ຊາວລາວບາດເຈັບ 8 ຄົນ ຈາກເຫດ ແກ໊ສ ຣະເບີດ
2019.10.04

ຄົນລາວບ້ານຫ້ວຍເຊາະ ແຂວງບໍ່ແກ້ວ ໄດ້ຮັບບາດເຈັບ 8 ຄົນ ຈາກເຫດ ແກ໊ສ ຣະເບີດໃນເຮືອຜູ້ໂດຍສານ ຢູ່ແມ່ນໍ້າຂອງ ໃນເຂດບ້ານ ຫ້ວຍລີກ ເມືອງວຽງແກ່ນ ແຂວງຊຽງຮາຍຂອງໄທ ໃນວັນທີ 2 ກັນຍາ ນີ້. ໃນຈໍານວນຄົນລາວ ທີ່ບາດເຈັບນັ້ນ ມີເດັກນ້ອຍ 3 ຄົນ ແລະ ແມ່ຍິງ 5 ຄົນ ທີ່ຂ້າມເຮືອມາຊື້ເຄື່ອງຂອງ ຢູ່ຕລາດນັດ ຊາຍແດນຝັ່ງໄທ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຕໍາຣວດ ເມືອງວຽງແກ່ນ ຕໍ່ RFA ໃນມື້ວັນທີ 4 ຕຸລາ ນີ້:
"ແກ໊ສຮົ່ວອອກມາຈາກເຄື່ອງຈັກ ຄ້າຍກັບວ່າແກ໊ສມັນຣະເບີດ ໄຟກໍເລີຍໄປເຖິງຜູ້ໂດຍສານ ແຕ່ເຮືອມັນບໍ່ໄໝ້. ຜູ້ບາດເຈັບມີທັງເດັກນ້ອຍ ເປັນຄົນບ້ານດຽວກັນ ຄົນບ້ານຫ້ວຍເຊາະ ເມືອງປາກທາ ແຂວງບໍ່ແກ້ວ."
ທ່ານກ່າວວ່າຈາກການສອບສວນ ເບື້ອງຕົ້ນພົບວ່າມີຜູ້ໂດຍສານທັງໝົດ 15 ຄົນ, ເຈົ້າຂອງເຮືອເປັນຄົນລາວບ້ານດຽວກັນ, ໃຊ້ແກ໊ສເປັນ ເຊື້ອເພີງແລ່ນເຮືອແທນນໍ້າມັນ, ບໍຣິເວນແກສມີຮ່ອງຮອຍໄຟໃໝ້ ຊຶ່ງແກ໊ສອາດຮົ່ວໄຫລ ແລ້ວເກີດໄຟລຸກໄໝ້ມີ ຜູ້ບາດເຈັບສາຫັດຍ້ອນ 4 ຄົນ ຊຶ່ງເຈົ້າໜ້າທີ່ກູ້ພັຍ ໄດ້ນໍາສົ່ງໂຮງໝໍ ແຂວງ ຊຽງຮາຍ, ທ່ານກ່າວ:
"ມີສາຫັດຢູ່ປະມານ 4 ຄົນ ທີ່ຖືກນໍາສົ່ງໄປປິ່ນປົວຢູ່ໂຮງພຍາບານ ວຽງແກ່ນ ໂຮງພຍາບານຊຽງຮາຍ."
RFA ໄດ້ພຍາຍາມຕິດຕໍ່ໄປຫາໂຮງໝໍວຽງແກ່ນ ແລະ ຊຽງຮາຍ ເພື່ອຖາມເຖິງຄົນເຈັບ ແຕ່ບໍ່ສາມາດຕິດຕໍ່ໄດ້. ຄົນລາວທີ່ໄດ້ຮັບບາດເຈັບ ນອກຈາກແມ່ຍິງ 5 ຄົນ ແລ້ວກໍຍັງມີທັງເດັກນ້ອຍອາຍຸ 8 ເດືອນ, 1 ປີ ແລະ 7 ປີນໍາດ້ວຍ. ມື້ທີ່ເກີດເຫດນັ້ນ ເປັນວັນພຸດທີ່ມີຕລາດນັດ ຊາຍແດນໄທ-ລາວ ເປີດເປັນປະຈໍາ ມີຄົນຂ້າມແມ່ນໍ້າຂອງໄປຊື້ ເຄື່ອງຂອງຂ້ອນຂ້າງຫລາຍເປັນພິເສດ.