ກຸ່ມສະພາບແວດລ້ອມຂໍຄໍາ ຊີ້ແຈງ

ໄມຊູລີ
2015.04.06
F-default2 ກຸ່ມສະພາບແວດລ້ອມ ຂໍຄໍາຊີ້ແຈງ ໃນເຣື້ອງຜົນກະທົບ ຈາກເຂື່ອນ
RFA

ກຸ່ມ ອະນຸຮັກ ສະພາບ ແວດລ້ອມ ອັນ ປະກອບ ດ້ວຍ ອົງການ ທີ່ ບໍ່ຂຶ້ນ ກັບ ຮັຖບານ (NGOs) ໄດ້ ຮຽກຮ້ອງ ໃຫ້ ທະນາຄານ ໂລກ ແລະ ສະຖາບັນ ການເງິນ ອື່ນໆ ຈົ່ງ ຮັບ ຜິດຊອບ ແລະ ໃຫ້ ອະທິບາຍ ຢ່າງ ແຈ່ມແຈ້ງ  ກ່ຽວກັບ ຜົນ ກະທົບ ຫລາຍ ຢ່າງ ຈາກ ໂຄງການ ສ້າງ ເຂື່ອນ ນ້ຳເທີນ2 ທີ່ ທາງ ທະນາຄານ ຕ່າງໆ ໃຫ້ ການ ສນັບສນູນ ອະນຸມັດ ເງິນ ທຶນ ໄປ ສ້າງ ນັ້ນ.

ກຸ່ມ ອະນຸຮັກ ສະພາບ ແວດລ້ອມ ຣາຍງານ ໃນ ວັນທີ 1 ເມສາ ນີ້ວ່າ: ນອກຈາກ ທະນາຄານ ໂລກ (World Bank) ແລ້ວ ມີ ທະນາຄານ ພັທນາ ເອເຊັຽ ຫລື (ADB) ແລະ ທະນາຄານ ການ ລົງທຶນ ຢູໂຣບ ຫລື (EIB) ພ້ອມກັບ ໂຄງການ ເຂື່ອນ ນ້ຳເທີນ2 ພາກັນ ເມີນເສີຍ ບໍ່ ປະຕິບັດ ຕາມ ຄຳໝັ້ນ ສັນຍາ ແລະ ຕາມແຜນ ພັທນາ ທີ່ວ່າ ຈະເປັນ ການ ຊ່ວຍເຫລືອ ປະຊາຊົນ ແຕ່ແລ້ວ ກັບມີ ຜົນ ກະທົບ ຕໍ່ ປະຊາຊົນ ໃນ ພື້ນທີ່ ພາກກາງ ຂອງ ລາວ. ສະນັ້ນ ທາງ ເຄືອຂ່າຍ ແມ່ນ້ຳ ສາກົນ, ອົງການ ຕິດຕາມ ສິ້ງຊອມ ແມ່ນ້ຳຂອງ ຫລື Mekong Watch, ພ້ອມກັບ ອົງການ ອື່ນໆ ຈຶ່ງໄດ້ ຮ່ວມ ອອກ ຖແລງການ ສະບັບ ດັ່ງກ່າວ ເພື່ອ ໃຫ້ ທາງ ທະນາຄານ ທົບທວນ ຄວາມ ຮັບຜິດຊອບ ແລະ ແກ້ໄຂ ບັນຫາ ຢ່າງ ຮອບຄອບ.

ກຸ່ມ ອະນຸຮັກ ສະພາບ ແວດລ້ອມ ວ່າ ນອກຈາກ ທາງ ທະນາຄານ ໂລກ ໄດ້ ອະນຸມັດ ເງິນທຶນ ຄ້ຳ ປະກັນ ໃນ ເດືອນ ມິນາ 2005 ໃນ ມູນຄ່າ 153 ລ້ານ ໂດລລາ ແລ້ວ ຕໍ່ມາ ໃນ ເດືອນ ເມສາ ຂອງ ປີ ດຽວກັນ ທະນາຄານ ພັທນາ ເອເຊັຽ ຍັງ ໃຫ້ເງິນ ທຶນ ສນັບສນູນ ເພີ້ມອີກ ໃນ ມູນຄ່າ 90 ລ້ານ ໂດລລາ ໃຫ້ ແກ່ ທາງການ ລາວ ແລະ ບໍຣິສັດ ກ່ຽວຂ້ອງ ອື່ນໆ ສຳລັບ ໂຄງການ ສ້າງ ເຂື່ອນ ນ້ຳເທີນ2.

ບັນຫາ ທີ່ ກຸ່ມ ອານຸຮັກ ສະພາບ ແວດລ້ອມ ຍົກຂຶ້ນ ມາເວົ້າ ນັ້ນ ວ່າ ປະຊາຊົນ ທີ່ ໄດ້ຮັບ ຜົນ ກະທົບ ນັ້ນ ບໍ່ມີ ວຽກເຮັດ ງານທໍາ ແບບ ຕໍ່ເນື່ອງ ທີ່ ດິນ ທີ່ ຈັດສັນ ໃຫ້ນັ້ນ ຂາດ ຄຸນນະພາບ ສໍາລັບ ການ ປູກຝັງ ທົ່ງໄຮ່ ທົ່ງນາ ຢູ່ໃຕ້ ເຂື່ອນ ເກີດ ນໍ້າຖ້ວມ ໃນ ຣະດູ ຝົນ ຈໍານວນ ປາ ໃນ ນໍ້າເຊ ກໍ ຫລຸດລົງ.

ກຸ່ມ ອານຸຮັກ ສະພາບ ແແວດລ້ອມ ເນັ້ນວ່າ,ນອກຈາກ ໂຄງການ ສ້າງ ເຂື່ອນ ນໍ້າເທີນ ແລ້ວ ຍັງມີ ໂຄງການ ສ້າງ ເຂື່ອນ ໃນລາວ ຫລາຍໆ ໂຄງການ ຮ່ວມທັງ ເຂື່ອນ ໃນ ແມ່ນໍ້າຂອງ ທີ່ ກຸ່ມ ອະນຸຮັກ ສະພາບ ແວດລ້ອມ ມີຄວາມ ເປັນ ຫ່ວງນຳ ຈຶ່ງ ຮຽກຮ້ອງ ທຸກ ພາກສ່ວນ ທີ່ ຮັບ ຜິດຊອບ ຈົ່ງ ພິຈາຣະະນາ ທົບທວນ ໃໝ່ ແລະ ຫາທາງ ແກ້ໄຂ ຢ່າງ ຮີບດ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.