ຣັຖອາຈງົດເງິນນະໂຍບາຍ

ຣັຖບານລາວ ອາຈຈຳເປັນ ຕ້ອງໂຈະ ການໃຫ້ເງິນ ນະໂຍບາຍ ຫລື ເງິນ ເບັ້ຍລ້ຽງ ພິເສດ ແກ່ ພະນັກງານ ຂອງຣັດ ເພາະຣັຖ ຂາດ ງົບປະມານ.

ທະນາບັດ ເງິນກີບ ສປປ ລາວ emergingfrontiersblog

 

ທ່ານ ພູເພັດ ຄໍາພູນວົງ ຣັຖມົນຕຣີ ກະຊວງ ການເງິນຂອງລາວ ກ່າວວ່າ ຣາຍຈ່າຍຂອງຣັຖບານເພິ້ມຂື້ນ ໃນປີກາຍ ເພາະຣັຖບານ ໄດ້ຂື້ນ ເງິນເດືອນແລະ ໃຫ້ເງິນນະໂຍບາຍແກ່ພະນັກງານ ບໍ່ເທົ່າ ນັ້ນ ຣັຖບານຍັງໄດ້ເພິ້ມຣາຍຈ່າຍສຳຣັບຂແນງການສຶກສາສູງ ຂື້ນ ເປັນ 17 ສ່ວນຮ້ອຍ ແລະສຳຣັບຂແນງສາທາຣະນະສຸກ ຂື້ນເປັນ 9 ສ່ວນຮ້ອຍ ຂອງງົບປະມານແຫ່ງຊາດ. ແຕ່ໃນເວລາໃຊ້ຈ່າຍເງິນ ຫຼາຍນັ້ນຣັຖບານກັບບໍ່ສາມາດເກັບພາສີອາກອນໄດ້ຕາມຄາດໝາຍ. ທ່ານ ພູເພັດ ຍອມຮັບວ່າຍ້ອນສາເຫດນັ້ນເອງ ພະນັກງານຣັຖ ຈຶ່ງ ບໍ່ໄດ້ຮັບເງິນເດືອນ ນັບແຕ່ເດືອນເຈັດເປັນຕົ້ນມາ ເພາະຣັຖບານບໍ່ ມີເງິນຢູ່ໃນຄັງ.

ສ່ວນ ນາງ ບຸນເພັງ ມ້າວໂພໃສ ໂຄສົກຣັຖບານກ່າວວ່າ ຣັຖບານ ຈະໂຈະການໃຫ້ ເງິນນະໂຍບາຍ ແຕ່ອາດຈະບໍ່ໂຈະຕລອດໄປເລີຍ ຫລືອາດຈະບໍ່ໂຈະໝົດ. ຣັຖບານຢາກໃຫ້ພະນັກງານ ທຸກຄົນເຂົ້າໃຈ ບັນຫາຄວາມຫຍຸ້ງຍາກຂອງຣັຖບານ. ເມື່ອປີກາຍ ຣັຖບານ ຕົກລົງຂື້ນເງິນເດືອນ ແລະເລິ້ມໃຫ້ເງິນນະໂຍບາຍປະມານ 7 ແສນກີບຕໍ່ເດືອນ ໃຫ້ແກ່ພະນັກງານຂອງຣັດ ແຕ່ລະຄົນ ເພື່ອຊ່ວຍເສັຍຄ່ານໍ້າ ຄ່າໄຟ ແລະ ຄ່າຄອງຊີພອື່ນໆ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org