າງເທິງ ນີ້ເອງ ທີ່ ເປັນຕົວ ຊີ້ວັດ ທີ່ເຮັດໃຫ້ ຄົນລາວ ສ່ວນຫຼາຍ ບໍ່ເຊື່ອວ່າ ການຕັດໄມ້ ບໍ່ມີວັນ ຈະ ໝົດໄປ ແລະ ເຮັດໃຫ້ ຄົນລາວ ເຊື່ອວ່າ ມີ ພະນັກງານ ການນໍາ ຂັ້ນສູງ ຂອງລາວ ຈໍານວນ ນຶ່ງ ພົວພັນນໍາ ການຕັດໄມ້.