ບຸນຊ້າງ ໄຊຍະບູຣີ, ນັກທ່ອງທ່ຽວ ຈະຫຼຸດລົງ
2020.02.06
ຈໍານວນນັກທ່ອງທ່ຽວ ທີ່ຈະເຂົ້າມາທຽ່ວ ບຸນຊ້າງ ຢູ່ແຂວງໄຊຍະບູຣີ ທີ່ຈະຈັດຂຶ້ນ ໃນວັນທີ 22 ຫາ 28 ກຸມພາ 2020 ນີ້ ຈະຫຼຸດລົງ, ຄາດວ່າ ຈະບໍ່ໄດ້ຕາມເປົ້າໝາຍ ທີ່ວາງໄວ້ 1 ແສນຄົນ, ຍ້ອນໄດ້ ຮັບຜົລກະທົບ ຈາກການຣະບາດ ຂອງພຍາດ ໂຄໂຣນາ ຢູ່ຈີນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ທ່ອງທ່ຽວ ແຂວງໄຊຍະບູຣີ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 3 ກຸມພານີ້:
“ກໍຄິດວ່າປີນີ້ ເຂົາຈະມາທ່ຽວງານ ຈະບໍ່ຄ່ອຍມີ ນັກທ່ອງທ່ຽວ ຈະໜ້ອຍລົງ ໂດຍປະມານ ເພາະວ່າ ເປັນຄວາມສ່ຽງອັນນຶ່ງ ຂອງນັກທ່ອງທ່ຽວ ບາງເທື່ອ ກໍຮູ້ເພິ່ນ ກໍບໍ່ຢາກມາ ແຕ່ວ່າ ເຮົາໄດ້ໂຄສະນາ ໄປແລ້ວ ເພື່ອກະກຽມ ກໍຕ້ອງຈັດຢູ່ດີແຫລະ.”
ທ່ານກ່າວ ຕື່ມວ່າ ງານບຸນຊ້າງ ປີນີ້ ຍັງຈະດໍາເນີນຕໍ່ໄປ ຕາມທີ່ວາງແຜນໄວ້ ໂດຍຈະມີຊ້າງ ເຂົ້າຮ່ວມ 71 ໂຕ ແລະ ຈະເຣີ້ມເປີດງານ ສະແດງສິນຄ້າ ນັບຕັ້ງແຕ່ ວັນທີ 18 ກຸມພາ 2020 ນີ້ ເປັນຕົ້ນໄປ.
ຣາຍງານວ່າ ງານປີນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ໂດຍສະເພາະ ເຈົ້າໜ້າທີ່ ຕາມດ່ານຕ່າງໆ ໄດ້ມີ ມາຕການປ້ອງກັນ ກວດກາ ຕໍ່ຄວາມສ່ຽງ ຕໍ່ຜູ້ທີ່ຈະຕິດພຍາດ ໂຄໂຣນ່າ ຢ່າງເຂັ້ມງວດ ໂດຍສະເພາະ ຄົນຈີນ ຊຶ່ງຫຼ້າສຸດ ທາງການ ກໍມີຄໍາສັ່ງ ໃຫ້ປິດດ່ານ ບໍ່ເຕັນ ແລະ ດ່ານອື່ນໆ ແຂວງຫລວງນໍ້າທາ ຫ້າມນັກທ່ອງທ່ຽວ ທຸກສັນຊາດ ທີ່ເດີນທາງ ມາຈາກຈີນ ເຂົ້າມາໃນລາວ.
ແຕ່ຕາມດ່ານຕ່າງໆ ຢູ່ແຂວງໄຊຍະບູຣີ ຊຶ່ງມີພື້ນທີ່ ຕິດກັບປະເທດໄທຍນັ້ນ ເຈົ້າໜ້າທີ່ ຍັງບໍ່ມີຄໍາສັ່ງປິດດ່ານ ຍັງສາມາດ ທຽວເຂົ້າ ທຽວອອກ ໄດ້ຕາມປົກກະຕິ:
“ກໍຕາມແຜນ ກໍບໍ່ໃຫ້ຫລຸດ ຄືຜ່ານມາ ບໍ່ໃຫ້ຫລຸດແສນຄົນ ເພິ່ນກໍຮູ້ວ່າ ສະພາບມັນເກີດ ເພີິ່ນກໍຕ້ອງມີວິທີຫັ້ນແຫຼະ ເພາະດຽວນີ້ ຢູ່ແນວດ່ານແຕ່ລະທີ່ ເຮົາກໍໄດ້ກວດກາປ້ອງກັນ ແມ່ນຫຍັງຫັ້ນນະ.”
ທ່ານກ່າວ ມ້ວນທ້າຍວ່າ ງານມະຫະກັມບຸນຊ້າງ ປີ 2020 ນີ້ ຈະມີຫຼາຍກິຈກັມ ເຊັນ: ຂະບວນແຫ່ຊ້າງ, ພິທີບາສີ ສູ່ຂວັນຊ້າງ, ການສະແດງ ໃຊ້ແຮງງານ ຊ້າງ, ເອົາຊ້າງອາບນໍ້າ ແລະ ຮວມທັງ ການໃຫ້ ບໍຣິການຂີ່ຊ້າງ.