ຄ່າໄຟຂຶ້ນ ຄົນຕົກງານ ອາຫານແພງ

ອຸ່ນແກ້ວ ສຸກສະຫວັນ
2020.04.21
F-Meter ກົງເຕີ້ຄໍານວນ ການໃຊ້ໄຟຟ້າ ພາຍໃນເຮືອນ ຂອງປະຊາຊົນ ແຕ່ລະຫລັງ
ຮູບຈາກ : ນັກຂ່າວພົລເມືອງ

ປະຊາຊົນ ໄດ້ຮັບຜົນກະທົບ ຄ່າໄຟຟ້າແພງ ແບບບໍ່ຮູ້ສາເຫດ ໃນໄລຍະ 2 ເດືອນ ມານີ້ ຈຶ່ງຢາກໃຫ້ທາງການມີມາຕການຊ່ວຍຜ່ອນຜັນ ຫລື ຫລຸດຄ່າໄຟຟ້າ ໃນໄລຍະທີ່ ປະຊາຊົນຂາດລາຍໄດ້ ຍ້ອນການ ຣະບາດຂອງພຍາດໂຄວິດ19.  ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 21 ເມສາ ວ່າ:

"ເຮືອນໃດກະຂຶ້ນໝົດ ເຄີຍເຈັດ ແປດສິບ [ພັນກີບ] ເສັຍຮອດສອງ ສາມແສນ [ກີບ] ຂຶ້ນດ້ວຍເຫດຜົນໃດ ກະບໍ່ຮູ້ແຫລະ ຂະເຈົ້າຈົດໄລ່ ແນວໃດກະບໍ່ຮູ້ແຫລະ ຜູ້ໃດກະຈົ່ມ ໃຊ້ຄົວເຮືອນປົກກະຕິ ກະຢາກໃຫ້ ຫລຸດຫັ້ນແລ້ວ ເພາະວ່າຊ້ວງນີ້ ໃຜກະຢາກຢຸດວຽກ ຢຸດງານເນາະ ບໍ່ໄດ້ໄປວຽກໄປງານ."

ທ່ານກ່າວອີກວ່າ ສຳລັບຄ່າໄຟຟ້າທີ່ແພງຂຶ້ນແບບໜ້າສົງໃສ ນັ້ນ ຕົນກໍໄດ້ໂທຣະສັບ ໄປຫາຣັຖວິສາຫະກິດໄຟຟ້າລາວເພື່ອຂໍຄຳຊີ້ແຈງ ແຕ່ຮອດປັດຈຸບັນ ກໍຍັງບໍ່ໄດ້ຮັບຄຳຕອບນັ້ນເທື່ອ, ເຖີງຢ່າງໃດກໍຕາມ ຖ້າວ່າ ທາງການມີມາຕການຊ່ວຍເຫລືອປະຊາຊົນ ຫລຸດຄ່າໄຟຟ້າ ຫລືງົດເກັບຄ່າໄຟຟ້າ ຢ່າງໜ້ອຍ 1 ຫລື 2 ເດືອນ ກໍຍິງເປັນການດີ ຕໍ່ປະຊາຊົນ.

ປະຊາຊົນບໍ່ມີຣາຍຮັບ ຍ້ອນວ່າ ເຂົາເຈົ້າບໍ່ໄດ້ໄປເຮັດວຽກ ໃນໄລຍະທີ່ພຍາດໂຄວິດ19 ກຳລັງລະບາດ. ປະຊາຊາຊົນ ຊາວນະຄອນຫຼວງ ວຽງຈັນອີກທ່ານນຶ່ງກ່າວວ່າ:

"ພາວະແນວນີ້ ກະຢາກໃຫ້ເພິ່ນຫລຸດຫັ້ນແຫລະ ປະຊາຊົນຂະເຈົ້າກະບໍ່ໄດ້ທຳມາຫາເງິນ ຄັນວ່າເປັນໄປໄດ້ ກະຢາກໃຫ້ເພິ່ນຫລຸດຄ່າໄຟ ລົງບໍ່ ການຈ່າຍມັນກະຍາກ ອັນນັ້ນແດ່ ຊ້ວງນີ້ເນາະ."

ນອກຈາກນີ້ ຮ້ານອາຫານ ຢູ່ນະຄອນຫຼວງວຽງຈັນ ກໍໄດ້ຮັບຜົນກະທົບ ຈາກຄ່າໄຟຟ້າແພງເຊັ່ນດຽວກັນ ເຈົ້າຂອງຮ້ານອາຫານທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ຄັນເພິ່ນຫລຸດກະແຮ່ງດີແຫລະ ແນວມັນຣາຍໄດ້ບໍ່ໄດ້ ຄັນຫລຸດໃຫ້ກະແຮງດີແຫລະ ບໍ່ໄດ້ເປີດຮ້ານໄດ້ເດືອນໜຶ່ງແລ້ວເດ້ ມີແຕ່ວ່າລຸກຄ້າ ອໍເດີ ອອນລາຍ ແລ້ວກະເຮັດໃຫ້ເພິ່ນ ຣາຍຮັບເຮົາມັນບໍ່ຄືເກົ່າເດ້ ບາງມື້ກະສອງສາມແສນ ບາງມື້ກະສີ່ ຫ້າ ແສນ."

