ບໍ່ຄຳເຊໂປນ ຈະໝົດປີໜ້າ


2013.03.21
F-phubia ການສຶກສາ ຂຸດຄົ້ນບໍ່ຄໍາ ຢູ່ໂຊໂປນ ໃນຣະດູຝົນ ທີ່ທ້າທາຍ ຕໍ່ການດໍາເນີນ ວຽກງານ
GEOVIA Video Case Study - Phu Bia Mining

ການຜລິດຄຳ ຢູ່ ບໍ່ຄຳ ເຊໂປນ ແຂວງ ສວັນນະເຂດ ຈະຫລຸດໜ້ອຍ ລົງເລື້ອຍໆ ຄາດວ່າ ຈະໝົດໄປ ພາຍໃນ ປີໜ້າ.

ເມື່ອປີກ່ອນ ບໍ່ຄຳ ເຊໂປນ ຜລິດຄຳໄດ້ ບໍ່ເຖິງ 1 ແສນອ່ອນຊ໌ ແລະ ປີກາຍຜລິດໄດ້ ພຽງແຕ່ 45,000 ອ່ອນຊ໌; ສຳຣັບປີນີ້ ອາດຈະໄດ້ ເຄິ່ງນຶ່ງ ຂອງຜົນຜລິດ ປີກາຍ ແລະ ປີໜ້າອາດ ຈະບໍ່ຄຳເລີຍ ໝົດເລີຍ ແຕ່ຜົນຜລິດ ທອງ ຈະເພິ້ມຂື້ນ.

ເຖິງຢ່າງໃດ ກໍດີ ຈົນເຖິງ ປັດຈຸບັນ ທາງ ບໍຣິສັດ ລ້ານຊ້າງ ມິນເນໂຣ ທີ່ເປັນ ບໍຣິສັດ ລຸກ ຂຸດຄົ້ນ ບໍ່ຄຳ ເຊໂປນ ສາມາດ ສຳຣວດ ແລະ ຄົ້ນຂຸດໄດ້ ພຽງແຕ່ 10 ສ່ວນຮ້ອຍ ຂອງ ພື້ນທີ່ ທີ່ໄດ້ຮັບ ສັມປະທານ ທັງໝົດ ເທົ່ານັ້ນ ຍັງເຫລືອ ພື້ນທີ່ ຢູ່ຫລາຍ ຖ້າຢາກຂຍາຍ ອອກກໍໄດ້. ດັ່ງ ເຈົ້າໜ້າທີ່ ບໍ່ຄຳ ເຊໂປນ ທ່ານນຶ່ງ ເວົ້າວ່າ:

“ໂຕເນື້ອທີ່ ສັມປະທານ ກະ 1,250 ໂຕນີ້ ພວກເຮົາ ກະສຳຣວດ ໄປທຸກໆປີ ຄິດວ່າຕອນນີ້ ພວກເຮົາມາ ກະຮອດ 10 ປີ ພວກເຮົາ ທຳການຜລິດ ໄດ້ແຮ່ 10 ປີ ຜ່ານມາ ພວກເຮົາກະໄດ້ 10 ເປເຊັນ ປີລະ 1 ເປີເຊັນ.”

ເຖິງຢ່າງໃດ ກໍຕາມ ທາງ ບໍຣິສັດ ກໍຈະບໍ່ ຂຍາຍ ການສຳຣວດ ຫລື ການຂຸດຄົ້ນ ອອກໄປຕື່ມ ໃນ ອະນາຄົດ ອັນໃກ້ໆນີ້ ເພາະພື້ນທີ່ ທີ່ກຳລັງ ຂຸດຄົ້ນຢູ່ ກໍຍັງມີ ທອງ ແລະ ຄຳຂາວ ຫລາຍຢູ່. ສຳຣັບ ການຜລິດ ທອງ ເມື່ອປີກາຍ ບໍ່ຄຳເຊໂປນ ຜລິດທອງ ໄດ້ 80,000 ຕັນ ແລະ ຈະເພິ້ມຂື້ນ ເລື້ອຍ ໂດຍສະເພາະ ໃນປີນີ້ ຫລື ປີໜ້າ.

ໃນເບື້ອງຕົ້ນ ບໍຣິສັດ ໂອຊີອານາ ຂອງ ອອສເຕຣເລັຍ ເປັນຜູ້ ຂຸດຄົ້ນ ບໍ່ຄຳເຊໂປນ ແຕ່ປີ 2002; ຕໍ່ມາ ຂາຍກິຈການ ໃຫ້ແກ່ ບໍຣິສັດ Minmetals Resources ຂອງຈີນ ຊຶ່ງ ເປັນ ບໍຣິສັດແມ່ ປັດຈຸບັນ ບໍຣິສັດ ຈີນ ເປັນເຈົ້າຂອງ 90 ສ່ວນຮ້ອຍ ແລະອີກ 10 ສ່ວນຮ້ອຍ ເປັນຂອງ ຣັຖບານລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.