ເຣີ່ມຂຶ້ນຄ່າໄຟຟ້າ 2% ສຳລັບພາກສ່ວນ ທີ່ບໍ່ແມ່ນທີ່ຢູ່ອາສັຍ
ຣັຖວິສາຫະກິຈໄຟຟ້າລາວ ເຣີ່ມຂຶ້ນຄ່າໄຟຟ້າ 2% ສຳລັບພາກທຸຣະກິຈ ແລະ ການຄ້າ ເຊິ່ງຜູ້ປະກອບການ ທີ່ໃຊ້ໄຟຟ້າເປັນຫຼັກ ກໍເຫັນວ່າ ການຜລິດບາງຢ່າງ ຈຳເປັນຕ້ອງຂຶ້ນລາຄາ ໄປຕາມສະພາບ.
-
ພູວົງສ໌
2023-04-17 -
-
-
Your browser doesn’t support HTML5 audio
ເມື່ອວັນທີ 3 ກຸມພາ ທີ່ຜ່ານມາ, ຣັຖວິສາຫະກິຈໄຟຟ້າລາວ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງການ ປັບລາຄາໄຟຟ້າຂຶ້ນອີກ 2% ສຳລັບໄຟຟ້າທີ່ໃຊ້ ເພື່ອການເຮັດທຸຣະກິຈ ແລະ ການຄ້າ ທີ່ບໍ່ແມ່ນທີ່ຢູ່ອາສັຍ, ເຊິ່ງຈະຈັດຕັ້ງປະຕິບັດ ນັບແຕ່ເດືອນມີນາ ທີ່ເປັນພະລັງງານຊົມໃຊ້ ຂອງເດືອນກຸມພາ 2023 ເປັນຕົ້ນໄປ ເປັນຕົ້ນວ່າ ປະເພດໄຟຟ້າແຮງດັນຕ່ຳ 0.4 ກິໂລວັຕໂມງ ທຸຣະກິຈຮ້ານບັນເທີງ ຈາກທີ່ເຄີຍເກັບຫົວໜ່ວຍລະ 1,487 ກີບ ຈະຂຶ້ນເປັນຫົວໜ່ວຍລະ 2,012 ກີບ ໃນລະວ່າງເດືອນກຸມພາ ຫາ ເດືອນພຶສພາ ປີ 2023 ນີ້. ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ມີນາ 2023 ນີ້ວ່າ:
“ມັນກໍຂຶ້ນຢູ່ 2% ຂອງອັດຕຣາຄ່າໄຟ ທີ່ຈ່າຍມາແຕ່ກ່ອນ, ຫັ້ນນ່າ. ຂຶ້ນຄ່າໄຟຟ້າມາ ເພາະວ່າ ມັນກໍຂຶ້ນຕາມຄ່າຄອງຊີບ ຂອງອັນນັ້ນຫັ້ນເດ້, ອັດຕຣາແລກປ່ຽນ ຂອງອັນນັ້ນ ມັນຂຶ້ນໄປຕາມ. ເຮົາກໍຂໍໄປຫຼາຍປີແລ້ວ ຂໍຂຶ້ນນ່າ, ເພິ່ນກໍບໍ່ອະນຸຍາດ ກໍເລີຍວ່າອະນຸຍາດຖືກເດືອນນີ້ ຖືກເດືອນຮ້ອນເລີຍ.”