ແລະ ປະຊາຊົນຢູ່ແຂວງອື່ນໆ ຈະຈົ່ມເລື້ອງຄ່າໄຟຟ້າແພງ ເຊັ່ນດຽວກັນ ໂດຍສະເພາະນັບແຕ່ເດືອນເມສາ ຫາ ເດືອນມິຖຸນາ ແຕ່ລະປີ ແລະ ຫລາຍຄົນກໍເວົ້າຜ່ານສື່ສັງຄົມ ອອນລາຍ ກ່ຽວກັບເລື້ອງຄ່າໄຟຟ້າ ແພງ.

ໃນຂນະທີ່ ຣັຖວິສາຫະກິດໄຟຟ້າລາວ ກຳລັງກວດສອບເລື້ອງບັນຫາ ຄ່າໄຟຟ້າ, ແລະ ຈະຫລຸດຄ່າໄຟຟ້າ 50 ເປີເຊັນ ໃຫ້ສະເພາະຜູ້ ທີ່ໃຊ້ໄຟຟ້າ ພາຍໃນຄົວເຮືອນ. ເຈົ້າໜ້າທີ່ຣັຖວິສາຫະກິດໄຟຟ້າລາວ ໄດ້ກ່າວວ່າ:

"ເດືອນ 4 ເປັນລາຄາເດີມເກົ່າ ຢູ່ຂອງ 2019 ຢູ່ວ່າຊັ້ນສາເນາະ ເດືອນຫ້າຫລຸດເປັນລາຄາໃໝ່ 2020 ບິນເດືອນຫ້າອອກໄປເດີ ກະຊິ ເປັນລາຄາໃໝ່ ຄິດໄລ່ເປັນເປີເຊັນ ກະວ່າ 50 ເປີເຊັນ ມັນຊິຕົກຢູ່ສອງ ລາຄາຫັ້ນນະ ທີ່ວ່າເພິ່ນປັບປຸງໃໝ່ຫັ້ນ."

ອີງຕາມແຈ້ງການຂອງຣັຖວິສາຫະກິດໄຟຟ້າລາວ ລົງວັນທີ 11 ເມສາ 2020, ຄ່າໄຟຟ້າ ສຳລັບທີ່ຢູ່ອາໃສ ຫລືຄອບຄົວແຕ່ 0-150 ກິໂລວັດໂມງ ຢູ່ໃນອັດຕາລາຄາ 355 ກີບ ຕໍ່ກິໂລວັດໂມງ ຈະເລີ້ມປະຕິບັດ ແຕ່ເດືອນພືສພາ ໄປຫາ ເດືອນທັນວາ ປີ 2020, ແຕ່ ຫລັງຈາກນັ້ນ ຈະມີການປັບຂຶ້ນລາຄາໃໝ່.

ການຫລຸດຄ່າໄຟຟ້າ 50 ເປີເຊັນ ນັ້ນແມ່ນໃຫ້ສະເພາະຄອບຄົວ ຜູ້ທີ່ໃຊ້ໄຟຟ້າບໍ່ເກີນ 150 ກິໂລວັດໂມງ ຕໍ່ເດືອນ, ຄອບຄົວທີ່ໃຊ້ໄຟຟ້າ 150 ກິໂລວັດໂມງ ຕໍ່ເດືອນ ຈະເສັຍຄ່າໄຟ 65,000 ກີບ ຈາກແຕ່ເຄີຍ ເສັຍກ່ອນ 130,000 ກີບ.

ຄອບຄົວທີ່ໃຊ້ໄຟຟ້າ 100 ກິໂລວັດໂມງ ຕໍ່ເດືອນ ຈະເສັຍໃນລາຄາ 45,000 ກີບ ຕໍ່ເດືອນ ຈາກແຕ່ກ່ອນ ເຄີຍເສັຍ 90,000 ຕໍ່ເດືອນ ແລະ ຄອບຄົວໃດ ໃຊ້ໄຟຟ້າ 50 ກິໂລວັດໂມງ ຕໍ່ເດືອນຈະເສັຍ 26,000 ກີບ ຕໍ່ເດືອນ.

ສ່ວນວ່າຜູ້ທີ່ໃຊ້ໄຟຟ້າແຕ່ 151 ກິໂລວັດໂມງຂຶ້ນໄປ ຕ້ອງໄດ້ເສັຍໃນລາຄາເຕັມຄືເກົ່າ ນັ້ນ ໝາຍຄວາມວ່າ ຜູ້ທີ່ເຄີຍເສັຍຄ່າໄຟ 500,000 ກີບ ຕໍ່ເດືອນ ກໍໄດ້ເສັຍ 500,000 ຄືເກົ່າ.

ໃນເດືອນເມສາ 2016 ທີ່ຜ່ານມາ, ປະຊາຊົນກໍມີບັນຫາເລື້ອງການເສັຍຄ່າໄຟຟ້າແພງຜິດປົກກະຕິ, ບາງຄົນເຄີຍເສັຍປົກກະຕິ 300,000 ກີບ ຕໍ່ເດືອນ, ແຕ່ ພັດໄດ້ເສັຍ 1 ລ້ານ ກີບ ຂຶ້ນໄປ, ອັນນັ້ນເຮັດໃຫ້ ປະຊາຊົນວິພາກ-ວິຈານກັນ ຜ່ານສື່ສັງຄົມອອນລາຍຢ່າງກວ້າງ ຂວາງ ຈົນເຮັດໃຫ້ຣັດວິສາຫະກິດໄຟຟ້າລາວ ຕ້ອງມີການປັບລາຄາໄຟຟ້າລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.