ເຈົ້າໜ້າທີ່ ຂອງ ໂຮງງານ ທີ່ ນະຄອນຫລວງ ວຽງຈັນ ເວົ້າວ່າ ປະຈຸບັນ ທຸກໆ ໂຮງງານ ກໍາລັງ ຂາດ ຄົນງານ ຢ່າງ ໜັກໜ່ວງ ຮວມທັງ ໂຮງງານ ຢູ່ ຕ່າງ ແຂວງ. ແມ່ນແຕ່ ບໍຣິສັດ ທີ່ມີ ນະໂຍບາຍ ດີໆ ເງິນເດືອນ ກໍໄດ້ຕາມ ທີ່ ທາງການ ກໍານົດໃຫ້ ແລະ ເບີກຈ່າຍ ເງິນ ເດືອນ ໃຫ້ຄົນງານ ຕາມກໍານົດ ເວລາ ທຸກເດືອນ ຄື ໂຮງງານ ທີ່ນາງ ເຮັດຢູ່ນີ້ ກໍປະເຊີນ ກັບບັນຫາ ນັ້ນ ເຊັ່ນກັນ ນາງເວົ້າວ່າ:
"ຢູ່ນີ້ນໍ ຕາມກໍານົດ ເພິ່ນໃຫ້ ເງິນເດືອນ ມື້ໃດ ກໍ ໃຫ້ມື້ນັ້ນ ຖ້າເປັນ ບ່ອນອື່ນເພິ່ນ ເລື່ອນຕລອດ 2 ມາຖ້າເຮົາ ມີວຽກ ຈໍາເປັນ ທາງຄອບຄົວ ເພິ່ນ ກໍໃຫ້ພັກ ແຕ່ໄລ່ເງິນ ໃຫ້ ຄັນເຮົາ ຢູ່ຮອດປີ ຂຶ້ນໄປ ຖ້າຈໍາເປັນ ບໍ່ມີເງິນ ເພິ່ນ ກໍຊ່ວຍກ່ອນ ລະຫັກ ເງິນເດືອນເຮົາ".
ທີ່ຜ່ານມາ ຕາມບົດຂຽນ ຂອງ Jozef De Coster ເມື່ອປີ ທີ່ແລ້ວ ທີ່ ອ້າງອີງໃສ່ ການສຶກສາ ຂອງ ທະນາຄານ ໂລກ ນັ້ນວ່າ ບໍຣິສັດ ຕັດຫຍິບ ຂນາດ ໃຫຍ່ ແລະ ຂນາດກາງ ໃນລາວ ເສັຽຄົນງານ ຂອງຕົນໄປ ປະມານ 3.5 ເປີເຊັນ ໃນ ແຕ່ລະເດືອນ ຕົກເປັນ ປະມານ 50 ເປີເຊັນ ຕໍ່ປີ ຂະນະທີ່ ບໍຣິສັດ ຂນາດນ້ອຍ ເສັຽ ຫລາຍກວ່າ 6 ເປີເຊັນ ຕໍ່ເດືອນ.
ເວົ້າສະເພາະ ໂຮງງານ ຂອງ ບໍຣິສັດ ຕ່າງປະເທດ ທີ່ນາງ ເຮັດມາໄດ້ 5-6 ປີ ແລ້ວນັ້ນ ນາງກໍວ່າ ໃນແຕ່ ລະເດືອນ ຕ້ອງໄດ້ຈ້າງ ຄົນງານ ເກີນ ຈໍານວນ ທີ່ ຕ້ອງການ ເອົາໄວ້ ປະມານ 10 ຄົນ ຊຶ່ງ ນາງ ກໍບໍ່ເຂົ້າໃຈ:
"ກໍບໍ່ເຂົ້າໃຈ ຄົນລາວ ມັນແມ່ນ ວຽກ ຊອກຫາຄົນ ຫລາຍເນາະ ບໍ່ແມ່ນຄົນ ຊອກຫາ ວຽກເນາະ ຢູ່ນີ້ເນາະ ວຽກ ຊອກຫາຄົນ ມັນຫລາຍ ຢູ່ໃສມັນ ກໍຍາດຄົນ ກັນ ຫັ້ນນະ".
ນາງກ່າວ ໃນຕອນ ທ້າຍວ່າ ກໍຣະນີ ຄົນງານ ອອກໆ ເຂົ້າໆ ຢູ່ ບໍຣິສັດ ທີ່ນາງເຮັດ ຢູ່ນີ້ ສ່ວນຫລາຍ ແມ່ນ ຄົນງານໃໝ່ ບໍ່ເຄີຍໜີ ຈາກບ້ານ ກໍຄິດ ຮອດ ພໍ່ແມ່ ອອກໄປ ເຮັດວຽກ ຢູ່ທີ່ອື່ນ ໄດ້ນຶ່ງເດືອນ ສອງເດືອນ ພໍມີເງິນ ຈ້າງຣົດກັບ ບ້ານແລ້ວ ກໍຂໍ ລາອອກ ກັບຄືນ ເມືອບ້ານ. ເມືອບ້ານແລ້ວ ບາງເທື່ອ ຄາວນຶ່ງ ກໍກັບມາ ເຮັດຄືນ ອີກ ກໍມີ.