ອີງຕາມໂຄງສ້າງ ລາຄາຈຳໜ່າຍໄຟຟ້າ ຂອງຣັຖວິສາຫະກິຈໄຟຟ້າລາວ ໄດ້ແບ່ງປະເພດຜູ້ຊົມໃຊ້ໄຟຟ້າ ອອກເປັນ 2 ປະເພດ ຄື ປະເພດທີ່ຢູ່ອາສັຍ ແລະ ປະເພດທີ່ບໍ່ແມ່ນທີ່ຢູ່ອາສັຍ. ສຳລັບໃນປີ 2023 ນີ້, ແມ່ນຈະມີການປັບລາຄາຄ່າໄຟຟ້າຂຶ້ນ, ແຕ່ສະເພາະປະເພດທີ່ບໍ່ແມ່ນທີ່ຢູ່ອາສັຍ ຈຳນວນ 3 ໄລຍະ ສຳລັບໄລຍະທຳອິດ ແມ່ນຈະຂຶ້ນໃນເດືອນກຸມພາ ຫາ ເດືອນພຶສພາ, ໄລຍະທີ 2 ແມ່ນຈະຂຶ້ນໃນເດືອນມິຖຸນາ ຫາ ເດືອນສິງຫາ ແລະ ໄລຍະທີ 3 ແມ່ນຈະຂຶ້ນໃນເດືອນກັນຍາ ຫາ ເດືອນທັນວາ.
ສຳລັບແຈ້ງການສບັບດັ່ງກ່າວນີ້, ຈະຖືກນຳໃຊ້ ຈົນກວ່າຈະມີການອອກແຈ້ງການ ປັບປຸງໃນຄັ້ງຕໍ່ໄປ, ເຊິ່ງໃນມຸມ ຂອງຜູ້ປະກອບການແລ້ວ ເຫັນວ່າ ມັນເຣີ່ມສົ່ງຜົລກະທົບ ຕໍ່ພາກທຸຣະກິຈ ແລະ ຄວາມເປັນຢູ່ ຂອງປະຊາຊົນໂດຍຕຣົງ. ດັ່ງເຈົ້າຂອງໂຮງງານຜລິດນ້ຳກ້ອນ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແມ່ນ, ຂຶ້ນທົບເຄິ່ງ ເປັນປົກກະຕິເນາະ. ເຮົາຊິເລົ່າເປັນເງິນບາທໃຫ້ຟັງ ປົກກະຕິເດືອນນຶ່ງ 2 ແສນບາທເນາະ. ດຽວນີ້, ມັນຊິຕົກຢູ່ 4 ແສນບາທ, ເຄິ່ງຕໍ່ເຄິ່ງ. ມັນຊິຂຶ້ນໄລຍະ 3 ເດືອນ 3 ເດືອນແລ້ວກິໂລສ່ຳນີ້, ແລ້ວກໍ 3 ເດືອນ ແລ້ວກິໂລສ່ຳນີ້. ເດືອນ 2 ຫາ ເດືອນ 3 ເດືອນ 4 ປັບຂຶ້ນ ແລ້ວກໍມາເດືອນ 5 ເດືອນ 6 ເດືອນ 7 ກໍປັບຂຶ້ນອີກ ມາເດືອນ 8 ເດືອນ 9 ເດືອນ 10 ກໍສຸດຍອດເລີຍ ປັບຂຶ້ນສູງກວ່າເກົ່າ.”
ຍານາງກ່າວຕື່ມວ່າ ນັບແຕ່ມີການຂຶ້ນຄ່າໄຟຟ້າຕື່ມ ໃນໄລຍະເດືອນທີ່ຜ່ານມາ ເຮັດໃຫ້ຕົ້ນທຶນໃນການຜລິດ ອັນເນື່ອງມາຈາກ ການໃຊ້ກະແສໄຟຟ້າ ເພີ່ມສູງຂຶ້ນນຳ. ສະນັ້ນ, ຈາກເດີມທີ່ທາງໂຮງງານຜລິດນ້ຳກ້ອນ ຂາຍນ້ຳກ້ອນ 15,000 ກີບ/ເປົ໋າ (1 ເປົ໋າເທົ່າກັບ 20 ຫາ 25 ກິໂລກຣາມ) ກໍຈຳເປັນຕ້ອງໄດ້ປັບຂຶ້ນເປັນ 20,000 ກີບ/ເປົ໋າ, ເຊິ່ງກໍເຮັດໃຫ້ຊາວລາວຈຳນວນຫຼາຍ ຮູ້ສຶກບໍ່ດີໃຈພໍເທົ່າໃດ ທີ່ຕ້ອງຊື້ນ້ຳກ້ອນ ໃນລາຄາທີ່ຂ້ອນຂ້າງສູງ ໃນໄລຍະຣະດູຮ້ອນ.
