ສະຫະພາບຢູໂຣບຍົກເລີກ ຊ່ວຍເຫລືອ ລາວ
2014.06.25

ຄະນະ ກັມມາທິການ ຢູໂຣບ ຕາງໜ້າ ໃຫ້ ສະຫະພາບ ຢູໂຣບ ລົງນາມ ໃນ ຂໍ້ຕົກລົງ ກັບ ຣັຖບາລ ສປປລາວ ກ່ຽວກັບ ການ ຊ່ວຍເຫຼືອ ລາວ ໃນການ ພັທນາ ຂແນງ ສຶກສາ ແຕ່ປີ 2011 ເຖິງ 2015. ແຕ່ເມື່ອ ບໍ່ດົນ ມານີ້ ສະຫະພາບ ຢູໂຣບ ໄດ້ ຍົກເລີກ ຂໍ້ຕົກລົງ ດັ່ງກ່າວ ຍ້ອນວ່າ ຄະນະ ກັມມາທິການ ຢູໂຣບ ໄດ້ທົບທວນ ແລະ ກວດເຫັນວ່າ ໃບສເນີ ຂໍຄວາມ ຊ່ວຍເຫລືອ ທີ່ ທາງການລາວ ສົ່ງໄປ ໃຫ້ນັ້ນ ບໍ່ຖືກຕ້ອງ ແລະ ການແຂ່ງຂັນ ການ ປະມູນ ກໍ ເຮັດ ຕາມໃຈ, ບໍ່ໄດ້ເຮັດ ໃຫ້ ການແຂ່ງຂັນ ການ ປະມູນ ເປັນໄປ ດ້ວຍຄວາມ ຍຸຕິທັມ, ເຮັດໃຫ້ ການແຂ່ງຂັນ ການ ປະມູນ ບໍ່ ຮັບປະກັນ ທີ່ດີເລີດ ແລະ ບໍ່ເປັນທີ່ ໜ້າພໍໃຈ. ແຕ່ ແຫລ່ງຂ່າວ ບໍ່ໄດ້ເວົ້າ ເຖິງທຶນ ການ ຊ່ວຍເຫລືອ ນັ້ນວ່າ ມີຈໍານວນ ເທົ່າໃດ ກັນແທ້.
ແຕ່ ສປປ ລາວ ກໍຍັງໄດ້ ຮັບການ ຊ່ວຍເຫລືອ ຈາກ ຣັຖບາລ ອອສເຕຣເລັຍ ທີ່ ຕົກລົງ ໃຫ້ການ ຊ່ວຍເຫລືອ ລາວ ໃນມູນ ຄ່າ 51 ພັນ 463 ໂດລາ ແລະ ມອບໃຫ້ ບໍຣິສັດ Planet Computers ເປັນ ຜູ້ຊື້ ແລະ ຕິດຕັ້ງເຄື່ອງ computers ທີ່ ທັນສມັຍ ກວດໜັງສື ເດີນທາງ ຜ່ານແດນ ຫລື passport ສໍາລັບ ກົມກວດ ຄົນເຂົ້າ ເມືອງ ຂອງລາວ. ຕາມຣາຍງານ ຂ່າວ ທາງການ Premium ໃນ ວັນທີ 23 ມີຖຸນາ 2014 ນີ້.
ການ ປະຕິບັດ ຂໍ້ຕົກລົງ ນັ້ນ ແມ່ນໄດ້ ເລີ້ມ ແຕ່ວັນທີ 17 ທັນວາ 2013 ເຖິງ ວັນທີ 30 ມີຖຸນາ 2014 ນີ້.