ເຖິງແມ່ນວ່າ ຣັຖວິສາຫະກິຈໄຟຟ້າລາວ ຈະຂຶ້ນຄ່າໄຟຟ້າ, ແຕ່ສະເພາະການຊົມໃຊ້ໄຟຟ້າ ປະເພດທີ່ບໍ່ແມ່ນທີ່ຢູ່ອາສັຍ ເທົ່ານັ້ນ, ແຕ່ຢ່າງໃດກໍຕາມ ພໍ່ແມ່ປະຊາຊົນທົ່ວໄປ ທີ່ບໍ່ໄດ້ເຮັດກິຈການ ກໍໄດ້ຮັບຜົລກະທົບ ຈາກບັນຫາດັ່ງກ່າວນີ້ນຳ ເນື່ອງຈາກເຄື່ອງອຸປະໂພກ-ບໍຣິໂພກຕ່າງໆ ກໍມີການຂຶ້ນລາຄາ ເນື່ອງຈາກມີຕົ້ນທຶນຄ່າໄຟຟ້າ ທີ່ສູງຂຶ້ນ. ດັ່ງເຈົ້າຂອງໂຮງສີເຂົ້າ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ບໍ່ຊ່າງອະທິບາຍນ່າ ເພາະວ່າ ເຮົາຮູ້ແຕ່ວ່າ ຄ່າໄຟຂຶ້ນ, ແຕ່ບໍ່ຮູ້ວ່າແນວໃດ. ຂຶ້ນມາດົນແລ້ວ ຕັ້ງແຕ່ປີ 2022 ມາແລ້ວ. ແມ່ນໆ ກໍຂຶ້ນນຳ ຊື້ເຂົ້າມາແລ້ວສີ ແລ້ວກໍຈຳໜ່າຍເອງ ກໍປົກກະຕິ ກໍເປົານຶ່ງ ກໍ 20,000 ກີບ. ແມ່ນ ເປົ໋າເຂົ້າສານຫັ້ນ ເປົ໋າລະ 20,000 ກີບ. ແຕ່ເດີມ 15,000 ກີບ, ທຸກຢ່າງມັນຂຶ້ນໝົດ.”
ໃນໄລຍະຫຼາຍປີທີ່ຜ່ານມາ, ຣັຖວິສາຫະກິຈໄຟຟ້າລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ດຳເນີນການປັບປຸງໂຄງສ້າງ ລາຄາຈຳໜ່າຍໄຟຟ້າ ມາແລ້ວຢ່າງຕໍ່ເນື່ອງ ທັງການຊົມໃຊ້ ປະເພດທີ່ຢູ່ອາສັຍ ແລະ ການຊົມໃຊ້ ທີ່ບໍ່ແມ່ນທີ່ຢູ່ອາສັຍ ແລະ ເຖິງແມ່ນວ່າ ຈະມີການປະກາດວ່າ ຈະຫຼຸດຄ່າໄຟຟ້າ, ແຕ່ຢ່າງໃດກໍຕາມ ພັດບໍ່ທັນຈັດຕັ້ງປະຕິບັດ ຢ່າງເປັນທາງການເທື່ອ. ດັ່ງພະນັກງານຮ້ານຂາຍເຄື່ອງຍົກ-ເຄື່ອງຍ່ອຍ ຢູ່ແຂວງບໍ່ແກ້ວ ທ່ານນຶ່ງ ກ່າວວ່າ:
“ໜ້າຈະແພງຢູ່ ເພາະເຫັນເຂົາເຈົ້າຈົ່ມ ເຂົາເຈົ້າຈົ່ມຄ່າໄຟ. ໜ້າຈະປະມານ 4-5 ປີໄດ້ແລ້ວ. (ພາກສ່ວນທີ່ກ່ຽວຂ້ອງ ເຄີຍຫຼຸດລາຄາຄ່າໄຟຟ້າໃຫ້ບໍ່) ບໍ່, ບໍ່ເຄີຍ ບໍ່ເຄີຍ, ມີແຕ່ວ່າ ເຄີຍມີຂ່າວວ່າ ຈະຫຼຸດ, ແຕ່ວ່າກໍຄືເກົ່າ ບໍ່ເຫັນເຂົາເຈົ້າຫຼຸດ.”
ທ່ານກ່າວຕື່ມວ່າ ເມື່ອຄ່າໄຟຟ້າ ມີລາຄາແພງຂຶ້ນ ຫົວໜ່ວຍທຸຣະກິຈຕ່າງໆ ໃນຂແນງການທ່ອງທ່ຽວ ແລະ ບໍຣິການ ກໍຈຳເປັນຕ້ອງໄດ້ຂຶ້ນຄ່າບໍຣິການນຳ ເປັນຕົ້ນວ່າ ເຮືອນພັກອ້ອມຂ້າງ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຂຶ້ນລາຄາຈາກ 150,000 ກີບ/ມື້ ມາເປັນ 200,000 ກີບ/ຕໍ່ມື້.
ທີ່ຜ່ານມາ, ຣັຖວິສາຫະກິຈໄຟຟ້າລາວ ແລະ ຣັຖບານ ມີຄວາມຈຳເປັນ ທີ່ຈະຕ້ອງປັບປຸງໂຄງສ້າງ ແລະ ອັດຕຣາລາຄາຄ່າໄຟຟ້າ ເພື່ອໃຫ້ສອດຄ່ອງ ກັບສະພາບການປ່ຽນແປງ ທາງເສຖກິຈ-ການເງິນ ໃນໄລຍະທີ່ຜ່ານມາ ແລະ ເພື່ອໃຫ້ຣັຖວິສາຫະກິຈໄຟຟ້າລາວ ສາມາດຊຳຣະຄ່າໄຟຟ້າ ທີ່ຊື້ມາຈາກຜູ້ຜລິດໄຟຟ້າ ດ້ວຍສະກຸນໂດ່ລ້າສະຫະຣັຖ ເຖິງ 85% ໄດ້. ອີກທັງ ເພື່ອຣັຖວິສາຫະກິຈໄຟຟ້າລາວ ມີເງິນໃຊ້ໜີ້ສິນ ແລະ ຄ່າໃຊ້ຈ່າຍຕ່າງໆ ພາຍໃນບໍຣິສັດ. ສະນັ້ນ, ຈຶ່ງມີຄວາມຈຳເປັນ ຕ້ອງປັບໂຄງສ້າງລາຄາຄ່າໄຟຟ້າ.
ກ່ອນໜ້ານີ້, ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມອບໃຫ້ຣັຖວິສາຫະກິຈໄຟຟ້າລາວ ເປັນເຈົ້າການ ໃນການປັບໂຄງສ້າງ ຂຶ້ນລາຄາຄ່າໄຟຟ້າ 2% ຈາກໂຄງສ້າງລາຄາໄຟຟ້າ ທີ່ເຄີຍໃຊ້ໃນໄລຍະປີ 2017-2019 ເປັນພື້ນຖານ ໃນການຄິດໄລ່ ລາຄາຄ່າໄຟຟ້າ ໃນປີ 2021 ທັງການຊົມໃຊ້ ປະເພດທີ່ຢູ່ອາສັຍ ແລະ ປະເພດທຸຣກິຈຕ່າງໆ ທີ່ບໍ່ແມ່ນທີ່ຢູ່ອາສັຍ ແລະ ກ່ອນໜ້ານັ້ນ, ໃນລະວ່າງປີ 2013-2018, ຣັຖວິສາຫະກິຈໄຟຟ້າລາວ ກໍໄດ້ດຳເນີນການປັບໂຄງສ້າງລາຄາໄຟຟ້າ ປະເພດທີ່ຢູ່ອາສັຍ 1.5% ຈາກໂຄງສ້າງລາຄາໄຟຟ້າ ທີ່ເຄີຍນຳໃຊ້ ໃນໄລຍະກ່ອນໜ້ານີ້.